ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ຊາວໄທ ກຽມປ່ອນ​ບັດ ເພື່ອ​ນຳ​ປະ​ເທດ ​ກັບ​ຄືນໄປ​ສູ່ ປະ​ຊາ​ທິປະ​ໄຕ


ປະ​ຊາ​ຊົນ​ພາ​ກັນ​ລ່ຽນ​ແຖວ​ແຕ່​ເຊົ້າ ທີ່​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ບາງກອກ ​ໃນ​ທີ 17 ມີ​ນາ 2019.
ປະ​ຊາ​ຊົນ​ພາ​ກັນ​ລ່ຽນ​ແຖວ​ແຕ່​ເຊົ້າ ທີ່​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ບາງກອກ ​ໃນ​ທີ 17 ມີ​ນາ 2019.

ຜູ້​ນຳ​ກອງ​ທັບ​ໄທ ທ່ານ​ປ​ຣະ​ຍຸດ​ ​ຈັນ​ໂອ​ຊາ ກຳ​ລັງ​ເຮັດ​ວຽກ​ດ້ວຍ​ຄວາມ​ຕັ້ງ​ໜ້າ ເພື່ອ​ຄ້ຳ​
ປະ​ກັນວ່າ ​ໜ້າ​ທີ່ການ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ທ່ານນັ້ນ​ ຍັງ​ຈະ​ໄດ້​ຮັບການ​ປົກ​ປັກ
ຮັກ​ສາ​ໄວ້ ​ແບບ​ບໍ່​ມີ​ການ​ປ່ຽນ​ແປງ​ ໃນການ​ປ່ອນ​ບັດ​ເທື່ອ​ທຳ​ອິດ ນັບ​ແຕ່​ປີ 2011 ເປັນ
​ຕົ້ນ​ມາ ໃນ​ວັນ​ອາ​ທິດ​ຈະ​ມານີ້.

ທ່ານ​ປ​ຣະ​ຍຸດ​ ກ່າວ​ວ່າ ຖ້າ​ຫາກ​ທ່ານ​ຊະ​ນະ ພວກ​ປ່ອນ​ບັດ​ຈະອະ​ນຸ​ຍາດ​ໃຫ້​ປະເທດ​
ຂອງ​ທ່ານທີ່​ນຳ​ພາ​ໂດຍ​ພວກ​ທະ​ຫານ ກັບ​ຄືນ​ໄປ​ສູ່​ “​ປະ​ຊາ​ທິ​ປະ​ໄຕ.”

ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ສຸດ​ຂອງ​ທ່ານ​ປ​ຣະ​ຍຸດ​ຍັງ​ແມ່ນ​ຄອບຄົວ​ຊິນ​ນະ​ວັດທີ່​ລີ້​ໄພ​ຢູ່ນອກ ​ປະ​
ເທດ ແລະຂຶ້ນ​ຢູ່​ກັບ​ວ່າ ​ທ່ານ​ສາ​ມາດ​ຊັກ​ຊວນ​ໃຫ້​ພັກ​ຕ່າງໆ​ສະ​ໜັບ​ສະ​ໜູນ ການ​ນຳ​ພາ​
ຂອງ​ທ່ານເພື່ອ​ໃຫ້​ເຫັນ​ວ່າ​ຖືກ​ຕ້ອງ​ຊອບ​ທຳ​ນັ້ນ ໄດ້​ຫຼື​ບໍ່.

ຍັງ​ມີ​ຫຼາຍ​ຄົນ​ສົງ​ໄສວ່າ ນາຍ​ພົນ​ປ​ຣະ​ຍຸດ ຈະ​ກັບ​ຄືນ​ໄປ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼື​ບໍ່.
ລັດ​ຖະ​ທຳ​ມະ​ນູນທີ່​ເອື້ອ​ອຳ​ນວຍມອບ​ອຳ​ນາດ​ໃຫ້​ທະ​ຫານ​ແບບ​ບໍ່​ເຄີຍ​ມີ​ມ​າ​ກ່ອນ ໂດຍ
ກ່າວ​ວ່າ ​ການ​ປະ​ກອບ​ລັດ​ຖະ​ບານ​ພົນ​ລະ​ເຮືອນນັ້ນ ຈະ​ໃຫ້ໂອ​ກາດ ແກ່ບັນ​ດາ​ພັກ​ຝ່າຍ
​ຄ້ານ ທີ່​ໄ​ດ້​ຖືກ​ກີດ​ກັນ​ມາ​ໄດ້​ຫ້າ​ປີ ໃນການ​ປົກ​ຄອງ​ໂດຍ​ທະ​ຫານ​ຢ່າງ​ເຂັ້ມ​ງວດນັ້ນ.

ດັ່ງ​ທີ່​ຫ້ອງ​ການ​ສະ​ພາການ​ຕ່າງ​ປະ​ເທດ ທີ່​ມີ​ສຳ​ນັກ​ງານ​ຢູ່​ສະ​ຫະ​ລັດ ໄດ້ໃຫ້​ຂໍ້​ສັງ​ເກດ​
ເມື່ອ​ມໍ່​ໆ​ມານີ້​ວ່າ “ເບິ່ງ​ຄື​ວ່າຣາ​ຊະອາ​ນາ​ຈັກນີ້ຈະ​ບໍ່ສາ​ມາດແກ້​ໄຂ​ຄວາມເຄັ່ງ​ຕຶງ​ທາງ​
ການ​ເມືອງ ບໍ່ວ່າ​ຜົນ​ການ​ເລືອກ​ຕັ້ງ​ຈະ​ອອກ​ມາ​ແບບ​ໃດ.”

ສະ​ພາ​ດັ່ງ​ກ່າວ​ເວົ້າ​ຕໍ່​ໄປ​ວ່າ “ແທນ​ທີ່ ​ປະ​ເທດ​ໄທ​ເບິ່ງ​ຄື​ວ່າ ​ມີ​ຈຸດໝ​າຍ​ໄປ​ສູ່​ການ​ເມືອງ
​ທີ່​ບໍ່​ທຸ່ນ​ທ່ຽງ ເຖິງ​ແມ່​ນ ວ່າຄວາມ​ບໍ່​ທຸ່ນ​ທ່ຽງດັ່ງ​ກ່າວ ​ອາດ​ມາ​ໃນຫຼາຍ​ຮູບ​ແບບ​ທີ່​ແຕກ​
ຕ່າງ​ກັນ ແລ້​ວແຕ່ຜົນ​ຂອງ​ການ​ເລືອກ​ຕັ້ງ.”

​ປະ​ຊາ​ຊົນ​ໄທປະ​ມານ 52 ລ້ານ ​ຈະ​ພາ​ກັນ​ປ່ອນ​ບັດ​ລົງ​ຄະ​ແນ​ນ​ສຽງເພື່ອ​ເລືອກເອົາ
​ 500 ບ່ອນ​ນັ່ງ​ຂອງ​ສະ​ພາ​ຕ່ຳ. 350 ບ່ອນ​ນັ່ງ​ຈະ​ຖືກ​ເລືອ​ກ​ໂດຍ​ກົງ ແລະ 150 ບ່ອນ
​ນັ່ງ​ຈະ​ຖືກມອບ​ໃຫ້ ​ອີງ​ຕາມ​ຄວາມ​ນິຍົມ​ຂອງ​ພັກ. ບັນ​ດາ​ສະ​ມາ​ຊິກ​ສະພາ​ສູງ 250
ບ່ອນ​ນັ່ງ​ ຈະ​ຖືກ​ແຕ່ງ​ຕັ້ງ​ທັງ​ໝົດ​ໂດຍ​ກອງ​ທັບ.

ນັ້ນຈະ​ເຮັດ​ໃຫ້​ທ່ານ​ປ​ຣະ​ຍຸດ ແລະ​ພັກ​ພະ​ລັງ​ປະ​ຊາ​ຣັດ ​ຂອງ​ທ່ານ ໄດ້​ຜົນ​ປະ​ໂຫຍດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ຕໍ່​ໄປ​ ຈະ​ຖືກ​ເລືອກ​ໂດຍ​ທັງ​ສອງ​ສະ​ພາ ເຖິງ​ແມ່ນ​ທ່ານ​ຕ້ອງ
​ການຄະ​ແນນ​ໜ້ອຍ​ດຽວ ​ພຽງແຕ່ 126 ບ່ອນ​ນັ່ງ ເພື່ອ​ຮັກ​ສາ​ອຳ​ນາດໄວ້ ໃນ​ຄະ​ນະ
ທີ່​ພັກ​ການ​ເມືອງ​ອື່ນໆ​ ຕ້ອງ​ການ​ຢ່າງ​ໜ້ອຍ 376 ບ່ອນ​ນັ່ງ.

ທ່ານທິ​ຕິ​ພົ​ລ ພັກ​ດີ​ວານິດ ຫົວ​ໜ້າ​ອາ​ຈານ​ສອນ​ລັດ​ຖະ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ອຸ​
ບົນ​ຣາດ​ຊ​ະ​ທາ​ນີ ກ່າວ​ວ່າ ບໍ່​ໄດ້​ຄື​ບັນ​ດາ​ພັກ​ຝ່າຍ​ຄ້ານ​ອື່ນ ທີ່​ຕ້ອງ​ໄດ້​ຮັບ​ຄະແນນ​ສຽງ
ພຽງ​ພໍ ເພື່ອ​ເລືອກ​ເອົາ​ນາ​ຍົກ​ຂອງ​ຕົນ​ເອງ.

“ມັນ​ຈະ​ເປັນ​ການຍາກ​ຫຼາຍ ​ເພາະ​ວ່າ​ລັດ​ຖະ​ທຳ​ມະ​ນູນ ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອແກ່
ທ່ານ​ປ​ຣະ​ຍຸດ​ຢູ່​ແລ້ວ ເພື່ອ​ຮັກ​ສາ​ອຳ​ນາດ​ໂດຍ​ການ​ໃຫ້​ອຳ​ນາດ​ແກ່​ບັນ​ດາ​ສະ​ມາ​ຊິກ
​ສະ​ພາ​ສູງ ເພື່ອ​ລົງ​ຄະ​ແນນ​ສຽງ​ໃຫ້​ແກ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼັງ​ຈາກ​ການ​ເລືອກ​ຕັ້ງ.
ເພາະ​ສະ​ນັ້ນ ແມ່ນ​ໃຜ​ເປັນ​ຜູ້​ຕັດ​ສິນ​ໃຈ?

ທ່ານ​ກ່າວ​ວ່າ “ບໍ່​ພຽງ​ແຕ່​ສະ​ພາ​ຕ່ຳ​ຂອງ​ລັດ​ຖະ​ສະ​ພາ ແຕ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​
ສູງ​ຈະ​ຍັງ​ມີ​ຫຍັງ​ຈຳ​ນວນ​ນຶ່ງ​ທີ່​ຈະ​ມີ​ຄວາມ​ເຫັນໃນ​ການ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ
​ຕີ​ເທື່ອ​ນີ້.”

​ຈະ​ມີ​ພັກ​ການ​ເມືອງ​ຕ່າງໆ ເກືອບ 80 ພັກ ສົ່ງ​ຜູ້​ສະ​ໝັກ​ທັງ​ໝົດ ຫຼາຍກວ່າ 2,700
​ຄົນ​ເຂົ້າ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງ. ພັກ​ພະ​ລັງປະ​ຊາ​ຊາດຍັງ​ມີ​ທາງ​ເລືອກທີ່​ຈະ​ເຂົ້າ
​ຮ່ວມ​ກັບ​ພັກ​ຮວມ​ພະ​ລັງ​ປະ​ຊາ​ທິ​ປະ​ໄຕ​ໄທ ແລະ​ພັກ​ປະ​ຊາ​ຊົນ​ປະ​ຕິ​ຮູບ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG