ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂັ້ນຕອນການຜະລິດ ເພື່ອສົ່ງອອກກາເຟເມັດ ທີ່ມີຄວາມຕ້ອງການ ໃນອັນດັບຕົ້ນໆ ຈາກປາກຊ່ອງ


​ຕົ້ນ​ກາ​ເຟ​ລາວ
​ຕົ້ນ​ກາ​ເຟ​ລາວ

ກາເຟມີຫຼາຍຮູບແບບໃນການສົ່ງອອກ ເຊິ່ງມີທັງແບບປຸງສໍາເລັດ ແບບ ຂົ້ວເພື່ອສົ່ງເຂົ້າໂຮງງານຫຼືແບບເມັດທີ່ຍັງບໍ່ໄດ້ຜ່ານຂະບວນການປຸງແຕ່ງ, ແຕ່ສໍາລັບຜູ້ປະກອບການໃນແຂວງຈໍາປະສັກ ເພິ່ນມີວິທີການແລະການດໍາເນີນງານ ດັ່ງທີ່ ທິບສຸດາ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ຫຼາຍຄົນຮູ້ຈັກດີວ່າ ກະເຟປາກຊ່ອງ ເປັນກາເຟທີ່ມີຄຸນນະພາບ ມີລົດຊາດດີ ແລະເປັນເອກະລັກ, ເຊິ່ງເປັນທີ່ຕ້ອງການຂອງສາກົນ ເນື່ອງຈາກດິນທີ່ໃຊ້ສໍາລັບປູກກາເຟແຫ່ງນີ້ມີຄວາມອຸດົມສົມບູນແລະເໝາະສົມສໍາລັບການປູກກາເຟຫຼາຍກວ່າ.

ນັກທຸລະກິດລາວທ່ານນຶ່ງ ທີ່ເປັນຜູ້ປະກອບການກາເຟລາວເລົ່າວ່າ ເພິ່ນເອງເປັນລຸ້ນທີ່ສອງທີ່ສືບທອດຈາກພໍ່ແມ່ໃນການດໍາເນີນທຸລະກິດການສົ່ງອອກກາເຟທີ່ຮັບຊື້ຈາກຊາວສວນ ແລ້ວສົ່ງອອກໄປຂາຍຕ່າງປະເທດ.

ປັດຈຸບັນເພິ່ນໄດ້ມີການພັດທະນາຂຶ້ນຕື່ມ ດ້ວຍການແປຮູບຜະລິດຕະພັນ ເຊັ່ນຂົ້ວກາເຟ ໃຫ້ໄດ້ຄຸນນະພາບຕາມມາດຕະຖານສາກົນ ແລ້ວຈຶ່ງສົ່ງອອກໄປໃຫ້ຕະຫຼາດພາຍນອກ, ພ້ອມກັນນັ້ນ ເພິ່ນເອງກໍຍັງມີສວນກາເຟເປັນຂອງໂຕເອງ ນໍາອີກດ້ວຍ.

ສໍາລັບຂັ້ນຕອນໃນການຜະລິດ ກ່ອນຈະເປັນເມັດກາເຟ ທີ່ໄດ້ມາດຕະຖານ, ເພິ່ນບອກວ່າ ທາງສະມາຄົມກາເຟລາວ (ປັດຈຸບັນມີ 56 ບໍລີສັດກາເຟ) ໄດ້ມີການພົວພັນກັບກະຊວງອຸດສາຫະກໍາ ເຊິ່ງທາງກະຊວງອຸດສາຫະກໍາ ກໍໄດ້ພົວ ພັນເອົານັກວິຊາການຕ່າງປະເທດ ເຂົ້າມາຊຸກຍູ້, ໃນນັ້ນ ໄດ້ມີການພົວພັນກັບຊາວສວນ ແລະແນະນໍາວິທີການຍົກຄຸນນະພາບໂດຍສອນຂັ້ນຕອນການຜະລິດ ແລະເຕັກນິກຕ່າງໆເຊັ່ນ ວິທີຕາກ, ວິທີຂົ້ວ ແລະອື່ນໆ.

ສໍາລັບນັກວິຊາການທີ່ເຂົ້າມາໃນໂຄງການປັບປຸງ ແລະຍົກຄຸນນະພາບຂອງກາເຟນັ້ນ, ບາງສ່ວນຈະເປັນນັກວິຊາການຈາກໂຄງການທີ່ເຂົ້າມາຊ່ວຍເຫຼືອ ແລະບາງໂຄງການ ຈະມາຈາກຜູ້ຊື້ ເຊິ່ງຜູ້ຊື້ຕ້ອງການຄຸນນະພາບແບບໃດນັ້ນ ກໍຈະມີການຖອດຖອນບົດຮຽນກັນລະຫວ່າງຜູ້ຊື້ ແລະຜູ້ຂາຍ.

ສໍາລັບຄຸນນະພາບຂອງກາເຟທີ່ໄດ້ຮັບການຍົກຄຸນນະພາບ, ຜູ້ປະກອບການທ່ານນີ້ກ່າວວ່າ ຈະມີການຮ້ອງວ່າ Specialty, ເຊິ່ງຄຸນນະພາບດັ່ງກ່າວນີ້ ແມ່ນຄຸນນະພາບທີ່ດີທີ່ສຸດ ຜ່ານການຄັດແຍກ ຜ່ານຂະບວນການຕາມມາດ ຕະຖານ ແລະທີ່ສໍາຄັນ ແມ່ນນໍາໃຊ້ສານເຄມີໜ້ອຍທີ່ສຸດເຂົ້າໃນການປູກຝັງ, ສະນັ້ນ ຄອບຄົວນຶ່ງຈະສາມາດຜະລິດກາເຟຄຸນນະພາບ Specialty ໄດ້ປະມານ 20-50 ກິໂລຕໍ່ປີເທົ່ານັ້ນ.

ປັດຈຸບັນ, ກາເຟປາກຊ່ອງ ຖືເປັນກາເຟອັນດັບຕົ້ນໆຂອງບັນດາປະເທດສະມາຊິກໃນກຸ່ມ ASEAN ສໍາລັບສົ່ງກາເຟອອກໄປຕ່າງປະເທດ. ແລະການສົ່ງອອກ ເພິ່ນຈະເນັ້ນການສົ່ງອອກເປັນປະເພດແບບເມັດທີ່ໄດ້ຜ່ານກໍາມະວິທີ ຂັດເລືອກເປັນຢ່າງດີແລ້ວ, ເຊິ່ງຜູ້ປະກອບການທ່ານດັ່ງກ່າວໄດ້ເລົ່າວ່າ:

“ໃນຂົງເຂດ ASEAN ກໍຖືວ່າລາວເຮົາຕິດອັນດັບຕົ້ນໆໃນຂົງເຂດ ASEAN ທີ່ເປັນກາເຟ, ແຕ່ວ່າລາວເຮົານີ້ເປັນກາເຟຄຸນນະພາບຫຼາຍກວ່າ. ການສົ່ງອອກພວກເຮົາຈະເນັ້ນສົ່ງອອກເປັນ green bean, ຄືເຮົາສົ່ງເຂົ້າສານໄປ ແຕ່ວ່າມັນຈະສົ່ງອອກເປັນເມັດແບບດຽວກັບເຂົ້າ, ເຂົາເອີ້ນວ່າຜ່ານການຂັດເມັດ ຂັດສີ ຂັດຄຸນນະພາບລະອຽດໝົດແລ້ວ ການເຮັດແຫ້ງເຮັດຫຍັງລະອຽດໝົດແລ້ວ ຕ່າງແຕ່ບໍ່ທັນໄດ້ຂົ້ວ ບໍ່ທັນໄດ້ປຸງແຕ່ງ. ແຕ່ໄປຮອດບັນດາໂຮງງານທີ່ເຂົາຮັບຊື້ ເຂົາຈະໄປແປຮູບຕາມສະພາບຂອງພວກເຂົາເຈົ້າເອງ.”

ເຊິ່ງໃນການສົ່ງອອກແຕ່ລະປີ ໂດຍລວມແລ້ວເປັນຈໍານວນຫຼາຍໂຕນ, ແຕ່ສະເພາະບໍລິສັດຂອງຜູ້ປະກອບການເອງແມ່ນ 10,000 ກວ່າໂຕນຂອງປີທີ່ຜ່ານມາ.

ສໍາລັບການພົວພັນຊື້ຂາຍ, ທາງຜູ້ຊື້ຈະພົວພັນເຂົ້າມາໂດຍຜ່ານກະຊວງຕ່າງໆເປັນຜູ້ປະສານງານ, ແຕ່ຖ້າເປັນຄູ່ຄ້າທີ່ສັ່ງຊື້ນໍາກັນມາເປັນປະຈໍາ ເພິ່ນກໍຈະພົວ ພັນໂດຍກົງຫາບໍລິສັດ, ເຊິ່ງເພິ່ນ​ໄດ້ກ່າວໃນຈຸດນີ້ວ່າ:

“ຄືບໍລິສັດຂອງເຮົາປີກ່ອນນີ້ ສົ່ງອອກກໍຕົກຢູ່ໝື່ນກວ່າໂຕນໃນປີທີ່ແລ້ວນີ້, ບາງປີກະໄດ້ຫຼຸດ ບາງປີກະໜ້ອຍ, ແຕ່ໃນປີກາຍນີ້ໄດ້ຫຼາຍ ໂຕນີ້ເຮົາສົ່ງໄປທົ່ວໂລກນັ້ນລະ. ສ່ວນໃຫຍ່ກໍມີທີ່ພົວພັນຜ່ານກະຊວງການຄ້າ ບາງຈຸດກໍພົວພັນຜ່ານກະ ຊວງກະສິກໍາ ບາງຈຸດກໍພົວພັນໂດຍກົງເຂົ້າຫາສະມາຄົມກາເຟ. ຖ້າຫາກເປັນຄູ່ຄ້າທີ່ເຄີຍເຮັດທຸລະກິດພົວພັນຮ່ວມກັນມາ ເຂົາຈະພົວພັນໂດຍກົງ.”

ໂດຍທົ່ວໄປແລ້ວ, ກະເຟເມັດຈະມີການສົ່ງອອກໃນລາຄາປະມານ 3,900 ໂດລາຕໍ່ໂຕນ, ແຕ່ສໍາລັບກາເຟປາກຊ່ອງ ຈະມີລາຄາ 5,500 ໂດລາຕໍ່ໂຕນ.

ຜູ້ປະກອບການຍັງໄດ້ກ່າວຕື່ມອີກວ່າ ຄວາມຈິງແລ້ວ, ດິນຢູ່ປາກຊ່ອງເປັນດິນທີ່ອຸດົມສົມບູນຫຼາຍກວ່າ ແລະມີເນື້ອທີ່ສໍາລັບປູກກາເຟຫຼາຍກວ່າ, ແຕ່ຍັງບໍ່ສາມາດສະໜອງຄວາມຕ້ອງການຂອງລູກຄ້າໄດ້ພຽງພໍ ເນື່ອງຈາກຍັງຂາດຜູ້ຜະລິດ ແຮງງານບໍ່ພຽງພໍ ແລະຜູ້ດໍາເນີນການຍັງໜ້ອຍ. ດັ່ງນັ້ນຈຶ່ງຫວັງວ່າ ໃນອະນາຄົດຕໍ່ໜ້າ ຈະສາມາດຂະຫຍາຍການຜະລິດ ແລະສົ່ງອອກຫຼາຍຂຶ້ນກວ່າປີທີ່ຜ່ານມາ.

XS
SM
MD
LG