ຮູບເງົາເລື່ອງ 'The Interview' ທີ່ລໍ້ລຽນເຍາະເຍີ້ຍທ່ານ ຄິມ
ຈົງ ອຸນ ແລະຈົບລົງດ້ວຍການສັງຫານຜູ້ນຳເກົາຫລີເໜືອ ຕາມ
ຄຳສັ່ງຂອງອົງການສືບລັບ CIA ຂອງສະຫະລັດນັ້ນ ໄດ້ສ້າງ
ຄວາມເຄັ່ງຕຶງເພີ້ມຂຶ້ນ ລະຫວ່າງວໍຊິງຕັນກັບພຽງຢາງ ຊຶ່ງປະທາ
ນາທິບໍດີ ບາຣັກ ໂອບາມາ ໄດ້ນຳໃຊ້ມາດຕາການລົງໂທດເພີ້ມ
ຕື່ມ ຕໍ່ເກົາຫລີເໜືອ ຫລັງຈາກທີ່ມີການລັກເຈາະເອົາຂໍ້ມູນທາງ
ຄອມພິວເຕີຂອງບໍລິສັດ Sony Pictures ຜູ້ສ້າງຮູບເງົາເລື້ອງ
ດັ່ງກ່າວ ທີ່ສ້າງຄວາມເສຍຫາຍຢ່າງ.spjຫລວງໃຫ້ໂຊນີ. ດາຣາ
ມີລາຍງານກ່ຽວກັບບັນຫາທີ່ຮູບເງົາເລື່ອງນີ້ກໍ່ຂຶ້ນ ມາສະເໜີທ່ານ
ຈາກລາຍງານຂອງພະແນກຮຽນພາສາອັງກິດຂອງວີໂອເອ.
ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ:
ຜູ້ຊົມໃຊ້ອິນເຕີແນັດ ຫລາຍລ້ານຄົນ ໄດ້ຈ່າຍເງິນໄປ ຄົນລະເກືອບ 6 ດອລລ່າ ເພື່ອເບິ່ງ
ຮູບເງົາເລື່ອງ ທີ່ຊື່ວ່າ “The Interview” ຫລື “ການສຳພາດ” ທາງອອນລາຍ. ຮູບເງົາ
ເລື່ອງນີ້ ໄດ້ສ້າງຄວາມໂກດແຄ້ນຢ່າງໃຫຍ່ຫລວງ ໃຫ້ແກ່ເກົາຫລີເໜືອ ແລະໄດ້ພາໃຫ້ມີການອະພິປາຍ ໃນລະຫວ່າງຊາວອາເມຣິກັນຫລາຍຄົນ ກ່ຽວກັບວ່າ ຄວນຈະເຮັດແນວໃດ
ເວລາປະເຊີນໜ້າກັບ ການຂົ່ມຂູ່ຕໍ່ການສະແດງຄວາມຄິດເຫັນຢ່າງເສລີ.
ຮູບເງົາທີ່ເປັນ ຂໍ້ຂັດແຍ້ງກັນ ນີ້ເປັນຜະລິດຕະພັນຂອງບໍລິສັດຮູບເງົາໂຊນີ ຫລື Sony Pictures ແຫ່ງເມືອງເບີແບ໊ກຄ໌ ລັດແຄລິຟໍເນຍ. ໃນຮູບເງົາເລື່ອງນີ້ ນັກໜັງສືພິມອາເມ
ຣິກັນສອງຄົນ ໄດ້ມີໂອກາດພົບປະ ກັບປະທານປະເທດເກົາຫລີເໜືອ ທ່ານ ຄິມ ຈົງ ອຸນ. ອົງການ ສືບລັບກາງ CIA ຫລື Central Intelligence Agency ຂອງສະຫະລັດ ຂໍໃຫ້
ທັງສອງຄົນ ສັງຫານທ່ານຄິມ ແລະເຂົາເຈົ້າກໍຕົກລົງ.
ນັກຂ່າວອາເມຣິກັນທັງສອງ ສົມທົບກຳລັງ ກັບນາຍທະຫານແມ່ຍິງຄົນໜຶ່ງ ຢູ່ໃນກອງທັບປະຊາຊົນເກົາຫລີ ແລະຍິງເຮືອບິນເຮລີຄອບເຕີ້ຂອງປະທານຄິມ. ການກະທຳດັ່ງກ່າວ
ເກີດຂຶ້ນ ພໍດີກັບໃນຂະນະທີ່ທ່ານຄິມກຳລັງກຽມ ຈະຍິງລູກສອນໄຟນິວເຄລຍ.
ຜູ້ຄົນຈຳນວນໜຶ່ງ ພາກັນຕຳໜິຮູບເງົາເລື່ອງນີ້ ສຳຫລັບການວາງແຜນສັງຫານຜູ້ນຳຂອງ
ລັດຖະບານປະເທດໜຶ່ງຢ່າງຮຸນແຮງ. ຄົນອື່ນໆອີກໄດ້ເວົ້າວ່າ ເນື້ອເລື່ອງແລະສະຖານະການຂອງຮູບເງົາ ບໍ່ແມ່ນ ເລື່ອງຈິງຈັງຫຍັງເລີຍ. ມັນເປັນພຽງເລື່ອງຕະລົກເທົ່ານັ້ນ. ເຖິງ
ຢ່າງໃດກໍດີ ກໍມີຄົນອື່ນໆທີ່ຊົມເຊີຍຮູບເງົາເລື້ອງ ““The Interview” ເພາະວ່າ ມັນສະແດງໃຫ້ເຫັນເຖິງເສລີພາບໃນການສະແດງອອກ ທີ່ພວກສ້າງຮູບເງົາຊາວອາເມຣິກັນ
ຊົມໃຊ້ກັນ.
ລັດຖະບານເກົາຫລືເໜືອບໍ່ພໍໃຈ ເມື່ອໄດ້ຍິນຂ່າວກ່ຽວກັບຮູບເງົາເລື່ອງນັ້ນ ແລະໄດ້ເລີ້ມ
ສະແດງການຄັດຄ້ານອອກມາຢ່າງເປີດເຜີຍໃນເດືອນມີຖຸນາຜ່ານມາ ຊຶ່ງເປັນເວລາຫລາຍ
ເດືອນ ກ່ອນກຳນົດການນຳເອົາ ຮູບເງົາເລື່ອງ ““The Interview” ອອກສາຍໃນໂຮງ.
ເກົາຫລີເໜືອເອີ້ນຮູບເງົານັ້ນວ່າເປັນ “ພຶດຕິກຳຂອງສົງຄາມ” ແລະຂົ່ມຂູ່ທີ່ຈະກະທຳອັນທີ່
ເກົາຫລືເໜືອເອີ້ນວ່າ ການຕອບໂຕ້ຢ່າງບໍ່ເມດຕາປານີ.
ໃນເດືອນພະຈິກ ບໍລິສັດ Sony Pictures ໄດ້ຖືກໂຈມຕີທາງໄຊເບີຢ່າງໜັກ ກໍຄືຖືກລັກ
ເຈາະເອົາຂໍ້ມູນທາງຄອມພິວເຕີ. ກຸ່ມໜຶ່ງທີ່ເອີ້ນຕົນເອງວ່າ “Guardians of Peace”
ຫລື “ຜູ້ພິທັກສັນຕິພາບ” ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການລັກເຈາະເອົາຂໍ້ມູນທຸກໆ
ຊະນິດ ຈາກຄອມພິວເຕີຂອງບໍລິສັດໂຊນີ. ຮູບເງົາເລື້ອງນັ້ນໄດ້ຖືກນຳອອກສາຍທາງອອນ
ລາຍ ກ່ອນກຳນົດນຳອອກສາຍໃນໂຮງ ເຮັດໃຫ້ໂຊນີເສຍເງິນໄປຫລາຍລ້ານດອລລ່າ.
ພວກໂຈມຕີຍັງໄດ້ນຳເອົາປະຫວັດການແພດ ຂອງບັນດາພະນັກງານບໍລິສັດໂຊນີ ພ້ອມ
ທັງອີເມລທີ່ມີເນື້ອໃນດູຖູກດູໜິ່ນພວກດາລານັກສະແດງ ອອກມາເປີດເຜີຍອີກ. ຮວມທັງ
ໝົດແລ້ວ ການໂຈມຕີທາງໄຊເບີໄດ້ ເປັນຄວາມຫາຍະນະ ທາງການເງິນແລະປະຊາສຳ
ພັນ ສໍາຫລັບບໍລິສັດຜະລິດຮູບເງົາບໍລິສັດນີ້.
ຫ້ອງການສືບສວນກາງສະຫະລັດ ຫລື FBI ໄດ້ປະຕິບັດງານ ເພື່ອຫາທາງແກ້ຄວາມລຶກ
ລັບຂອງການໂຈມຕີ ແລະໄດ້ຖິ້ມໂທດໃສ່ ພວກລັກເຈາະຂໍ້ມູນ ຫລື hackers ເກົາຫລີ
ເໜືອ. ແຕ່ວ່າເກົາຫລີເໜືອປະຕິເສດວ່າ ຕົນບໍ່ໄດ້ມີສ່ວນພົວພັນໃດໆ.
ກຸ່ມສືບລັບກຸ່ມໜຶ່ງທີ່ເອີ້ນວ່າ Norse ກໍໄດ້ທຳການສືບສວນເຊັ່ນກັນ. ກຸ່ມນີ້ເວົ້າວ່າ ມີພະ
ນັກງານເກົ່າຂອງບໍລິສັດ Sony Pictures ຢ່າງນ້ອຍກໍຄົນໜຶ່ງ ທີ່ມີສ່ວນຮັບຜິດຊອບ.
ຕາມລາຍງານນັ້ນ ພະນັກງານຄົນທີ່ວ່ານີ້ ມີຄວາມໂກດແຄ້ນທີ່ຖືກບໍລິສັດໂຊນີໄລ່ອອກ.
ທັງທາງບໍລິສັດ ແລະອົງການ FBI ຕ່າງກໍສືບຕໍ່ ກ່າວວ່າ ພວກຕົນໄດ້ພົບຄົນໂຈມຕີທີ່ແທ້
ຈິງແລ້ວ.
ເຖິງແມ່ນໃຜຈະເປັນຜູ້ຮັບຜິດຊອບກໍຕາມ ແຕ່ໃນວັນທີ 16 ເດືອນທັນວາ ໂຊນີກໍໄດ້ຍົກ
ເລີກແຜນການທີ່ຈະນຳເອົາຮູບເງົາເລື່ອງ “The Interview” ອອກສາຍ. ໂຊນີເວົ້າວ່າ ໂຮງສາຍຮູບເງົາໃຫຍ່ໆສ່ວນຫລາຍ ບໍ່ຍອມເອົາຮູບເງົາເລື່ອງນັ້ນອອກສາຍ ໃນຊ່ວງເທດ
ສະການບຸນລະດູໜາວ. ພວກໂຮງສາຍຮູບເງົາເຫລົ່ານັ້ນໃຫ້ຂໍ້ສັງເກດເຖິງ ຄຳຂູ່ຕ່າງໆຕໍ່
ບັນດາລູກຄ້າຂອງຕົນຈາກພວກແຮັກເກີ້. ບາງໂຮງເວົ້າວ່າ ເຂົາເຈົ້າຈະບໍ່ສາຍຮູບເງົາ
ເລື່ອງນັ້ນ ໃນຊ່ວງເວລາດັ່ງກ່າວ.
ຫາກແຕ່ວ່າ ຜູ້ສ້າງຮູບເງົາ ນັກສະແດງ ແລະນັກການເມືອງ ຈຳນວນໜຶ່ງ ໄດ້ຄັດຄ້ານຕໍ່
ການຍົກເລີກ ການສາຍຮູບເງົາເລື່ອງນັ້ນ. ຄວາມກົດດັນໄດ້ກໍ່ໂຕຂຶ້ນ ເພື່ອບີບບັງຄັບໃຫ້
ໂຊນີນຳເອົາຮູບເງົານັ້ນອອກສາຍ. ຫລາຍໆຄົນຢາກໃຫ້ບໍລິສັດສະແດງໃຫ້ເຫັນວ່າ ຄຳຂູ່
ຕ່າງໆນັ້ນ ບໍ່ສາມາດທີ່ຈະປາບປາມການສະແດງອອກ ຢ່າງເສລີໄດ້.
ປະທານາທິບໍດີ ບາຣັກ ໂອບາມາ ກໍໄດ້ສະເໜີໃຫ້ຄວາມເຫັນຂອງທ່ານ ກ່ຽວກັບບັນຫານີ້ເຊັ່ນກັນ. ທ່ານກ່າວວ່າ ທ່ານເຫັນໃຈນຳສະຖານະພາບທີ່ໂຊນີຕົກຢູ່ ແຕ່ທ່ານກໍເວົ້າວ່າ ການຍົກເລີກການສາຍຮູບເງົາ ອາດສາມາດມີຜົນສະທ້ອນ ທີ່ເປັນການແຊກແຊງກັບເສລີພາບໃນການສະແດງອອກເຖິງຄວາມນຶກຄິດ.
ໃນວັນທີ 23 ທັນວາ ບັນດາເຈົ້າໜ້າທີ່ໂຊນີປະກາດວ່າ ຈະນຳເອົາຮູບເງົາເລື່ອງ “The Interview” ອອກສາຍແບບຈຳກັດ. ເຂົາເຈົ້າກ່າວວ່າ ພວກໂຮງສາຍຮູບເງົາທີ່ຖືກເລືອກ ຈະເອົາສາຍຮູບເງົາເລື່ອງນີ້ ອອກສາຍໃນວັນຄຣິສມັສ ກໍຄືວັນທີ 25 ທັນວາ.
ທ່ານໂອບາມາບໍ່ໄດ້ເວົ້າວ່າ ທ່ານໄດ້ເບິ່ງຮູບເງົາເລື່ອງນັ້ນຫລືບໍ່ ແຕ່ທ່ານກ່າວຊົມເຊີຍການນຳເອົາມັນ ອອກສາຍ.
ຢູ່ເກົາຫລີເໜືອ ເປັນການຍາກສຳຫລັບຫລາຍໆຄົນ ທີ່ຈະໄດ້ເບິ່ງຮູບເງົາເລື່ອງ “The Interview” ເຖິງແມ່ນເຂົາເຈົ້າຈະຢາກເບິ່ງກໍຕາມ. ອິນເຕີແນັດແມ່ນຖືກຈຳກັດຢ່າງສູງຢູ່ໃນປະເທດນັ້ນ. ຫລາຍໆຄົນບໍ່ສາມາດຊື້ເບິ່ງທາງອິນເຕີແນັດໄດ້. ແລະບັນດານັກສັງເກດການທີ່ຊ່ຽວ ຊານເວົ້າວ່າ ພວກຊາວເກົາຫລີເໜືອ ທີ່ໄດ້ເບິ່ງ ກໍຄົງຈະຮູ້ສຶກຖືກໝິ່ນປະໝາດຢ່າງແຮງ ແລະຮູ້ສຶກ ສັບສົນ.
ໃນລະຫວ່າງການຢ້ຽມຢາມພຽງຢາງ ໃນປີ 2013 Steve Herman ຜູ້ສື່ຂ່າວວີໂອເອ ໄດ້ໂອ້ລົມກັບຊາວເກົາຫລີເໜືອຫລາຍຄົນ. ລາວເວົ້າວ່າ ປາກົດວ່າເຂົາເຈົ້າເຊື່ອພວກສື່ທີ່ບໍລິ
ຫານໂດຍລັດ ແລະລະບົບການສຶກສາຂອງປະເທດ. ແລະເບິ່ງຄືວ່າ ພວກເຂົາເຈົ້າພາກັນຄິດວ່າສະຫະ ລັດແລະພວກພັນທະມິດມີຄວາມຕ້ອງການທີ່ຈະສ້າງຄວາມເສຍຫາຍ ໃຫ້
ແກ່ລະບອບສັງຄົມນິຍົມແລະການພັດທະນາຂອງເກົາຫລີເໜືອ.
ນັກສັງເກດການຄົນອື່ນໆກ່າວວ່າ ຈະເປັນການຍາກທີ່ຈະໃຫ້ຊາວເກົາຫລີເໜືອ ຍອມຮັບເອົາຮູບເງົາ ເລື່ອງ““The Interview” ຕາມທີ່ຜູ້ສ້າງຕັ້ງໃຈຈະໃຫ້ມັນເປັນ ຊຶ່ງກໍຄືຮູບເງົາຕະລົກເລື່ອງໜຶ່ງເທົ່ານັ້ນເອງ.
ແຕ່ວ່າ ຮູບເງົາເລື່ອງນີ້ຈະສາມາດກໍ່ໃຫ້ເກີດຄວາມສົງໄສ ກ່ຽວກັບລັດຖະບານເກົາຫລີເໜືອ ໃນໝູ່ພົນລະເມືອງເກົາຫລີເໜືອ ໄດ້ຫລືບໍ່? ບັນດານັກສັງເກດການມີຄວາມສົງໄສວ່າ ເສລີ
ພາບທີ່ສະແດງໃຫ້ເຫັນ ຢູ່ໃນຮູບເງົານັ້ນ ຈະສາມາດເຮັດໃຫ້ຊາວເກົາຫລີເໜືອບາງຄົນຕັ້ງຂໍ້
ສົງໄສກ່ຽວກັບອຳນາດຄວບຄຸມອັນຮັດແໜ້ນ ຕໍ່ຊີວິດຢູ່ໃນປະເທດຂອງເຂົາເຈົ້ານັ້ນ ຫລືບໍ່?
_____________________________________________________________
Words in This Story
controversial – adj. relating to or causing much discussion, disagreement or argument; likely to produce controversy
impact – n. the act or force of one thing hitting another
hacker – n. a person who secretly gets access to a computer in order to get information, cause damage, etc. ; a person who hacks into a computer system
confused – adj. unable to understand or think clearly
Now it’s your turn to use these Words in this Story. In the comments section, write a sentence using one of these words and we will provide feedback on your use of vocabulary and grammar.