ອົງການອະນາໄມໂລກກ່າວວ່າ ມີປະຊາຊົນໃນຈໍານວນ
ຫລາຍ ເຖິງ 50 ລ້ານຄົນໃນແຕ່ລະປີ ຢູ່ໃນຫລາຍກວ່າ
100 ປະເທດ ທີ່ຕິດເຊື້ອໄວຣັສໄຂ້ເລືອດອອກ ທີ່ຍຸງເປັນ
ພາຫະນະນໍາເຊື້ອນັ້ນ. ພວກນັກວິທະຍາສາດກ່າວວ່າ
ລະດູຝົນທີ່ມີຝົນຕົກໜັກຫລາຍກວ່າປົກກະຕິໃນຫລາຍໆ
ເຂດຮ້ອນນັ້ນ ຊ່ວຍໃຫ້ເຊື້ອໄວຣັສດັ່ງກ່າວນີ້ ແຜ່ລາມ ອອກໄປໄວຂຶ້ນ.
ສິ່ງທ້າທາຍຕໍ່ພວກນັກວິທະຍາສາດມາເປັນເວລາດົນນານ
ໃນການປາບພະຍາດໄຂ້ເລືອດອອກນີ້ ກໍຄືການພັດທະນາ
ຢາວັກຊີນອັນນຶ່ງອັນດຽວຂຶ້ນມາ ເພື່ອໃຫ້ໃຊ້ໄດ້ກັບເຊື້ອ ໄວຣັສໄຂ້ເລືອດອອກ ທັງສີ່ຊະນິດນັ້ນ.
ມາບັດນີ້ ພວກນັກວິທະຍາສາດແລະກະຊວງສາທາລະນະ
ສຸກຂອງໄທ ກ່າວວ່າ ການທົດລອງຂັ້ນຕົ້ນຫລາຍຮອບທີ່
ສໍາເລັດຜົນ ໄດ້ພາໃຫ້ມີຄວາມຫວັງວ່າ ພວກເຂົາເຈົ້າຈະ
ສາມາດຜະລິດຢາວັກຊີນສໍາລັບໄຂ້ເລືອດອອກໄດ້ ໃນອະນາຄົດອັນໃກ້ນີ້.
ເມື່ອວັນຈັນອາທິດແລ້ວນີ້ ກະຊວງສາທາລະນະສຸກຂອງໄທໄດ້ມອບໝາຍໃຫ້ບໍລິສັດເອກະ
ຊົນ Bionet-Asia ເປັນຜູ້ກໍາກັບດູແລນໍາການຜະລິດຢາວັກຊີນດັ່ງກ່າວ.
Dr. ວິຣະໄຊ ວິຣະເມທີກຸນ ລັດຖະມົນຕີກະຊວງວິທະຍາສາດແລະເທັກໂນໂລຈີຂອງໄທ
ກ່າວວ່າ ການພັດທະນາຢາວັກຊີນ ມາຮອດປັດຈຸບັນນີ້ ແມ່ນຖືວ່າເປັນຄວາມສໍາເລັດທີ່
ສໍາຄັນອັນນຶ່ງ ຫລັງຈາກໄດ້ທໍາການສຶກສາຄົ້ນຄວ້າເຊື້ອໄວຣັສນີ້ ມາໄດ້ຫລາຍສິບປີ.
ດອກເຕີ ວິຣະໄຊເວົ້າວ່າ
“ນີ້ຖືວ່າເປັນບາດກ້າວອັນໃຫຍ່ຫລວງ ໃນແງ່ຂອງການຜະລິດຢາວັກຊີນປ້ອງກັນ
ໄຂ້ເລືອດອອກ ຊຶ່ງເປັນຜົນຂອງການສ້າງສົມຄວາມຮູ້ຂອງພວກເຮົາ ຂອງພວກນັກ
ວິທະຍາສາດ ແລະພວກນັກຄົ້ນຄວ້າໄທ ຕະຫລອດໄລຍະ 20 ຫາ 30 ປີຜ່ານ
ມາ. ສິ່ງທີ່ພວກເຮົາໄດ້ປະສົບຜົນສໍາເລັດໃນເລຶ່ອງນີ້ ກໍຄືວ່າ ພວກເຮົາສາມາດ
ຄິດຄົ້ນຢາວັກຊີນ ຊະນິດນຶ່ງຂຶ້ນມາ ທີ່ໃຊ້ໄດ້ໃນຫ້ອງຄົ້ນຄວ້າ.”
ໃນທຸກໆປີ ມີປະຊາຊົນປະມານ
200,000 ຄົນໃນໄທ ເຈັບປ່ວຍ
ຍ້ອນເຊື້ອໄວຣັສນີ້. ສ່ວນໃຫຍ່
ແລ້ວ ແມ່ນພວກເດັກນ້ອຍທີ່ສ່ຽງ
ຫລາຍທີ່ສຸດຕໍ່ການເສຍຊີວິດ
ຍ້ອນໄຂ້ເລືອດອອກ ເນຶ່ອງຈາກ
ພວກເດັກນ້ອຍບໍ່ມີພູມຕ້ານທານ
ເຊື້ອພະຍາດ ທີ່ຜູ້ຄົນພັດທະນາ
ຂື້ນມາໃນຮ່າງກາຍ ຂະນະທີ່ ກ້າວເຂົ້າສູ່ໄວຜູ້ໃຫຍ່ນັ້ນ.
ດອກເຕີ ພູນສຸກ ກິລາແປງ ນັກ
ຄົ້ນຄວ້າຄົນນຶ່ງໃນໂຄງການນີ້
ກ່າວວ່າ ພວກເດັກນ້ອຍຈະເປັນ
ຜູ້ໄດ້ຮັບຜົນປະໂຫຍດຫລັກ ຈາກຢາວັກຊີນນີ້. ດອກເຕີ ພູນສຸກ ກ່າວວ່າ:
“ມັນອາດຈະຕ້ອງໄດ້ໃຊ້ເວລາດົນພໍສົມຄວນ ເພາະວ່ານີ້ແມ່ນຄືກັນກັບພວກຄົນລຸ້ນ
ໃໝ່. ດັ່ງນັ້ນຖ້າຫາກພວກເຮົາທົດລອງ ພວກເຮົາກໍອາດຈະຈໍາເປັນທີ່ຈະຕ້ອງໄດ້
ທໍາການປັບປ່ຽນ ໃນຈຸດໃດຈຸດນຶ່ງ ເພື່ອໃຫ້ເປັນຢາວັກຊີນທີ່ ປອດໄພກວ່າເກົ່າ.
ແຕ່ມັນກໍເປັນການສໍາຄັນ ເພາະວ່າຖ້າພວກເຮົາປະສົບຜົນສໍາເລັດ ພວກເຮົາກໍຈະ
ສາມາດຊ່ວຍເຫລືອພວກເດັກນ້ອຍໃນປະເທດຂອງພວກເຮົາໄດ້ ເພາະວ່າພະຍາດ
ໄຂ້ເລືອດອອກນັ້ນ ແມ່ນກະທົບກະເທືອນຕໍ່ພວກປະຊາຊົນໄທ ຕໍ່ປະຊາຊົນທັງໝົດ
ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະພວກເຮົາແມ່ນຕ້ອງການພະລັງອໍາ
ນາດທັງໝົດ ເພື່ອຊ່ວຍເຫລືອຮ່ວມກັນ ແລະເຮັດໃຫ້ມັນໄດ້ຜົນ.”
ພວກນັກວິທະຍາສາດກ່າວວ່າ ສິ່ງທ້າທາຍ
ແມ່ນຢູ່ໃນຂັ້ນຕອນການຜະລິດຢາວັກຊີນບັ້ນ
ສຸດທ້າຍ ຄືມີເຊື້ອໄວຣັສໄຂ້ເລືອດອອກຢູ່ 4
ຊະນິດດ້ວຍກັນ ສະນັ້ນ ຢາວັກຊີນທີ່ຜະລິດ
ອອກມານັ້ນ ສັກເຂັມດຽວແລ້ວ ແມ່ນຈະ
ຕ້ອງໃຫ້ສາມາດປ້ອງກັນເຊື້ອໄວຣັສທັງໝົດ
ສີ່ຊະນິດນັ້ນໄດ້ ເພື່ອຫລີກລ່ຽງບໍ່ໃຫ້ເກີດ
ອາການແຊກຊ້ອນຕໍ່ພວກຄົນເຈັບ.
ທ່ານ ວິທູນ ວົງຫານກູລ ປະທານບໍລິສັດ
Bionet-Asia ຄາດວ່າທາງບໍລິສັດຂອງທ່ານ
ຈະໄດ້ໃຊ້ຈ່າຍເງິນຫລາຍເຖິງ 100 ລ້ານໂດ
ລາ ກ່ອນທີ່ຈະຜະລິດຢາວັກຊີນນີ້ອອກວາງ
ຂາຍໄດ້. ທ່ານກ່າວອີກວ່າສິ່ງທ້າທາຍຫລັກໆ
ກໍຄືການຮັບປະກັນໃຫ້ມັນເປັນຢາວັກຊີນ ທີ່
ມີລາຄາຖືກ. ທ່ານ ວິທູນ ເວົ້າວ່າ
“ຄວາມເປັນຫ່ວງຂອງພວກເຮົານັ້ນກໍແມ່ນວ່າ ພວກເຮົາຕ້ອງການທີ່ຈະຜະລິດ
ຢາວັກຊີນ ທີ່ທຸກຄົນສາມາດຊື້ໄດ້. ພວກເຮົາບໍ່ຄືກັບບໍລິສັດໃຫຍ່ໆນາໆຊາດ.
ພວກເຮົາຢາກເຮັດຢາວັກຊີນທີ່ມີລາຄາຖືກ. ຖ້າເຮົາສາມາດຜະລິດອອກໄດ້
ໃນລາຄາຖືກແລ້ວ ພວກເຮົາກໍຈະສາມາດຜະລິດໄດ້ຫລາຍຂຶ້ນ ໃນດ້ານປະລິ
ມານ ຊຶ່ງພວກເຮົາໝັ້ນໃຈວ່າຈະສາມາດເຮັດໄດ້ ເນຶ່ອງຈາກພວກເຮົາຮູ້ຈັກ ຄ່າໃຊ້ຈ່າຍ.”
ທ່ານວິທູນກ່າວຕໍ່ໄປວ່າ ພວກຕະຫລາດຫລັກໃນຂົງເຂດ ກໍມີໂຮມທັງ ອິນເດຍ ອິນໂດເນ
ເຊຍ ຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະ ຈີນ ເມື່ອໃດທີ່ຢາວັກຊີນນີ້ ພ້ອມທີ່ຈະນໍາ
ອອກຂາຍໄດ້ພາຍໃນ 10 ປີ. ທ່ານ ວິທູນກ່າວໃນທີ່ສຸດວ່າ ການພັດທະນາຢາວັກຊີນດັ່ງ
ກ່າວນີ້ ຍັງຈະອໍານວຍໃຫ້ໄທສາມາດກຸ້ມຕົນເອງ ໃນການພັດທະນາດ້ານເທກນິກ ພ້ອມທັງ ທາງແຮງງານນັ້ນນໍາ.