ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຮຽກຮ້ອງ ໃຫ້ຄວບຄຸມໄວຣັສ ຢ່າງເຄັ່ງຄັດ ໃນການສະຫຼອງບຸນປີໃໝ່ສາກົນ


ຄົນກຳລັງພາກັນກວດອຸນຫະພູມ ໃນຂະນະທີ່ໄປເບິ່ງການໄຕ້ໄຟຕົ້ນຄຣິສມັສ ທີ່ບາງກອກ ປະເທດໄທ ວັນທີ 21 ທັນວາ 2020.
ຄົນກຳລັງພາກັນກວດອຸນຫະພູມ ໃນຂະນະທີ່ໄປເບິ່ງການໄຕ້ໄຟຕົ້ນຄຣິສມັສ ທີ່ບາງກອກ ປະເທດໄທ ວັນທີ 21 ທັນວາ 2020.

ເປັນລະດູການສະຫຼອງບຸນຢູ່ໃນປະເທດໄທ ເວລາພວກນັກທ່ອງທ່ຽວສາກົນ ຜູ້ ທີ່ຈ່າຍ
ເງິນໃນລາຄາແພງເປັນພິເສດ ເພື່ອເຂົ້າຮ່ວມກັບຄົນທ້ອງຖິ່ນນັບຖອຍຫຼັງ ຈູດບັ້ງໄຟ
ດອກ ແລະ ພາຕີກັນຢ່າງມ່ວນຊື່ນ.

ເຊັນທລັລ ເວີລ (Central World) ເປັນຮ້ານຊັບພະສິນຄ້າຢູ່ໃຈກາງບາງກອກ ທີ່ມີຊື່
ສຽງໃນການເຕົ້າໂຮມກັນປະຈຳປີຂອງຜູ້ຄົນຢ່າງຫຼວງຫຼາຍເພື່ອນັບຖອຍຫຼັງ ພ້ອມທັງມີ
ຕົ້ນຄຣິສມັສ ສູງທີ່ສຸດຢູ່ໃນເອເຊຍອາຄະເນ ແລະກັບຂອງຂວັນໃຫຍ່. ຮ້ານຊັບພະສິນ
ຄ້າສະຫມຍາມ ຊຶ່ງເປັນຄູ່ແຂ່ງທີ່ໃຫຍ່ ຢູ່ແຄມແມ່ນໍ້າເຈົ້າພະຍາ ມີແຜນທີ່ຈະຈູດດອກໄມ້
ໄຟໃຫ້ຮຸ່ງສູ່ທ້ອງຟ້າຂອງບາງກອກດ້ວຍໂບທີ່ຍາວເກືອບ ນຶ່ງໄມລ໌.

ແຕ່ວ່າໃນວັນທ້າຍອາທິດໄດ້ມີກໍລະນີໂຄວິດ-19 ເພີ້ມຂຶ້ນຈາກມຽນມາ ທີ່ແຜ່ ລະບາດ
ຢ່າງຮ້າຍແຮງທີ່ສຸດ ເຮັດໃຫ້ພວກເຈົ້າໜ້າທີ່ພາກັນຄຶດຄືນໃໝ່ວ່າ ຈະຕ້ອນຮັບປີໃໝ່
2021 ນີ້ຢ່າງໃດ.

ຈັງຫວັດສະໝຸດສາຄອນ ບ່ອນທີ່ມີກໍລະນີເພີ້ມຂຶ້ນ ໃນປັດຈຸບັນ ຕັ້ງຢູ່ປະມານ 50 ກິໂລແມດ ຫ່າງຈາກບາງກອກ ໄດ້ຖືກປິດລົງແລ້ວ. ຢູ່ໃນທົ່ວປະເທດໄທ ການເຕົ້າໂຮມກັນຈຳ
ນວນນຶ່ງໄດ້ຖືກປິດລົງແລ້ວ ແລະການສະຫຼອງປີໃໝ່ ໄດ້ ຖືກຍົກເລີກເພື່ອເປັນການສະ
ໜອງຕອບກ່ຽວກັບເລື້ອງນີ້. ສຳລັບບ່ອນທີ່ໄດ້ຮັບອະນຸຍາດໃຫ້ດຳເນີນຕໍ່ໄປ ຕ້ອງວາງ
ມາດຕະການຢ່າງເຄັ່ງຄັດ ໃນການກວດ ສຸຂະພາບ ແລະໃຫ້ຖືເລື້ອງຢູ່ຫ່າງກັນ ເປັນບູລິ
ມະສິດອັນສໍາຄັນ.

ຮອງໂຄສົກລັດຖະບານ ທ່ານຣາຊະດາ ດາດີເຣກ ກ່າວຕໍ່ ວີໂອເອ ຜະແນກພາສາໄທວ່າ
“ພວກເຮົາມີຄວາມເປັນຫ່ວງກ່ຽວກັບຄວາມແອອັດ. ການເຕົ້າໂຮມ ກັນຢ່າງຫຼວງຫຼາຍປາດ
ສະຈາກການບໍ່ໃສ່ໜ້າກາກ ຈະເປັນສິ່ງທີ່ໜ້າເປັນຫ່ວງທີ່ ສຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG