ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ກ່າວວ່າມີ 'ຄວາມອຶດຢາກຢ່າງຮຸນແຮງ' ໃນທາງພາກເໜືອຂອງເຂດກາຊາ. ນັ້ນ ໝາຍຄວາມວ່າແນວໃດ?


ຄວາມອຶດຢາກທີ່ຮ້າຍແຮງໃນທົ່ວໂລກ - ອົງການສະຫະປະຊາຊາດ
ຄວາມອຶດຢາກທີ່ຮ້າຍແຮງໃນທົ່ວໂລກ - ອົງການສະຫະປະຊາຊາດ

ຫົວໜ້າ​ອົງການ​ອາຫານ​ໂລກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ພາກ​ເໜືອ​ຂອງ​ເຂດ ກາຊາ ​ໄດ້​ເຂົ້າ​ສູ່ "ຄວາມ​ອຶດຢາກ​ຢ່າງ​ເຕັມຮູບແບບ" ຫຼັງຈາກ​ສົງຄາມ​ເກືອບ 7 ​ເດືອນ​ລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ. ​ແຕ່​ການ​ປະກາດ​ຄວາມ​ອຶດ​ຢາກ​ຢ່າງ​ເປັນ​ທາງ​ການ, ​ແລະ ​ຄວາມ​ອ່ອນ​ໄຫວ​ສູງ ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມຊັບຊ້ອນທາງດ້ານ​ການ​ເມືອງ ​ແລະ​ການ​ຢືນຢັນຈຳນວນຜູ້​ເສຍ​ຊີວິດ, ອີງຕາມອົງການຂ່າວ ເອພີ​.

ທ່ານນາງ ຊິນດີ ແມັກເຄນ (Cindy McCain) ໃນການໃຫ້ສໍາພາດກັບສະຖານີໂທລະພາບ NBC ທີ່ອອກອາກາດ ໃນວັນອາທິດທີ່ຜ່ານມາ ກ່າວວ່າຂໍ້ຈໍາກັດທີ່ເຂັ້ມງວດຂອງອິສຣາແອລ ໃນການຈັດສົ່ງດ້ານມະນຸດສະທໍາ ໄປທີ່ດິນແດນທີ່ຕ້ອງອາໄສການຊ່ວຍເຫຼືອດ້ານສະບຽງອາຫານຈາກພາຍນອກມາດົນນານນັ້ນ ໄດ້ກົດດັນໃຫ້ພົນລະເຮືອນໃນເຂດທີ່ຫ່າງໄກ ແລະໄດ້ຮັບຄວາມເສຍຫາຍທີ່ສຸດຂອງ ເຂດກາຊາ ຕ້ອງຕົກຢູ່ໃນໄພອັນຕະລາຍ. ນາງກ່າວວ່າ ຄວາມອຶດຢາກກຳລັງເຄື່ອນຍ້າຍລົງໄປທາງໃຕ້ ໃນເຂດ ກາຊາ.

ຕໍ່ມາໂຄສົກຂອງ WFP ກ່າວຕໍ່ອົງການຂ່າວ AP ໃນເວລາຕໍ່ມາວ່າ ນຶ່ງໃນສາມມາດຕະຖານສໍາລັບການປະກາດພາວະອຶດຢາກຢ່າງເປັນທາງການນັ້ນ ໄດ້ ບັນລຸແລ້ວໃນພາກເຫນືອຂອງ ເຂດກາຊາ ແລະ ອີກມາດຕະຖານນຶ່ງ ກໍເກືອບຈະບັນລຸແລ້ວ ເຊິ່ງແມ່ນລາຍລະອຽດທີ່ສໍາຄັນກ່ຽວກັບຄວາມພະຍາຍາມໃນການບັນທຶກຂໍ້ມູນຄວາມອຶດຢາກທີ່ຮ້າຍແຮງ ວ່າໄດ້ດຳເນີນໄປຮອດໃສແລ້ວ.

ອິສຣາແອລປະເຊີນກັບແຮງກົດດັນທີ່ເພີ່ມຂື້ນຈາກພັນທະມິດອັນດັບຕົ້ນໆຄືສະຫະລັດ ແລະປະເທດອື່ນໆ ເພື່ອໃຫ້ການຊ່ວຍເຫລືອເຂົ້າໄປໃນເຂດກາຊາຫຼາຍຂຶ້ນ, ໂດຍສະເພາະແມ່ນໂດຍການເປີດຈຸດຜ່ານແດນໃຫ້ຫຼາຍຂຶ້ນກວ່າເກົ່າສຳລັບການຂົນສົ່ງດ້ວຍລົດບັນທຸກທີ່ມີປະສິດທິພາບທີ່ສຸດ. ກຸ່ມຊ່ວຍເຫຼືອກ່າວວ່າ ການຈັດສົ່ງທາງອາກາດ ແລະທາງທະເລ ໂດຍສະຫະລັດ ແລະປະເທດອື່ນໆ ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ 2.3 ລ້ານຄົນ ໃນເຂດກາຊາໄດ້, ເຊິ່ງຈໍານວນທີ່ເພີ່ມຂຶ້ນຂອງພວກເຂົາ ມາຮອດລະດັບຂອງພາວະການຂາດສານອາຫານ ທີ່ການຈະເລີນເຕີບໂຕຂອງເດັກນ້ອຍແມ່ນ ຈະເລີນເຕີບໂຕຊ້າ ແລະເຮັດໃຫ້ມີການເສຍຊີວິດເກີດຂຶ້ນ.

ຄວາມອຶດຢາກໄດ້ຖືກຄາດຄະເນຢູ່ໃນບາງສ່ວນຂອງເຂດກາຊາ ໃນເດືອນນີ້ ໃນບົດລາຍງານເດືອນມີນາ ໂດຍການຈັດປະເພດໄລຍະຄວາມປອດໄພດ້ານອາຫານແບບປະສົມປະສານ, ເຊິ່ງແມ່ນໂຄງການລິເລີ່ມລະດັບໂລກ ທີ່ປະກອບມີ WFP ເປັນຄູ່ຮ່ວມງານ. ລາຍງານ​ໄດ້​ກ່າວ​ວ່າ​ ເກືອບ​ນຶ່ງ​ສ່ວນ​ສາມ​ຂອງ​ປະ​ຊາ​ກອນ​ຂອງ ເຂດກາຊາ ກຳລັງ​ປະ​ເຊີນ​ກັບ​ລະ​ດັບ​ຄວາມ​ອຶດ​ຫິວຂັ້ນ​ສູງສຸດ​, ແລະ​ ​ອາດ​ຈະ​ເພີ່ມ​ຂຶ້ນ​ເປັນ​ເກືອບ​ເຄິ່ງ​ນຶ່ງ​ໃນ​ເດືອນ​ກໍ​ລະ​ກົດນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG