ໂຄງການ U.N. AIDS ຊຶ່ງເປັນໂຄງການກ່ຽວກັບເຊື້ອເອັຊ
ໄອວີໂຣກເອດສ໌ ຂອງສະຫະປະຊາຊາດ ກ່າວວ່າ 90%
ຂອງປະເທດທັງໝົດໃນຂົງເຂດເອເຊຍ-ປາຊິຟິກ ມີກົດ
ໝາຍແລະການປະຕິບັດຕ່າງໆ ທີ່ເປັນກໍາແພງກັ້ນຂວາງຕໍ່ ການປ້ອງກັນແລະການປິ່ນປົວເຊື້ອເອັຊໄອວີ.
ເຖິງແມ່ນໄດ້ມີການດໍາເນີນຄວາມພະຍາຍາມຢ່າງຫລວງ
ຫລາຍເຂົ້າໃສ່ໃນການສຶກສາກ່ຽວກັບບັນຫານີ້ ໃນໄລຍະ
30 ປີ ນັບຕັ້ງແຕ່ເຊື້ອໄວຣັສນີ້ໄດ້ປາກົດຕົວຂຶ້ນມາເທື່ອທໍາ
ອິດນັ້ນກໍຕາມ ແຕ່ກໍຍັງມີ 19 ປະເທດທີ່ອອກກົດໝາຍ
ເຮັດໃຫ້ການມີເພດສໍາພັນກັບຄົນເພດດຽວກັນນັ້ນ ເປັນ
ອາຊະຍາກໍາ ແລະ 16 ປະເທດວາງຂໍ້ຈໍາກັດຮັດແຄບຕໍ່
ການເດີນທາງໄປມາ ຂອງພວກຄົນທີ່ຕິດເຊື້ອເອັຊໄອວີ ທີ່ພາໃຫ້ເປັນໂຣກເອດສ໌ນັ້ນ.
ນອກນີ້ແລ້ວ ຫລາຍໆປະເທດໃນຂົງເຂດເອເຊຍຍັງກໍານົດ
ໃຫ້ພວກຄົນງານຄ້າປະເວນີນັ້ນ ເປັນຄົນນອກກົດໝາຍ
ແລະລົງໂທດພວກທີ່ຕິດຢາເສບຕິດ ແທນທີ່ຈະເພັ່ງເລັງໃສ່ການໃຫ້ການສຶກສາເລຶ່ອງເພດ ສໍາພັນ ແລະການປິ່ນປົວ
ທ່ານ ມິເຊລ ຊີດີເບ ຫົວໜ້າໂຄງການ U.N. AIDS ກ່າວຢູ່ບາງກອກເມື່ອວັນພຸດອາທິດ
ແລ້ວນີ້ວ່າ ກົດໝາຍເຫລົ່ານັ້ນແມ່ນລະເມີດສິດທິຕ່າງໆຂອງມະນຸດ ນໍາພາໄປສູ່ຈໍານວນຜູ້
ຕິດເຊື້ອເອັຊໄອວີຫລາຍຂື້ນນັບມື້ ແລະນັ້ນຕ້ອງໄດ້ມີການປ່ຽນແປງ. ທ່ານຊີດີເບກ່າວວ່າ:
“ການເຮັດກົດໝາຍຂື້ນມານັ້ນ ບໍ່ແມ່ນເພື່ອລົງໂທດເທົ່ານັ້ນ ແຕ່ເຮັດເພື່ອພິທັກປົກ
ປ້ອງປະຊາຊົນນໍາ ກໍຄືບໍ່ສັນສ້າງສະພາບແວດລ້ອມ ທີ່ຈະເຮັດໃຫ້ພວກປະຊາຊົນ
ຕ້ອງໄດ້ຫລົບລີ້ ແລະໄປລີ້ຊ່ອນໂຕຢູ່ ແລະບໍ່ມີໂອກາດເຂົ້າຫາເຂົ້າເຖິງການບໍລິ ການຕ່າງໆໄດ້.”
ທ່ານ ຊີດີເບ ກ່າວຕື່ມວ່າ ຕົວຢ່າງຢູ່ໃນປະເທດໄທໃນເວລານີ້ ບ່ອນທີ່ການຄ້າປະເວນີເປັນ
ເລຶ່ອງທີ່ຜິດກົດໝາຍ ແຕ່ກໍໄດ້ຮັບການຜ່ອນຜັນນັ້ນ ການຕິດເຊື້ອເອັຊໄອວີໃນພວກຄົນງານ
ຄ້າປະເວນີ ໄດ້ເພີ່ມຂື້ນເປັນສອງເທົ່າຕົວ ໃນໄລຍະຫ້າປີຜ່ານມານີ້.
ທ່ານ ຈອນ ອຸງພຣະກອນ ອະດີດວຸດທິສະມາຊິກສະພາໄທ ແລະເປັນນັກເຄຶ່ອນໄຫວດ້ານ
ໂຣກເອດສ໌ທີ່ມີຊື່ສຽງກ່າວວ່າ ເຖິງແມ່ນວ່າລັດຖະບານໄທໄດ້ສະໜອງສິດທິໃນການເຂົ້າຫາ
ເຂົ້າເຖິງ ຫລືຊົມໃຊ້ຢາຕ້ານເຊື້ອໄວຣັສ ເພື່ອປິ່ນປົວເຊື້ອເອັຊໄອວີນັ້ນກໍຕາມ ແຕ່ນະໂຍ
ບາຍດັ່ງກ່າວກໍໃຫ້ບໍລິການ ແກ່ສະເພາະແຕ່ພວກຄົນທີ່ເປັນສັນຊາດໄທເທົ່ານັ້ນ. ທ່ານຈອນ ກ່າວວ່າ
“ປັດຈຸບັນນີ້ ປະເທດໄທມີພວກຄົນງານຊາວຕ່າງດ້າວ ຈໍານວນສອງລ້ານກວ່າຄົນ.
ພວກຄົນເຫລົ່ານີ້ບໍ່ສາມາດໄດ້ຮັບການບໍລິການຢາຕ້ານເຊື້ອໄວຣັສ. ພວກຊາວອົບ
ພະຍົບກໍຕົກຢູ່ໃນສະພາບດຽວກັນ ຄືບໍ່ໄດ້ຮັບການບໍລິການໃນເລຶ່ອງນີ້. ພວກນັກ
ໂທດຈໍາຄຸກມີສິດໄດ້ຮັບຢາເຫລົ່ານີ້ ແຕ່ກໍມີແຕ່ພວກນັກໂທດທີ່ເປັນສັນຊາດໄທ
ເທົ່ານັ້ນ. ປາກົດວ່າ ພວກເຮົາມີນັກໂທດຈໍາຄຸກ ຈໍານວນຫລວງຫລາຍ ທີ່ບໍ່ໄດ້
ຮັບການບໍລິການຢາຕ້ານເຊື້ອໄວຣັສດັ່ງກ່າວ.”
ແຕ່ຢ່າງໃດກໍຕາມ ປະເທດໄທກໍໄດ້ຮັບຄໍາຍ້ອງຍໍສັນລະເສີນຈາກນານາຊາດ ສໍາລັບຄວາມ
ພະຍາຍາມຂອງຕົນ ທີ່ສາມາດຄວບຄຸມໂຣກເອດສ໌ໄດ້ແລະເພີ່ມການຊົມໃຊ້ຖົງອະນາໄມຂຶ້ນ.
ພວກຊ່ຽວຊານໂຣກເອດສ໌ ພວກກໍານົດນະໂຍບາຍ ແລະພວກນັກເຄຶ່ອນໄຫວ ໄດ້ໄປເຕົ້າ
ໂຮມກັນທີ່ບາງກອກເມື່ອວັນພຸດທີ່ຜ່ານມາ ເພື່ອເຂົ້າຮ່ວມກອງປະຊຸມຂອງຄະນະກໍາມາທິ
ການໂລກ ກ່ຽວກັບເຊື້ອເອັຊໄອວີ ແລະກົດໝາຍ ຂອງອົງການສະຫະປະຊາຊາດ.
ກອງປະຊຸມສອງວັນດັ່ງກ່າວນີ້ ເປັນເທື່ອທໍາອິດໃນກອງປະຊຸມຫລາຍໆບັ້ນ ທີ່ມີການອະພິ
ປາຍລະດັບພາກພື້ນກັນ ກ່ຽວກັບຂໍ້ຈໍາກັດຮັດແຄບດ້ານກົດໝາຍແລະສັງຄົມ ຕໍ່ການປ້ອງ
ການແລະການປິ່ນປົວເຊື້ອເອັຊໄອວີນັ້ນ.