ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂຄງການ ສົ່ງເສີມລາຄາເຂົ້າ ໃນໄທ ຈະເຮັດໃຫ້ໄທ ສູນເສຍ ງົບປະມານ ຢ່າງຫຼວງຫຼາຍ


ພໍ່ຄ້າຂາຍເຂົ້າສານ ປີກຍ່ອຍ ລາຍນຶ່ງ ໃນໄທ
ພໍ່ຄ້າຂາຍເຂົ້າສານ ປີກຍ່ອຍ ລາຍນຶ່ງ ໃນໄທ
ຂະນະນີ້ ລັດຖະບານໄທກໍາລັງຜັກດັນໄປໜ້າ ກັບໂຄງການສົ່ງ
ເສີມລາຄາ ເຂົ້າແກ່ຊາວນາ ເຖິງແມ່ນຈະຖືກໂຈມຕີຢ່າງໃຫຍ່
ກ່ຽວກັບການສູນເສຍງົບ ປະມານຫຼວງ ພ້ອມກັບຄວາມເປັນ ຫ່ວງກ່ຽວກັບຄຸນນະພາບເຂົ້າແລະລາຄາ ເຂົ້າທີ່ສົ່ງອອກຕົກຕໍ່າ
ລົງກໍຕາມ. Ron Corben ຜູ້ສື່ຂ່າວວີໂອເອລາຍ ງານວ່າ ໂຄງ
ການດັ່ງກ່າວນີ້ ຈະຊ່ວຍປະເທດຄູ່ແຂ່ງ​ໃນ​ການສົ່ງ​ເຂົ້າອອກ​ໄປ
​ຂາຍ​ຕ່າງປະ​ເທດນັ້ນ ຢ່າງໃດ ໂດຍສະເພາະຫວຽດນາມ ແລະ
ມຽນມາ ຊຶ່ງ ທອງປານ ມີລາຍລະອຽດຂອງເລຶ່ອງນີ້ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ

ລິງໂດຍກົງ

ລັດຖະບານໄທເວົ້າວ່າ ຕົນ​ແມ່ນເດັດດ່ຽວ ທີ່ຈະຜັກດັນຕໍ່ໄປ​ໃນ ໂຄງການສົ່ງເສີມລາ ຄາ ເຂົ້າ ທີ່ຕ້ອງທຸ່ມເທງົບປະມານໄປຫຼາຍພັນລ້ານໂດ ລານັ້ນ ເຖິງແມ່ນຈະເປັນການ ສູນເສຍງົບປະມານຫຼວງ ​ເປັນ​ຈຳນວນ​ຫຼວງ ຫຼາຍ ແລະພວກອຸບປະໂພກບໍລິໂພກ ທັງ ຫຼາຍ ທີ່ຢ້ານກົວຄຸນນະພາບເຂົ້າ ຈະຕົກຕໍ່າກໍຕາມ.

ໂຄງການສົ່ງເສີມລາຄາເຂົ້າດັ່ງກ່າວ ເປັນຫຼັກສໍາຄັນຂອງຜົນສໍາເລັດ ໃນ ການເລືອກຕັ້ງ ໃນປີ 2011 ຜ່ານມາ ຂອງນາຍົກລັດຖະມົນຕີ ຢິ່ງລັກ ຊິນນະວັດ ແລະໄດ້ຮັບຄວາມນິ ຍົມຊົມຊອບຢ່າງໃຫຍ່ຫຼວງໃນກຸ່ມຜູ້ປູກເຂົ້າ ຈາກເຂດຊົນນະບົດ ທີ່ກາຍເປັນກະດູກສັນ ຫຼັງ ຂອງການສະໜັບສະໜຸນ ທາງການເມືອງຕໍ່ພັກຂອງທ່ານນາງນັ້ນ.

ພາຍໃຕ້ໂຄງການນີ້ ລັດຖະບານຈະຮັບຊື້ເຂົ້າເປືອກ ຫຼືເຂົ້າທີ່ບໍ່ທັນໄດ້ສີ ໃນລາຄາ 480 ໂດລາ ຕໍ່ເຂົ້າເປືອກໜັກນຶ່ງໂຕນ. ໂດຍທີ່ບັນດາພໍ່ຄ້າ ແມ່ຄ້າໃນພາກເອກກະຊົນ ເວົ້າ ວ່າ ໂຄງການນີ້ໝາຍເຖິງວ່າ ລາຄາເຂົ້າ ສານສົ່ງອອກ ຈະຖີບຕົວສູງຂື້ນເຖິງ 750 ໂດ ລາ ຕໍ່ເຂົ້ານຶ່ງໂຕນ ທີ່ແຕກ ໂຕນກັບລາຄາເຂົ້າ ໃນທ້ອງຕະຫຼາດທົ່ວໄປຄື 400 ໂດລາ ຕໍ່ເຂົ້ານຶ່ງໂຕນ ທີ່ມີຄຸນນະພາບສໍ່າໆກັນ.

ແລະນັ້ນກໍໝາຍຄວາມວ່າ ເພື່ອຈະຂາຍເຂົ້າສໍາລັບສົ່ງອອກແລ້ວ ລັດຖະບານໄທຕ້ອງ ຍອມເສຍເງິນຫຼືຂາດທຶນ.

ທ່ານ ວິໄຊ ສີປະເສີດ ປະທານກິຕິມະສັກ ສະມາຄົມຜູ້ສົ່ງອອກເຂົ້າຂອງ ໄທປະເມີນ ການ ສູນເສຍເງິນຂອງລັດຖະບານ ອາດສູງເຖິງປະມານ 19 ພັນລ້ານໂດລາ ຊຶ່ງໃນຂະ ນະດຽວກັນກໍລົດປະລິມານເຂົ້າທີ່ສົ່ງອອກນັ້ນລົງ.

ທ່ານ ວິໄຊ ເວົ້າວ່າ: “ໂຄງການທີ່ໄດ້ປະກາດອອກໄປນັ້ນ ແມ່ນແນເປົ້າ ໝາຍ ເພື່ອເພີ່ມລາຍໄດ້ແກ່ພວກຄົນທຸກຈົນ ຊຶ່ງເປັນຈຸດປະສົງທີ່ໄດ້ປະກາດໄປ. ລັດ ຖະບານໄດ້ທົດລອງໂຄງການນີ້ມາໄດ້ສອງປີແລ້ວ ຄືພວກເຮົາ ສົ່ງອອກໜ້ອຍ ລົງ ແລະກໍມີລາຍໄດ້ໜ້ອຍລົງເຊັ່ນກັນ. ລາຄາເຂົ້າສູງ ບໍ່ໄດ້ໝາຍເຖິງວ່າ ມີ ລາຍໄດ້ຫຼາຍ ແຕ່ມັນໝາຍເຖິງລາຍໄດ້ໜ້ອຍລົງກວ່າເກົ່າ. ພວກຊາວນາທີ່ໄດ້ ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກໂຄງການນີ້ ແມ່ນພວກຊາວນາຢູ່ ໃນເຂດ ທີ່​ຮາບພາກກາງຂອງໄທ ທີ່ມີເນື້ອທີ່ປູກເຂົ້າ ຂະໜາດ​ໃຫຍ່ ແລະກໍໄດ້ຮັບກໍາ ໄລສູງຢູ່ແລ້ວດ້ວຍ.”

ເຖິງແມ່ນຈະມີຄວາມເປັນຫ່ວງກ່ຽວກັບການໃຊ້ຈ່າຍສູງ ແລະຜົນປະໂຫຍດ ຂອງໂຄງ ການສ່ວນໃຫຍ່ແມ່ນຈະຕົກເປັນຂອງພວກຊາວນາລາຍໃຫຍ່ໆທັງ ຫຼາຍກໍຕາມ ​ແຕ່ເມື່ອ ບໍ່ດົນມານີ້ ນາຍົກລັດຖະມົນຕີ ຢິ່ງລັກ ເວົ້າວ່າ ໂຄງ ການນີ້ ແມ່ນຊ່ວຍບັນເທົາຄວາມ ຍາກຈົນໃນກຸ່ມຊາວນາ ທີ່ຍາກຈົນກວ່າ ແລະວ່າໂຄງການນີ້ ຈະດໍາເນີນຕໍ່ໄປ.

ອົງການ Moody ຊຶ່ງເປັນອົງການຈັດລະດັບສິນເຊື່ອ ເຕືອນລັດຖະບານ ໄທ ເຖິງການ ສູນເສຍເງິນຈາກໂຄງການນີ້ ແລະຈາກນະໂຍບາຍດ້ານອື່ນໆ ນັ້ນ ຈະເຮັດໃຫ້ລະດັບ ສິນເຊື່ອຂອງໄທຕົກຢູ່ໃນຄວາມສ່ຽງໄດ້. ບັນດານັກ ວິຈານຍັງອ້າງວ່າ ໂຄງການສົ່ງເສີມ ລາຄາເຂົ້າແກ່ຊາວນານີ້ ແມ່ນເປີດໂອ ກາດໃຫ້ມີການສໍ້ລາດບັງຫຼວງກັນ​ເປັນຢ່າງໃຫຍ່.

ຜ່ານມາ ໄທເຄີຍເປັນປະເທດສົ່ງເຂົ້າອອກໄປຂາຍລະດັບນໍາໜ້າຂອງໂລກ ແຕ່ນັບຕັ້ງ ແຕ່ນັ້ນມາໄທກໍໄດ້ຕົກອັນດັບລົງຕໍ່າກວ່າອິນເດຍແລະຫວຽດນາມ. ໃນຂະນະນີ້ ປະລິ ມານເຂົ້າໄທທີ່ເກັບສະສົມໄວ້ ຊຶ່ງບັດນີ້ຈະຂາຍໃນລາຄາ ແພງເກີນໄປນັ້ນ ແມ່ນມີຫຼາຍ ເຖິງ 18 ລ້ານໂຕນແລ້ວ. ພວກພໍ່ຄ້າເຖື່ອນ ຈາກບັນດາປະເທດເພື່ອນບ້ານໄດ້ລັກລອບ ຂົນສົ່ງເຂົ້າປະມານນຶ່ງລ້ານໂຕນ ເຂົ້າໄປໃນໄທ ເພື່ອສວຍໂອກາດຂາຍ ໃຫ້ໂຄງການຊື້ ເຂົ້າຂອງລັດຖະບານ ໄທ.

Darren Cooper ນັກເສດຖະສາດ ປະຈໍາສະມາຄົມອາຫານປະເພດເມັດ ນານາຊາດ ທີ່ມີສໍານັກງານຢູ່ກຸງລອນດອນ ປະເທດອັງກິດເວົ້າວ່າ: ນະໂຍບາຍຂອງໄທ ແມ່ນພາ ໃຫ້ເກີດມີການຄາດເຄື່ອນຢ່າງໃຫຍ່ຢູ່ໃນວົງການຕະຫຼາດເຂົ້າຂອງໂລກ.

ທ່ານ Darren Cooper ເວົ້າວ່າ: “ຖ້າເຮົາຈະເບິ່ງສະພາບການໂດຍລວມ ແລ້ວ ກໍຄືວ່າ ໂຄງການສັນຍາຮັບຊື້ເຂົ້າ ໃນລາຄາສູງດັ່ງກ່າວຂອງໄທນັ້ນ ແມ່ນໄດ້ ກໍ່ໃຫ້ເກີດມີຕະຫຼາດເຂົ້າທີ່ແປກທີ່ສຸດໃນໄລຍະສອງສາມປີຜ່ານມາ. ແນ່ນອນ ວ່າ ເຂົ້າທີ່ມາຈາກການສົ່ງອອກຂອງໄທ ໃນລາຄາຫຼາຍກວ່າ 150 ໂດລາ ສູງ ກວ່າເຂົ້າຄຸນນະພາບເທົ່າໆກັນ ໃນຫວຽດນາມ ຊຶ່ງແນ່ນອນວ່າ ມັນຈະດຶງດູດ ຄວາມສົນໃຈຂອງປະຊາຊົນ ເພື່ອຈະພະຍາຍາມລັກລອບຂົນ ສົ່ງເຂົ້າຈາກ ເຂດອື່ນໆເຂົ້າໄປຍັງປະເທດໄທ. ສະນັ້ນແນ່ນອນທີ່ສຸດວ່າ ມັນຈະສົ່ງຜົນກະ ທົບ ທີ່ຄາດເຄື່ອນທີ່ສຸດປະການນຶ່ງ.”

ທ່ານ Cooper ເວົ້າວ່າ ບັດນີ້ ພວກບໍລິສັດການຄ້າ ນາໆຊາດ ເປັນຫ່ວງ ກ່ຽວກັບວ່າ ເວລາໃດເຈົ້າໜ້າທີ່ໄທມີແຜນການຈະນໍາເອົາເຂົ້າ ໃນປະລິມານມະຫາສານອອກຂາຍ ໃນຕະຫຼາດ ຊຶ່ງທ່ານຄູເປີກ່າວວ່າ ລາຄາເຂົ້າຈະຖືກກົດໃຫ້ຕໍ່າລົງ.

ແຕ່ Sam Mohanty ນັກເສດຖະສາດ ປະຈໍາສະຖາບັນຄົ້ນຄວ້າເຂົ້ານາໆຊາດ ຫຼື IRRI ເວົ້າວ່າ ໂຄງການດັ່ງກ່າວນີ້ປະກົດວ່າ ມັນໄດ້ສາງຜົນກະທົບ ແບບທີ່ບໍ່ໄດ້ເຈດຕະ ນາ ທີ່ຊ່ວຍພວກສົ່ງອອກລາຍອື່ນໆເລັ່ງການຜະລິດ ເຂົ້າຕື່ມນັ້ນ.

ທ່ານ ໂມຮັນຕີ ເວົ້າວ່າ: “ຂ້າພະເຈົ້າຂໍໂຕ້ແຍ້ງວ່າ ຖ້າຫາກລັດຖະບານໄທ ສືບຕໍ່ ໂຄງການດັ່ງກ່າວນີ້ ໄປອີກຈັກສອງສາມປີຕໍ່ໜ້າ ມັນກໍຈະເປັນການ ຊ່ວຍໃຫ້ ມຽນມາ ຍົກລະດັບຂອງຕົນຂຶ້ນມາເປັນຜູ້ສົ່ງອອກ ມັນຈະເປີດໂອ ກາດໃຫ້ມຽນ ມາມີຕະຫຼາດ ບ່ອນທີ່ໄທຈະເສຍເງິນໄປ ສະນັ້ນ ແນ່ນອນວ່າ ມັນຈະເປັນການ ດີຂຶ້ນສໍາລັບຄູ່ແຂ່ງທີ່ສົ່ງເຂົ້າອອກໄປຂາຍລາຍອື່ນໆນັ້ນນໍາ.

ການຫວນຄືນມາສູ່ຕະຫຼາດໂລກຂອງອິນເດຍ ແມ່ນໄດ້ກົດດັນໃຫ້ລາຄາເຂົ້າ ໂລກຕໍ່າ ລົງ ໃນຂະນະທີ່ປະເທດຊື້ເຂົ້າຂາປະຈໍາ ເຊັ່ນອິນໂດເນເຊຍ ແລະ ຟິລິບປິນ ຕ່າງກໍພູມ ໃຈກັບຜົນເກັບກ່ຽວເຂົ້າຂອງພວກເຂົາເຈົ້າ ຊຶ່ງຍິ່ງເຮັດໃຫ້ລາຄາເຂົ້າຕໍ່າລົງໄປເລື້ອຍໆ. ເຂົ້າລາຄາຖືກໝາຍເຖິງ ເປັນຂ່າວດີສໍາ ລັບພວກອຸບປະໂພກບໍລິໂພກ ແຕ່ມັນກໍເປັນສິ່ງ ທ້າທາຍຕື່ມຂຶ້ນອີກ ສຳລັບ ລັດຖະບານໄທ ຊຶ່ງຈະຕ້ອງໄດ້ຂຸ້ນຂ້ຽວຊອກຫາວິທີນໍາເອົາ ເຂົ້າ ທີ່ຕົນເກັບ ສະສົມໄວ້ຢ່າງຫຼວງຫຼາຍນັ້ນອອກຂາຍໃນຕະຫຼາດ ກ່ອນທີ່ເຂົ້າຈະເນົ່າ ຖິ້ມ ຫຼືເຊື່ອມຄຸນນະພາບ.
XS
SM
MD
LG