ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຄະນະປົກຄອງ ທະຫານໄທ ຈັບພວກນັກວິຊາການ ແລະ ນັກເຄື່ອນໄຫວ (ສະໄລດ໌/ວີດີໂອ)


ຄະນະປົກຄອງທະຫານຂອງໄທ ໄດ້ຮຽກໂຕພວກນັກເຄື່ອນໄຫວ
ແລະນັກວິຊາການ ເຂົ້າໄປລາຍງານໂຕ ແລະກໍຈັບກຸມພວກເຂົາ
ເຈົ້າ ໃນອາທິດ ທີ່ພວກທະຫານເຂົ້າກຳອຳນາດ ດ້ວຍການກໍ່ລັດ
ຖະປະຫານ. ພວກທະຫານກ່າວວ່າ ຕົນພວມທຳການປະຕິຮູບທີ່
ແນໃສ່ ເພື່ອແກ້ໄຂສະພາບການບໍ່ໄປບໍ່ມາ ທາງດ້ານການເມືອງ
ຂອງໄທ ທີ່ດຳເນີນມາ ເປັນເວລາ 6 ເດືອນກວ່າໆ ແລ້ວນັ້ນ. Ga-
brielle Paluch ມີລາຍງານເລື່ອງນີ້ ຈາກບາງກອກ ດັ່ງໄພສານ ຈະນຳມາສະເໜີທ່ານ ເຊີນຮັບຟັງໄດ້.

ນັບຕັ້ງແຕ່ ຄະນະປົກຄອງທະຫານຊຸດໃໝ່ ຄືສະພາຮັກສາຄວາມ
ສະຫງົບແຫ່ງຊາດຫຼື National Peace and Order Maintaining
Council ໄດ້ເຂົ້າຍຶດອຳນາດ ພວກປະທ້ວງຕໍ່ຕ້ານລັດຖະປະຫານ ກໍໄດ້ໄປໂຮມຊຸມນຸມກັນຢູ່ຕາມຈຸດຕ່າງໆ ຫລາຍຮ້ອຍຈຸດ ໃນບາງກອກ ເພື່ອທຳການປະທ້ວງ ຢ່າງກະທັນຫັນ ທີ່ມີການຈັດແຈງໂດຍການສົ່ງຂໍ້ຄວາມ ຜ່ານທາງໂທລະສັບມືຖືແລະຕາໜ່າງ ສື່ສັງຄົມ.

ມີການສົ່ງທະຫານ ໄປປະເຊີນໜ້າ ກັບພວກປະທ້ວງ ແລະກວດລ້າງ ຢູ່ຕາມຖະໜົນຫົນທາງ ແລະ ໃນບາງຄັ້ງກໍໄດ້ຈັບກຸມພວກປະທ້ວງ ທີ່ບໍ່ປະຕິບັດຕາມການຫ້າມ ບໍ່ໃຫ້ໂຮມຊຸມນຸມປະ ທ້ວງ. ນອກນັ້ນ ພວກທະຫານຍັງໄດ້ຮຽກໂຕສະມາຊິກ ໃນຄະນະລັດຖະບານທີ່ຖືກປົດ ພວກ ນັກເຄື່ອນໄຫວ ແລະນັກວິຊາການ ເຂົ້າໄປສະເໜີໂຕ ແລ້ວກໍໄດ້ຈັບກຸມຄຸມຂັງຫຼາຍໆຄົນ ຢ່າງ ບໍ່ມີກຳນົດ ໃນສະຖານທີ່ໆບໍ່ໄດ້ມີການເປີດເຜີຍໃຫ້ຊາບ.

ສ່ວນໃຫຍ່ແລ້ວ ແມ່ນໄດ້ເຊື່ອຟັງຄຳສັ່ງແລະກໍໄປລາຍງານໂຕທີ່ຄ້າຍທະຫານ. ແຕ່ມີບາງຄົນ ເຊັ່ນນັກເຄື່ອນໄຫວເສື້ອແດງທີ່ນິຍົມລັດຖະບານທ່ານສົມບັດ ບຸນງາມອະນົງ ໄດ້ປະຕິເສດ ບໍ່ ຍອມປະຕິບັດຕາມຄຳສັ່ງຂອງພວກທະຫານ.

ແທນທີ່ຈະໄປລາຍງານໂຕ ທ່ານສົມບັດ ກ່າວວ່າ ເຈົ້າໜ້າທີ່ສາມາດຊອກຫາລາວໄດ້ ຢູ່ຮ້ານ ອາຫານ McDonald ແຫ່ງນຶ່ງ ບ່ອນທີ່ພວກປະທ້ວງ ໃສ່ໜ້າກາກ ຮູບໜ້າຂອງລາວ ໂຮມຊຸມ ນຸມກັນຢູ່ນັ້ນ. ນາງຈະຕຸພອນແມ່ນນຶ່ງໃນບັນດາ ສະມາຊິກພວກປະທ້ວງໃສ່ໜ້າກາກທີ່ກ່າວ ວ່າ ກົນລະຍຸດຂອງກຸ່ມໄດ້ມີຂຶ້ນ ຫລັງຈາກຜູ້ນຳທາງດ້ານການເມືອງຫລາຍໆຄົນໄດ້ຖືກຈັບ.

“ຍ້ອນທ່ານສົມບັດ ໄດ້ຫຼິ້ນເກມ ສຳລັບທຸກໆຄົນ ຖ້າເຈົ້າຢາກໄປຈັບລາວ ກໍເຊີນໄປ ໂລດ ຈັບລາວໄດ້ຢູ່ທຸກບ່ອນ. ພວກເຮົາຢູ່ທຸກຫົນທຸກແຫ່ງແມ່ນແຕ່ການໂຮມຊຸມນຸມ ກັນຢ່າງກະທັນຫັນ ຫຼືສິ່ງໃດສິ່ງນຶ່ງ ໃນທຳນອງນັ້ນ. ນັ້ນຄືວ່າເປັນຫຍັງ ເຂົາເຈົ້າຈຶ່ງ ຕ້ອງການຈັບພວກຜູ້ນຳທັງໝົດ ພວກເຂົາເຈົ້າໄດ້ຈັບນາຍົກລັດຖະມົນຕີ ຂອງພວກ ເຮົາ ແລະເອົາໄປຂັງໄວ້ຢູ່ບ່ອນທີ່ພວກເຮົາບໍ່ຮູ້ຈັກ ແຕ່ສົມບັດ ແມ່ນຜູ້ທີ່ສາມາດຫລົບ ໜີໄດ້.”

ນອກຈາກທ່ານສົມບັດແລ້ວ ພວກທະຫານຍັງໄດ້ຮຽກໂຕ ແລະຄຸມຂັງພວກນັກຂ່າວ ແລະນັກ ວິຊາການ ຕະຫຼອດທັງພວກຜູູ້ນຳການເມືອງ ທີ່ຄັດຄ້ານ ຕໍ່ການກໍ່ລັດຖະປະຫານ.

ຜູ້ນຳ ໃນການກໍ່ລັດຖະປະຫານ ພ້ອມທັງເປັນ ຜູ້ບັນຊາການທະຫານບົກ ນາຍພົນ ປຣະຍຸດ ຈັນໂອຊາກ່າວວ່າ ທ່ານຫວັງວ່າການປົກຄອງຂອງພວກທະຫານຈະເຮັດໃຫ້ວິກິດການທາງ ດ້ານການເມືອງ ທີ່ແກ່ຍາວມາຂອງໄທນັ້ນສິ້ນສຸດລົງ ຊຶ່ງໄດ້ເຫັນຜູ້ນຳຂອງລັດຖະບານທີ່ຖືກ ເລືອກຢ່າງເປັນປະຊາທິປະໄຕແລະຝ່າຍຄ້ານບໍ່ສາມາດບັນລຸການປະນີປະນອມກັນແລະພາ ໃຫ້ເກີດມີການປະທ້ວງ ເປັນເວລາຫຼາຍໆເດືອນ ທີ່ເຮັດໃຫ້ນະຄອນຫຼວງຂອງໄທ ເປັນອຳມະ ພາດ.
Fugitive Thai Education Minister Arrested for Condemning Coup
please wait

No media source currently available

0:00 0:02:25 0:00

ຮອງໂຄສົກຂອງກອງທັບໄທ ທ່ານວິຣະຊົນ ສຸຄົນປະຕິພັກ ກ່າວວ່າ ທາງກອງທັບ ຈະປ່ອຍ ວາງການປົກຄອງຂອງປະເທດ ເວລາໃດທີ່ຕົນໄດ້ແກ້ໄຂ ບັນຫາເຫຼົ່ານີ້ແລ້ວ.

“ຄະນະຮັກສາຄວາມສະຫງົບ ແລະຄວາມເປັນລະບຽບແຫ່ງຊາດ. ຄວາມສະຫງົບ ແລະຄວາມເປັນລະບຽບ ປະຊາຊົນຢູ່ໃນປະເທດມີຄວາມປຸ້ມລຸມສາມັກຄີກັນແລະ ຈະຕ້ອງມີຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ ແບບຍືນຍົງ ບໍ່ແມ່ນ ພຽງແຕ່ຊົ່ວຄາວເທົ່ານັ້ນ ແລະຫລັງຈາກນັ້ນ ພວກເຮົາຈະດຳເນີນການຕໍ່ໄປ ດ້ວຍ ການໂອ້ລົມ ກ່ຽວກັບການເລືອກຕັ້ງ. ແຕ່ສຳລັບໃນເວລານີ້ ພວກເຮົາຕ້ອງໄດ້ປົວ ແປງບັນຫາຕ່າງໆຂອງປະເທດ ໂດຍສະເພາະແລ້ວ ແມ່ນບັນຫາພື້ນຖານຕ່າງໆ.”

ຮອງໂຄສົກທ່ານນີ້ ຍັງໄດ້ໃຫ້ ຄຳໝັ້ນສັນຍາວ່າ ພວກຜູ້ນຳການເມືອງ ທີ່ຖືກຄຸມຂັງ ຈະຖືກ ປ່ອຍໂຕ ເວລາໃດທີ່ມີຄຳສັ່ງໃຫ້ກັບຄືນສູ່ຖະໜົນຫົນທາງໄດ້ ແຕ່ບໍ່ໄດ້ແຈ້ງໃຫ້ຊາບຢ່າງຄັກ ແນ່ວ່າ ແມ່ນຫຍັງຈະເກີດຂຶ້ນ ກັບບຸກຄົນອື່ນໆທີ່ຖືກຈັບ.

ທ່ານປາວິນ ຊັສວານພົງພັນແມ່ນນັກວິເຄາະການເມືອງແລະອະດີດນັກການທູດ ທີ່ຮວມຢູ່ໃນ ບັນດາພວກ ທີີ່ຖືກທະຫານ ຮຽກໃຫ້ໄປສະເໜີໂຕ. ແຕ່ທ່ານກ່າວວ່າ ທ່ານບໍ່ໄດ້ສະໜອງຕອບ ຍ້ອນທ່ານບໍ່ໄດ້ຮັບຮູ້ ກ່ຽວກັບຄວາມຖືກຕ້ອງຊອບທຳ ຂອງການກໍ່ລັດຖະປະຫານ. ທ່ານກ່າວ ວ່າ ການຮຽກໃຫ້ໄປສະເໜີໂຕ ແມ່ນເປັນການລະເມີດ ຕໍ່ສິດເສລີພາບ ທາງດ້ານການສຶກສາ ແລະເປັນການພະຍາຍາມທຳການຂົ່ມຂູ່.

“ນີ້ແມ່ນການກໍ່ລັດຖະປະຫານ ຄັ້ງທີ 19 ຂອງພວກທະຫານ ຄວາມຈິງທີ່ວ່າ ພວກ ເຂົາເຈົ້າໄດ້ເລີ້ມ ຮາວີລົບກວນ ການສຶກສານີ້ ແມ່ນສິ່ງທີ່ຂ້ອນຂ້າງໃໝ່ ສິ່ງທຳອິດ ທີ່ຕ້ອງໄດ້ເຮັດສຳລັບພວກເຂົາເຈົ້າກໍຄື ພະຍາຍາມ ທີ່ຈະຄວບຄຸມຂ່າວຄາວອັນໃດ ທີ່ພວກຄົນສ່ວນໃຫຍ່ຈະສົ່ງໄປຫາກັນ. ຂ້າພະເຈົ້າຄິດວ່າ ການສຶກສາອາດເປັນໄພ ຂົ່ມຂູ່ ຕໍ່ທ່າທີອຳນາດ ຂອງພວກເຮັດລັດຖະປະຫານ.”

ທ່ານເຊື່ອວ່າ ຂັ້ນຕອນໃນການຮຽກໂຕບຸກຄົນທີ່ມີຊື່ສຽງເຂົ້າພົບ ໂດຍມີການຂົ່ມຂູ່ ກ່ຽວກັບ ການລົງໂທດ ໃນອະນາຄົດ ພາຍໃຕ້ກົດໄອຍະການເສິກ ຫລືກົດໝາຍ ໝິ່ນປະໝາດກະສັດ ນັ້ນ ແມ່ນເປັນໄພຂົ່ມຂູ່ ຕໍ່ຄວາມຖືກຕ້ອງຊອບທຳ ຂອງການກໍ່ລັດຖະປະຫານ. ທ່ານປາວິນ ເວົ້າວ່າ ມັນມີແຕ່ຈະຊຸກຍູ້ ໃຫ້ມີການຕຳໜິຕິຕຽນ ອຳນາດການປົກຄອງຂອງພວກທະຫານ ເທົ່ານັ້ນ.
CN- Thailand Coup Leader Says He Has Royal Endorsement
please wait

No media source currently available

0:00 0:02:42 0:00
XS
SM
MD
LG