ຜູ້ບັນຊາການໃຫຍ່ຂອງກອງທັບອິສຣາແອລ ທ່ານ ເຮີຊີ ຮາເລວີ (Herzi Halevi) ກ່າວໃນວັນອັງຄານວານນີ້ວ່າ ທ່ານຈະລາອອກຈາກຕຳແໜ່ງໃນວັນທີ 6 ມີນານີ້, ໂດຍທ່ານຍອມຮັບຜິດຕໍ່ຄວາມລົ້ມແຫຼວດ້ານຄວາມໝັ້ນຄົງຄັ້ງໃຫຍ່ໃນວັນທີ 7 ຕຸລາ ປີ 2023.
ໃນຈົດໝາຍເຖິງລັດຖະມົນຕີປ້ອງກັນປະເທດອິສຣາແອລ, ທ່ານ ຮາເລວີ ກ່າວວ່າ ທ່ານຈະທໍາການສອບສວນກອງກຳລັງປ້ອງກັນປະເທດອິສຣາແອລ ຫຼື IDF ກ່ຽວກັບການບຸກໂຈມຕີທີ່ຮ້າຍແຮງ ແລະສົ່ງຜົນເຮັດໃຫ້ເກີດການປະທະກັນມາເປັນເວລາ 15 ເດືອນນັ້ນ ໃຫ້ສໍາເລັດ ແລະຊ່ວຍເພີ້ມທະວີຄວາມພ້ອມຂອງ IDF ສຳລັບສິ່ງທ້າທາຍດ້ານຄວາມໝັ້ນຄົງຕ່າງໆໃນອະນາຄົດ.
ພົນໂທ ເຮີຊີ ຮາເລວີ, ຫົວໜ້າເສນາທິການຮ່ວມຂອງອິສຣາແອລ ກ່າວວ່າ “ມື້ນີ້, ຂ້າພະເຈົ້າໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຮັບຮູ້ກ່ຽວກັບຄວາມມຸ່ງຫວັງຂອງຂ້າພະເຈົ້າ ໃນການນຳໃຊ້ຄວາມຮັບຜິດຊອບ ແລະສຳເລັດໜ້າທີ່ຂອງຕົນໃນວັນທີ 6 ມີນາ ຂອງປີນີ້. ຕໍ່ຈາກນັ້ນ, ຕາມຄວາມຄາດຫວັງແລ້ວ, ພວກເຮົາຈະທໍາການສືບສວນ ແລະດໍາເນີນວຽກງານອັນຮີບດ່ວນຕ່າງໆທັງໝົດໃຫ້ສໍາເລັດ, ແລະຂ້າພະເຈົ້າຈະມອບຕໍາແໜ່ງຫົວໜ້າຂອງ IDF ຢ່າງສົມບູນ ພ້ອມດ້ວຍຄວາມຮັບຜິດຊອບຢ່າງເຕັມທີ່ນີ້ ໃຫ້ແກ່ຜູ້ຖືກສະເໜີຊື່ທີ່ຖືກເລືອກ ຮັບໜ້າທີ່ແທນຂ້າພະເຈົ້າ.”
ນັບຕັ້ງແຕ່ເລີ້ມການໂຈມຕີ, ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ປະຕິເສດທີ່ຈະຕອບຄຳຖາມຕ່າງໆກ່ຽວກັບການລະບຸຕົນຜູ້ທີ່ຈະມາຮັບຜິດຊອບຕໍ່ການໂຈມຕີຄັ້ງນີ້, ໂດຍກ່າວວ່າ ການສືບສວນດັ່ງກ່າວ ອາດຈະລໍຖ້າໃຫ້ສົງຄາມສິ້ນສຸດລົງກ່ອນ.
ເຖິງແມ່ນການຢຸດຍິງເປັນເວລາ 6 ອາທິດໄດ້ມີຜົນບັງຄັບໃຊ້ແລ້ວ, ທ່ານ ຮາເລວີ ກ່າວວ່າ “ຈຸດປະສົງຂອງສົງຄາມທັງໝົດຍັງບໍ່ບັນລຸຜົນ. ກອງທັບ ຈະຍັງຄົງສືບຕໍ່ຕໍ່ສູ້ ເພື່ອທຳລາຍກຸ່ມຮາມາສ ແລະຄວາມອາດສາມາດໃນການປົກຄອງຂອງພວກເຂົາ, ເພື່ອໃຫ້ໝັ້ນໃນວ່າ ບັນດາໂຕປະກັນເຫຼົ່ານັ້ນຈະໄດ້ກັບຄືນມາສູ່ບ້ານເຮືອນຂອງພວກເຂົາ” ແລະຊ່ວຍໃຫ້ຊາວອິສຣາແອລທີ່ພັດພາກຈາກຖິ່ນຖານເນື່ອງຈາກການໂຈມຕີຂອງພວກຫົວຮຸນແຮງນັ້ນ ໄດ້ກັບຄືນບ້ານເຮືອນ.
ກຸ່ມຮາມາສກ່າວວ່າ ຕົນຈະປ່ອຍໂຕປະກັນອີກຮອບນຶ່ງໃນວັນເສົາທີ່ຈະມາເຖິງນີ້, ໃນຂະນະທີ່ການຢຸດຍິງກັບ ອິສຣາແອລ ສືບຕໍ່ເປັນມື້ທີສາມແລ້ວ, ແລະໜ່ວຍງານດ້ານມະນຸດສະທຳຂອງສະຫະປະຊາຊາດ ກໍໄດ້ຍ້າຍການຊ່ວຍເຫຼືອໄປຍັງຂົງເຂດກາຊາ ເພື່ອຊ່ວຍເຫຼືອພົນລະເຮືອນຊາວປາແລັສໄຕນ໌.
ກຸ່ມຫົວຮຸນແຮງຮາມາສຈາກຂົງເຂດກາຊາ ໄດ້ສັງຫານປະຊາຊົນ 1,200 ຄົນ ແລະຈັບໂຕປະກັນອີກ 250 ຄົນ ໃນລະຫວ່າງການບຸກໂຈມຕີກໍ່ການຮ້າຍຂ້າມຊາຍແດນໃສ່ ອິສຣາແອລ.
ການໂຈມຕີຕອບໂຕ້ຂອງ ອິສຣາແອນລ ຢູ່ຂົງເຂດກາຊາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 47,000 ຄົນ, ໃນນັ້ນ ສ່ວນໃຫຍ່ແມ່ນແມ່ຍິງ ແລະເດັກນ້ອຍ, ອີງຕາມການກ່າວຂອງກະຊວງສາທາລະນະສຸກຢູ່ຂົງເຂດກາຊາ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
Israel's army chief, Herzi Halevi, said Tuesday he would resign on March 6, accepting responsibility for the massive security failure on October 7, 2023.
In a letter to Israel's defense minister, Halevi said he would complete the Israel Defense Forces' inquiries into the shock strike that led to 15 months of fighting and help strengthen the IDF's readiness for future security challenges.
Lt. Gen. Herzi Halevi, Israeli Chief of Staff:
“Today, I informed the Prime Minister and the Minister of Defense of my desire to use my responsibility and finish my duties on March 6 of this year. Until then, as expected, we will complete all the investigation and urgent tasks, and I will hand over the position of head of the IDF completely with full responsibility to the candidate chosen to replace me."
Ever since the attack, Israeli Prime Minister Benjamin Netanyahu has refused to answer questions about assigning blame for the attack, saying that such an inquiry could wait for the war to end.
Although a six-week truce is now in effect, Halevi said, "The objectives of the war have not all been achieved. The army will continue to fight to further dismantle Hamas and its governing capabilities, ensure the return of the hostages" and enable Israelis displaced by militant attacks to return home.
Hamas said it will release another round of hostages on Saturday, as the ceasefire with Israel held into a third day and U.N. humanitarian agencies moved aid into Gaza to help Palestinian civilians.
Hamas militants from Gaza killed 1,200 people and captured 250 hostages during their cross-border terror attack on Israel.
Israel’s counteroffensive in Gaza has killed more than 47,000, with most of them women and children, according to the health ministry in Gaza.
ຟໍຣັມສະແດງຄວາມຄິດເຫັນ