ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານໄທ ຂໍຄໍາຊີ້ແຈງຈາກລັດຖະບານ ກ່ຽວກັບຍີ່ປຸ່ນອອກວີຊາ ໃຫ້ທ່ານທັກສິນ


ທ່ານນາງຍິ້ງລັກ ນາຍົກລັດຖະມົນຕີໃໝ່ຂອງໄທ
ທ່ານນາງຍິ້ງລັກ ນາຍົກລັດຖະມົນຕີໃໝ່ຂອງໄທ























ພັກ​ຝ່າຍ​ຄ້ານໃຫຍ່ທີ່ສຸດ​ຂອງ​ໄທ​ ກໍາລັງ​ຮຽກຮ້ອງ​ຂໍ​ຄໍາ​ຊີ້​ແຈງ​ຈາກ​ລັດຖະບານກ່ຽວ​ກັບ​
ບົດບາດ​ຂອງ​ຕົນ​ໃນ​ການຕັດສິນ​ໃຈ​ຂອງ​ຍີ່ປຸ່ນ ອອກ​ວີ​ຊາ​ໃຫ້​ອະດີດນາຍົກລັດຖະມົນຕີ
ທັກສິນ ຊິນນະ​ວັດ ຜູ້ຫລົບໜີ​ຄະດີນັ້ນ.

ໂຄສົກ​ພັກ​ປະຊາທິປັດ​ກ່າວ​ວ່າ ລັດຖະບານ ​ອາດ​ໄດ້​ພາ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​
ການ​ໂອ້​ລົມ​ສົນທະນາ​ຂອງ​ຕົນ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ ​ໂດຍ​ອ້າງ​ເຖິງ​ການ​ໃຫ້​ຄໍາ​ຊີ້​ແຈງ
ບໍ່​ຕົງ​ກັນ ​ໃນ​ສັບປະດາ​ນີ້.

ລາຍ​ງານ​ຂ່າວ​ເວົ້າ​ວ່າ ພັກ​ປະຊາທິປັດ ​ທີ່ຫາ​ກໍ​ໄດ້​ຮັບ​ການ​ປລາ​ໄຊ​ເມື່ອ​ໄວໆ​ມາ​ນີ້ກໍາລັງ​
ພິຈາລະນາ​ທໍາ​ການ​ເຄື່ອນ​ໄຫວ​ທາງ​ກົດໝາຍຕໍ່​ທ່ານ ​ສຸຣະພົງ ​ໂຕວິຈັກ​ໄຊ​ກຸນ ລັດຖະມົນ
ຕີ​ການ​ຕ່າງປະ​ເທດ​ໃໝ່​ຂອງໄທ ຖ້າຜູ້ກ່ຽວສະໜັບສະໜຸນ ​ຫລື​ສົ່ງ​ເສີມ​ໃຫ້​ຍີ່ປຸ່ນ​ອອກ​ວີ​ຊາ
ໃຫ້​ທ່ານ​ທັກສິນ​ນັ້ນ. ກົດໝາຍ​ຂອງ​ຍີ່ປຸ່ນ​ ຫ້າມ​ອອກ​ວີ​ຊາ​ໃຫ້​ຜູ້​ຫລົບໜີ​ຄະດີ ​ເວ້ນ​ເສຍ​ແຕ່
ພາຍ​ໃຕ້​ກໍລະນີ​ພິ​ເສດ​ເທົ່າ​ນັ້ນ.

ລາຍ​ງານ​ເວົ້າ​ວ່າ ພັກ​ຝ່າຍ​ຄ້ານ​ໂຕ້​ແຍ້​ງວ່າ ລັດຖະບານ​ໃໝ່​ຂອງ​ໄທ ພາຍ​ໃຕ້​ການ​ນໍາພາ​
ຂອງ​ທ່ານ​ຍິ່ງຣັກ ນ້ອງ​ສາວ​ຂອງ​ທ່ານ​ທັກສິນ ມີ​ພັນທະ​ທາງ​ດ້ານ​ກົດໝາຍ​ສືບ​ຕໍ່​ຊອກ​ຫາ​
ຈັບ​ກຸມ​ທ່ານ​ທັກສິນ​ ແລະ​ສົ່ງ​ໂຕ​ຜູ້ກ່ຽວ​ມາ​ດໍາ​ເນີນ​ຄະດີ​ໃນ​ປະ​ເທດ. ທ່ານ​ທັກສິນ​ຖືກ​ຕັດ
ສິນ​ລັບຫລັງ ຖານ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ທໍາ​ການ​ສໍ້​ລາດ​ບັງ​ຫລວງ​ ຫລື​ທຸດຈະລິດ​ໃນ​ຂະນະ​ທີ່
ພັກ​ປະຊາທິປັດ​ປົກຄອງ​ປະ​ເທດ​ຢູ່​ນັ້ນ.

XS
SM
MD
LG