ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂັ້ນຕອນການດໍາເນີນງານ ແລະບໍລິຫານ ທຸລະກິດ ຣີສອດ


ພາບທີ່ໄດ້ຮັບການສະໜອງຈາກ ນໍ້າກັດ ໂຢລະປາ ຣີສອດ ນີ້, ໄດ້ສະແດງໃຫ້ເຫັນມຸມໂດຍລວມ ຂອງບັນຍາກາດທີ່ພັກຢູ່ແຫ່ງນັ້ນ.
ພາບທີ່ໄດ້ຮັບການສະໜອງຈາກ ນໍ້າກັດ ໂຢລະປາ ຣີສອດ ນີ້, ໄດ້ສະແດງໃຫ້ເຫັນມຸມໂດຍລວມ ຂອງບັນຍາກາດທີ່ພັກຢູ່ແຫ່ງນັ້ນ.

ຖ້າທ່ານຫາກເປັນຄົນມັກທໍາມະຊາດ ແລະມີແຜນການທີ່ຈະດໍາເນີນກິດ ຈະການໃດນຶ່ງ, ທຸລະກິດກ່ຽວກັບຣີສອດ ກໍເປັນອີກແຜນການນຶ່ງທີ່ດີ, ແຕ່ຂັ້ນຕອນໃນການດໍາເນີນງານດ້ານນີ້ ກໍມີຫຼາຍຢ່າງ ຫຼາຍປະເພດ ທີ່ຊັບຊ້ອນແຕກຕ່າງກັນ. ທິບສຸດາ ມີລາຍງານກ່ຽວກັບຂັ້ນຕອນກ່ອນການເປີດ ຣີສອດນໍ້າກັດ ໂຢລະປາແລະການບໍລິຫານງານ ລຸນຫຼັງການເປີດບໍລິການ ມາສະເໜີທ່ານໃນອັນດັບຕໍ່ໄປ.

ທຸລະກິດຣີສອດ ເປັນທຸລະກິດທີ່ຈະຕ້ອງດໍາເນີນງານໃກ້ຊິດ ແລະຕິດແທດກັບສະຖານທີ່ທໍາມະຊາດຫຼາຍທີ່ສຸດ ເພື່ອເຮັດໃຫ້ນັກທ່ອງທ່ຽວທີ່ຈະໄປໃຊ້ບໍລິການໄດ້ສໍາພັດກັບບັນຍາກາດຂອງທໍາມະຊາດ, ແລະຜ່ອນຄາຍ ເມື່ອໄດ້ໄປຜັກຜ່ອນຢູ່ທີ່ນັ້ນ.

ແຕ່ການດໍາເນີນງານ, ແມ່ນຕ້ອງເຂົ້າໃຈລາຍລະອຽດກ່ຽວກັບຂັ້ນຕອນເອກະ ສານ, ການພົວພັນ ແລະເຂົ້າເຖິງຊຸມຊົນໃກ້ຄຽງຂອງເນື້ອທີ່ດິນທີ່ເຮົາຈະສໍາປະທານ, ເຊິ່ງວິທີການໄກ່ເກ່ຍ ແມ່ນຕ້ອງລະອຽດ, ຈະແຈ້ງ ແລະຕ້ອງບໍ່ມີບັນຫາພາຍຫຼັງ.

ພາບທີ່ໄດ້ຮັບການສະໜອງຈາກ ນໍ້າກັດ ໂຢລະປາ ນີ້, ສະແດງໃຫ້ເຫັນພາບບັນຍາກາດຂອງທິວທັດໂດຍລວມ ກ່ຽວກັບການຕັ້ງແຄັມ ຢູ່ພູສູງ ໃນບໍລິເວນ ນໍ້າກັດ ໂຢລະປາ.
ພາບທີ່ໄດ້ຮັບການສະໜອງຈາກ ນໍ້າກັດ ໂຢລະປາ ນີ້, ສະແດງໃຫ້ເຫັນພາບບັນຍາກາດຂອງທິວທັດໂດຍລວມ ກ່ຽວກັບການຕັ້ງແຄັມ ຢູ່ພູສູງ ໃນບໍລິເວນ ນໍ້າກັດ ໂຢລະປາ.

ທ່ານສົມເພັດ, ເຊິ່ງເປັນເຈົ້າຂອງ ນໍ້າກັດ ໂຢລະປາ ກ່າວວ່າ ເນື່ອງຈາກກິດຈະການຂອງເພິ່ນຢູ່ແຂວງອຸດົມໄຊ, ດັ່ງນັ້ນ ການຍື່ນເອກະສານກ່ຽວກັບເຈດຈໍານົງຂອງເພິ່ນ ຈຶ່ງຕ້ອງໄດ້ພົວພັນຜ່ານພະແນກແຜນການ ແລະການລົງທຶນຂອງແຂວງ, ເຊິ່ງໄດ້ເຊັນສັນຍາສໍາປະທານທີ່ດິນ ກັບພາກສ່ວນທີ່ກ່ຽວຂ້ອງຂອງລັດໃນປີ 2011.

ຫຼັງຈາກມີການເຊັນເອກະສານສໍາປະທານ, ກໍໄດ້ມີການສໍາຫຼວດບໍລິເວນທີ່ດິນ ແລະປ່າທີ່ຈະສໍາປະທານ, ໃນນັ້ນ ກໍຖືກທີ່ດິນຂອງປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນອີກດ້ວຍ. ໃນຂັ້ນຕອນນີ້ເອງທີ່ເພິ່ນຈະຕ້ອງໄກ່ເກ່ຍ ແລະທົດແທນໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບ. ໄລຍະນີ້ ໂຄງການຂອງເພິ່ນໃຊ້ເວລາໄປທັງໝົດ 2 ປີ. ຈາກນັ້ນຈຶ່ງມາທົດລອງເປີດບໍລິການໃນປີ 2015 ແລະເປີດເປັນທາງການໃນປີ 2016.

ສໍາລັບດ້ານບໍລິການ, ເນື່ອງຈາກ ນໍ້າກັດ ໂຢລະປາ ເປັນຣີສອດໃນລັກສະນະຂອງການທ່ອງທ່ຽວແບບປະສົມປະສານ, ດັ່ງນັ້ນ ເພິ່ນຈຶ່ງມີການບໍລິການຫຼາຍພະແນກແຕກຕ່າງກັນ, ໂດຍນໍາເອົາປະຊາຊົນຢູ່ໃນບໍລິເວນ ທີ່ໂຄງການສໍາປະ ທານ ເຂົ້າມາໃຫ້ບໍລິການດ້ານນີ້, ເຊິ່ງ ທ່ານສົມເພັດ ໄດ້ອະທິບາຍວ່າ:

ພາບທີ່ສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ ນີ້, ສະແດງໃຫ້ເຫັນອີກກິດຈະກໍາພະຈົນໄພອັນນຶ່ງ ຢູ່ໃນຂອງເຂດບໍລິເວນ ນໍ້າກັດ ໂຢລະປາ.
ພາບທີ່ສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ ນີ້, ສະແດງໃຫ້ເຫັນອີກກິດຈະກໍາພະຈົນໄພອັນນຶ່ງ ຢູ່ໃນຂອງເຂດບໍລິເວນ ນໍ້າກັດ ໂຢລະປາ.

“ການບໍລິການ ການທ່ອງທ່ຽວ ມັນກໍມີຫຼາຍຂະແໜງ, ພະນັກງານກ່ຽວກັບໄກດ໌ບໍ, ພະນັກງານກ່ຽວກັບແມ່ບ້ານບໍ, ພວກຊ່າງບໍ...ພວກເຮົາມີ 11 ພະແນກ, ສະນັ້ນ ແຕ່ລະພະແນກ ແມ່ນເອົາຜູ້ຊໍານານງານມາຝຶກໃຫ້ເຂົາເຈົ້າ ບໍ່ວ່າຈະເປັນພາຍໃນ ຫຼືຕ່າງປະເທດ.”

ສໍາລັບເນື້ອທີ່ດິນທີ່ໄດ້ສໍາປະທານ, ຜູ້ປະກອບການ ນໍ້າກັດ ໂຢລະປາ ກ່າວວ່າ ມີທັງໝົດສາມປະເພດ, ໂດຍມີໄລຍະເວລາການສໍາປະທານ 75 ປີ ເຊັ່ນດິນທີ່ເປັນດິນເກົ່າຂອງປະຊາຊົນ 50 ກວ່າເຮັກຕ້າ, ດິນຂອງເຂດປ່າບຸກລຸກ 100 ເຮັກຕ້າ, ດິນປ່າສະຫງວນ 6,000 ເຮັກຕ້າ. ໂດຍ ທ່ານສົມເພັດ ໄດ້ກ່າວກ່ຽວກັບລັກສະນະຂອງດິນ ທີ່ໄດ້ສໍາປະທານວ່າ:

ພາບທີ່ສະໜອງໃຫ້ໂດຍ ນໍ້າກັດໂຢລະປາ ສະແດງໃຫ້ເຫັນບັນຍາກາດແຄມນໍ້າ ຂອງຫ້ອງພັກ ຢູ່ໃນຂອບເຂດບໍລິເວນບ່ອນພັກ ຂອງ ນໍ້າກັດ ໂຢລະປາ.
ພາບທີ່ສະໜອງໃຫ້ໂດຍ ນໍ້າກັດໂຢລະປາ ສະແດງໃຫ້ເຫັນບັນຍາກາດແຄມນໍ້າ ຂອງຫ້ອງພັກ ຢູ່ໃນຂອບເຂດບໍລິເວນບ່ອນພັກ ຂອງ ນໍ້າກັດ ໂຢລະປາ.

“ມັນແບ່ງພື້ນທີ່ດິນເປັນສາມປະເພດ, ປະເພດທີ 1 ລະແມ່ນເຮົາໄປໄກ່ເກ່ຍປະຊາຊົນ ເປັນດິນປະຊາຊົນ ທີ່ວ່າປະຊາຊົນຄຸ້ມຄອງແລ້ວ ມີກໍາມະສິດດົນແລ້ວ, ພາກສ່ວນທີ 2 ລະແມ່ນພາກສ່ວນເຂດປ່າບຸກລຸກ ເຮົາກໍໄດ້ໄປໄກ່ເກ່ຍອອກ ແລະເຮົາເຊົ່າສໍາປະທານເພື່ອເຮັດກິດຈະກໍານັ້ນ, ໂຕທີ 3 ລະແມ່ນພື້ນທີ່ປ່າສະຫງວນ ພື້ນທີ່ໂຕນີ້ເຮົາຕ້ອງໄດ້ອະນຸລັກ ຕ້ອງໄດ້ໃຊ້ງົບປະມານໃນການອະນຸລັກ.”

ນອກຈາກນັ້ນ, ອາຄານ ຫຼືຫ້ອງພັກ ຂອງ ຣີສອດ ແມ່ນມີທັງໝົດ 60 ຫຼັງ. ແຕ່ລະຫຼັງກໍມີຫ້ອງພັກຢູ່ 7 ປະເພດ ແລະລາຄາກໍໄດ້ປັບປ່ຽນຕາມສະພາບຂອງເງິນທີ່ມີການປ່ຽນແປງ, ຕົວຢ່າງ: ຫ້ອງ Pool Villa ມີເນື້ອທີ່ 184 ແມັດກາເຣ, ມີລະບຽງ, ຫ້ອງຢູ່ຕິດແຄມນໍ້າ, ມີອ່າງອາບນໍ້າຈາກຸຊີ, ມີສະລອຍນໍ້າສ່ວນໂຕ ປ່ຽນຈາກລາຄາ 250 ໂດລາ ມາເປັນ 300 ໂດລາ ໃນລະຫວ່າງວັນທີ 11 ມັງກອນ ຫາ 31 ມີນາ ປີ 2023. ສ່ວນຫ້ອງ Standard Room ມີເນື້ອທີ່ 20 ແມັດກາເລ, ມີລະບຽງ, ຫ້ອງຢູ່ຕິດແຄມນໍ້າ, ຈາກລາຄາ 55 ປ່ຽນມາເປັນ 65 ໂດລາ.

ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ, ສະແດງໃຫ້ເຫັນບັນຍາກາດ ຢູ່ໃນຫ້ອງນອນ ແລະມີລະບຽງຕິດກັບແຄມນໍ້າ ຢູ່ໃນບໍລິເວນຂົງເຂດ ນໍ້າກັດ ໂຢລະປາ.
ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ, ສະແດງໃຫ້ເຫັນບັນຍາກາດ ຢູ່ໃນຫ້ອງນອນ ແລະມີລະບຽງຕິດກັບແຄມນໍ້າ ຢູ່ໃນບໍລິເວນຂົງເຂດ ນໍ້າກັດ ໂຢລະປາ.

ສ່ວນກຸ່ມເປົ້າໝາຍ, ທ່ານສົມເພັດກ່າວວ່າ ແມ່ນຊາວ ຢູໂຣບ, ເຊິ່ງພວກເຂົາ ເຈົ້າຈະຈອງລ່ວງໜ້າປະມານ 6 ເດືອນ ກ່ອນເດີນທາງມາທ່ຽວ. ແຕ່ໂດຍລວມ ກໍແມ່ນເພື່ອນັກທ່ອງທ່ຽວທຸກຄົນທີ່ມັກກິດຈະກໍາທາງທໍາມະຊາດ ໂດຍສະເພາະນັກທ່ອງທ່ຽວພາຍໃນ ແລະນັກທ່ອງທ່ຽວຈາກປະເທດເພື່ອນບ້ານ ທີ່ເດີນທາງມາຕິດຕໍ່ກ່ອນເຂົ້າພັກ ຫຼືຮ້ອງວ່າ Walk In, ເຊິ່ງເພິ່ນກ່າວວ່າ ຊ່ວງນີ້ເປັນຊ່ວງຫຼຸດລາຄາ 50 ເປີເຊັນໃນບາງຂະແໜງບໍລິການ.

ຢ່າງໃດກໍຕາມ, ເນື່ອງຈາກລາຍຮັບຂອງ ນໍ້າກັດ ໂຢລະປາ ເປັນເງິນ ກີບ 60 ເປີເຊັນ ແລະ ເງິນຕາຕ່າງປະເທດ 40 ເປີເຊັນ, ເພິ່ນຈຶ່ງອາດຈະມີການປ່ຽນ ແປງຄ່າບໍລິການຕາມລັກສະນະການຂຶ້ນລົງຂອງເງິນ ເນື່ອງຈາກເພິ່ນກໍຕ້ອງໄດ້ປັບປ່ຽນລາຍຮັບຂອງພະນັກງານເຊັ່ນກັນ. ແຕ່ກໍອາດຈະບໍ່ໂຕນກັນຫຼາຍ.

ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ, ສະແດງໃຫ້ເຫັນບັນຍາກາດມຸມດ້ານເທິງ ຢູ່ທີ່ລະບຽງທາງນອກ ຂອງຫ້ອງພັກ ຢູ່ໃນບໍລິເວັດ ນໍ້າກັດ ໂຢລະປາ.
ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ, ສະແດງໃຫ້ເຫັນບັນຍາກາດມຸມດ້ານເທິງ ຢູ່ທີ່ລະບຽງທາງນອກ ຂອງຫ້ອງພັກ ຢູ່ໃນບໍລິເວັດ ນໍ້າກັດ ໂຢລະປາ.

ຫຼັງຈາກເປີດ ຣີສອດ ນໍ້າກັດ ໂຢລະປາ ມາ ແລະເຫັນວ່າປະສົບຄວາມສໍາເລັດດີ, ຜູ້ປະກອບການ ນໍ້າກັດ ໂຢລະປາ ຍັງໄດ້ຂະຫຍາຍກິດຈະການມາເປີດຢູ່ທີ່ແຂວງວຽງຈັນໃນຊື່ ນໍ້າປຽນ ໂຢລະປາ ໃນບໍ່ເທົ່າໃດປີທີ່ຜ່ານມານີ້ອີກດ້ວຍ, ເຊິ່ງກໍເຫັນວ່າ ມີສຽງຕອບຮັບທີ່ດີເຊັ່ນກັນ.

ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ, ສະແດງໃຫ້ເຫັນກິດຈະກໍາອີກອັນນຶ່ງ ຢູ່ໃນບໍລິເວນ ນໍ້າກັດ ໂຢລະປາ.
ພາບທີ່ໄດ້ຮັບການສະໜອງໃຫ້ໂດຍ ນໍ້າກັດ ໂຢລະປາ, ສະແດງໃຫ້ເຫັນກິດຈະກໍາອີກອັນນຶ່ງ ຢູ່ໃນບໍລິເວນ ນໍ້າກັດ ໂຢລະປາ.
XS
SM
MD
LG