ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິດປະເທດລົງ ຫວ່າງມໍ່ໆມານີ້ ສ້າງຄວາມເສຍຫາຍແກ່ ທຸລະກິດຂະໜາດນ້ອຍຢ່າງໃຫຍ່ຫຼວງ


ຄູ້ມທາດຫຼວງ ນະຄອນຫຼວງວຽງຈັນ ສປປ ລາວ.
ຄູ້ມທາດຫຼວງ ນະຄອນຫຼວງວຽງຈັນ ສປປ ລາວ.

ເຖິງແມ່ນວ່າຈະເລີ້ມໃຫ້ເປີດການສັນຈອນໄປມາໄດ້ລະຫວ່າງບ້ານ ແລະເມືອງຕ່າງໆ
ແລ້ວກໍຕາມ ແຕ່ວ່າການປະຕິບັດ ມາດຕະການສະກັດກັ້ນການລະ ບາດຂອງໄວຣັສ
COVID-19 ໂດຍການປິດບ້ານ, ປິດເມືອງຕະຫລອດທັງສໍາ ນັກງານອົງການຕ່າງໆ
ໄວ້ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ໃນຊ່ວງວັນທີ 1 ຫາ 19 ເມສາ 2020 ແລະ
ໄດ້ຂະຫຍາຍອອກໄປ ຈົນເຖິງວັນທີ 3 ພຶດສະພາຜ່ານນັ້ນ ຍັງສືບຕໍ່ສົ່ງຜົນກະທົບຢ່າງ
ໜັກໜ່ວງຕໍ່ບັນດາຫົວໜ່ວຍທຸລະກິດຕ່າງໆ ຕະຫລອດທັງທຸລະກິດຮ້ານອາຫານ ຢູ່
ໃນລາວ. ລາຍລະອຽດ ຈະເປັນແນວໃດນັ້ນ ກິ່ງສະຫວັນ ມີລາຍງານເລື້ອງນີ້ ຈາກນັກ
ຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂອ
please wait

No media source currently available

0:00 0:01:31 0:00

ການປະຕິບັດມາດຕະການສະກັດກັ້ນ ການລະບາດຂອງໄວຣັສ COVID-19 ໂດຍການ
ປິດບ້ານ, ປິດເມືອງ ຕະຫລອດທັງສໍານັກງານອົງການຕ່າງໆ ເພື່ອຫລີກລ້ຽງການເຕົ້າໂຮມ
ກັນເກີນ 10 ຄົນຂຶ້ນໄປ ຕາມຄໍາສັ່ງຂອງນາຍົກລັດ ຖະມົນຕີໃນຊ່ວງວັນທີ 1 ຫາ 19 ເມສາ
2020 ແລະໄດ້ຂະຫຍາຍອອກໄປ ຈົນເຖິງວັນທີ 3 ພຶດສະພາຜ່ານນີ້ໄດ້ສົ່ງຜົນກະທົບຕໍ່
ລາຍໄດ້ຂອງບັນດາທຸລະກິດໃນລາວຢ່າງກວ້າງຂວາງໃນປັດຈຸບັນນີ້ ເຖິງແມ່ນວ່າທາງການ
ຈະເລີ້ມໃຫ້ເປີດການສັນຈອນໄປມາໄດ້ ລະຫວ່າງເມືອງຕ່າງໆແລະສໍານັກງານຫ້ອງການ
ຕ່າງໆກໍໄດ້ເລີ້ມເປີດມາແລ້ວກໍຕາມ. ທຸລະກິດຮ້ານອາຫານນ້ອຍໃຫຍ່ຕ່າງໆ ກໍນອນ ຢູ່ໃນ
ທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ດັ່ງການໃຫ້ສໍາພາດຂອງເຈົ້າຂອງຮ້ານຂາຍ
ເຂົ້າປຽກ ແລະເຮັດທຸລະກິດນ້ອຍຢ່າງອື່ນນໍາຊຶ່ງຜູ້ກ່ຽວ ເລົ່າເຖິງສະພາບການ ໃນຊ່ວງປິດ
ເມືອງນັ້ນສູ່ວີໂອເອຟັງວ່າ:

“ມາດຕະການບ້ານເຮົາເຂັ້ມງວດຄືລົດໂດຍສານເດີນທາງແຂວງຫາແຂວງບໍ່ໄດ້ເລີຍ.
ລະກະເດີນທາງເມືອງ ຕໍ່ເມືອງບໍ່ໄດ້. ຄົນເມືອງສີໂຄດຄືນ້ອງຊິເດີນ ທາງໄປເມືອງສີສັດ
ຕະນາກກະບໍ່ໄດ້ ເພາະເຈົ້າໜ້າທີ່ເຂົາເຈົ້າຕັນໄວ້ຈັ່ງຊີ້ໜາ, ການເດີນທາງເມືອງຕໍ່ເມືອງ
ມັນກະບໍ່ມີ, ໜ້ອຍຫຼາຍ, ບ້ານຕໍ່ບ້ານກະຍັງບໍ່ໄດ້ ກະຍັງບໍ່ໄດ້ ຄືບ້ານຂອງນ້ອງ ບ້ານ
ໜອງ
ໜ້ຽວກະຍັງປິດ ບໍ່ໃຫ້ຄົນອື່ນບ້ານອື່ນເຂົ້າໄປຈັ່ງຊີ້ ມັນເປັນມາດຕະຖານທີ່ເຂັ້ມ
ງວດບໍ່ຄືຢູ່ຕ່າງປະເທດ ຂ້ອນຂ້າງຈະເສລີຈັ່ງຊີ້ໜາ, ຫ້າງຮ້ານ ໂຮງໜັງ ບໍລິສັດອີ່ຫຍັງ
ຈັ່ງຊີ້ນະຕ່າງໆກະປິດ ຍົກເວັ້ນຮ້ານຂາຍຢາ.”

ເຖິງແມ່ນວ່າທາງການຈະໄດ້ເລີ້ມເປີດໃຫ້ຄົນສັນຈອນໄປມາໄດ້ພາຍໃນນະຄອນ ຫລວງວຽງຈັນແລ້ວກໍຕາມ ສະພາບການຫ້າມການສັນຈອນໄປມາທີ່ມີໃນຊ່ວງໄລຍະນັ້ນ ຍັງເຮັດໃຫ້ມີຜົນກະທົບຢູ່. ການປິດຮ້ານໄວ້ ຍັງມີອີກຕໍ່ໄປ ເມື່ອບໍ່ແນ່ໃຈວ່າຈະມີລູກຄ້າຈາກບ້ານອື່ນ, ເມືອງອື່ນທີ່ມາຊື້ອາຫານການກິນເໝືອນເດີມ ຫລືບໍ່. ອີກຢ່າງນຶ່ງການທີ່ທາງການຍັງສັ່ງຫ້າມ ບໍ່ໃຫ້ຄົນເຂົ້າໄປນັ່ງ ຢູ່ໃນຮ້ານຈົນເຖິງວັນທີ 17 ເດືອນນີ້ ແມ່ນເຮັດໃຫ້ຜູ້ກ່ຽວຈໍາເປັນກໍຕ້ອງໄດ້ປິດຮ້ານໄວ້ເໝືອນເດີມ ຊຶ່ງເປັນເຫດໃຫ້ລາຍໄດ້ຂອງຄອບຄົວຕົກລົງຢ່າງໜັກ ມາໄດ້ເດືອນກວ່າໆແລ້ວ.

ສ່ວນຮ້ານຂາຍອາຫານທ່ຽງ ແລະກິນດື່ມໃນຍາມແລງຢູ່ໃນເຂດບ້ານສີສັງວອນ, ເມືອງໄຊເສດຖາ ທີ່ຕັ້ງຢູ່ໃກ້ກັບສໍານັກງານອົງການຕ່າງໆ ໂດຍສະເພາະແມ່ນ ອົງການສາກົນນັ້ນ ກໍໄດ້ຮັບຜົນກະທົບຢ່າງໜັກເຊັ່ນກັນ ເພາະຂາດລູກຄ້າ ທີ່ເປັນພະນັກງານໄປກິນອາຫານທ່ຽງນໍາຫລາຍຄົນ. ແຕ່ຜູ້ກ່ຽວກໍພະຍາຍາມເອົາຕົວໃຫ້ຢູ່ລອດໄດ້ ດ້ວຍການເປີດໃຫ້ລູກຄ້າສັ່ງທາງອອນລາຍ ແລ້ວໄປສົ່ງເຖິງເຮືອນ ຫລື ບໍ່ກໍໄດ້ລູກຄ້າມາຮັບເອົາອາຫານຢູ່ໜ້າຮ້ານ ໂດຍບໍ່ໃຫ້ເຂົ້າໄປໃນນັ່ງຢູ່ໃນຮ້ານເລີຍ ດັ່ງເຈົ້າຂອງຮ້ານເປີດເຜີຍສູ່ຟັງວ່າ:

“ເປີດ 8ໂມງ ຫາ 5 ໂມງແລງອ້າຍ ຊ່ວງນີ້ເປີດປິດໄວ ລູກຄ້າ ຫວາ ລູກຄ້າຕອນທໍາອິດ ກະໂອເຄອ້າຍ ຕໍ່ມາກະຫຼຸດເລີຍອືຮື ໄປໝົດເລີຍມີແຕ່ລູກຄ້າ Online ນະ, ບໍ່ມີໃຜມານັ່ງກິນເລີຍ ກະຢ້ານອ້າຍ ກະບໍ່ໄດ້ພາກັນອອກບ້ານເດ່. ພາກັນຢູ່ແຕ່ຮ້ານ ເຮັດກິນຫຍັງກະມີແຕ່ຢູ່ເຮືອນກະບໍ່ໄດ້ອອກໄປຊຸມແຊວທາງໃດ. ກະບໍ່ດີດອກອ້າຍກະມີຜົນກະທົບຫຼາຍຢ່າງ ຜົນເສຍຫຼາຍກວ່າຜົນໄດ້ນ້ອງວ່າ.”

ເມື່ອຖາມວ່າ ເມືື່ອທາງການໄດ້ເລີ້ມ ເປີດໃຫ້ຄົນເລີ້ມໄປລ້າໄປການຫລາຍແລ້ວ ໃນເວລາ
ນີ້ສະພາບການນີ້ຈະດີຂຶ້ນບໍ່ ແລະການລະບາດ ຂອງພະຍາດໂຄວິດນີ້ ຈະເຊົາໃນໄວໆນີ້ບໍ່,
ນາງຕອບວ່າ:

“ກະຄືຊິບໍ່ເຊົາໄວດອກນ້ອງວ່າ ແມ່ນເບາະ ໃຜກະຢ້ານໝົດເນາະອ້າຍນໍ ອົດເອົາອ້າຍບໍ່
ຟ້າວໄປໃສດອກ.”

ສະຫລຸບແລ້ວ ຕາມຄໍາເຫັນທັງສອງຄົນທີ່ກ່າວມາຂ້າງເທິງນັ້ນ ເຫັນວ່າຜົນກະ ທົບຂອງສະພາບການປິດບ້ານ ປິດເມືອງເພື່ອຫລຸດຜ່ອນການແຜ່ລະບາດຂອງ ພະຍາດໂຄວິດ-1
9 ດັ່ງກ່າວຍັງຈະສືບຕໍ່ແກ່ຍາວໄປອີກດົນໃນຂະນະທີ່ລະດັບ ການຂະຫຍາຍຕົວ ທາງເສດ
ຖະກິດຂອງປະເທດກໍາລັງຊັກຊ້າລົງຫລາຍຢູ່ນີ້. ດັ່ງທີ່ທ່ານ ຊົງລິດໂພນເງິນໄດ້ລາຍງານ
ໄປໃນເດືອນແລ້ວນີ້, ທະນາຄານພັດທະນາເອເຊຍຫລື ADB ຄາດຄະເນວ່າ ເສດຖະກິດ
ຂອງຈະຂະຫຍາຍ ຕົວພຽງ 3.5 ເປີເຊັນເທົ່ານັ້ນ ແທນທີ່ຈະເປັນ 6.2 ເປີເຊັນ ທີ່ໄດ້ຄາດ
ໄວ້ໃນເມື່ອກ່ອນ ຊຶ່ງໃນນັ້ນພາກສ່ວນການບໍລິການການທ່ອງທ່ຽວ ລວມທັງຮ້ານອາຫານ
ແລະຮ້ານບັນເທີງຕ່າງໆແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ.

XS
SM
MD
LG