ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຊີ​ວິດ​ໄທ ກະສັດ ພູມິ​ພົນ ອະດຸນ​ຍະ​ເດດ ເຂົ້າຮ່ວມ​ ພິທີ​ຂີດ​ໝາຍ ວັນລາຊາ​ພິ​ເສກ (ວີດີໂອ)


ປະຊາຊົນ​ໄທຫຼາຍພັນ​ຄົນ ທີ່ໃສ່​ເສື້ອ​ສີ​ເຫຼືອງ ຊຶ່ງ​ເ​ປັນ ສີສັນຍາ​ລັກ
ຂອງ​ເຈົ້າຊີ​ວິດ ພາກັນຮ້ອງ​​ເຊຍ ​ດ້ວຍ​ຄວາມ​ດີ​ອົກ​ດີ​ໃຈ.
ປະຊາຊົນ​ໄທຫຼາຍພັນ​ຄົນ ທີ່ໃສ່​ເສື້ອ​ສີ​ເຫຼືອງ ຊຶ່ງ​ເ​ປັນ ສີສັນຍາ​ລັກ ຂອງ​ເຈົ້າຊີ​ວິດ ພາກັນຮ້ອງ​​ເຊຍ ​ດ້ວຍ​ຄວາມ​ດີ​ອົກ​ດີ​ໃຈ.
ເຈົ້າຊີ​ວິດ​ໄທ ກະສັດ ພູມິ​ພົນ ອະດຸນ​ຍະ​ເດດ ​ໄດ້​ສະ​ເດັດ​ອອກ
ມາ ປະກົດອົງ ​ຕໍ່ໜ້າ​ປວງ​ຊົນ ຊຶ່ງເປັນ​ເຫດການ​ທີ່ບໍ່​ຄ່ອຍ​ມີ​ນັ້ນ
​ເພື່ອ​ເຂົ້າ ຮ່ວມ​ພິທີ​ຂີດ​ໝາຍ ວັນລາຊາ​ພິ​ເສກຂອງ​ພະ​ອົງ​ ​ເມື່ອ
64 ປີກ່ອນ.

​ປະຊາຊົນ​ໄທຫຼາຍພັນ​ຄົນ ທີ່ໃສ່​ເສື້ອ​ສີ​ເຫຼືອງ ຊຶ່ງ​ເ​ປັນ ສີສັນຍາ​ລັກ
​ຂອງ​ເຈົ້າຊີ​ວິດ ພາກັນອອກ​ມາຢືນລຽງ​ກັນ ​ຕາມ​ທ້ອງ​ຖະໜົນ​ ຢູ່
ເມືອງ​ຫົວ​ຫິນ ​ໃນ​ວັນ​ຈັນ​ມື້​ນີ້ ​ໃກ້​ກັບ​ພະລາດຊະ​ວັງ ​ແຄມຝັ່ງທະ​ເລ
​ຂອງ​ພະ​ອົງ ແລະ​ພາກັນຮ້ອງເຊຍ ​ດ້ວຍ​ຄວາມ​ດີ​ອົກ​ດີ​ໃຈ ເວລາທີ່​
ຂະ​ບວນລົດ​ ຂອງ​ພະ​ອົງ ​ແລ່ນ​ຜ່ານ​ພວກເຂົາ​ເຈົ້າ​ ໄປຮ່ວມພິທີ
ທາງສາສະໜາ​ພຸດ ສະ​ເຫຼີມ ສະຫຼອງ ຄົບຮອບ ວັນລາຊາ​ພິ​ເສກ
​ແຫ່ງ​ປະ​ເທດ​ໄທ ໃນວັນ​ຈັນ​ມື້​ນີ້ ຊຶ່ງ​ມີການ​ ຖ່າຍ​ທອດ​ອາກາດ​ສົດທາງ​ໂທລະ​ພາບ
ແຫ່ງຊາດ.

​ກະສັດພູມີ​ພົນ ທີ່​ປະຊາຊົນໄທ ເຄົາລົບນັບຖື​ຢ່າງ​ເໜືອ​ຫົວ ຊົງມີ​ພະ​ຊົນມາຍຸ​ 86 ພັນ
ສາ ແລະ ເປັນ​ພະ​ມະຫາ​ກະສັດ ທີ່​ຄອງລາຊະບັນລັງ ເປັນ​ເວລາ​ດົນ​ນານ​ທີ່​ສຸດ ​ຂອງ
ໂລກ ຊຶ່ງ​ພະ​ອົງໄດ້​ຂຶ້ນຄອງບັນລັງ ​ໃນ ​ວັນ​ທີ 5 ​ເດືອນພຶດສະພາ ປີ 1950.
THAILAND KING VO
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG