ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າຄ້າຢາເສບຕິດມາເລເຊຍລາຍໃຫຍ່ ຖືກຈັບຢູ່ລາວ ແລະຖືກຢຶດຊັບສິນ ມູນຄ່າປະມານ 2.5 ລ້ານໂດລາ, ລາວເປັນຈຸດສໍາຄັນໃນຂະບວນຄ້າຢາເສບຕິດ


ສາມຫຼ່ຽມຄໍາໃນປະເທດໄທ, ບ່ອນທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ໄທ, ລາວ ແລະ ມຽນມາ.
ສາມຫຼ່ຽມຄໍາໃນປະເທດໄທ, ບ່ອນທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ໄທ, ລາວ ແລະ ມຽນມາ.

ຫົວໜ້ານັກຄ້າຢາເສບຕິດລາຍໃຫຍ່ຊາວມາເລເຊຍ ຖືກຈັບໄດ້ຢູ່ໃນນະ ຄອນຫຼວງວຽງຈັນເມື່ອມໍ່ໆມານີ້ ໂດຍເຈົ້າໜ້າທີ່ລາວທີ່ເຮັດວຽກຮ່ວມກັບຕໍາຫຼວດໄທ ຊຶ່ງສະພາບການນີ້ ເນັ້ນຢໍ້າໃຫ້ເຫັນວ່າ ລາວໄດ້ກາຍເປັນຈຸດສໍາຄັນ ສໍາລັບຂະບວນການຄ້າຢາເສບຕິດຂ້າມຊາດນັບມື້ນັບຫຼາຍຂຶ້ນ, ອີງຕາມພວກນັກຊ່ຽວຊານ ຊຶ່ງບົວສະຫວັນ ຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫົວໜ້າແກັ່ງຄ້າຢາເສບຕິດຂ້າມຊາດລາຍໃຫຍ່ ຊາວມາເລເຊຍທີ່ຊື່ວ່າອອງ ກິມ ວາ (Ong Gim Wah) ທີ່ລີ້ຊ່ອນຢູ່ລາວ ຖືກຈັບໄດ້ ເມື່ອວັນທີ 29 ທັນວາ, 2023 ຜ່ານມາຂະນະທີ່ເຈົ້າຫນ້າທີ່ລາວ ແລະໄທປະຕິບັດງານຮ່ວມກັນ. ຜູ້ກ່ຽວໄດ້ຖືກສົ່ງຕົວໄປໄທແລ້ວ ຕາມການຂໍຮ້ອງຂອງຕໍາຫລວດໄທ ທີ່ເວົ້າວ່າຜູ້ກ່ຽວຢູ່ໃນບັນຊີດໍາຂອງຕົນ ແລະມີບົດບາດສໍາຄັນໃນການຊື້ຢາເສບຕິດ ແລະປະສານງານກັບກຸ່ມຄ້າຢາເສບຕິດໃນເຂດສາມຫຼ່ຽມຄໍາມາຕັ້ງແຕ່ປີ 2006, ອີງຕາມໜັງສືພິມບາງກອກໂພສທ໌. ທ່ານອິນຊິກ ຊິມ (Inshik Sim) ຢູ່ຫ້ອງການຢາເສບຕິດ ແລະອາຊະຍາກໍາຂອງອົງການສະຫະປະຊາຊາດ ຫລື UNODC ປະຈໍາຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະເປັນນັກຊ່ຽວຊານຕິດຕາມສະຖານະການໃນເຂດສາມຫຼ່ຽມຄໍາກ່າວຕໍ່ພວກເຮົາຈາກບາງກອກ ຜ່ານ zoom ວ່າ:

“ມັນບໍ່​ເປັນເລື້ອງແປກ​ໃຈເລີຍທີ່​ມີຄົນ​ສັນຊາດ​ມາ​ເລ​ເຊຍ​ທີ່​ເຮັດ​ວຽກ​ໃຫ້​ກຸ່ມ​ຄ້າ​ຢາ​ເສບ​ຕິດ​ສາ​ກົນ​ທີ່​ຊອກ​ຫາ​ແຫລ່ງຢາ​ເສບ​ຕິດໂດຍ​ຜ່ານ​ລາວ, ມັນ​ບໍ່​ແມ່ນ​ເລື້ອງ​ແປກ​ໃຈ​ແທ້ໆ. ເພາະຖ້າທ່ານເບິ່ງປະເທດລາວມັນໄດ້ກາຍເປັນຈຸດສຳຄັນຫຼາຍສຳລັບພາກພື້ນໃນດ້ານການຄ້າຂາຍຢາເສບຕິດ. ຍ້ອນວ່າໃນເມື່ອກ່ອນມີຫຼາຍກໍລະນີທີ່ພວກເຮົາເຫັນວ່າ ຢາເສບຕິດແມ່ນມາຈາກມຽນມາໄປຫາໄທໂດຍກົງ ແລະຈາກນັ້ນກໍໄປຫາມາເລເຊຍ ແລະຈາກມາເລເຊຍກໍໄປບ່ອນອື່ນໆ ຫຼືຈາກມຽນມາໄປໄທ ແລະຈາກໄທໄປບ່ອນອື່ນໆ. ພວກເຮົາເຫັນວ່າ, ປະເທດລາວນັບມື້ກາຍເປັນເປົ້າໝາຍທີ່ໃຊ້ເປັນຈຸດຜ່ານຂອງຢາບ້າ ແລະເຄຕາມິນ ທີ່ລັກລອບຂົນສົ່ງມາຈາກລັດສານໃນມຽນມາຫລາຍຂຶ້ນ. ສ່ວນ​ໃຫຍ່ແລ້ວ​ກໍແມ່ນມັນ​ກ່ຽວ​ຂ້ອງ​ກັບ​ການ​ປະຕິບັດ​ກົດໝາຍ​ທີ່​ເພີ່ມ​ຂຶ້ນ​ຢູ່​ຕາມ​ຊາຍ​ແດນ​ໄທກັບມຽນມາ. ໃນທາງກົງກັນຂ້າມຊາຍແດນລາວ-ມຽນມາ ແມ່ນເປັນບັນຫາໃຫຍ່ແທ້ໆ ເມື່ອເວົ້າເຖິງຄວາມພະຍາຍາມໃນການບັງຄັບໃຊ້ກົດໝາຍ. ສະນັ້ນ ພວກເຮົາຈຶ່ງເຫັນວ່າລາວ ນັບມື້ກາຍເປັນເປົ້າໝາຍໃນເລື້ອງນີ້ຫຼາຍຂຶ້ນ. ສໍາລັບກຸ່ມຄ້າຢາເສບຕິດໃດໆ ທີ່ຕ້ອງການແຫຼ່ງຢາ ແລະຈາກນັ້ນສົ່ງຢາເຫຼົ່ານັ້ນໄປຫາຈຸດໝາຍປາຍທາງ ພວກເຂົາຈໍາເປັນຕ້ອງໄປຢູ່ໃນປະເທດລາວ.”

ທັງນີ້ ທ່ານອະທິບາຍວ່າ:

ກ່ອນ​ອື່ນ​ໝົດ ແນ່ນອນ​ແມ່ນການ​ຂາດ​ຄວາມ​ສາ​ມາດ​. ເມື່ອປຽບທຽບກັບປະ ເທດໄທ, ການສະກັດກັ້ນການລັກລອບສິນຄ້າຜິດກົດໝາຍເຂົ້າປະເທດຂອງເຂົາເຈົ້າແມ່ນຕໍ່າ, ແຕ່ຂ້າພະເຈົ້າຫມາຍຄວາມວ່າ ມັນບໍ່ແມ່ນສິ່ງທີ່ທ່ານສາມາດປຽບທຽບກັນໃນດ້ານຕົວເລກ, ແຕ່ເວົ້າເຖິງຄວາມຮັບຮູ້ທົ່ວໄປຂອງເຈົ້າຫນ້າທີ່ບັງຄັບໃຊ້ກົດຫມາຍໃນພາກພື້ນ. ພວກເຮົາເຫັນວ່າ ປະເທດລາວມີຊັບພະຍາ ກອນໜ້ອຍ, ມີໂອກາດໜ້ອຍໃນການມີອຸປະກອນສະເພາະ ຫຼືເຄື່ອງມືສະເພາະສໍາລັບຕ້ານການຄ້າຂາຍຢາເສບຕິດ. ສະ​ນັ້ນ, ສຳ​ລັບ​ເລື່ອງ​ດັ່ງ​ກ່າວ, ລາວ​ໃນມູມມອງ​ຂອງ​ພວກ​ຄ້າ​ຢາ​ເສບ​ຕິດ ແມ່ນ​ຕ້ອງໄດ້​ຂ້າມ​ຊາຍ​ແດນ​ອີກ​ບ່ອນນຶ່ງ​ຈາກ​ມຽນ​ມາ​ໄປ​ລາວ, ແລະ ຈາກລາວ​ໄປ​ໄທ. ແຕ່ຢ່າງໃດກໍ່ຕາມ ພວກເຂົາເຫັນວ່າການເຮັດແນວນີ້ແມ່ນດີກວ່າ ຫຼືບາງເທື່ອມັນກໍເປັນວິທີທີ່ໜ້າດຶງດູດໃຈຫຼາຍກວ່າ ໃນທຸກມື້ນີ້ ຍ້ອນມັນມີຄວາມສ່ຽງຫນ້ອຍທີ່ກ່ຽວຂ້ອງກັບການຄ້າຢາເສບຕິດຂອງພວກເຂົາ, ຕາມຂ້າພະເຈົ້າຄິດ.

ສ່ວນທ່ານເຈສັນ ທາວເວີ (Jason Tower), ຫົວໜ້າຫ້ອງການມຽນມາຢູ່ສະຖາບັນສັນຕິພາບຂອງສະຫະລັດທີ່ຄົ້ນຄວ້າກ່ຽວກັບເຄືອຂ່າຍອາຊະຍາກໍາຂ້າມຊາດ, ຄວາມຂັດແຍ້ງໃນມຽນມາ ແລະຄວາມໝັ້ນຄົງໃນຂົງເຂດເອເຊຍຕາເວັນອອກ ສຽງໃຕ້ທີ່ກໍາລັງປະຕິບັດງານຢູ່ບາງກອກໃຫ້ຄໍາເຫັນຕໍ່ພວກເຮົາຜ່ານທາງອີເມລ ວ່າ: ພວກເຮົາສັງເກດເຫັນ​ການ​ຫລັ່ງ​ໄຫລ​ຂອງພວກ​ກຸ່ມ​ອາຊະຍາ​ກຳ​ໃໝ່ ​ເຂົ້າໄປໃນ​ເຂດ​ສາມ​ຫຼ່ຽມຄຳຢ່າງຫຼວງຫຼາຍ ​ນັບ​ແຕ່​ທ້າຍ​ເດືອນ​ຕຸລາ​ປີ 2023 ມາ ພາຍຫຼັງທີ່ມີ​ການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຢ່າງ​ຫຼວງ​ຫຼາຍ​ຢູ່​ເຂດ​ຊາຍ​ແດນ​ຈີນກັບມຽນມາ, ສະ​ນັ້ນ​ມັນ​ເປັນ​ເລື່ອງທີ່​ສຳຄັນຫລາຍ​ທີ່ຄວນ​ເນັ້ນໜັກ​ບັນຫາ​ເຫຼົ່າ​ນີ້ຢູ່​ໃນ​ໄລຍະ​ນີ້.

ພ້ອມກັນນັ້ນ ທ່ານຊິມກໍເວົ້າວ່າການຕໍ່ສູ້ກັນລະຫວ່າງລັດຖະບານທະຫານມຽນ ມາ ແລະກຸ່ມຊົນເຜົ່າຕ່າງໆ ໃນບາງເຂດຂອງລັດສານກໍມີສ່ວນເຮັດໃຫ້ມີຢາເສບ ຕິດຫລັ່ງໄຫຼເຂົ້າມາຜ່ານລາວຫຼາຍຂຶ້ນໃນຊຸມປີໝໍ່ໆມານີ້, ທ່ານກ່າວດັ່ງນີ້:

“ສໍາລັບຊາຍແດນລະຫວ່າງມຽນມາ ແລະລາວມີບາງສ່ວນແມ່ນເຊື່ອມຕໍ່ໂດຍກົງກັບພາລະກິດພິເສດ ຫລື special Mission 4, ເຊິ່ງຢູ່ທາງເຫນືອຂອງເມືອງລາ (ໃນລັດສານ) ແລະເຈົ້າຫນ້າທີ່ບັງຄັບໃຊ້ກົດໝາຍມຽນມາບໍ່ໄດ້ເຂົ້າໄປຢູ່ທີ່ນັ້ນ. ໂດຍພື້ນຖານແລ້ວ ມັນມີແຕ່ກຸ່ມຢາເສບຕິດໃນມຽນມາທີ່ປະຕິບັດງານຢູ່ທີ່ນັ້ນ. ນັ້ນຄືສະພາບແວດລ້ອມທີ່ສົມບູນແບບສຳລັບພວກຄ້າຢາເສບຕິດ.”

ສະນັ້ນ ທ່ານກ່າວມ້ວນທ້າຍວ່າ ການມີທີ່ຫົວໜ້າແກັ່ງຄ້າຢາເສບຕິດລາຍໃຫຍ່ ເຄື່ອນ ໄຫວຢູ່ລາວ ແລະອາໄສຢູ່ໄທເປັນຊົ່ວໄລຍະນຶ່ງ ແມ່ນເປັນເລື້ອງທໍາມະດາ ຊຶ່ງ​ທ່ານ​ກ່າວ​ດັ່ງນີ້:

ຍ້ອນວ່າ ສໍາລັບພວກເຂົາແລ້ວ ສະຖານທີ່ທັງໝົດເຫລົ່ານີ້, ການເຊື່ອມຕໍ່ຈາກ ມຽນມາ, ຈາກລັດສານກັບລາວ ຢູ່ແຂວງບໍ່ແກ້ວ ແລະ ຈາກແຂວງບໍ່ແກ້ວຫາໄທ ແລະມາເລເຊຍ, ເສັ້ນທາງລັກລອບຄ້າຢາທັງໝົດ ແລະເຊື່ອມຕໍ່ຈາກລັດສານ ໄປຫາຟາກມາເລເຊຍ, ຜູ້ກ່ຽວຕ້ອງມີພາລະບົດບາດສະເພາະໃນການຄຸ້ມຄອງເສັ້ນທາງເຫຼົ່ານັ້ນ.”

ປັດຈຸບັນຊັບສິນຂອງຜູ້ກ່ຽວຢູ່ໄທທີ່ມີມູນຄ່າປະມານ 85 ລ້ານບາດ, ເທົ່າກັບ 2.45 ລ້ານກວ່າໂດລາ ຊຶ່ງລວມທັງທີ່ດິນ, ຄອນໂດມິນຽມ 2 ຫລັງ, ເຮືອສໍາລານຫຼູຫຼາ 3 ລໍາ, ລົດໃຫຍ່, ລົດຈັກ, ປືນ, ເງິນສົດ ແລະອື່ນໆ ແມ່ນຖືກຢຶດແລ້ວ, ອີງຕາມເຈົ້າໜ້າທີ່ໄທກ່າວຕໍ່ໜັງສືພິມບາງກອກໂພສທ໌.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG