ຊາວລາວພາກັນສະຫລອງບຸນທາດຫລວງ ປະຈໍາປີ 2012
ຢ່າງຍິ່ງໃຫຍ່ ເພາະເປັນການສະເຫລີມສະຫລອງ ປີທ່ອງ
ທ່ຽວລາວ 2012 ອີກດ້ວຍ.
ງານສະຫລອງ ບຸນນະມັດສະການ ພະທາດຫລວງ ປີ 2012

1
ພະທາດຫລວງ ທີ່ວຽງຈັນ ຖືກປະດັບປະດາດ້ວຍດອກໄຟແສງສີ ທີ່ຈົບງາມ ໃນໂອກາດບຸນນະມັດສະການພະທາດຫລວງ ໃນທຸກໆປີ

2
ຊາວລາວ,ໂດຍສະເພາະແມ່ນຊາວນະຄອນຫລວງວຽງຈັນ, ຫລາຍພັນຄົນເຂົ້າຮ່ວມພິທີຕັກບາດ ໃນວັນສຸດທ້າຍຂອງບຸນນະມັດສະການ ພະທາດຫລວງ ກໍຄືຕອນເຊົ້າຂອງວັນທີ 28 ພະຈິກ 2012 ຊຶ່ງເປັນກິດຈະກຳທາງສາສະໜາ ແລະປະເພນີອັນດີງາມຂອງລາວ ທີ່ສືບສານກັນມາຫຼາຍໆເຊັ່ນຄົນ.

3
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ທ່ຽວຊົມຫ້າງຮ້ານ ໃນຕະຫລາດນັດ ບຸນທາດຫລວງ ຕາມປະເພນີ ຊຶ່ງຈັດຂຶ້ນໃນທ້າຍເດືອນພະຈິກໃນທຸກໆປີ.

4
ພິທິຕັກບາດບຸນທາດຫລວງຕາມປະເພນີ ທີ່ຈັດຂຶ້ນໃນມື້ສຸດທ້າຍຂອງງານບຸນທາດຫລວງມື້ຂຶ້ນ 15 ຄໍ່າ ຊຶ່ງກົງກັບວັນທີ 28 ພະຈິກ 2012