ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຢາ​ເສບ​ຕິດ​ເປັນ​ບັນ​ຫາ ຕໍ່​ສຸ​ຂະ​ພາບ ແລະ​ຊີ​ວິດ​ ຂອງ​ຊາວ​ໜຸ່ມ​ລາວ ຢ່າງ​ແຜ່​ຫລາຍ


ຮ້ານ​ກິນ​ດື່ມ​ໃນ​ນ​ະ​ຄອນ​ຫຼວງວຽງ​ຈັນ.
ຮ້ານ​ກິນ​ດື່ມ​ໃນ​ນ​ະ​ຄອນ​ຫຼວງວຽງ​ຈັນ.

ບັນຫາຢາເສດຕິດ ເຊັ່ນ ຢາອີ ຢາມ້າ ແລະ ຢາທີ່​ຕ້ອງ​ຫ້າມຫຼາຍຊະນິດ ກຳ​ລັງ​ແຜ່ຫລາຍ​ຢູ່ໃນລາວ,ໂດຍ​ສະ​ເພາະກໍ​ແມ່ນ​ຢູ່​ໃນ​ເຂດ​ຕົວ​ເມືອງ​ໃຫຍ່. ມັນ​ເປັນ​ໄພຄຸກຄາມຕໍ່ຊາວໜຸ່ມ
ທີ່​ເປັນອະນາຄົດຂອງປະເທດຊາດນັ້ນ. ສະ​ພາບ​ການ​ດັ່ງ​ກ່າວ​ໄດ້​ສົ່ງຜົນ ກະ​ທົບ​ຕໍ່ຄວາມ

ກ້າວໜ້າ ແລະ ການປະກອບສ່ວນ ເຂົ້າ​ໃນ​ການ​ປະ​ກອບ​ອາ​ຊີບວຽກງານຂອງ​ເຂົາ​ເຈົ້າ.
ດັ່ງທີ່​ມີ​ລາຍ​ງານ​ມາ, ທັງ​ນີ້​ກໍ​ເພາະ​ວ່າ ຍັງ​ຂາດການຕັດສິນໃຈສູງ​ຂອງ​ຫລາຍ​ຝ່າຍ ຊຶ່ງ
ລວມ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍຕະ​ຫລອດ​ຮອດ​ຄອບ​ຄົວ​ທີ່​ມີ​ລູກ​ຫລານທີ່​ຢູ່​ໃນ​ເກນ
​ອາ​ຍຸ​ຂອງໄວ​ໜຸ່ມ ຍິງ​ສາວ ໃນ​ການ​ສະ​ກັດ​ກັ້ນ​ບັນ​ຫານີ້. ​ກິ່ງ​ສະ​ຫວັນ ມີ​ລາຍ​ລະ​ອຽດ​ກ່ຽວ
​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຢາເສບຕິດແມ່ນສັດຕູຕົວນໍ້າເບີນຶ່ງທີ່ຊາວໜຸ່ມລາວກໍາລັງປະເຊີນນັບ​ມື້ນັບ​ຫລາຍ​ຂຶ້ນໃນ​
ປັດ​ຈຸ​ບັນ​ນີ້. ການລະບາດຢ່າງໜັກຂອງ​ຢາ​ທີ່​ຜິດ​ກົດ​ໝາຍ​ທີ່​ວ່ານີ້ ເຮັດໃຫ້ຊາວໜຸ່ມຍິງ​ສາວຫຼາຍຄົນທີ່ຂາດສະຕິຕ້ອງ​ກາຍ​ເປັນ​ຄົນເສຍ ທາດຂາດຄຸນ ແລະເສຍ​ອະ​ນາ​ຄົດ​ໄປ
ດັ່ງ​ການບອກ​ເລົ່າ​ຂອງນາງສົມ, ປະ​ຊາ​ຊົນ​ບ້ານ​ໜອງ​ໜ່ຽງ, ເມືອງ​ໄຊ​ເສດ​ຖາ, ນະ​ຄອນ​ຫລວງວຽງ​ຈັນ ທີ່​ເລົ່າໃຫ້​ວີ​ໂອ​ເອ​ຟັງກ່ຽວ​ກັບ​ເຫດ​ການທີ່​ບໍ່​ເພິ່ງ​ປາດ​ຖະ​ໜາເກີດ​ຂຶ້ນ​ກັບ
ເພື່ອນ​ຂ້າງ​ບ້ານ​ຄົນ​ນຶ່ງ​ທີ່ເປັນສາວ​ງາມອາ​ຍຸ​ປະ​ມານ ແຕ່​ຕົກ​ເປັນ​ເຫຍື່ອ​ຢາ​ເສບ​ຕິດ​ຈົນ​
ໄດ້​ກະ​ທຳ​ການກໍ່​ອາ​ຊະ​ຍາ​ກຳ​ໂດຍບໍ່​ຮູ້​ສຶກ​ຕົວ. ​ນາງ​ເລົ່າ​ເຖິງເຫດ​ການທີ່ເປັນ​ຫົວ​ຂໍ້​ຂ່າວ
ລື​ກັນຢູ່​ໃນ​ລາວ ປັດ​ຈຸ​ບັນ​ນີ້ວ່າ:

“ໃນວັນທີ 26.09.2019, ນາງກຸ້ງ ແລະໝູ່ 2 ຄົນໄດ້ນັ່ງດື່ມເຫຼົ້າເບຍຈົນເມົາ ແລະຕໍ່
ມາຮອດເວລາປະມານ 2 ໂມງກາງຄືນນາງກຸ້ງໄດ້ເກີດອາການ ມືນ ເມົາຢາ, ໄປດັກ
ຊຸ່ມ
ຢູ່ຫ້ອງນໍ້າ ແລະໃຊ້ພ້າຟັນທັງສອງຄົນ ທີ່ກໍາລັງນອນ ຫລັບຢູ່ຈົນໄດ້ຮັບບາດເຈັບ
ສາຫັດ 2 ຄົນ. ໃນເວລາດຽວກັນທາງ ອໍານາດ ການປົກຄອງບ້ານໄດ້ເຂົ້າໄປ
ຊ່ວຍ
ເຫຼືອສົ່ງຄົນເຈັບໄປໂຮງໝໍ 150 ຕຽງ. ສ່ວນຜູ້ກ່ຽວແມ່ນຖືກຈັບໂຕນໍາສົ່ງຄຸກດັດສ້າງ
ສົມ
ສະຫງ່າ ໃນເວລາຕໍ່ມາ”

ຍິ່ງໄປກວ່ານັ້ນເນື່ອ​ຈາກວ່າ ຢາ​ເສບ​ຕິດມີຕົວຢາຫຼາຍຊະນິດຊຶ່ງຕົວ​ຢາ​ບາງ​ຢ່າງກໍເຮັດ
ໃຫ້ຊາວໜຸ່ມຍິງຊາຍຕິດການມົ້ວສຸມແບບ​ຮ້າຍ​ແຮງເຖິງ​ຂັ້ນພາ​ໃຫ້ເສຍ​ຊີ​ວິດໄດ້ ດັ່ງຢູ່
​ໃນການໃຫ້ສໍາພາດຕອນ​ນຶ່ງ​ຂອງນາງສາວຄູບິກປະ ຊາຊົນບ້ານຈອມເພັດຜູ້ທີ່ເກືອບ
ຕົກເປັນເຫຍື່ອຂອງ​ຢາ​ເສບ​ຕິດນັ້ນໄດ້​ເລົ່າ​ສູ່​ຟັງກ່ຽວ​ກັບກໍ​ລະ​ນີ​ໝູ່​ຂອງ​ນາງ​ຄົນ​ນຶ່ງທີ່​ເປັນ
​ສາວ​ງາມ​ອາ​ຍຸ 26 ປີ ຢູ່​ບ້ານ​ໂພນ​ງາມ. ນາງ​ເວົ້າ​ວ່າຜູ້​ກ່ຽວ​ໄດ້​ເສຍ​ຊີ​ວິດ​ໄປ​ໃນຕອນ​ກາງ​
ຄືນ​ຂອງວັນ​ທີ 15 ເດືອນກັນ​ຍາ​ຜ່ານ​ມານີ້, ຊຶ່ງໃນ​ວັນເກີດ​ເຫດນັ້ນຕອນ​ຄາຍ​ແລງຜູ້ກ່ຽວ​
ໄດ້​ຊຸມ​ເບຍ​ກັບ​ໝູ່ຢູ່​ຫ້ອງ​ແຖວ​ໃນ ບ້ານ​ໂພນ​ພະ​ເນົາ, ເມືອງ​ໄຊ​ເສດ​ຖາ, ນະ​ຄອນ​ຫລວງ
ວຽງ​ຈັນ ແລ້ວ​ເກີດມີ​ອາ​ການ​ຄ້າຍ​ຄື​ຖືກມອມ​ຢາ ຊຶ່ງບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ​ກໍ​ໄດ້ເສຍ
​ຊີ​ວິດ​ໄປ.

ຕໍ່​ບັນ​ຫາ​ດັ່ງ​ກ່າວນີ້ ທາງ​ການ​ລາວ​ກໍ​ໄດ້​ທຳ​ການ​ຈັບ​ກຸມ​ພວກປາບປາມຢູ່​ດັ່ງ​ທີ່​ຢູ່​ໃນລາຍ​
ງານ​ຂອງທ່ານ ຊົງ​ລິດ ໂພນ​ເງິນທີ່​ຂຽນ​ຢູ່​ໃນ​ເວັບ​ໄຊ​ທ໌ຂອງວີ​ໂອ​ເອນັ້ນ, ພົນ​ຕີ ສົມ​ຫວັງ
ທຳ​ມະ​ສິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍໃນຢືນຢັນວ່າ “ການ
ປາບປາມການຄ້າ ຢາເສບຕິດ ໃນຊ່ວງປີ 2016-2018” ໄດ້​ພາ​ໃຫ້​ສາ​ມາດຈັບກຸມພວກ
“ຄ້າຢາເສບຕິດ ໄດ້ຫຼາຍກວ່າ 13,900 ຄົນຢູ່​ໃນ 9,430 ກວ່າຄະດີ.” ນອນ​ຢູ່​ໃນ​ຈຳ​ນວນ ນັ້ນແມ່ນມີ “ນັກ​ຄ້າຢາເສບຕິດຊາວຕ່າງຊາດ 219 ຄົນ,” ຊຶ່ງ​ລວມ​ມີ ຊາວຫວຽດນາມ,
ຈີນ, ໄນຈີເຣຍ, ພະມ້າ ແລະໄທ. ແລະ​ສາ​ມາດຢຶດ ຂອງ​ກາງ​ໄດ້​ຫລາຍ​ຢ່າງ​ເຊັ່ນຢາບ້າ,
ເຮໂຣອິນ, ຢາໄອສ໌, ກັນຊາແຫ້ງ, ຝິ່ນ, ສານເຄມີ ແລ​ພະ​ຫະ​ນະ​ຕ່າງໆ ທີ່​ໃຊ້​ຂົນ​ສົ່ງ​ຢາ​
ເສບ​ຕິດ​ດັ່ງ​ກ່າວ​ເຊັ່ນ ລົດໃຫຍ່, ລົດຈັກ, ເຮືອ, ພ້ອມ​ກັບອາວຸດ ແລະອຸປະກອນສື່ສານ
ທັນສະ ໄໝຕ່າງໆ ຕະ​ຫລອດ​ເຖິງ ເງິນບາດ, ເງິນຢວນ ແລະ ເງິນໂດລາສະ ຫະລັດຄິດ
ເປັນມູນຄ່າ ລວມກັນຫຼາຍຮ້ອຍຕື້ກີບ.

ແຕ່​ວ່າ​ຕາມການໃຫ້ສໍາພາດຂອງເຈົ້າໜ້າທີ່ຕໍາຫຼວດຂັ້ນສູງທ່ານ​ນຶ່ງຢູ່​ໃນ​ນະ​ຄອນ​ຫລວງ
ວຽງ​ຈັນທີ່ກ່າວຕໍ່ວິໂອເອແລ້ວ ​ເຖິງ​ຈະ​ມີການຈັບ​ກຸມ​ຫລາຍ​ປານນັ້ນ ກໍ​ຍັງ​ບໍ່​ສາ​ມາດ​ກຳ​
ຈັດ​ເຄືອ​ຂ່າຍ​ຢາ​ເສບ​ຕິດໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໄດ້. ທັງ​ນີ້​ກໍ​ຍ້ອນວ່າ ມີ​ຫລາຍ​ບັນ​ຫາທີ່​
ເຮັດ​ໃຫ້ເຈົ້າ​ໜ້າ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ໜ້າ​ທີ່​ຂອງ​ຕົນທີ່​ກຳ​ນົດ​ໄວ້​ຢູ່ໃນ​ກົດລະ​ບຽບ
ແລະ​ກົດ​ໝາຍ ໄດ້​ຢ່າງ​ເຕັມ​ສ່ວນຕາມ. ​ຊຶ່ງທ່ານບອກວ່າ:
“ສຳ​ລັບເລື້ອງຢາເສດຕິດມັນລະບາດແຮງ​ຫຼາຍ ຍ້ອນອັນນຶ່ງລະ​ແມ່ນ ສັງຄົມ ລາວເຮົາ
ນີ້ມັນເປີດກວ້າງໂພດ. ຄັນເປີດກວ້າງແລ້ວ​ບັດນີ້ ເຈົ້າ​ຈຳ​ກັດ​ໄດ້​ແຕ່ ບັນດາ ປີກຍ່ອຍ
ມັນ​ຈັ່ງ​ຊີ້ ເຈົ້າພັດເອົາເງິນສາ. ແລ້ວກົກມັນເຈົ້າຜັດປາບ ບໍ່ໄດ້. ຄັນເວົ້າໄປຫຼາຍມັນກາ
ເຫັນຫຼາຍອັນນະ. ສົມມຸດວ່າເຈົ້າໜ້າທີ່ຫາກ ໄປຂະຫຍາຍຜົນແລ້ວ ມັນໄປຕໍາຕໍລະ​
ກາຢຸດ. ເຈົ້າລອງຄິດແມ໋ະຄັນ​ວ່າຫາກບໍ່ມີຜູ້ຢູ່ເບື້ອງຫຼັງ ໃຫ້ມັນຫັ້ນໜ໋າ, ມັນເອົາເງິນໄປ
ຊື້ໜິ, ເອົາເງິນ ບາດ, ເງິນຫຼຽນກໍມີໜ້ອຍດອກມັນ​ຊື້​ໜະ. ເງິຢູ່​ເມືອງ​ລາວນິ້​ມັນ​ຊິ​ເອົາ​ໄດ້
ບໍ ສົມ​ມຸດຄັນມັນ​ບໍ່​ສົ່ງ​ເງິນຢູ່​ໄທ​ມາ​ຊື້? ຈັກ​ລ້ານເທື່ອ​ລະສອງສາມ ລ້ອຍລ້ານ ເທື່ອ​ນຶ່ງ
ມັນຈ່າຍກັນຫັ້ນ​ນະ ຫລືວ່າ ສອງສາມ... ສາມສີ່ຫ້າລ້ານໂດລາ. ຄັນຊັ້ນພວກ ຢາກໄດ້
ເງິນ ຫຼາຍກໍ່ຕ້ອງໄດ້ແມ່ນ ຢາກຂົນ​ໃຫ້ເຂົາ, ຢາກ​ໃຫ້ເຂົາເຊື່ອມົກ ເຊື່ອໃຈ ກໍ​ຕ້ອງ​ໄດ້

ຫລິ້ນໂຕນີ້ເອົາ. ຈັ່ງ​ຊັ້ນກະ​ພໍ​ດີ​ມາມົ້ວ​ໃສ່​ກັບໄວ​ໜຸ່ມ ພວກ​ກຳ​ລັງ​ຮິດ. ໄວ​ໜຸ່ມ, ຊາວ​
ໜຸ່ມ​ເຮົາ​ກຳ​ລັງ​ຮິດ​ດຽວນີ້, ນິ​ຍົມ​ກັນ, ແຂ່ງ​ກັນ. ຊາວ​ໜຸ່ມ​ໜີ້ ຜົນທ້ອນໜັກກະ​ຍ້ອນ​ວ່າ,
ກະ​ຄື​ເຮົາ​ເວົ້າ​ຫັ້ນ​ລະ, ມັນ​ເຫັນ​ລະ​ບົບ​ອອນ​ຫລອກ ອອນ​ລາຍ​ຢູ່​ຕ່າງປະ​ເທດກາ​ຢາ​
ເຮັດ​ຄື​ເຂົາ. ເຫັນ ເຂົາບ່ອງຫູທາງນີ້ກະຢາກບ່ອງ, ທາງນັ້​ນ​ກາ​ຢາກ​ບ່ອງ. ຈັ່ງຊັ້ນຄັນ
ໄປ​ເຂົ້າ​ຢູ່ໃນກຸ່ມແກ້ງນີ້ ລະຕາຍເລີຍ, ອອກບໍ່ໄດ້.”

ເພື່ອ​ສະ​ກັດ​ກັ້ນ​ບັນ​ຫານີ້ຢ່າງມີ​ຜົນ​ດີ​ໃນ​ປັດ​ຈຸ​ບັນ​ນີ້​ ທ່ານ​ສ​ເໜີ​ວ່າ ​ໃຫ້​ທຸກ​ຄົນ​ຮ່ວມ​ມື​ກັນ
ໂດຍ​ສະ​ເພາະ​ຄອບ​ຄົວທີ່​ມີ​ລູກ​ຫລານ​ຢູ່​ໃນ​ເກນ​ໄວ​ໜຸ່ມ ຕ້ອງ​ເປັນ​ເຈົ້າ​ການ​ຕິດ​ຕາມ ແລະ
ຫາ​ທາງ​ປ້ອງ​ກັນ​ລູກ​ເຕົ້າ​ບໍ່​ໃຫ້​ໄປຮ່ວມ​ຂະ​ບວນ​ໄວ​ໜຸ່ມ​ທີ່​ບໍ່​ດີ, ຊຶ່ງທ່ານ​ໃຫ້​ຄຳ​ເຫັນ​ດັ່ງ​ນີ້:

“ວິທີປ້ອງກັນມັນ ຄື​ແນວວ​ໃດ ກໍມີຕັ້ງແຕ່ວ່າ ໃກ້ຊິດຕິດແທດກັບລູກເຕົ້າ ທີ່​ເປັນ​ຊາວ​
ໜຸ່ມກັ້ນ. ເຂົ້າ​ໃກ້​ຊິດ​ຕິດ​ແທດມັນ. ອັນ​ສອງ​ມາ​ກະ ຫາກິດຈະກໍາໃຫ້​ມັນ, ຫຼີກລ້ຽງ​ຈາກ
​ພັກ​ພວກ​ຊຸມນີ້, ບໍ່ໃຫ້ມັນ​ເຂົ້າ​ໄປ​ເປັນ​ຂະ​ບວນ​ກັນ. ຈະ​ເປັນ ການຫຼິ້ນກິລາເບາະ​ກະ​ຢ່າ,
ຫລິ້ນອື່ນໆ ປູກຝັງລ້ຽງສັດເບ​າະ​ຫລືອີ່ ຫຍັງກະຢ່າ ​ແຕ່​ວ່າ​ໃຫ້​ມັນຫລີກ​ຈາກ​ກຸ່ມແກ້ງ
ຂອງ​ມັນບໍ່ໃຫ້ມັນເຂົ້າເປັນ ຂະບວນກັນ. ຄັນ​ພວກນີ້ຫາກເຂົ້າກຸ່ມ​ແກ້ງ​ເປັນຂະບວນ

ກັນໄປກາງຄໍ່າ ກາງຄືນ ກິນເຫຼົ້າ ເມົາສຸລາ ຫລະ​ແມ່ນ​ຢາກມີບັນຫາ. ແຕ່ວ່າ ຊິ​ໃຫ້
ການຈັດຕັ້ງ ແກ້ໄຂໃຫ້ໄດ້ມັນກໍ່ຍາກ ເພາະວ່າ ມັນທົ່ວໂລກ ດຽວນີ້. ເຮົາຄິດແຕ່ວ່າ
ຢາເສບ ຕິດເວົ້າຢູ່ບ້ານເຮົາໜີ້ ມັນຕົກຢູ່ອາເມລິກາພຸ້ນ. ມັນ​ຂົນ​ໄປ​ແນວ​ໃດ ມັນ​ຈັ່ງ​
ໄປ​ໄດ້? ມັນຈັກທະວີບສົມ​ມຸດ​ວ່າ​ໜາ? ຈັ່ງ​ຊັ້ນພວກ​ເຮົາ​ກາ​ຕ້ອງ​ໄດ້​ສະ​ກັດ​ກັ້ນມັນໄວ້.
ເວົ້າບ່ອນ​ເໝິດລະຕ້ອງເປັນເຈົ້າການໂຕ​ເອງ. ຖືກ​ລູກ​ໃຜ​ກາບໍ່​ດີ, ຖືກ​ຫລານ​ໃຜ​ກາບໍ່​
ດີ. ແຕ່​ວ່າ​ໃນຄອບ​ຄົວ​ນັ້ນກະ​ຕ້ອງເປັນ​ເຈົ້າ​ການນໍາກັນ. ເຈົ້າໜ້າທີ່ກະ ຄືເຮົາຮູ້ນຳ​ກັນ
ຫັ້ນລະ ເຮັດຫຼາຍ​ໝູ່ກາຟ້ອງ, ຈັບໄປສານກໍປ່ອຍ ໄໝເອົາ ແຕ່ເງິນຊື່ໆ, ທຸກປະຊາຊົນ
ລ້າໆ ເຈົ້າ​ໜ້າ​ທີ່​ຈັບ​ຫລາຍ​ກະ​.ສານໄອຍະການກະ ເຫັນ​ບໍ່ ຄື​ຊິ​ເຫັນ, ຮອດ​ກຳ​ນົດເວ
ລາເຂົາ​ກະສັ່ງ​ໃຫ້​ປ່ອຍ, ​ປ່ອຍ, ໃຜບໍ່ມີ​ເງິນ​ກະ​ຖືກແທ້.”

ສະຫຼຸບແລ້ວ ຢາເສບຕິດແມ່ນສັດຕູຕົວອັນຕະລາຍນໍ້າເບີນຶ່ງທີ່​ທຳ​ລາຍ​ອະ​ນາ​ຄົດ ແລະ
​ຊີ​ວິດ​ຂອງຊາວໜຸ່ມທີ່​ເປັນ​ກຳ​ລັງແຮງ ແລະ​ອະ​ນາ​ຄົດ​ຂອງ​ຊາດ. ທັງ​ນີ້​ກໍ​ຍ້ອນ​ໄດ້ຮັບ​ຜົນ​
ກະ​ທົບ​ມາ​ຈາກ​ພາຍນອກປະ​ເທດທີ່​ມີ​ເຄືອ​ຂ່າຍການ​ຄ້າ​ຢາ​ເສບ​ຕິດຢ່າງກວ້າງ​ຂວາງ
ແລະຈາກ​ສະ​ພາບ​ພາຍ​ໃນ​ທີ່ບໍ່​ມີ​ລະ​ບົບປະ​ຕິ​ບັດ​ລະ​ບຽບ​ກົດ​ໝາຍ​ທີ່​ເຂັ້ມ​ງວດ ເພື່ອ​ເອື້ຍ​
ອຳ​ນວຍ​ໃຫ້​ເຈົ້າ​ໜ້າ​ທີ່​ສາ​ມາດດຳ​ເນີນ​ງານ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ດີ​ທີ່​ສຸດ. ສະ​ນັ້ນ ເພື່ອ
ແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດ ຜ່ອນລົງ, ທຸກ​ພາກ​ສ່ວນໃນ​ລັດແລະ​ສັງ​ຄົມຕ້ອງເປັນເຈົ້າ
ການດຳ​ເນີນ​ການ ຮ່ວມ​ກັນຢ່າງ​ເປັນ​ຮູບ​ປະ​ທຳ ແລະເປັນລະ​ບົບຕໍ່ເນື່ອງ. ໂດຍ​ສະ​ເພາະ
​ຄອບ​ຄົວທີ່​ມີ​ລູກ​ຫລານ​ເປັນຊາວ​ໜຸ່ມກໍ​ຕ້ອງ​ໄດ້​ຕິດ​ຕາມ​ດູ​ແລ​ລູກ​ຫລານ​ຢ່າງ​ໃກ້​ຊິດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG