ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງ ສາທາລະນະສຸກ ໄທ ພວມສູ້ຄະດີ ກັບບໍລິສັດ ຢາສູບໃຫຍ່ໆ


ຮູບເຕືອນ ເລື່ອງສຸຂະພາບ ທີ່ພິມໃສ່ຊອງຢາສູບ ທີ່ຂາຍກັນຢູ່ຕາມຮ້ານຕ່າງໆ ໃນບາງກອກ ປະເທດໄທ.
ຮູບເຕືອນ ເລື່ອງສຸຂະພາບ ທີ່ພິມໃສ່ຊອງຢາສູບ ທີ່ຂາຍກັນຢູ່ຕາມຮ້ານຕ່າງໆ ໃນບາງກອກ ປະເທດໄທ.
ບໍລິສັດຢາສູບທີ່ສຳຄັນໆຂອງນາໆຊາດພວມທຳການທ້າທາຍ
ທາງດ້ານກົດໝາຍ ຕໍ່ແຜນການຂອງກະຊວງສາທາລະນະສຸກ
ໄທທີ່ຈະນຳເອົາຮູບພາບທີ່ໜ້າຢ້ານກົວທາງດ້ານການແພດຂະ
ໜາດໃຫຍ່ກວ່າເກົ່າ ມາຕິດໃສ່ຊອງຢາສູບ ເພື່ອເຕືອນໄພນັ້ນ.
Ron Corben ຜູ້ສື່ຂ່າວວີໂອເອລາຍງານມາຈາກບາງກອກວ່າ
ການຕໍ່ສູ້ກັນໃນສານ ຈະມີຄວາມໝາຍສໍາຄັນຢ່າງກວ້າງຂວາງ ຕໍ່ມາດຕະການຕ່າງໆດ້ານນະໂຍບາຍສາທາລະນະສຸກຂອງໄທ
ທີ່ຊອກຫາຊ່ອງທາງ ເພື່ອໃຫ້ມີການຫລຸດຜ່ອນ ການສູບຢາລົງ
ແລະຮັບມືກັບໂຣກມະເຮັງ ດັ່ງໄພສານຈະນຳເອົາລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ຢູ່ປະເທດໄທ ອັດຕາການເປັນໂຣກມະເຮັງໃນປອດ ແມ່ນພວມເພີ້ມຂຶ້ນຢູ່ໃນທັງສອງເພດ ແລະກາຍເປັນ ສາເຫດສຳຄັນ ອັນດັບນຶ່ງ ໃນການເສຍຊີວິດ ຂອງພວກຜູ້ຊາຍ. ໃນນະໂຍ ບາຍ ທີ່ໄດ້ຮັບການໜຸນຫຼັງຈາກອົງການອະນາໄມໂລກນັ້ນ ກະຊວງສາທາລະນະສຸກຂອງ ໄທພວມວາງແຜນທີ່ຈະເພີ້ມຂະໜາດຂອງຮູບທີ່ໃຊ້ໂຄສະນາຕໍ່ຕ້ານການສູບຢາຢູ່ໃນຊອງ ຢາສູບນັ້ນ ຂຶ້ນຈາກ 55 ເປີເຊັນເປັນ 85 ເປີເຊັນ.

ອົງການອະນາໄມໂລກເຊື່ອວ່າ ຮູບອັນໃຫຍ່ໆຂອງຄົນປ່ວຍທີ່ໄດ້ຮັບຜົນກະທົບຈາກການ ສູບຢາ ເປັນນຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນຫຼາຍທີ່ສຸດ ໃນການຫຼຸດຜ່ອນການ ສູບຢາລົງ.

ແຕ່ລະບຽບການໃໝ່ ທີ່ໄດ້ມີກຳນົດໃຫ້ຈັດຕັ້ງປະຕິບັດໄດ້ ໃນວັນທີ 2 ຕຸລາຜ່ານມານີ້ ໄດ້
ຖືກຂັດຂວາງໂດຍຄຳສັ່ງຫ້າມຂອງສານ ຫຼັງຈາກມີການທ້າທາຍຈາກບໍລິສັດຢາສູບນາໆ ຊາດ ທີ່ນຳພາໂດຍບໍລິສັດ Philip Morris.

ບັນດາບໍລິສັດເຫຼົ່ານີ້ໂຕ້ແຍ້ງວ່າ ກະຊວງສາທາລະນະສຸກ ໄດ້ໃຊ້ອຳນາດທາງກົດໝາຍ
ຂອງຕົນເກີນຂອບເຂດແລະບໍ່ໄດ້ປຶກສາຫາລືກັບພວກຮ້ານຂາຍຍ່ອຍແລະບໍລິສັດຜູ້ຜະ
ລິດ. ນອກນັ້ນພວກເຂົາເຈົ້າຍັງກ່າວວ່າ ປ້າຍຄຳເຕືອນທີ່ໃຫຍ່ຂຶ້ນກວ່າເກົ່ານັ້ນ ເຮັດໃຫ້ ເຂົາເຈົ້າບໍ່ມີເນື້ອທີ່ ສໍາລັບໃສ່ເຄື່ອງໝາຍການຄ້າ ເພື່ອຈໍາແນກ ຜະລິດຕະພັນເຂົາເຈົ້າ ຈາກຂອງບໍລິສັດອື່ນໆຢູ່ໃນຕະຫຼາດ.

ທ່ານ Pokpong Srisanith ອາຈານສອນວິຊາກົດໝາຍ ທີ່ມະຫາວິທະຍາໄລທຳມະ
ສາດກ່າວວ່າ ການຟ້ອງກະຊວງສາທາລະນະສຸກໂດຍບໍລິສັດຢາສູບແມ່ນເປັນເທື່ອທຳ ອິດຢູ່ໃນປະເທດໄທ.

ທ່ານ Pokpong ເວົ້າວ່າ “ເວລາໃດທີ່ກະຊວງສາທາລະນະສຸກປະກາດກ່ຽວກັບ ລະລຽບການໃໝ່ ຕາມປົກກະຕິແລ້ວ ບໍລິສັດຢາສູບຂະໜາດໃຫຍ່ ແລະນ້ອຍ ທັງຫລາຍ ກໍແມ່ນຈະປະຕິບັດຕາມ. ແຕ່ເວລານີ້ ຄະດີກ່ຽວກັບການຂະຫຍາຍ
ຮູບເຕືອນເລື່ອງສຸຂະພາບ ຂຶ້ນເປັນ 85 ເປີເຊັນ ທີ່ສາມບໍລິສັດໃຫຍ່ ຟ້ອງກະ ຊວງສາທາລະນະສຸກ ແມ່ນເປັນຄະດີທຳອິດ ໃນປະຫວັດສາດ ການຄວບຄຸມ ຢາສູບຢູ່ໃນປະເທດໄທ.”


ໃນການອອກລະບຽບການໃໝ່ນັ້ນ ໄທແມ່ນກໍາລັງປະຕິບັດຕາມມາດຕະການທີ່ກຳນົດ ຂຶ້ນຕາມຂອບສົນທິສັນຍາຂອງອົງການອະນາໄມໂລກກ່ຽວກັບການຄວບຄຸມຢາສູບຊຶ່ງ ສະໜັບສະໜຸນໃຫ້ນຳໃຊ້ຮູບເຕືອນ ກ່ຽວກັບເລື່ອງສຸຂະພາບຢູ່ຕາມຊອງຢາ ເພື່ອປ້ອງ
ກັນບໍ່ໃຫ້ຜູ້ຄົນສູບຢາ.

ອົງການອະນາໄມໂລກເວົ້າວ່າ ຕົນໃຫ້ການສະໜັບສະໜຸນ ຕໍ່ລັດຖະບານໄທ ແລະຄຳ ເຕືອນຢູ່ຕາມຊອງຢາສູບນັ້ນ ແມ່ນຖືວ່າເປັນມາດຕະການ ທີ່ໄດ້ຮັບຜົນດີຢ່າງສູງ ເພື່ອ
ຫຼຸດຜ່ອນການສູບຢາ.

Philip Morris ບໍລິສັດຢາສູບລະດັບນາໆຊາດ ໂຕ້ແຍ້ງວ່າ ການອອກກົດລະບຽບເພີ້ມ ຕື່ມກ່ຽວກັບຜົນກະທົບຕໍ່ສຸຂະພາບຂອງຜະລິດຕະພັນຂອງຕົນນັ້ນ ແມ່ນບໍ່ຈຳເປັນເພາະ ວ່າຄວາມສ່ຽງທີ່ພົວພັນກັບການສູບຢາ ແມ່ນເປັນທີ່ຮູ້ກັນດີຢ່າງກວ້າງຂວາງຢູ່ແລ້ວ.

ທ່ານໝໍ Prakit Vachesatogkit ທີ່ປຶກສາພະແນກຄວບຄຸມຢາສູບຂອງກະຊວງສາທາ ລະນະສຸກກ່າວວ່າ ປະເທດໄທພວມປະຕິບັດຕາມນະໂຍບາຍທີ່ຄ້າຍຄືກັນກັບທີ່ປະເທດ ອອສເຕຣເລຍ ອູຣູກວັຍ ແລະສຣີລັງກາ ໄດ້ປະຕິບັດມາໃນໄລຍະສອງສາມປີຜ່ານມານີ້.

ທ່ານໝໍ Prakit ເວົ້າວ່າ “ຜົນຮັບໃນການນຳໃຊ້ຮູບເຕືອນກໍຄື ໃນທີ່ສຸດ ມັນກໍຈະ ເຮັດໃຫ້ການສູບຢາ ຫລຸດໜ້ອຍລົງ ມັນຈະເຮັດໃຫ້ພວກສູບຢາ ເລີ້ມເຊົາສູບ. ບໍ່ແມ່ນແຕ່ພຽງການໃຊ້ຮູບເຕືອນທໍ່ນັ້ນ ແຕ່ຍັງມີການນຳໃຊ້ມາດຕະການຄວບ ຄຸມຢ່າງອື່ນໆອີກ ເຊັ່ນການຫ້າມສູບຢາໃນສະຖານທີ່ຕ່າງໆ ແລະການຂຶ້ນລາ ຄາຢາສູບນຳດ້ວຍ. ດັ່ງນັ້ນມັນຈຶ່ງເປັນຜົນສະທ້ອນຈາກການໃຊ້ມາດຕະການ ຫລາຍໆຢ່າງຮວມກັນ. ມັນບໍ່ພຽງແຕ່ຈະຫຼຸດຜ່ອນ ການເປັນໂຣກມະເຮັງປອດ ເທົ່ານັ້ນແຕ່ຍັງຈະຫຼຸດຜ່ອນການເປັນພະຍາດອື່ນໆນຳດ້ວຍອັນເປັນຜົນເນື່ອງ ມາຈາກການຫລຸດການສູບຢາລົງນັ້ນ.”

ທ່ານ Jonathan Liberman ທະນາຍຄວາມຊາວອອສເຕຣເລຍພ້ອມທັງເປັນສະມາ ຊິກຂອງກຸ່ມນັກຊ່ຽວຊານລັດຖະບານກາງທີ່ໃຫ້ຄຳແນະນຳກ່ຽວກັບມາດຕະການຕ່າງໆ ເພື່ອຫລຸດຜ່ອນການສູບຢາ ກ່າວວ່າ ຄະດີນີ້ ແມ່ນກ່ຽວກັບຄວາມສາມາດ ຂອງລັດຖະ
ບານ ໃນການວາງລະບຽບຄວບຄຸມອຸດສາຫະກຳ ເພື່ອຜົນປະໂຫຍດໃນດ້ານສາທາລະ
ນະສຸກ.

ທ່ານ Liberman ເວົ້າວ່າ "ປະເທດຕ່າງໆ ຕ້ອງໄດ້ປ້ອງກັນມາດຕະການເຫຼົ່ານີ້
ຕໍ່ການຟ້ອງຮ້ອງ ແລະການຂົ່ມຂູ່ທາງດ້ານກົດໝາຍອື່ນໆ ຈາກອຸດສາຫະກຳ ຢາສູບ ຊຶ່ງພະຍາຍາມທີ່ຈະຂົ່ມຂູ່ ລັດຖະບານຂອງປະເທດຕ່າງໆ ແລະຟ້ອງ ຮ້ອງລັດຖະບານເຫຼົ່ານີ້ແທນທີ່ຈະອະນຸຍາດໃຫ້ພວກເຂົາເຈົ້າຈັດຕັ້ງປະຕິບັດ ມາດຕະການຕ່າງໆ ທີ່ຈະຫລຸດຜ່ອນການເສຍຊີວິດ ແລະການເປັນພະຍາດ ຕ່າງໆລົງ ຕະຫລອດທັງຄ່າໃຊ້ຈ່າຍຈຳນວນມະຫາສານ ທັງທາງດ້ານສັງຄົມ ແລະເສດຖະກິດ. ລັດຖະບານຈະຍອມໃຫ້ຖືກຂົ່ມຂູ່ບໍ່ໄດ້ ເພາະວ່າ ເດີມພັນ ມັນໃຫຍ່ຫລວງຫລາຍ.”


ທັງບັນດາບໍລິສັດ ແລະກະຊວງສາທາລະນະສຸກຂອງໄທ ຕ່າງກໍໄດ້ນຳສະເໜີການໂຕ້
ແຍ້ງຂອງຕົນຕໍ່ສານປົກຄອງ. ເປັນທີ່ຄາດກັນວ່າ ການຕັດສິນຈະມີຂຶ້ນໃນທ້າຍປີນີ້ຫຼືບໍ່ ກໍໃນຕົ້ນປີໜ້າ.
XS
SM
MD
LG