ສື່ມວນຊົນທ້ອງຖິ່ນລາຍງານວ່າ ອະດີດນາຍົກລັດຖະມົນຕີຜູ້ມີອິດທິພົນຂອງໄທ ທ່ານທັກສິນ ຊິນນະວັດ ຜູ້ສະໜັບສະໜູນທີ່ມີອຳນາດຂອງ ລັດຖະບານທີ່ກຳລັງປົກຄອງປະເທດຢູ່ ໄດ້ອະນຸຍາດໃຫ້ປະກັນຕົວ ໃນວັນອັງຄານມື້ນີ້, ໂດຍຈະຫຼີກລ່ຽງການກັກຂັງກ່ອນການພິຈາລະນາຄະດີ ເນື່ອງຈາກຖືກກ່າວຫາວ່າ ດູໝິ່ນສະຖາບັນກະສັດ ໃນການໃຫ້ສຳພາດໃນປີ 2015, ອີງຕາມອົງການຂ່າວ Reuters.
ຄະດີຂອງທ່ານທັກສິນ ຖືເປັນຄະດີທີ່ສຳຄັນ ຄະດີທຳອິດໃນ 4 ຄະດີ ທີ່ກ່ຽວຂ້ອງກັບບັນດາຜູ້ມີບົດບາດທາງດ້ານການເມືອງຄົນສຳຄັນ ທີ່ຢູ່ຕໍ່ໜ້າສານໃນວັນອັງຄານມື້ນີ້, ໃນການປະທະກັນທາງກົດໝາຍຄັ້ງຫຼ້າສຸດ ທີ່ອາດຈະສົ່ງຜົນກະທົບໃຫ້ ເສດຖະກິດທີ່ໃຫຍ່ເປັນອັນດັບສອງຂອງເອເຊຍຕາເວັນອອກສຽງໃຕ້ ຕົກຢູ່ໃນຊ່ວງເວລາຂອງຄວາມບໍ່ແນ່ນອນໃໝ່ອີກຄັ້ງນຶ່ງ.
ຄະດີດັ່ງກ່າວ ກ່ຽວຂ້ອງກັບນັກການເມືອງທີ່ມີອິດທິພົນຫຼາຍທີ່ສຸດຂອງໄທບາງຄົນ, ລວມທັງນາຍົກລັດຖະມົນຕີຄົນປັດຈຸບັນ, ແລະອາດຈະເຮັດໃຫ້ຄວາມແຕກແຍກທີ່ແກ່ຍາວມາເປັນເວລາຫຼາຍທົດສະວັດ ລະຫວ່າງອົງການຈັດຕັ້ງອະນຸລັກນິຍົມຣາຊະວົງ ແລະ ຝ່າຍກົງກັນຂ້າມ ຫຼາຍຍິ່ງຂຶ້ນ, ເຊັ່ນພັກເພື່ອໄທ ເຊິ່ງເປັນພັກປະຊານິຍົມທີ່ປົກຄອງປະເທດ ແລະພັກກ້າວໄກ ຂອງຝ່າຍຄ້ານ.
ທ່ານທັກສິນ ໄດ້ຂໍປະກັນຕົວຈາກສານໃນບາງກອກ ບໍ່ດົນຫລັງຈາກທີ່ໄອຍະການສູງສຸດ ໄດ້ສັ່ງຟ້ອງ ມະຫາເສດຖີ ອາຍຸ 74 ປີ ທ່ານນີ້ ຢ່າງເປັນທາງການ ໃນຂໍ້ຫາກະທໍາຜິດ ທີ່ມີໂທດຄັງຄຸກສູງເຖິງ 15 ປີ ສໍາລັບແຕ່ລະກໍລະນີທີ່ຖືກພິຈາລະນາວ່າ ເປັນການໝິ່ນປະໝາດກະສັດ. ສະຖານີໂທລະພາບ ThaiPBS ແລະສື່ມວນຊົນທ້ອງຖິ່ນອືີ່ນໆ ລາຍງານວ່າ ສານໄດ້ຍອມຮັບເງິນປະກັນຕົວ 13,600 ໂດລາສະຫະລັດ.
ສ່ວນສານລັດຖະທໍາມະນູນ ຈະດໍາເນີນການໄຕ່ສວນຄະດີທີ່ຮ້ອງຟ້ອງໂດຍກຸ່ມສະມາຊິກວຸດທິສະພາ ເຊິ່ງອາດຈະເຮັດໃຫ້ນາຍົກລັດຖະມົນຕີ ເສດຖາ ທະວີສິນ ພົ້ນອອກຈາກຕໍາແໜ່ງ ເນື່ອງຈາກການລະເມີດກົດຫມາຍໃນການແຕ່ງຕັ້ງທະນາຍຄວາມທີ່ມີປະຫວັດການຕັດສິນໂທດອາຍາ ເຂົ້າຮ່ວມຄະນະລັດຖະບານຂອງທ່ານ.
ສານດຽວກັນນີ້ ຍັງຈະພິຈາລະນາຄະດີທີ່ຍະຍາຍາມຍຸບພັກກ້າວໄກ ເຊິ່ງເປັນພັກຝ່າຍຄ້ານ ທີ່ເປັນທີ່ນິຍົມ ໃນການໂຄສະນາຫາສຽງຂອງພວກເຂົາເພື່ອແກ້ໄຂກົດໝາຍໝິ່ນນປະໝາດກະສັດຂອງປະເທດ, ພາຍຫຼັງໄດ້ຮັບຄໍາຮ້ອງຈາກຄະນະກໍາມະການການເລືອກຕັ້ງ.
ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:
Influential former Thai Prime Minister Thaksin Shinawatra, a powerful backer of the ruling government, was granted bail on Tuesday, local media reported, avoiding pre-trial detention for allegedly insulting the monarchy in a 2015 interview.
Thaksin's is the first of four high-profile cases involving key political players that are before the courts on Tuesday, in the latest legal wrangling that could see Southeast Asia's second-largest economy plunged into a new period of uncertainty.
The cases involve some of Thailand's most powerful politicians, including its current prime minister, and could deepen a decades-old rift between the conservative-royalist establishment and its opponents, such as the populist ruling Pheu Thai party and the opposition Move Forward party.
Thaksin sought bail from a court in Bangkok shortly after the attorney general formally indicted the 74-year-old billionaire for an offense that carries a maximum jail sentence of up to 15 years for each perceived royal insult. Public broadcaster ThaiPBS and other local media reported the court had accepted $13,600 bail.
Separately, the Constitutional Court will conduct a hearing in a case lodged by a group of senators that could potentially see Prime Minister Srettha Thavisin dismissed from office for breaching the law in appointing a lawyer with a conviction record to his cabinet.
The same court will also hear a case seeking to disband the popular opposition Move Forward Party for their campaign to amend the country's royal insult law, following a complaint by the Election Commission.
ຟໍຣັມສະແດງຄວາມຄິດເຫັນ