ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໐ ພະຈິກ ໒໐໒໔

ນາຍົກລັດຖະມົນຕີລາວ ອອກຄຳສັ່ງເລກທີ 13 ເພື່ອແກ້ໄຂ ວິກິດການທາງເສດຖະກິດ ແລະການເງິນ ແຕ່ຍັງບໍ່ສາມາດປະຕິບັດໄດ້ ຢ່າງມີປະສິດທິພາບ


ຮ້ານແລກປ່ຽນເງິນ ໃນລາວ
ຮ້ານແລກປ່ຽນເງິນ ໃນລາວ

ນາຍົກລັດຖະມົນຕີລາວ ອອກຄຳສັ່ງເລກທີ 13 ເພື່ອແກ້ບັນຫາວິກິດການທາງເສດຖະກິດ ແລະການເງິນ ຫາກແຕ່ກໍ່ຍັງປາກົດວ່າການຈັດຕັ້ງປະຕິບັດໃນພາກຕົວຈິງນັ້ນ ຍັງຄົງຂາດປະສິດທິພາບໃນທຸກໆດ້ານ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໄທໃນລາວ ໃຫ້ທັດສະນະວ່າ ການທີ່ນາຍົກລັດຖະມົນຕີລາວ ໄດ້ອອກຄຳສັ່ງເລກທີ 13 ເພື່ອແກ້ໄຂບັນຫາວິກິດການທາງເສດຖະກິດ ແລະ ການເງິນໃນລາວ ນັບຕັ້ງແຕ່ເດືອນສິງຫາ 2023 ເປັນຕົ້ນມານັ້ນ ຖືເປັນການເຄື່ອນ ໄຫວທີ່ໜ້າຈະສົ່ງຜົນດີຕໍ່ການແກໄຂບັນຫາທາງເສດຖະກິດ ແລະ ການເງິນຢູ່ໃນລາວ ເພາະວ່າຄຳສັ່ງດັ່ງກ່າວນີ້ ໄດ້ມີການກຳນົດຄວາມຮັບຜິດຊອບຂອງໜ່ວຍງານຕ່າງໆຂອງລັດຖະບານລາວຢ່າງຊັດເຈນ ໂດຍບໍ່ວ່າຈະເປັນການກວດກາການແລກປ່ຽນເງິນຕາ ການຄວບຄຸມລາຄາສິນຄ້າ ແລະ ຈັດທຳບັນຊີລາຍການສິນຄ້າທີ່ຜະລິດໄດ້ພາຍໃນປະເທດ ແລະ ສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ ລວມເຖິງການຄວບຄຸມປະລິມານເງິນໃນຕະຫຼາດພາຍໃນປະເທດ (M2) ກໍຕາມ ແຕ່ລັດຖະ ບານລາວກໍ່ສາມາດຈັດຕັ້ງປະຕິບັດໄດ້ແທ້ພຽງໃນບາງດ້ານເທົ່ານັ້ນ ເຊັ່ນການຄວບຄຸມລາຄານໍ້າມັນ ສ່ວນດ້ານທີ່ຍັງບໍ່ສາມາດປະຕິບັດໄດ້ແທ້ ເຊັ່ນການຄວບຄຸມອັດ ຕາເງິນເຟີ້ ການຄວບຄຸມອັດຕາການແລກປ່ຽນເງິນຕາ ແລະ ການຄວບຄຸມລາຄາສິນຄ້າ ເຊ່ິງຍັງເປັນພຽງຄຳສັ່ງທີ່ຍັງບໍ່ມີການປະຕິບັດຕົວຈິງ ດັ່ງທີ່ນັກທຸລະກິດໄທໃນລາວ ຢືນຢັນວ່າ:

ເຊັ່ນມາດຕະການການແກ້ໄຂເງິນເຟີ້ ກໍ່ສັ່ງການໄປທີ່ ທະນາຄານແຫ່ງ ສປປ ລາວ ໃຫ້ຄຸ້ມຄອງປະລິມານເງິນ M2 ແລ້ວກໍ່ໃຫ້ຫາທາງຫຼຸດອັດຕາເງິນເຟີ້ລົງ ຈາກນັ້ນກໍ່ໄດ້ສັ່ງການຕໍ່ໄປອີກວ່າ ໃຫ້ຄວບຄຸມການເຄື່ອນໄຫວຂອງການເງິນຂອງທະນາຄານພານິດທຸກແຫ່ງ ຢ່າງໃກ້ຊິດ ແລ້ວກໍ່ຄຸ້ມຄອງເລື້ອງຂອງການແລກປ່ຽນທີ່ບໍ່ຖືກຕ້ອງ ຫຼືມອບໝາຍໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ເຮັດລາຍ ການສິນຄ້າໃດເປັນລາຍການສິນຄ້າ ທີ່ນຳເຂົ້າແບບເປັນສິນຄ້າຟຸມເຟືອຍ ແລະ ລາຍການໃດເປັນລາຍການທີ່ສິນຄ້າທີ່ຜະລິດເອງ”

ທັງນີ້ ໂດຍປະຊາຊົນລາວຖືກກະທົບໜັກທີ່ສຸດຈາກບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮູນແຮງ ນັບຈາກໄຕມາດທີ 2 ຂອງປີ 2022 ເປັນຕົ້ນມາ ສ່ວນດັດຊະນີລາຄາການຊົມໃຊ້ກໍ່ປັບຕົວສູງເກີນກວ່າ 195 ເປີເຊັນ ໃນເດືອນສິງຫາ 2023 ແລະ ເຖິງແມ່ນວ່າຈະໄດ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ຈາກ 1.3 ລ້ານກີບ ມາເປັນ 1.6 ລ້ານກີບຕໍ່ເດືອນກໍຕາມ ຫາກແຕ່ດ້ວຍຄ່າຄອງຊີບທີ່ສູງຂຶ້ນ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮູນແຮງໃນເວລານີ້ ຈຶ່ງເຮັດໃຫ້ປະຊາຊົນລາວຕ້ອງໃຊ້ຈ່າຍເພີ່ມຂຶ້ນເກີນກວ່າ 1 ເທົ່າ ເມື່ອທຽບໃສ່ປີ 2022 ເຊິ່ງປັດໄຈສຳຄັນປະການນຶ່ງທີ່ເຮັດໃຫ້ເກີດສະພາບບັນຫາດັ່ງກ່າວນີ້ ກໍ່ຄືທະນາຄານແຫ່ງຊາດລາວນັ້ນ ບໍ່ສາມາດຄວບຄຸມການແລກປ່ຽນເງິນຕາໃຫ້ຢູ່ໃນລະບົບທະນາຄານໄດ້ຢ່າງແທ້ຈິງ ໂດຍເຖິງແມ້ວ່າຈະໄດ້ຍົກເລີກຮ້ານແລກປ່ຽນເງິນຂອງເອກະຊົນໄປທັງໝົດແລ້ວກໍ່ຕາມ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

ບັດນີ້ອັດຕາແລກປ່ຽນຂອງພວກເຮົາ ນັບມື້ນັບຫ່າງໄກອອກຈາກອັດຕາຄວາມເປັນຈິງ ພວກເຮົາສິຄວນປະເມີນບໍ່ມາດຕະການບາງອັນທີ່ເຮົາເຮັດ ຄືລັດຖະບານເພິ່ນກະໄດ້ມີມາດຕະຖານໃນການປິດຮ້ານແລກປ່ຽນຕ່າງໆ ກໍ່ຄາດຫວັງວ່າອັດຕາແລກປ່ຽນມັນສິຫຼຸດລົງ ແຕ່ໃນຄວາມເປັນຈິງມັນບໍ່ຫຼຸດລົງ ອັນນີ້ ເຮົາກະຕ້ອງໄດ້ຄົ້ນຄ້ວາລົງເລິກວ່າສາເຫດມັນເປັນຍ້ອນຫຍັງ ຍ້ອນຮ້ານແລກປ່ຽນແທ້ບໍ່ ? ຫຼືວ່າມັນແມ່ນຍ້ອນ Demand – Supply ຄວາມຕ້ອງການກັບຄວາມສະໜອງມັນບໍ່ມາຫາກັນ ບໍ່ເຈີະກັນໄດ້ແລ້ວມັນກໍ່ເກີດທີ່ຮ້ອງວ່າມືທີ່ມອງບໍ່ເຫັນ ມັນກໍ່ຕ້ອງໄປຊອກຫາບ່ອນແລກປ່ຽນຈົນໄດ້”

ແຕ່ຢ່າງໃດກໍຕາມ ອັດຕາເງິນເຟີ້ໃນລາວ ໄດ້ປັບຕົວຫຼຸດລົງຈາກ 41.26 ເປີເຊັນ ໃນເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 27.80 ເປີເຊັນ ແລະ 25.88 ເປີເຊັນ ໃນເດືອນກໍລະກົດ-ສິງຫາ 2023 ທັງຍັງຄາດວ່າຍັງຈະຫຼຸດລົງອີກໃນໄລຍະຕໍ່ໄປນີ້ ຫາກແຕ່ການຫຼຸດລົງຂອງອັດຕາເງິນເຟີ້ດັ່ງກ່າວ ກັບບໍ່ໄດ້ສົ່ງຜົນໃຫ້ລະດັບຄ່າຄອງຊີບໃນລາວຫຼຸດລົງແຕ່ຢ່າງໃດ ໂດຍເຫັນໄດ້ຈາກດັດຊະນີລາຄາການຊົມໃຊ້ທີ່ເພີ້ມຂຶ້ນຈາກລະດັບ 169.93 ເປີເຊັນ ເມື່ອເດືອນມັງກອນ 2023 ເປັນ 190.16 ເປີ ເຊັນ ແລະ 195.1 ເປີເຊັນ ໃນເດືອນກໍລະກົດ-ສິງຫາ 2023 ທີ່ຜ່ານມາ.

ໂດຍອັດຕາເງິນເຟີ້ໃນລາວທີ່ຫຼຸດລົງດັ່ງກ່າວ ກໍ່ເປັນຜົນຈາກການດຳເນີນມາດຕະ ການທາງດ້ານການເງິນຂອງລັດຖະບານລາວ ດ້ວຍການອອກພັນທະບັດທີ່ເປັນສະກຸນເງິນກີບເຖິງ 5 ຄັ້ງ ໃນໄລຍະ 9 ເດືອນໃນປີ 2023 ອັນເຮັດໃຫ້ທະນາ ຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບ ໃນຕະຫຼາດໄດ້ຫຼາຍຂຶ້ນ ຫາກແຕ່ວ່າການທີ່ລາວຍັງຕ້ອງນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ຈາກຕ່າງປະ ເທດເປັນດ້ານຫຼັກ ເຊິ່ງຕ້ອງຊໍາລະລາຄາດ້ວຍເງິນຕາຕ່າງປະເທດ ດ້ວຍເຫດນີ້ ການອອກພັນທະບັດເງິນກີບ ຈຶ່ງບໍ່ໄດ້ເຮັດໃຫ້ລາຄາສິນຄ້າຫຼຸດລົງແຕ່ຢ່າງໃດເລີຍ.

XS
SM
MD
LG