ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ຈະຟ້ອງ ຜູ້ຕ້ອງສົງໄສ 72 ຄົນ ໃນຂໍ້ຫາ ຄ້າມະນຸດ


ເຈົ້າໜ້າທີ່ສືບສວນພິເສດຂອງໄທ ພວມສອບປາກຄຳ ຜູ້ຕ້ອງສົງໄສ.
ເຈົ້າໜ້າທີ່ສືບສວນພິເສດຂອງໄທ ພວມສອບປາກຄຳ ຜູ້ຕ້ອງສົງໄສ.

ໄອຍະການຂອງລັດຖະບານໄທ ກ່າວວ່າ ຕົນຈະຟ້ອງ 72 ຄົນ
ຮວມທັງພວກ ເຈົ້າໜ້າທີ່ລັດຖະບານ ແລະນາຍທະຫານອະວຸ
ໂສຄົນນຶ່ງ ທີ່ຖືກກ່າວຫາວ່າ ພົວພັນກັບກຸ່ມຄ້າມະນຸດ ຊຶ່ງການ
ທັບມ້າງກຸ່ມດັ່ງກ່າວ ໄດ້ກໍ່ໃຫ້ເກີດວິກິດການດ້ານອົບພະຍົບຢູ່
ໃນເຂດເອເຊຍຕາເວັນອອກສຽງໃຕ້.

ພວກຜູ້ຕ້ອງສົງໄສໄດ້ຖືກຈັບແລະຈະຖືກກ່າວຫາຫາໃນຄວາມ
ຜິດ 16 ກະໂທງ ຮວມທັງ ການຄ້າມະນຸດ ແລະພົວພັນກັບເຄືອ
ຂ່າຍກໍ່ອາຊະຍາກຳຂ້າມຊາດ ອີງຕາມໂຄສົກຂອງອະທິໄອຍະ
ການຂອງໄທ.

ທ່ານວັນໄຊ ຣຸຈານະວົງ ໂຄສົກ ຂອງອະທິໄອຍະການ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວທີ່ ບາງກອກ ໃນວັນສຸກມື້ນີ້ວ່າ “ພວກເຮົາຈະບໍ່ປ່ອຍໃຫ້ຜູ້ມີອິດທິພົນ ຢູ່ເໜືອຄວາມຍຸຕິທຳ.”

ເຈົ້າໜ້າທີ່ສູງສຸດຂອງໄທທີ່ກ່ຽວຂ້ອງກັບເຄືອຂ່າຍລັກລອບມະນຸດຂະໜາດໃຫຍ່ແມ່ນພົນ ໂທມະນັສ ກອງພັນ ນາຍພົນສາມດາວທີ່ກ່າວກັນວ່າ ມີບົດບາດສຳຄັນ ໃນການປະຕິບັດ ງານດັ່ງກ່າວ.

ພົນໂທ ມະນັສ ກອງພັນ (ກາງ)
ພົນໂທ ມະນັສ ກອງພັນ (ກາງ)

​ທ່ານວັນໄຊ ກ່າວວ່າ ນອກນັ້ນ ຍັງມີເຈົ້າໜ້າທີ່ຄົນອື່ນໆອີກສິບກວ່າຄົນຖືກຈັບ. ທ່ານເວົ້າ
ວ່າ ຕຳຫຼວດໄດ້ອອກໝາຍຈັບຜູ້ຕ້ອງສົງໄສອີກຫຼາຍສິບຄົນ ຮວມທັງບາງຄົນ ທີ່ໄດ້ຫຼົບໜີ ໄປຕ່າງປະເທດແລ້ວ.

ກຸ່ມດັງກ່າວ ລັກລອບເອົາພວກອົບພະຍົບຈາກມຽນມາ ແລະບັງກລາແດັສຜ່ານບັນດາຈັງ ຫວັດໃນເຂດພາກໃຕ້ຂອງໄທ ບ່ອນທີ່ຫລາຍໆສິບສົບ ໄດ້ຖືກຄົ້ນພົບ ເມື່ອເດືອນພຶດສະ ພາຜ່ານມາ ທີ່ຄ້າຍຮ້າງໃນປ່າຫຼາຍແຫ່ງ.

ການປາບປາມ ໄດ້ບັງຄັບໃຫ້ພວກລັກລອບຄ້າມະນຸດຈຳນວນນຶ່ງ ຕ້ອງໄດ້ປະຖິ້ມບັນດາ ຜູ້ເຄາະຮ້າຍໄວ້ເຮັດໃຫ້ອົບພະຍົບຫຼາຍພັນຄົນຕ້ອງຕົກຄ້າງຢູ່ໃນທະເລໂດຍທີ່ມີອາຫານ ແລະນ້ຳດື່ມແຕ່ພຽງເລັກນ້ອຍຫຼືບໍ່ກໍບໍ່ມີເລີຍ.

XS
SM
MD
LG