ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄ່າຮຽນ ຢູ່​ຂັ້ນມະຫາວິທຍາໄລ ໃນສະຫະລັດອາເມຣິກາ ແຕ່​ລະ​ແຫ່ງ ​ຕ່າງ​ກັນ


ນັກສຶກສາທີ່ມະຫາວິທະຍາໄລ Yale ທີມີຊື່ສຽງຂອງສະຫະລັດ ນາງຢູເປ ໂກ ແລະເພື່ອນຂອງ ທ້າວໂຈເຊັບ ລັກແມນ ຢູ່ເດີ່ນມະຫາວິທະຍາໄລ ເມືອງນິວ ເຮເວິນ ລັດຄອນເນັກຕິຄັດ ເມື່ອ​ວັນທີ 20 ພະຈິກ 2014.
ນັກສຶກສາທີ່ມະຫາວິທະຍາໄລ Yale ທີມີຊື່ສຽງຂອງສະຫະລັດ ນາງຢູເປ ໂກ ແລະເພື່ອນຂອງ ທ້າວໂຈເຊັບ ລັກແມນ ຢູ່ເດີ່ນມະຫາວິທະຍາໄລ ເມືອງນິວ ເຮເວິນ ລັດຄອນເນັກຕິຄັດ ເມື່ອ​ວັນທີ 20 ພະຈິກ 2014.

ຢູ່ສະຫະລັດອາເມຣິກາ ມີລະບົບການສຶກສາຢູ່ສອງຢ່າງຄື ໂຮງຮຽນຫຼວງ ຈາກຊັ້ນປະຖົມ
ຫາມັດທະຍົມຮຽນບໍ່ເສຍເງິນ ແຕ່ໂຮງຮຽນເອກກະຊົນ ຕ້ອງໄດ້ເສຍເງິນ. ຫຼັງຈາກຮຽນຈົບ
ມັດທະຍົມແລ້ວ ບັນດານັກຮຽນເຫລົ່ານີ້ ພາກັນຕຽມເຂົ້າ ມະຫາວິທະຍາໄລ ທີ່ອາດເປັນ
ມະຫາວິທະຍາໄລລັດ ມີຄ່າຮຽນຖືກກ່ອນມະຫາວິທະຍາໄລເອກກະຊົນ. ສິ່ງສຳຄັນທີ່ສຸດ
ນັ້ນກໍຄື ບັນດານັກຮຽນ ຕ້ອງຮຽນເກັ່ງ ແລະມີຄະແນນສູງ ຕາມກຳນົດ ຂອງມະຫາວິທະຍາ
ໄລ ບໍ່ວ່າຈະເປັນຂອງລັດ ໂດຍສະເພາະມະຫາວິທະຍາໄລເອກກະຊົນທີີ່ມີຊື່ສຽງຂອງສະ
ຫະລັດ. ນັກຮຽນທີ່ບໍ່ໄດ້ຮັບຄະແນນດີ ແຕ່ຄອບຄົວມີເງິນຈ່າຍຄ່າຮຽນ ບໍ່ໄດ້ໝາຍຄວາມ
ວ່າ ນັກຮຽນຄົນນັ້ນ ສາມາດເຂົ້າມະຫາວິທະຍາໄລ ທີ່ຕົນຕ້ອງການນັ້ນໄດ້.

ທ່ານກອງສີ ອາຣຸນ ນັກທຸລະກິດ ຢູ່ທີ່ລັດວໍຊິງຕັນ ຕັ້ງຢູ່ທາງພາກຕາເວັນຕົກສຽງ​ເໜືອຂອງ
ສະຫະລັດ. ທ່ານມີລູກສາວຮຽນເກັ່ງ ມີຄະແນນການຮຽນສູງຢູ່ໂຮງຮຽນມັດທະຍົມເອກກະ
ຊົນປີສຸດທ້າຍ ໄດ້ຍື່ນຄຳຮ້ອງໄປຫາເຈັດມະຫາວິທະຍາໄລແລະກຳລັງລໍຖ້າການຮັບເຂົ້າ
ມະຫາວິທະຍາໄລ ທີ່ມີຊື່ສຽງພ້ອມທັງມີລາຄາການຮຽນແພງ ຊຶ່ງທ່ານກອງສີ ໄດ້ກ່າວເຖິງ
ຄ່າຮຽນປະຈຳປີສູ່ຟັງດັ່ງນີ້:

ດ້ວຍເຫດນີ້ ບັນດານັກສຶກສາຫຼາຍໆຄົນທີ່ຮຽນຈົບປະລິນຍາຕີ ປະລິນຍາໂທ ແລະປະລິນ
ຍາເອກ ຕ້ອງໄດ້ເປັນໜີ້ສິນກູ້ຢືມເງິນຮຽນຫຼາຍສິບພັນ ເຖິງແສນ ໂດລາກໍມີ ຍົກເວັ້ນ​ພວກ
ທີ່ໄດ້ຮັບທຶນ ຫຼືເປັນນັກຮຽນທີ່ຮຽນເກັ່ງ ຫຼືມາຈາກ ຄອບຄົວທີ່ຮັ່ງມີ.

XS
SM
MD
LG