ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມາຕັ້ງຖິ່ນຖານໃໝ່ ຂອງຍານາງວິພາພອນ ສາຍຄໍາກອງ ຜູ້ທີ່ມີຈິດໃຈເປັນອາສາ ແລະເຮັດໜ້າທີ່ ເພື່ອບໍລິການ ຢູ່ໃນສັງຄົມທີ່ຕົນເອງອາໄສຢູ່


ຮູບພາບ ຕອນມອບເງິນຊ່ວຍເຫຼືອ ໃຫ້ແກ່ຄອບຄົວຂອງສະມາຊິກ, ຍານາງວິພາພອນ ແມ່ນຄົນທີສອງ ແຕ່ຂວາຫາຊ້າຍ.
ຮູບພາບ ຕອນມອບເງິນຊ່ວຍເຫຼືອ ໃຫ້ແກ່ຄອບຄົວຂອງສະມາຊິກ, ຍານາງວິພາພອນ ແມ່ນຄົນທີສອງ ແຕ່ຂວາຫາຊ້າຍ.

ຍານາງວິພາພອນ ສາຍຄໍາກອງ ເປັນຄົນສະຫວັນນະເຂດແຕ່ກໍາເນີດ, ອອກຈາກປະເທດລາວ ຕັ້ງແຕ່ຍັງເປັນນັກຮຽນ ແລະມາອາໄສຢູ່ໃນສະຫະລັດ ຕັ້ງແຕ່ປີ 1980. ເລື້ອງລາວການມາຕັ້ງຖິ່ນຖານ, ຊີວິດຄອບຄົວ ແລະການພົວພັນກັບສັງຄົມລາວຂອງຍານາງວິພາພອນ ຈະເປັນແນວໃດຕໍ່ໄປ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງວິພາພອນ ເກີດ ແລະເຕີບໃຫຍ່ຢູ່ທີ່ບ້ານລັດຕະນະລັງສີ ຕາແສງລັດຕະ ນະລັງສີໃຕ້ ແຂວງສະຫວັນນະເຂດ, ປັດຈຸບັນ ຍານາງອາໄສຢູ່ທີ່ນະ​ຄອນແອັດແລນຕ້າ ລັດຈໍເຈຍ ກັບຄອບຄົວຂອງຍານາງ ໂດຍອາໄສຢູ່ທີ່ເມືອງແຫ່ງນີ້ ມາເປັນເວລາ 30 ກວ່າປີແລ້ວ, ເຊິ່ງຍານາງ ໄດ້ກ່າວໃຫ້ຟັງໃນບາງຕອນດັ່ງນີ້:

ລິງໂດຍກົງ

ຍານາງວິພາພອນ ໄດ້ກ່າວໃຫ້ຟັງວ່າ ໃນຊ່ວງທີ່ຕົນເອງຍັງອາໄສໃນຢູ່ປະເທດລາວນັ້ນ ຕົນເອງກໍຢູ່ໃນຊ່ວງໄວລຸ້ນ ຍັງເປັນນັກຮຽນ, ແຕ່ ຍ້ອນເຫັນສະພາບບ້ານເມືອງ ທີ່ບໍ່ປົກກະຕິໃນເວລານັ້ນ ບວກກັບເຫັນປະຊາຊົນຈໍານວນຫຼາຍພາ ກັນອົບພະຍົບຫລົບໜີອອກຈາກປະເທດລາວແດ່ ຍານາງພ້ອມດ້ວຍໝູ່ເພື່ອນທີ່ຮຽນຢູ່ໃນຫ້ອງດຽວກັນ ຈຶ່ງພາກັນລົບໜີອອກມາຈາກປະເທດລາວ ໂດຍການນັ່ງເຮືອນ້ອຍຂ້າມນໍ້າຂອງມາ ໃນຊ່ວງປີ 1979, ເຊິ່ງຕອນນັ້ນ ພໍ່ ແລະແມ່ຂອງຍານາງ ແມ່ນຍັງອາໄສຢູ່ໃນປະເທດລາວ ດັ່ງທີ່ຍານາງໄດ້ເລົ່າໃຫ້ຟັງວ່າ:

ລິງໂດຍກົງ

ຍານາງວິພາພອນເລົ່າສູ່ຟັງວ່າ ຫຼັງຈາກຢູ່ສູນອົບພະຍົບໜອງຄາຍ ແລະອຸບົນໄດ້ປະມານເກືອບປີ ກໍໂຊກດີ ໄດ້ມາສະຫະລັດ ໃນປີ 1980, ໂດຍອາໄສຢູ່ທີ່ເມືອງຕູຊານ ລັດແອຣິໂຊນາ ຈາກນັ້ນກໍໄປສຶກສາຮໍ່າຮຽນຂັ້ນອຸດົມສຶກສາຂອງລະບົບຜູ້ໃຫຍ່ ຫຼື GED, ແລ້ວໄປຮຽນເອົາວິຊາຊີບຕໍ່. ຍານາງບອກວ່າ ທໍາອິດມັນກໍ່ຫຍຸ້ງຍາກ ແຕ່ຍ້ອນວ່າເຮົາມາຢູ່ໄກບ້ານໄກເມືອງ ພາສາກໍ່ບໍ່ແມ່ນພາສາຂອງເຮົາເອງ ຈຶ່ງຕ້ອງມີຄວາມມານະເອົາຄວາມຮູ້ມາເປັນວິຊາຊີບເສີມສາກ່ອນ, ເຊິ່ງນາຍາງ ໄດ້ເລົ່າໃຫ້ຟັງເຖິງຊ່ວງມາເຖິງສະຫະລັດໃໝ່ໆ ການສຶກສາຮໍ່າຮຽນ ແລະຊີວິດຄອບຄົວຂອງຍານາງໃຫ້ຟັງດັ່ງນີ້:

ລິງໂດຍກົງ

ຫຼັງຈາກຕ້ອງໄດ້ຍ້າຍລັດ ມາອາໄສຢູ່ທີ່ລັດຈໍເຈຍຈົນເຖິງປັດຈຸບັນນີ້ ຍານາງໄດ້ພົວພັນກັບສັງຄົມຄົນລາວຫຼາຍຂຶ້ນ, ຍານາງບອກວ່າຢູ່ທີ່ນີ້ມີຄົນລາວອາໄສຢູ່ຫຼາຍ ທັງຢູ່ໃນຕົວເມືອງແອັດແລນຕ້າເອງ ແລະຕົວເມືອງທີ່ໃກ້ຄຽງ.

ລິງໂດຍກົງ


ຍານາງໄດ້ອະທິບາຍໃຫ້ຟັງວ່າ ເມື່ອມາຢູ່ທີ່ນີ້ ຍານາງກໍ່ໄດ້ມີໂອກາດ ໄດ້ໄປໂບດແລະໄດ້ຊ່ວຍເຫຼືອເພິ່ນໃນແຕ່ລະດ້ານແນວໃດ ເຊິ່ງໂບດທີ່ຍານາງໄປນັ້ນແມ່ນໂບດລູເທີ​ແລັນ ແລະໂບດຂອງຄົນລາວຢູ່ທີ່ນີ້ແມ່ນປະມານ 3-4 ໂບດ, ໂດຍເພິ່ນໄດ້ອະທິບາຍໃຫ້ເຂົ້າໃຈ ເຖິງຄວາມແຕກຕ່າງ ແລະຄວາມຄືກັນ ລະ ຫວ່າງແຕ່ລະໂບດໃນທາງພື້ນຖານ ແລະການປະຕິບັດສູ່ຟັງ ເຊິ່ງຂ້າພະເຈົ້າເອງ ຫາກໍ່ເຂົ້າໃຈໃນສ່ວນນີ້ວ່າ ເປັນຫຍັງເພິ່ນຈຶ່ງມີຊື່ທີ່ແຕກຕ່າງກັນ.

ລິງໂດຍກົງ


ພ້ອມກັນນັ້ນ, ຍານາງຍັງມີໂອກາດໄດ້ເປັນອາສາສະໝັກໃນການເຮັດໜ້າທີ່ເພື່ອຊ່ວຍເຫຼືອຄົນລາວຢູ່ໃນສັງຄົມລາວ ທີ່ຕ້ອງການຄວາມຊ່ວຍເຫຼືອໃນດ້ານຕ່າງໆບໍ່ວ່າຈະເປັນດ້ານພາສາ ການພົວພັນວຽກງານ ລວມທັງການຊ່ວຍເຫຼືອທາງດ້ານພິທີການທາງສາດສະໜາ ໂດຍຈັດຕັ້ງເປັນສະມາຄົມຂຶ້ນມາ ແລະກໍມີສະມາຊິກຫຼາຍໆຄອບຄົວເຂົ້າຮ່ວມ.

ລິງໂດຍກົງ


ສໍາລັບສະຖານທີ່ທ່ອງທ່ຽວ ຍານາງກໍກ່າວໃຫ້ຟັງວ່າ ຢູ່ແອັດແລນຕາ ມີບ່ອນທ່ອງທ່ຽວຫຼາຍບ່ອນ, ແຕ່ເພິ່ນຢາກແນະນໍາສະຖານທີ່ທ່ອງທ່ຽວກ່ຽວກັບທໍາມະຊາດ ມັນເປັນສະຖານທີ່ ທີ່ທຸກໆຄົນຕ້ອງໄດ້ມາຢ້ຽມຢາມ ແລະມາສໍາພັດກັບບັນຍາກາດທີ່ນີ້ ເມື່ອຢາຢາມແອັດແລນຕ້າ

ລິງໂດຍກົງ


ປັດຈຸບັນ ຍານາງວິພາພອນໄດ້ອາໄສຢູ່ແອັດແລນຕ້າກັບສາມີ ແລະລູກສາວຫຼ້າຂອງເພິ່ນ, ມ່ວນຊື່ນນໍາການເຮັດວຽກໃຫ້ບໍລິສັດທີ່ເພິ່ນເຮັດວຽກມາໄດ້ 30 ກວ່າປີ, ມີຄວາມສຸກກັບການເປັນອາສາຊ່ວຍເຫຼືອສັງຄົມ ແລະເພິ່ນຍັງບອກອີກວ່າ ເມື່ອກະສຽນອາຍຸ ຈາກການເຮັດວຽກ ເພິ່ນຢາກເລາະໄປທົ່ວສະຫະລັດ ເພື່ອຢ້ຽມລູກ ຢາມຫຼານ ເພື່ອພົບປະກັບພີ່ນ້ອງ ແລະໝູ່ເພື່ອນຂອງເພິ່ນ ນັ້ນຈື່ງຈະເປັນຄວາມສຸກໃນບັ້ນປາຍຂອງເພິ່ນຕໍ່ໄປ.

ນັ້ນແມ່ນເລື້ອງລາວການມາຕັ້ງຖິ່ນຖານຂອງຍານາງວິພາພອນ ສາຍ ຄໍາກອງ ທີ່ຕັດສິນໃຈອອກຈາກປະເທດລາວມາ ເພື່ອມາຕັ້ງຖິ່ນຖານໃໝ່ ໃນສະ ຫະລັດ, ການເຮັດກິດຈະກໍາຕ່າງໆ ເພື່ອສັງຄົມລາວ ແລະການຊ່ວຍເຫຼືອຄົນລາວຢູ່ໃນສັງຄົມ. ກະລຸນາຮັບຟັງລາຍການຊຸມຊົນລາວ ໃນຕ່າງແດນເລື້ອງໃໝ່ໃນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG