ລິ້ງ ສຳຫລັບເຂົ້າຫາ

logo-print

ຮູບເງົາ 'This Little Land of Mines' ກຳກັບໂດຍ ນາງແອຣິນ ແມັກກັອຟ


ໂປສເຕີ້ ຮູບເງົາ 'This Little Land of Mines' ກຳກັບໂດຍ ນາງແອຣິນ ແມັກກັອຟ ກ່ຽວກັບ ລະເບີດບໍ່ທັນແຕກ ຕົກຄ້າງຢູ່ລາວ ໃນປາງສົງຄາມຫວຽດນາມ.

ຮູບເງົາກ່ຽວກັບລາວແມ່ນມີໜ້ອຍຢູ່ແລ້ວ ແລະຫາເບິ່ງໄດ້ຍາກ ໂດຍ ສະເພາະແລ້ວ
ຮູບເງົາກ່ຽວກັບສົງຄາມລັບ ທີ່ເກີດຂຶ້ນໃນລາວ ສະໄໝສົງຄາມ ຫວຽດນາມ ຊຶ່ງຊາວ
ອາເມຣິກັນ ໂດຍທົ່ວໄປ ຈະບໍ່ຮູ້ຈັກເລີຍວ່າ ປະເທດລາວ ຢູ່ໃສ ຫຼືວ່າ ລາວແມ່ນຫຍັງ
ພວກເຂົາເຈົ້າພຽງຮູ້ຈັກແຕ່ ຫວຽດນາມ ແລະໄທ ນາງແອຣິນ ແມັກກັອຟ ໄດ້ຮຽນຮູ້
ຄວາມຈິງກ່ຽວກັບໂສກນາດຕະກຳ ທີ່ປະເທດລາວ ຊາວລາວ ໄດ້ຮັບ ໃນປາງສົງຄາມ
ຫວຽດນາມ ຈຶ່ງມີແຮງຈູງໃຈຢາກຈະ ສ້າງຮູບເງົາ ເພື່ອໃຫ້ຊາວອາເມຣິກັນ ຜູ້ທີ່ບໍ່ຮູ້ຈັກ
ລາວ ໄດ້ຮັບຮູ້ເຖິງຄວາມດີງາມຂອງຄົນລາວ ແລະຄວາມໂຫດຮ້າຍຂອງສົງຄາມ
ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາງແອຣິນ ແມັກກັອຟ ເດີນທາງມາທ່ອງທ່ຽວປະເທດລາວ ກັບພໍ່ແມ່ ຂອງນາງຄັ້ງ
ທຳອິດໃນປີ 2012 ເມື່ອຕອນລາວມີອາຍຸໄດ້ 15 ປີ ໃນເວລາ ນັ້ນ ນາງໄດ້ເຫັນ ແລະ
ສຳຜັດກັບທຳມະຊາດທີ່ສວຍສົດງົດງາມ ວັດທະນະທຳຂອງລາວ ເຊັ່ນອາຫານການ
ກິນ ແລະວັດວາອາຮາມທີ່ເກົ່າແກ່ ໂດຍສະເພາະແລ້ວ ຄົນລາວທີ່ນາງໄດ້ພົບພໍ້ ໃນ
ລະຫວ່າງທ່ຽວຊົມຢູ່ນະຄອນວຽງຈັນ ແລະຫຼວງພະບາງນັ້ນ ຊຶ່ງໄດ້ເຮັດໃຫ້ນາງ ມີ
ຄວາມປະທັບໃຈ ເປັນຢ່າງຍິ່ງ ກັບນ້ຳໃຈໂອບເອື້ອອາລີຂອງຄົນລາວ ເຮັດໃຫ້ນາງ
ຄຶດຢາກຈະກັບຄືນມາ ລາວອີກເທື່ອນຶ່ງ.

ໃນລະຫວ່າງສຶກສາຮ່ຳຮຽນ ຢູ່ທີ່ມະຫາວິທະຍາໄລ ອາເມຣິກັນ ໃນນະຄອນຫຼວງ
ວໍຊິງຕັນ ດີຊີ ຢູ່ນັ້ນ ນາງແອຣິນ ໄດ້ມາທັດສະນະສຶກສາໃນ​ໂຄງ​ການ ເພື່ອຄົ້ນຄວ້າ ການສ້າງຄວາມເຂັ້ມແຂງ ດ້ານເສດຖະກິດໃນລາວ ໄລຍະ 3 ສັບປະດາ ກິດຈະກຳ
ນຶ່ງຂອງການຄົ້ນຄວ້າແມ່ນກ່ຽວກັບ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວໃນປາງ
ສົງຄາມ ຊຶ່ງນາງແອຣິນ ບໍ່ເຄີຍຮູ້ຈັກເລີຍວ່າ ມີສົງ ຄາມເກີດຂຶ້ນຢູ່ໃນລາວ. ນາງແອຣິນ
ໄດ້ຮຽນຮູ້ ໄດ້ເຫັນແລະໄດ້ສຳຜັດໂດຍກົງ ກັບປະຫວັດສາດທີ່ໂຫດຮ້າຍ ກ່ຽວກັບ
ນະໂຍບາຍການຕ່າງປະເທດ ຂອງລັດຖະບານ ສະຫະລັດ ທີ່ໄດ້ປິດລັບໄວ້ ຈາກຊາວ
ອາເມຣິກັນ ໂດຍທີ່ ປະຊາຊົນສ່ວນໃຫຍ່ບໍ່ຮູ້ຈັກເລີຍກ່ຽວກັບສົງ​ຄາມ​ດັ່ງ​ກ່າວນີ້ ທີ່
ປະເທດລາວ ໄດ້ຮັບໃນສົງຄາມຫວຽດນາມ ກໍຄືລະເບີດຈຳ​ນວນມະຫາສານ ຊຶ່ງ​ອີງ
​ຕາມ​ຮູບ​ເງົາຂອງ​ນາງ​ແອ​ຣິນ​ແລ້ວ ມີ​ຫຼາຍ​ເຖິງ 270,000,000 ລູກ ໄດ້ຖືກຖິ້ມລົງໃສ່
ແຂວງພາກຕາເວັນອອກ ແຕ່ເໜືອຫາໃຕ້ຂອງລາວໂດຍເຮືອບິນລົບ ຂອງສະຫະລັດ
ຕະຫຼອດໄລຍະ 9 ປີ ຊຶ່ງໃນປັດຈຸບັນນີ້ ຊາວລາວຜູ້ເຖົ້າຜູ້ແກ່ ຮວມທັງພວກທີ່ເກີດໃໝ່
ໃຫຍ່ລຸນໄດ້ຖືກລະເບີດທີ່ຍັງບໍ່ທັນແຕກ ຕົກຄ້າງຢ່າງຫຼວງຫຼາຍ ຢູ່ຕາມທົ່ງໄຮ່ທົ່ງນາ
ຕາມທີ່ຢູ່ອາໄສ ຕາມປ່າຕາມດົງນັ້ນ ແຕກໃສ່ ເຮັດໃຫ້ບາດເຈັບ ເສຍອົງຄະແມ່ນກະ
ທັງເສຍຊີວິດໄປຈຳນວນຫຼວງ ຫຼາຍ.

ຫຼັງຈາກໄດ້ກັບຄືນສູ່ສະຫະລັດ ນາງແອຣິນ ມີຄວາມຮູ້ສຶກຮັບຜິດຊອບ ແລະມີພັນທະ
ຜູກພັນ ໃນຖານະເປັນຄົນອາເມຣິກັນຜູ້ນຶ່ງ ແລະຍ້ອນເຫດຜົນຂອງ ຄຸນງາມຄວາມດີ
ຂອງຄົນລາວ ດັ່ງນັ້ນນາງແອຣິນ ຈຶ່ງມີຄວາມກະຕືລືລົ້ນຢາກ ຈະສ້າງຮູບເງົາໃຫຍ່
ເພື່ອຍົກເອົາເລື້ອງສົງຄາມການຖິ້ມລະເບີດດັ່ງກ່າວມາສະ ເໜີໃຫ້ຊາວອາເມຣິກັນ
ແລະຊາວໂລກ ໄດ້ຮັບຮູ້ ນາງຈຶ່ງໄດ້ລະດົມທຶນເພື່ອ ສ້າງຮູບເງົານີ້ຕາມ ທີ່ວີໂອເອລາວ
ໄດ້ລາຍງານໄປແລ້ວ ເມື່ອປີ 2017.

ນາງແອຣິນ ໄດ້ກ່າວໃນການໃຫ້ສຳພາດກັບວີໂອເອລາວ ກ່ຽວກັບການຖ່າຍ ທຳໃນເບື້ອງຕົ້ນດັ່ງຕໍ່ໄປນີ້:

ນາງແອຣິນ ເວົ້າວ່າ “ຫຼັງຈາກໄດ້ຮູ້ຈັກກ່ຽວກັບສົງຄາມຢູ່ໃນລາວ ລະຫວ່າງການທັດສະ
ນະສຶກສາແລ້ວ ຂ້າພະເຈົ້າຮູ້ສຶກ ຢາກຈະສ້າງຮູບເງົາແທ້ໆເລີຍ ເພາະຂ້າພະເຈົ້າ ຢູ່ໃນ
ຖານະທີ່ມີພັນທະ ແລະມີຄວາມຊອມທຳ ທີ່ຈະສ້າງຮູບເງົາໃຫຍ່ ທີ່ສວຍງາມ ກ່ຽວກັບ
ເລື້ອງສົງຄາມ ທີ່ຂ້າພະເຈົ້າເຫັນວ່າ ບໍ່ມີໃຜໄດ້ ເຮັດເທື່ອ ຂ້າພເຈົ້າຢາກໃຫ້ເປັນບູລິ
ມະສິດຂອງບໍລິສັດຜະລິດຮູບເງົາຂອງລາວທັງໝົດ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ອາເມຣິກາ
ຂ້າພະເຈົ້າຈຶ່ງໄດ້ວ່າຈ້າງ ມາລາວ ສຕູດີໂອ ທີ່ມີຫ້ອງການຕັ້ງຢູ່ຫຼວງພະບາງ ພວກເຂົ້າ
ເຈົ້າເກັ່ງຫຼາຍ ແລະໄດ້ເລີ້ມທຳງານກັບພວກເຂົາເຈົ້າຢູ່ທີ່ຫຼວງພະບາງ ເມື່ອຂ້າພະເຈົ້າ
ລະດົມທຶນມາໄດ້ຈຳນວນນຶ່ງແລ້ວ” ໃນເບື້ອງຕົ້ນນາງແອຣິນ ໄດ້ກ່າວວ່າ ຈະລະດົມທຶນ
ຈຳນວນ 50,000 ໂດລາ ແຕ່ນາງໄດ້ລະດົມທຶນ ເທື່ອລະກ້ອນ ກ້ອນລະ 15,000 ໂດລາ
35,000 ໂດລາ ເມື່ອໄດ້ມາແລ້ວ ກໍມາຖ່າຍທຳ ລວມທັງໝົດແລ້ວ ຮູບເງົາເລື້ອງນີ້ ໃຊ້
ເງິນຈຳນວນ ຫຼາຍກວ່າ 100,000 ໂດລາ ຊຶ່ງນາງແອຣິນກ່າວວ່າ ມັນຍາກຫຼາຍ ໃນ
ການລະດົມຫາທຶນ ມາສ້າງ ຮູບເງົາດ້ວຍຕົວເອງ ຊຶ່ງໃຊ້ເວລາເຖິງສອງປີຫາສອງປີເຄິ່ງ.

ເມື່ອໄດ້ວ່າຈ້າງບໍລິສັດ ມາລາວ ສະຕູດີໂອ ແລ້ວ ນາງໄດ້ກ່າວວ່າ ບໍລິສັດ ດັ່ງກ່າວ ໄດ້ເຮັດທຸກຢ່າງທີ່ນາງມອມໝາຍໃຫ້ ດັ່ງທີ່ນາງໄດ້ກ່າວດັ່ງນີ້:

“ພວກເຂົາເຈົ້າອອກໄປຊອກຫາສະຖານທີ່ເພື່ອຖ່າຍທຳ ເຂົາເຈົ້າຂັບລົດໄປ ບ້ານຕ່າງໆ
ໃນແຂວງຊຽງຂວາງ ໃນແຕ່ລະບ້ານພວກເຂົາໄດ້ໄປພົບປະກັບ ຊາວບ້ານ ລົມກັບເຂົາ
ເຈົ້າ ເພື່ອຊອກຫາເລື້ອງລາວຕ່າງໆທີ່ຂ້າພະເຈົ້າຕ້ອງ ການ ພວກເຂົາຂັບລົງມາຈົນຮອດ
ແຂວງຄຳມ່ວນ ຊຶ່ງບ່ອນນີ້ພວກເຮົາຢາກ ຈະຖ່າຍທຳ ເພາະເປັນສະຖານທີ່ ທີ່ບໍ່ໄດ້ຮັບ
ຄວາມສົນໃຈຫຼາຍ ເມື່ອພວກ ເຂົາຊອກເລື້ອງມາໄດ້ແລ້ວ ຈຶ່ງນຳມາສະເໜີໃຫ້ຂ້າພະເຈົ້າ
ແລ້ວພວກເຮົາ ກໍຈະອອກແບບຂອງເນື້ອເລື້ອງນຳກັນແລ້ວ ນຳເຂົ້າສູ່ການຜະລິດ ຕໍ່ໄປກໍ
ເປັນການເລີ້ມຖ່າຍທຳ.”

ຂ້າພະເຈົ້າຖາມນາງແອຣິນກ່ຽວກັບເນື້ອຫາສາລະຂອງຮູບເງົາ ໃນການນຳ ສະເໜີແນວ
ໃດ ຊຶ່ງນາງກ່າວວ່າ:

“ເລືື້ອງ This Little Land of Mines ນີ້ ແມ່ນກ່ຽວກັບຄວາມມຸ້ງໝັ້ນຂອງ ຊາວລາວ
ໃນຂະນະທີ່ດຳລົງຊີວິດ ພາຍໃນພື້ນທີ່ທີ່ມີລະເບີດບໍ່ທັນແຕກ ຝັງ ຢູ່ທົ່ວໄປ ຜູ້ທີ່ກຳລັງ
ພະຍາຍາມເກັບກູ້ລະເບີດອອກໄປ ຈາກທີ່ທຳມາຫາກິນ ຂອງພວກເຂົາເຈົ້າ ແລະຮູບ
ເງົານີ້ ຈະສອນໃຫ້ຊາວອາເມຣິກັນໄດ້ຮູ້ກ່ຽວກັບ ສົງຄາມ ແລະລະເບີດທັງຫຼາຍເຫຼົ່ານີ້
ແຕ່ແທ້ຈິງແລ້ວມັນແມ່ນເລື້ອງຂອງມະ ນຸດສະທຳ.”

ນາງແອຣິນ ອະທິບາຍເຖິງເລື້ອງລາວຂອງຮູບເງົານີ້ ຢ່າງລະອຽດວ່າ:

“ເລື້ອງນີ້ ຈະເລີ້ມຕົ້ນຕາມລຳດັບເຫດການຂອງຜູ້ເຖົ້າ 4 ຄົນ ຈາກສີ່ພາກຂອງລາວ
ພວກເພິ່ນຈະບັນລະຍາເຖິງສະພາບຂອງການຖືກຖິ້ມລະເບີດໃສ່ ຕະຫຼອດໄລຍະ 9 ປີ
ແລະເລື້ອງກໍຈະຫັນໄປຫານາງເພັດສະໄໝ ຜູ້ທີ່ເປັນເຈົ້າໜ້າທີ່ເກັບກູ້ລະເບີດ ຊຶ່ງລາວ
ຈະອະທິບາຍເຖິງຄວາມຮູ້ສຶກໃນການເກັບກູ້ລະເບີດເທື່ອລະໜ່ວຍ ແລ້ວໃນຕ້ອນທ້າຍ
ເຈົ້າຈະໄດ້ພົບກັບແມ່ຜູ້ນຶ່ງ ທີ່ໄດ້ສູນເສຍລູກສອງຄົນ ພ້ອມກັບທ່ານໝໍທີ່ພະຍາຍາມ ຈະ
ຊ່ອຍຊີວິດພວກເຂົາໄວ້ ແຕ່ບໍ່ສາມາດຊ່ອຍໄດ້ ຍ້ອນການຂາດແຄນເຄື່ອງມື ແລະຊັບພະ
ຍາກອນ ຄືວ່າເຈົ້າຈະໄດ້ພົບກັບຄົນໃນ ໄວຊະລາ ໄວໜຸ່ມ ຈົນຮອດໄວເດັກນ້ອຍ ຕາມ
ລຳດັບຂອງໄວ ແລ້ວເຈົ້າກໍຈະ ເຂົ້າໃຈວ່າ ເລື້ອງນີ້ ມັນສົ່ງຜົນກະທົບຕໍ່ທຸກໄວ ຕໍ່ທຸກຄົນ
ແລະທົ່ວລາວ ແລະ ມັນເປັນບັນຫາທີ່ກວ້າງຂວາງ.”

ເມື່ອຂ້າພະເຈົ້າຖາມນາງແອຣິນວ່າ ຄົນລາວ ບໍ່ຄຽດແຄ້ນຕໍ່ເຈົ້າບໍ່? ນາງແອຣິນ ຕອບວ່າ:

“ອັນນັ້ນແລະເປັນສິ່ງທີ່ເຮັດໃຫ້ຂ້າພະເຈົ້າ ແປກໃຈຫຼາຍວ່າ ເປັນຫຍັງ ຄົນລາວ ຈຶ່ງບໍ່ມີ
ຄວາມກຽດຊັງຄຽດແຄ້ນຕໍ່ຂ້ອຍເລີຍ ພວກຜູ້ເຖົ້າບາງສ່ວນ ຂ້ອຍຮູ້ສຶກວ່າ ອາດສະແດງ
ອາການນັ້ນ ເພາະວ່າພວກເພິ່ນໄດ້ຜ່ານຜ່າຊີວິດທີ່ ໂຫດຮ້າຍມາ ພວກເພິ່ນອາດມີຄວາມ
ຂົມຂື່ນໜ້ອຍນຶ່ງ ແຕ່ພວກເພິ່ນຄວນຂົມ ຂື່ນແທ້ໆເລີຍ ພວກເພິ່ນຄວນໃຈຮ້າຍ ບໍ່ພໍໃຈ
ໃຈຮ້າຍອີຫຼີ ພວກເພິ່ນເບິ່ງຄືວ່າ ຕາບໃດທີ່ພວກເຮົາມີໄຟຟ້າ ມີເຄື່ອງນຸ່ງ ມີອາຫານ ພວກ
ເຮົາກໍດີໃຈແລ້ວ ຂ້ອຍວ່າ ແມ່ນຫຍັງນີ້ ພວກເຈົ້າຄວນໃຈຮ້າຍແທ້ໆ ດັ່ງນັ້ນ ຂ້ອຍຄຶດວ່າ
ຂ້ອຍ ຕ້ອງໃຈຮ້າຍແທນໃຫ້ພວກເພິ່ນ ແລ້ວກັບຄືນມາສະຫະລັດ ນຳເອົາເລື້ອງນີ້ຂຶ້ນ
ມາຊົນທະນາກັນ ພວກເຮົາຕ້ອງແກ້ໄຂເລື້ອງນີ້ ຄົນລາວ ມີນ້ຳໃຈທີ່ດີແທ້ໆເລີຍ ແລະ
ພູມໃຈ ກັບສິ່ງທີ່ພວກເຂົາເຈົ້າມີ ແຕ່ພວກເຂົາເຈົ້າຄວນຮູ້ວ່າ ພວກເຂົາບໍ່ ຄວນດຳລົງ
ຊີວິດກັບລະເບີດພວກນີ້ ພວກເຂົາຄວນດຳລົງຊີວິດ ດ້ວຍຄວາມ ປອດໄພ ແມ່ນແຕ່
ພວກຊົນເຜົ່າທີ່ຂ້ອຍໄດ້ພົບຢູ່ໃນໝູ່ບ້ານນ້ອຍໆ ພວກເຂົາເຈົ້າ ກໍເປັນຄືຈັ່ງຊັ້ນເຊັ່ນກັນ
ຕາບໃດ ທີ່ພວກເຮົາມີຄອບຄົວ ມີສັດລ້ຽງ ມີອາຫານ ພວກເຮົາກໍພໍໃຈແລ້ວ ອ້າ! ພວກ
ເຈົ້າດີຍິ່ງ ພວກເຈົ້າຄວນຮູ້ສຶກຄຽດແຄ້ນ ແຕ່ ພວກເຂົາກົ້ມໜ້າເຮັດເອົາເອງ.”

ເຖິງແມ່ນວ່າສົງຄາມໄດ້ຜ່ານພົ້ນໄປຫຼາຍກວ່າ 50 ປີແລ້ວ ແຕ່ລະເບີດທີ່ຍັງບໍ່ທັນແຕກ
ກໍຍັງສືບຕໍ່ສັງຫານຄົນລາວ ໂດຍສະເພາະແມ່ນເດັກນ້ອຍ ເພາະລະ ເບີດທີ່ເອີ້ນກັນວ່າ
ບອມບີ້ ນັ້ນມີຮູບມົນ ຄືກັບໝາກບານນ້ອຍ ຊຶ່ງພວກເດັກ ນ້ອຍ ຈະນຳເອົາມາໂຍນຫຼິ້ນ ໂດຍບໍ່ຮູ້ເລີຍວ່າ ມັນແມ່ນລະເບີດທີ່ອັນຕະລາຍ ຊຶ່ງກ່ຽວກັບເລື້ອງນີ້ຂ້າພະເຈົ້າໄດ້ສອບ
ຖາມນາງແອຣິນ ວ່າ ໄດ້ຖ່າຍທຳໃນຈຸດນີ້ຫຼືບໍ່ ຊຶ່ງນາງຕອບວ່າ:

"ແມ່ນແລ້ວ ພວກເຮົາໄດ້ຖ່າຍທຳໃນຈຸດນີ້ ຕອນທ້າຍຂອງຮູບເງົາ ເຈົ້າຈະໄດ້ພົບກັບ
ແມ່ຄົນນຶ່ງຜູ້ທີ່ໄດ້ສູນເສຍລູກສອງຄົນ ເມື່ອສອງສາມເດືອນກ່ອນໜ້າທີ່ພວກເຮົາຈະ
ໄດ້ ພົບພໍ້ໂອ້ລົມນຳເພິ່ນ ມັນບໍ່ໜ້າເຊື່ອເລີຍວ່າ ລະເບີດທີ່ເກົ່າເຖິງ 50 ປີ ຍັງສາມາດ
ຂ້າພວກເດັກນ້ອຍໄດ້ ແລະຊາວອາເມຣິກັນ ບໍ່ຮູ້ເລື້ອງນີ້ ເລີຍ ເພາະສະນັ້ນຂ້ອຍຈຶ່ງ
ຢາກສ້າງຮູບເງົາເພື່ອສຶກສາອົບຮົມແລະຂ້ອຍຢາກ ໃຫ້ພວກເຂົາເຈົ້າໄດ້ຮັບຮູ້ ຫຼາຍຂຶ້ນ
ໃນຖານະຂ້ອຍເປັນນັກສ້າງຮູບເງົາ ຂ້ອຍຮູ້ ສຶກວ່າ ຂ້ອຍຕ້ອງຖ່າຍທຳເລື້ອງນີ້."

ເມື່ອຂ້າພະເຈົ້າໄດ້ຊົມວີດີໂອໃນຢູທູບຕອນແນະນຳສັ້ນ ຊຶ່ງນາງແອຣິນອະທິບາຍເຖິງ
ການຖິ້ມ ລະເບີດຢ່າງບໍ່ຢຸດຢັ້ງໝົດມື້ໝົດຄືນປະກອບດ້ວຍສຽງດົນຕີທີ່ໂຫຍຫວນ ເຮັດ
ໃຫ້ຂ້າພະເຈົ້າສະເທືອນໃຈ ຂ້າພະເຈົ້າຈຶ່ງໄດ້ຖາມນາງ ແອແຣນວ່າ ໃນຮູບເງົາເລື້ອງນີ້
ຈະມີບັນຍາກາດແບບໃນຢູທູບຫຼືບໍ່ ຊຶ່ງນາງ ໄດ້ກ່າວດັ່ງນີ້:

"ໂອແມ່ນແລ້ວ ໂດຍສະເພາະຄົນລາວ ເຈົ້າມີອາລົມແບບນັ້ນ ຮູບເງົາເລື້ອງນີ້ ຄືກັນກັບ
ຈົດໝາຍຮັກຈາກຂ້ອຍເຖິງເມືອງລາວເພາະຂ້ອຍໄດ້ຮັບແຮງບັນດານ ໃຈຕອນຂ້ອຍ
ໄປລາວ ແລະຂ້ອຍພຽງຢາກໃຫ້ຄົນອາເມຣິກັນຮູ້ຈັກລາວ ຮູ້ຈັກ ຄົນລາວຫຼາຍຂຶ້ນ ແລະ
ໃນຮູບເງົານີ້ ເຈົ້າຈະມີອາລົມຕື່ນເຕັ້ນ ເຈົ້າຈະໄດ້ຫົວ ໜ້ອຍນຶ່ງ ແລ້ວເສົ້າໝອງ ແລະ
ໂສກເສົ້າ ມັນຄືກັບວ່າ ເປັນອາລົມຄ້າຍກັບຂີ່ ລົດໄຟເທາະທີ່ຂຶ້ນໆລົງໆ."

ຂ້າພະເຈົ້າ ກໍຕອບນາງວ່າ ຄັນຊັ້ນຂ້ອຍຕ້ອງໄດ້ເອົາເຈ້ຍເສັດນ້ຳຕາໄປນຳ ຫຼາຍໆ!

ບັດນີ້ຂ້າພະເຈົ້າຖາມນາງແອຣິນ ເຖິງພາກສ່ວນທີ່ກ່ຽວຂ້ອງກັບການຖ່າຍທຳ ຮູບເງົາ
ຈາກ ລັດຖະບານ ວ່າ ລັດຖະບານລາວ ເຊັ່ນກະຊວງວັດທະນະທຳ ໄດ້ອຳນວຍຄວາມ
ສະດວກ ຫຼືໃຫ້ການຊ່ອຍເຫຼືອ ສະໜັບສະໜຸນດ້ານຕ່າງໆ ແນວໃດ? ນາງແອຣິນ
ຕອບວ່າ:

"ລັດຖະບານລາວ ສົ່ງຜູ້ຕາງໜ້າຄົນນຶ່ງມາປະຈຳກອງຖ່າຍ ຢູ່ກັບພວກເຮົາ ຕະຫຼອດ
24 ຊົ່ວໂມງ 7 ມື້ຕໍ່ທິດ ກິນຢູ່ກັບພວກເຮົາ ນອນຢູ່ໂຮງແຮມດຽວກັນກັບພວກເຮົາ ແທ້ຈິງ
ແລ້ວ ເຈົ້າໜ້າທີ່ທ່ານນີ້ ເພິ່ນໃຈດີຫຼາຍ ຈົນມາ ເຖິງຕອນທ້າຍຂອງການຖ່າຍທຳ ເພິ່ນກໍ
ໄດ້ແນະນຳ ໃຫ້ຖ່າຍມູມນັ້ນ ມູມນີ້ ຂ້ອຍກະເລີຍຖ່າຍຮູບເອົາເພິ່ນ ເພິ່ນເປັນກັນເອງ ແລະ
ໃຈດີແທ້ໆສ່ວນ UXO Lao ພວກເຮົາກໍໄດ້ທຳງານຮ່ວມກັບເພິ່ນ ອົງການນີ້ເຮັດວຽກຢ່າງ
ໜ້າມະຫັດສະຈັນ ອົງການນີ້ຊ່ອຍພວກເຮົາຫຼາຍ ແລະລັດຖະບານລາວ ເຊັ່ນກັນ ໃນທີ່
ສຸດ ເລື້ອງນີ້ກໍເປັນເລື້ອງທີ່ຈະສົ່ງເສີມໂຄສະນາໃຫ້ລາວ ດັ່ງນັ້ນເພິ່ນຈັ່ງຄ່ອຍ ເຫັນດີໃຫ້
ຖ່າຍທຳ.”

ບັນດາຜູ້ຊົມ ທີ່ມາຊົມຮູບເງົາຂອງນາງແອຣິນ ແມ່ນຫຼາຍສົມຄວນປະມານ 100 ກວ່າຄົນ
ເກືອບເຕັມຫ້ອງຊົມຮູບເງົາ ແຕ່ຜູ້ຊົມທ່ານນຶ່ງທີ່ເດີນທາງມາຈາກເມືອງ ແບຣມຕັນ ນອກ
ຊານເມືອງໂຕຣອນໂຕຂອງການາດາ ເພື່ອມາຊົມຮູບເງົາຂອງນາງແອຣິນ ໂດຍສະເພາະ
ເລີຍ ຄືທ່ານໂຣເລັນ ເດຣກ ຊຶ່ງຂ້າພະເຈົ້າຖາມເພິ່ນ ວ່າ ເປັນຫຍັງທ່ານຈຶ່ງ ຢາກມາຊົມ
ຮູບເງົາເລື້ອງນີ້ ຊຶ່ງທ່ານໂຣເລັນຕອບວ່າ:

"ແທ້ຈິງແລ້ວ ຂ້າພະເຈົ້າໄດ້ເຫັນໂຄສະນາກ່ຽວກັບຮູບເງົາເລື້ອງນີ້ ກໍເລີຍໂທ ລະສັບ
ຕິດຕໍ່ຫານາງແອເລັນ ແລ້ວໄດ້ໂອ້ລົມນຳລາວ ແລະໄດ້ຊ່ອຍລາວໂຄ ສະນາໃນເຟສບຸກ
ສ່ວນຕົວຂອງຂ້າພະເຈົ້າເອງ ເພື່ອໃຫ້ຄົນຮູ້ຫຼາຍໆ."

ຂ້າພະເຈົ້າຖາມຕື່ມວ່າ ຍ້ອນສາເຫດຫຍັງ ທ່ານຈຶ່ງສົນໃຈລາວ? ທ່ານໂຣເລັນ ຕອບວ່າ
"ຂ້າພະເຈົ້າໄດ້ຮູ້ຈັກລາວ ໃນເບື້ອງຕົ້ນ ກໍແມ່ນວ່າ ໃນເວລາທີ່ໄດ້ມາ ກ່ຽວຂ້ອງ ກັບການ
ເປັນອາສາສະໝັກ ໃນໂຄງການ Adopt a Village ໃນ ລາວ ຊຶ່ງໃນລະຫວ່າງນັ້ນ ກ່ອນ
ຈະມາລາວ ຂ້າພະເຈົ້າຈຶ່ງໄດ້ຮຽນຮູ້ປະຫວັດ ສາດ ແລະວັດທະນະທຳຂອງລາວ ຮວມທັງ
ສົງຄາມ ທີ່ເກີດຂຶ້ນຢູ່ໃນລາວຍ້ອນ ສົງຄາມລັບໃນລາວຍ້ອນສົງຄາມຫວຽດນາມ ໃນຊ່ວງ
ປີ 1960-1970."

ຂ້າເພະເຈົ້າ ຖາມຕໍ່ໄປວ່າ ຫຼັງຈາກທີ່ທ່ານໄດ້ຊົມຮູບເງົາແລ້ວ ທ່ານຄຶດວ່າຈັ່ງໃດ? ທ່ານ
ໂຣແລັນ ຕອບວ່າ "ເປັນວິທີທາງນຳສະເໜີທີ່ດີຫຼາຍ ສິ່ງທີ່ໄດ້ເກີດຂຶ້ນຢູ່ໃນລາວ ດັ່ງທີ່
ນາງໄດ້ຊີ້ໃຫ້ເຫັນ ກໍແມ່ນວ່າ ພວກຄົນອາເມຣິກັນສ່ວນຫຼາຍ ບໍ່ຮູ້ຈັກເລີຍ ແມ່ນຫຍັງ
ເກີດຂຶ້ນຢູ່ທີ່ນັ້ນ ເພາະມັນເປັນສົງຄາມລັບ ທີ່ລັດຖະບານປົກປິດໄວ້ ຈົນມາຮອດປີ 1970
ຄວາມລັບອັນນັ້ນ ຈຶ່ງຖືກເປີດເຜີຍອອກມາ ແຕ່ເຖິງຢ່າງ ນັ້ນ ຄົນສ່ວນຫຼາຍກໍຍັງບໍ່ຮູ້ຈັກ
ເລີຍ ແຕ່ມັນກໍຢູ່ໃນຂັ້ນຕອນທີ່ຄົນກຳລັງຮຽນຮູ້."

ຂ້າພະເຈົ້າຖາມອີກວ່າ ທ່ານຄຶດວ່າຈັ່ງໃດ ກ່ຽວກັບ ການນຳສະເໜີເລື້ອງລາວ ເຫດການ
ນັ້ນ ທ່ານໂຣແລັນ ຕອບວ່າ "ມັນເປັນຮູບເງົາເລື້ອງທຳອະດິດຂອງ ນາງ ມັນກໍບໍ່ສົມບູນ
ແບບດອກ ເຈົ້າຕ້ອງຕົບມືສັນລະເສີນນາງ ໃນສິ່ງທີ່ນາງ ໄດ້ເຮັດນີ້ ແລະນາງກໍຈະໄດ້
ຮຽນຈາກປະສົບປະການ ແຕ່ນາງພະຍາຍາມ ກະຕຸ້ນໃຫ້ຄົນໄດ້ຮັບຮູ້ ອັນນັ້ນເປັນເລື້ອງ
ທີ່ສຳຄັນ ນາງພະຍາຍາມກະຈາຍ ເລື້ອງນີ້ອອກໄປກ່ຽວກັບການເກັບກູ້ລະເບີດທີ່ຍັງບໍ່
ທັນແຕກ ຊຶ່ງມັນເປັນວຽກ ງານທີ່ໃຫຍ່ໂຕມະໂຫລານ. ເພາະລາວມີພື້ນທີ່ເຂົ້າໄປໄດ້ຍາກ
ແລະຂ້າພະເຈົ້າ ໄດ້ຍິນອີກວ່າ ລະເບີດບອມບີ້ ແມ່ນຕົກຄ້າງໃນງ່າຕົ້ນໄມ້ ເພາະວ່າ ມັນ
ຖືກປະໄວ້ມາດົນນານແລ້ວ ແລະເປັນເລື້ອງທີ່ທ້າທາຍອີ່ຫລີ."

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG