ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພິຈາລະນາ ຄະດີຮອບໃໝ່ ຕໍ່ອະດີດຜູ້ນໍາພົນລະເຮືອນ ຂອງມຽນມາ


ຜູ້ຊຸມນຸມປະທ້ວງ ຕໍ່ຕ້ານການເຮັດລັດຖະປະຫານຂອງລັດຖະບານທະຫານ ແລະຮຽກຮ້ອງໃຫ້ປ່ອຍໂຕຜູ້ນໍາຈາກການເລືອກຕັ້ງຂອງເຂົາເຈົ້າ ທ່ານນາງ ອອງ ຊານ ຊູ ຈີ, ທີ່ນະຄອນຢ້າງກຸ້ງ, ປະເທດມຽນມາ, ວັນທີ 6 ກຸມພາ, ປີ 2021.
ຜູ້ຊຸມນຸມປະທ້ວງ ຕໍ່ຕ້ານການເຮັດລັດຖະປະຫານຂອງລັດຖະບານທະຫານ ແລະຮຽກຮ້ອງໃຫ້ປ່ອຍໂຕຜູ້ນໍາຈາກການເລືອກຕັ້ງຂອງເຂົາເຈົ້າ ທ່ານນາງ ອອງ ຊານ ຊູ ຈີ, ທີ່ນະຄອນຢ້າງກຸ້ງ, ປະເທດມຽນມາ, ວັນທີ 6 ກຸມພາ, ປີ 2021.

ທ່ານນາງອອງ ຊານ ຊູ ຈີ, ອະດີດຜູ້ນໍາລັດຖະບານພົນລະເຮືອນຂອງມຽນມາ, ໄດ້ຖືກນໍາໂຕກັບມາທີ່ຫ້ອງພິຈາລະນາຄະດີຂອງສານໃນນະຄອນຫລວງເນປີດໍເມື່ອວັນຈັນວານນີ້ ເພື່ອພິຈາລະນາຄະດີຮອບໃໝ່ກ່ຽວກັບຂໍ້ກ່າວຫາທີ່ພົວພັນກັບການສໍ້ລາດບັງຫລວງ ເຊິ່ງນໍາໂດຍລັດຖະບານທະຫານມຽນມາທີ່ໄດ້ຂັບໄລ່ທ່ານນາງອອກຈາກອໍານາດ.

ທ່ານຄິນ ມອງ ຊໍ (Khin Maung Zaw) ເຊິ່ງເປັນທະນາຍຄວາມຂອງຝ່າຍ ຈໍາເລີຍໄດ້ລາຍງານໃຫ້ VOA ພາກພາສາມຽນມາວ່າ ທ່ານນາງ ຊູ ຈີ ຈະຕ້ອງໄດ້ຮັບຟັງການພິຈາລະນາຄະດີແຍກກັນສາມຄັ້ງໃນຂໍ້ຫາ ຝ່າຝືນກົດໝາຍໄພທໍາມະຊາດ, ການສື່ສານ ແລະການສົ່ງອອກ-ນໍາເຂົ້າສິ່ງຂອງຕາມລໍາດັບ.

ໃນລະຫວ່າງການພິຈາລະນາຄະດີຂັ້ນສຸດທ້າຍ, ທ່ານ ຄິນ ມອງ ຊໍ ກ່າວວ່າມັນຖືກຄົ້ນພົບໃນລະຫວ່າງສອບປາກຄໍາທະຫານຄົນນຶ່ງ ເຊິ່ງເປັນຜູ້ນໍາພາໃນການບຸກເຂົ້າກວດຄົ້ນເຮືອນພັກຂອງທ່ານນາງໂດຍບໍ່ມີໝາຍຄົ້ນໃນການດໍາເນີນງານ. ພົບວິທະຍຸສື່ສານ 6 ໜ່ວຍ ທີ່ບໍ່ໄດ້ຈົດທະບຽນ ແລະນໍາເຂົ້າຢ່າງຜິດກົດໝາຍໃນການກວດຄົ້ນເຮືອນຂອງທ່ານນາງ ທີ່ນະຄອນຫລວງເນປີດໍ.

ການຮັບຟັງພິຈາລະນາຄະດີຍັງມີຂຶ້ນໃນມື້ວັນຈັນວານນີ້ ໃນຂໍ້ກ່າວຫາທີ່ຍື່ນຟ້ອງອະດີດປະທານາທິບໍດີ ທີ່ຖືກປົດອອກຈາກອໍານາດທ່ານ ຢູ ວິນ ມິນ (U Win Myint) ໃນຂໍ້ຫາລະເມີດກົດໝາຍການຈັດການກັບໄພພິບັດທໍາມະຊາດ.

ໄອຍະການໄດ້ກ່າວວ່າ ທັງສອງຄົນ ທ່ານນາງ ຊູ ຈີ ແລະທ່ານ ຢູ ວິນ ມິນ ສະແດງອອກ “ຢູ່ໃນສະພາບຮ່າງກາຍທີ່ດີ” ເມື່ອທະນາຍຄວາມຂອງພວກທ່ານໄດ້ພົບກັບພວກທ່ານທັງສອງກ່ອນການພິຈາລະນາຄະດີໃນມື້ວັນຈັນ. ທ່ານກ່່າວວ່າ ທ່ານນາງ ຊູ ຈີ “ສະແດງຄວາມກັງວົນຢ່າງໜັກ” ກ່ຽວກັບການຕິດເຊື້ອໂຄວິດ-19 ທີ່ເພີ້ມຂຶ້ນໃນມຽນມາ, ໃນຂະນະທີ່ທ່ານ ຢູ ວິນ ມິນ ກໍ່ສະແດງຄວາມເປັນຫ່ວງກ່ຽວກັບການເພື້ມຂຶ້ນຂອງຈໍານວນຕິດເຊື້ອເຊັ່ນດຽວກັນ ແລະຍັງສົ່ງ “ຄວາມເປັນຫ່ວງ ແລະປາດຖະໜາເຖິງປະຊາຊົນນໍາດ້ວຍ.”

ການຮັບຟັງການພິຈາລະນາຄະດີ ຈະມີຂຶ້ນອີກຄັ້ງໃນອາທິດໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG