ທ່ານຜູ້ຟັງທີ່ເຄົາລົບ, ໃນລາຍການຊຸມຊົນລາວສໍາລັບແລງວັນອາທິດມື້ນີ້ ພວກເຮົາຈະພາທ່ານໄປຮູ້ຈັກກັບ ທ່ານສົມຫວັງ ພຣົມຄະຣານູຣັກ ຜູ້ທີ່ອາໄສຢູ່ເມືອງມີລວອກກີ້, ລັດວິສຄອນຊິນ, ເຖິງເລື່ອງລາວການມາຕັ້ງຖິ່ນຖານ, ການມີສ່ວນຮ່ວມຢູ່ໃນຊຸມຊົນ ແລະສັງຄົມຂອງເພິ່ນ. ເຊິ່ງທິບສຸດາ ຈະນໍາເອົາລາຍລະ ອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ທ່ານສົມຫວັງ ພຣົມຄະຣານູຣັກ ປັດຈຸບັນອາຍຸ 65 ປີ, ອາໄສຢູ່ທີ່ເມືອງມິລວອກກີ ລັດວິສຄອນຊິນ. ເພິ່ນໄດ້ເລົ່າເຖິງຊ່ວງເວລາຕອນທີ່ເພິ່ນອອກຈາກລາວ ກ່ອນທີ່ຈະມາອາໄສຢູ່ໃນສະຫະລັດໃຫ້ຟັງວ່າ:
ເພິ່ນຍັງໄດ້ກ່າວໃຫ້ຟັງອີກວ່າ ໃນຊ່ວງທີ່ເພິ່ນມາຢູ່ທໍາອິດ ຄົນລາວຢູ່ທີ່ເມືອງແຫ່ງນີ້ ແມ່ນຍັງບໍ່ທັນມີຫຼາຍປານໃດ:
ໃນຊ່ວງທໍາອິດທີ່ມາເຖິງ ເພິ່ນກໍໄປຮໍ່າຮຽນເອົາວິຊາຊີບເພື່ອຫາໂອກາດໃນການເຮັດວຽກ ໂດຍເພິ່ນເອງກໍໂຊກດີທີ່ໄດ້ເຮັດວຽກໃນໂຮງງານທີ່ດີແດ່ ຈົນເຖິງອາຍຸກະສຽນ, ເຊິ່ງເພິ່ນໄດ້ກ່າວໃນຕອນນີ້ວ່າ:
ຫຼັງຈາກກະສຽນອາຍຸອອກມາ ເພິ່ນກໍໄດ້ເຮັດກິດຈະກໍາຮ່ວມກັບບັນດາໝູ່ຄູ່ຮັກແພງ ແລະບັນດາໝູ່ເພື່ອນສະມາຊິກຢູ່ໃນວົງດົນຕຣີ, ມີການໝູນວຽນພົບປະກັນເພື່ອໂອ້ລົມເຈລະຈາ ທັງມີພາເຂົ້າສາມັກຄີຮ່ວມກັນ ພ້ອມທັງໄດ້ຮ່ວມເຮັດກິດຈະກໍາເລັກໆນ້ອຍໆຢູ່ໃນຊຸມຊົນ ເຊິ່ງເພິ່ນໄດ້ເລົ່າສູ່ຟັງດັ່ງນີ້:
ທ່ານສົມຫວັງ ຍັງໄດ້ກ່າວເຖິງຊີວິດຄອບຄົວໃຫ້ຟັງບາງຕອນອີກວ່າ ເພິ່ນມີລູກຊາຍສອງຄົນ, ເຊິ່ງຄົນນ້ອງເປັນເດັກພິເສດ ດັ່ງນັ້ນເພິ່ນຈຶ່ງບໍ່ຄ່ອຍໄດ້ໄປທາງໃດຫຼາຍ, ສ່ວນຫຼາຍແມ່ນຈະຢູ່ເຮືອນເບິ່ງລູກຊາຍຫຼ້າ:
ທ່ານສົມຫວັງ ຍັງໄດ້ເລົ່າໃຫ້ຟັງຕື່ມວ່າ ຕົນເອງບໍ່ມີເວລາຫຼາຍ ແຕ່ກໍ່ຍັງມີໂອ ກາດໄດ້ຊ່ວຍເຫຼືອສັງຄົມລາວ ແລະສະມາຄົມຕ່າງໆຂອງຄົນລາວໃນບາງເວລາດັ່ງນີ້:
ສຸດທ້າຍນີ້ ເພິ່ນຍັງໄດ້ເລົ່າໃຫ້ຟັງເຖິງສະພາບພູມິສາດຂອງເມືອງແຫ່ງນີ້ວ່າ ເປັນເມືອງທີ່ງາມ, ຕັ້ງຢູ່ແຄມທະເລສາບ ແລະກໍຍັງມີກິດຈະກໍາແບບມີສ່ວນຮ່ວມຂອງຊຸມຊົນຫຼາຍໆຢ່າງປະຈໍາປີ:
ການດໍາລົງຊີວິດຂອງທ່ານສົມຫວັງ ນອກຈາກຈະບອກເລົ່າເຖິງໜ້າທີ່ຂອງຜູ້ປົກຄອງທີ່ຈະຕ້ອງຮັບຜິດຊອບຕໍ່ລູກຊາຍທີ່ຕ້ອງການເອົາໃຈໃສ່ເປັນພິເສດແລ້ວ, ຍັງໄດ້ສະແດງໃຫ້ເຫັນເຖິງການປັບໂຕເອງໃຫ້ເຂົ້າກັບສະພາບ ແລະສະຖານະການ ເພື່ອໃຫ້ໄດ້ເຮັດກິດຈະກໍາທີ່ຕົນເອງຮັກ ແລະເປັນປະໂຫຍດໃຫ້ແກ່ສັງຄົມນໍາອີກດ້ວຍ.