ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ຈະເພີ້ມການສົ່ງອອກໝາກໄມ້ໄທໄປຈີນໃຫ້ໄດ້ຮອດ 7 ເທົ່າ ໂດຍຂົນສົ່ງຜ່ານລາວ ດ້ວຍລົດໄຟ ລາວ-ຈີນ


ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ
ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ

ນາຍົກລັດຖະມົນຕີໄທ ຈະເພີ້ມການສົ່ງອອກໝາກໄມ້ໄທໄປຈີນໃຫ້ໄດ້ຮອດ 7 ເທົ່າ ໂດຍຂົນສົ່ງຜ່ານລາວດ້ວຍລົດໄຟ ລາວ-ຈີນ ເພື່ອທີ່ຈະເຮັດໃຫ້ການສົ່ງໝາກໄມ້ໄທໄປຈີນມີມູນຄ່າຮອດ 2,000 ຕື້ບາດ.

ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທຖະແຫຼງວ່າ ເປົ້າໝາຍທີ່ສໍາຄັນຂອງການເສີມຂະຫຍາຍການຄ້າລະຫວ່າງ ໄທກັບຈີນ ໂດຍຂົນສົ່ງສິນຄ້າຈາກໄທຜ່ານລາວໄປຈີນ ດ້ວຍລົດໄຟ ລາວ-ຈີນ ໃນໄລຍະເວລາບໍ່ເກີນ 5 ປີຕໍ່ໜ້າ​ນີ້ ກໍຄືການເພີ້ມມູນຄ່າການສົ່ງອອກໝາກໄມ້ໄທໄປຈີນໃຫ້ໄດ້​ເຖິງ 7 ເທົ່າ ດ້ວຍການເສີມ ແລະເພີ້ມການໂຄສະນາປະຊາສໍາພັນເພື່ອເຮັດໃຫ້ຊາວຈີນມີຄວາມນິຍົມຊົມ​ຊອບ​ໃນ​ໝາກ​ໄມ້​ໄທ​ໃຫ້​ເພີ່ມ​ຂຶ້ນ​ນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ໝາກ​ຖົ່ວ​ລຽນ​ໄທ​ທີ່​ຊາວ​ຈີນ​ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ເປັນອັນດັບນຶ່ງຢູ່ແລ້ວນັ້ນ ແຕ່ວ່າສິ່ງທີ່ທາງການໄທຈະດໍາເນີນການເພື່ອເຮັດໃຫ້ເພີ້ມຂຶ້ນອີກກໍຄື ປະລິມານການບໍລິໂພກຖົ່ວລຽນໄທຂອງຊາວຈີນເປັນສໍາຄັນ ໂດຍຖ້າຫາກວ່າສາມາດເຮັດໄດ້ແທ້ ກໍຈະມີມູນຄ່າຮອດ 2 ລ້ານໆບາດ ຫຼືວ່າ 2,000 ຕື້ບາດນັ້ນ, ດັ່ງທີ່ ທ່ານເສດຖາ ໃຫ້ການຢືນຢັນວ່າ:

“ລົດໄຟຄວາມໄວສູງຈາກໂຄລາດໄປສູ່ໜອງຄາຍນີ້ ເພື່ອຕໍ່ໄປລາວ ຕໍ່ໄປຈີນ ເພື່ອສົ່ງຖົ່ວລຽນໄທທີ່ສົ່ງອອກໄປປີລະ 250,000 ລ້ານ ເຊິ່ງຄົນຈີນນິກິນຖົ່ວລຽນແຕ່ 0.7 ກິໂລ, ຄົນໄທສະເລ່ຍ 5 ກິໂລນິ, ຖ້າຄົນຈີນກິນເທົ່າຄົນໄທ​ນີ້ 250,000 ລ້ານນີ້ ຄູນ 7 ເປັນເທົ່າໃດ? ແມ່ນແລ້ວ ເກືອບ 2 ລ້ານລ້ານ ສົ່ງອອກໄປເມືອງຈີນນິ ເທົ່ານີ້ກະລວຍກັນສົມຄວນແລ້ວເນາະ ແຕ່ວ່າການສົ່ງອອກໝາກໄມ້ ຫຼື ພືດຜົນຕ່າງໆນີ້ ໄລຍະເວລາມີສ່ວນສໍາຄັນ ລົດໄຟຄວາມໄວສູງກໍມີສ່ວນສໍາຄັນ ຖ້າຍັງໄປບໍ່ເຖິງ, ງົບປະມານບໍ່ພໍ ລົດໄຟລາງຄູ່ກໍຍັງດີ ອັນນີ້ເປັນບັນຫາທີ່ລັດຖະບານໃຫ້ຄວາມສໍາຄັນເນາະ.”

ສ່ວນນັກທຸລະກິດໄທຄາດວ່າ ການຄ້າລະຫວ່າງ ໄທກັບຈີນ ທີ່ຂົນສົ່ງດ້ວຍ​ລະ​ບົບ​ທາງລົດໄຟ ລາວ-ຈີນ ໃນປີ 2024 ຈະຂະຫຍາຍໂຕເພີ້ມຂຶ້ນຮອດ 30 ເປີເຊັນ ທຽບໃສ່ປີ 2023 ເພາະວ່າ ໄດ້ມີການປັບປຸງລະບົບການຂົນສົ່ງທີ່ມີຄວາມສະດວກ ແລະວ່ອງໄວຫຼາຍຂຶ້ນ ໂດຍການຫຼຸດຂັ້ນຕອນໃນການກວດກາສິນຄ້າໃຫ້​ໜ້ອຍລົງກໍຄື ການກວດກາສິນຄ້າສະເພາະຢູ່ຕົ້ນທາງ ແລະປາຍທາງເທົ່ານັ້ນ ທັງຍັງຈະເຊື່ອມຕໍ່ການຂົນສົ່ງສິນຄ້າທາງລົດໄຟໄປເຖິງມາເລເຊຍພາຍໃນເດືອນ ມີນາ ປີ 2024 ນີ້ອີກດ້ວຍ.

ສ່ວນນັກທຸລະກິດລາວໃຫ້ທັດສະນະວ່າ ເພື່ອເປັນການສົ່ງເສີມໃຫ້ສິນຄ້າຂອງລາວສາມາດແຂ່ງຂັນທາງດ້ານລາຄາໃນຕະຫຼາກການຄ້າສາກົນໃຫ້ໄດ້ຢ່າງແທ້ຈິງນັ້ນ ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງປັບຫຼຸດລາຄາ ແລະກໍານົດອັດຕາຄ່າທໍານຽມການໃຊ້ບໍລິການທ່າບົກໃຫ້ເປັນມາດຕະຖານດຽວໃນທົ່ວປະເທດ ທັງຍັງຈະຕ້ອງພັດທະນາລະບົບ Logistic Vientiane Logistic Park ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນທີ່ມີບັນຫາກ່ຽວກັບການຈ່າຍເງິນຄ່າຊົດເຊີຍທີ່ດິນ ແລະສິ່ງປູກສ້າງຂອງປະຊາຊົນທີ່ຢູ່ໃນເຂດພັດທະນາຂອງງໂຄງການນັ້ນ, ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາທີ່ພົ້ນເດັ່ນ ແລະເຄັ່ງຮ້ອນທີ່ສຸດຂອງເມືອງຫາດຊາຍຟອງ ແມ່ນບັນຫາກ່ຽວກັບການຊົດເຊີຍໂຄງການລົງທຶນ ເປັນຕົ້ນແມ່ນໂຄງການລົງທຶນຂອງ Logistic ເຂົາເອີ້ນວ່າ ທ່າບົກທ່ານາແລ້ງ ດົງໂພສີຫັ່ນ ບັນຫານີ້ເປັນບັນຫາພົ້ນເດັ່ນເນາະດິນທີ່ຢູ່ໃນໂຄງການ Logistic ມີທັງໝົດ 89 ຕອນ, ໃນ 89 ຕອນນັ້ນ ໄດ້ຮັບພຽງແຕ່ 19 ຕອນໃນ 51.1 ເຮັກຕ້ານີ້ເດ້, ສະນັ້ນ ຍັງຕໍ່າທຽບໃສ່ກະໄດ້ແຕ່ 12 ເປີເຊັນ ໃນ 89 ຕອນຫັ້ນນະ, ສະນັ້ນ ເຮັດໃຫ້ປະຊາຊົນຄອງຄອຍຫັ້ນແລ້ວ.”

ທັ້ງນີ້, ໂຄງການທາງລົດໄຟ ລາວ-ຈີນ ໃນລາວ ໄດ້ເວນຄືນທີ່ດິນ ແລະສິ່ງປູກສ້າງຕ່າງໆຂອງປະຊາຊົນຈໍານວນ 8,139 ຄອບຄົວ, ໃນນີ້ ສາມາດຕົກລົງ ແລະຈ່າຍເງິນຊົດເຊີຍຕາມລະບຽບກົດໝາຍຂອງລາວໄດ້ແລ້ວ 7,306 ຄອບຄົວ ຄິດເປັນມູນຄ່າການຊົດເຊີຍ 1,530 ກວ່າຕື້ກີບ ຈຶ່ງຍັງເຫຼືອ 833 ຄອບຄົວທີ່ຍັງບໍ່ຍອມຮັບເອົາຄ່າຊົດເຊີຍທີ່ຕໍ່າກວ່າຄວາມເປັນຈິງ ທັງຍັງປາກົດວ່າ ທາງການລາວບໍ່ສາມາດຕິດຕາມໂຕຜູ້ທີ່ເປັນເຈົ້າຂອງທີ່ດິນຈໍານວນນຶ່ງໄດ້ເລີຍຈົນຮອດປັດຈຸບັນນີ້ ເຊິ່ງກໍເປັນຍ້ອນພວກເຂົາເຈົ້າບໍ່ຍອມຮັບຄ່າຊົດເຊີຍທີ່ຕໍ່າເກີນໄປນັ້ນ ໂດຍສະເພາະແມ່ນຢູ່ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ເຊິ່ງມີການຊົດເຊີຍ 15,000-137,000 ກີບຕໍ່ຕາແມັດ ໃນຂະນະທີ່ດິນໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີລາຄາຊື້ຂາຍຫຼາຍກວ່າ 3 ລ້ານກີບຕໍ່ຕາແມັດ ໝາຍຄວາມວ່າຄ່າຊົດເຊີຍທີ່ດິນໃນໂຄງການທາງລົດໄຟ ລາວ-ຈີນ ຕໍ່າກວ່າລາຄາທີ່ເປັນຈິງຫຼາຍກວ່າ 20 ເທົ່ານັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG