ວັນທີ 21 ກຸມພາກໍຄືມື້ອື່ນນີ້ກໍແມ່ນວັນຄົບຮອບ 50 ປີແຫ່ງສັນຍາວຽງຈັນ 1973 ກ່ຽວກັບການຟື້ນຟູສັນຕິພາບ ແລະປະຕິບັດຄວາມຖືກຕ້ອງປອງດອງຊາດ ທີ່ເຊັນກັນລະຫວ່າງລັດຖະບານວຽງຈັນກັບຝ່າຍແນວລາວຮັກຊາດ. ເມື່ອຫວນຄືນຄຶດເຖິງ 50 ປີກ່ອນນີ້ ແນ່ນອນຫລາຍຄົນທີ່ມາຈາກແຕ່ລະຝ່າຍ ກໍອາດຈະມີຄວາມຄິດເຫັນທີ່ແຕກຕ່າງກັນຫລາຍກ່ຽວກັບສັນຍາດັ່ງກ່າວ ແຕ່ນັກປະຫວັດສາດ, ພູມມີສາດ ແລະສັງຄົມສາດ ກໍໃຫ້ຄຳຄິດເຫັນວ່າ ມັນມີຄວາມໝາຍສຳຄັນໃນທາງປະຫວັດສາດສຳລັບຄົນລາວ ບໍ່ວ່າຈະຢູ່ແຫ່ງໃດກໍຕາມເພາະມັນໄດ້ນໍາໄປສູ່ການສະຫງົບເສິກ ດັ່ງທີ່ດຣ. ອຽນ ແບດ, ສາດສະດາຈານສອນ ໃນມະຫາວິທະຍາໄລລັດວິສຄອນຊິນ ໃນເມືອງເມດິສັນ ແລະຄົ້ນຄວ້າດ້ານການເມືອງຂອງລາວມາໄດ້ຫລາຍປີ ໃຫ້ຂໍ້ສັງເກດວ່າ:
ສັນຍາດັ່ງກ່າວນີ້ແມ່ນເຊັນກັນໃນເວລາເກືອບ 1 ເດືອນຫລັງຈາກສັນຍາປາຣີ "ເພື່ອສະຫງົບເສິກ ແລະຟື້ນຟູສັນຕິພາບ" ທີ່ເຊັນກັນລະຫວ່າງຫວຽດນາມໃຕ້ ແລະສະຫະລັດ, ກັບຫວຽດກົງ ແລະຫວຽດນາມເໜືອ ໃນວັນທີ 27, ມັງກອນ 1973. ທັງສອງສັນຍານີ້ ແມ່ນມີຄວາມກ່ຽວຂ້ອງກັນຢ່າງເລິກເຊິ່ງ ເພາະໃນສັນຍາປາຣີ ແມ່ນສະຫະລັດເຫັນດີຖອນທະຫານອອກພາຍໃນ 60 ວັນຫລັງຈາກສັນຍານັ້ນໄດ້ຖືກລົງລາຍເຊັນ ແລະມາດຕາ 20 ຂອງສັນຍາສະບັບນີ້ແມ່ນກ່ຽວຂ້ອງກັບລາວ ຊຶ່ງໃນທີ່ສຸດກໍໄດ້ເຮັດໃຫ້ສົງຄາມໃນຫວຽດນາມ ແລະ ສົງຄາມລັບຢູ່ໃນລາວສິ້ນສຸດລົງ.