ປະມານ 50 ຄົນ ພາກັນປະທ້ວງຢູ່ນອກສະຖານທູດຍີ່ປຸ່ນທີ່ບາງກອກ ໃນວັນພະຫັດມື້ນີ້
ຕໍ່ຕ້ານແຜນການເດີນທາງໄປຢ້ຽມຢາມຍີ່ປຸ່ນ ໂດຍອະດີດນາຍົກລັດຖະມົນຕີ ທີ່ຫຼົບລີ້ກົດ
ໝາຍ ທ່ານທັກສິນ ຊິນນະວັດ.
ພວກປະທ້ວງເຫລົ່ານີ້ຮຽກຮ້ອງໃຫ້ມະຫາຊົນຊາວຍີ່ປຸ່ນກົດດັນລັດຖະບານຂອງພວກເຂົາ
ເຈົ້າໃຫ້ຍົກເລີກການອອກວີຊ່າ ໃຫ້ແກ່ທ່ານທັກສິນ ຊຶ່ງໄດ້ຮັບວີຊ່າທັງໆທີ່ລະບຽບການ
ຕາມປົກກະຕິນັ້ນ ຫ້າມການອອກວີຊາໃຫ້ແກ່ຜູ້ທີ່ຫຼົບລີ້ໜີກົດໝາຍ.
ຜູ້ນຳຂອງພວກປະທ້ວງ ຍັງເວົ້າວ່າ ລາວໄດ້ຂຽນຈົດໝາຍສະບັບນຶ່ງໄປຍັງສະຖານທູດຍີ່
ປຸ່ນແລ້ວ.
ທ່ານທັກສິນໄດ້ຖືກພົບເຫັນວ່າມີຄວາມຜິດໃນຂໍ້ຫາສໍ້ຣາດບັງຫຼວງໃນປີ 2008 ສອງປີຫຼັງ ຈາກໄດ້ຖືກໂຄ່ນລົ້ມໃນການກໍ່ລັດຖະປະຫານຂອງພວກທະຫານແລະປັດຈຸບັນນີ້ລີ້ໄພຢູ່ດູ
ໄບ. ແຕ່ແນວໃດກໍຕາມ ລັດຖະບານຊຸດໃໝ່ທີ່ນຳພາໂດຍນ້ອງສາວຂອງທ່ານ ຄືທ່ານນາງ
ຍິ່ງລັກ ໄດ້ເຂົ້າຮັບຕຳແໜ່ງໃນເດືອນນີ້ແລະມີຄວາມເຫັນອົກເຫັນໃຈຕໍ່ການກ່າວອ້າງຂອງ
ທ່ານທີ່ວ່າ ຂໍ້ຫາເຫຼົ່ານີ້ແມ່ນມີຈຸດປະສົງທາງດ້ານການເມືອງ.
ມີລາຍງານວ່າ ພວກຜູ້ນຳຂອງພັກຝ່າຍຄ້ານຊຶ່ງກຳຕຳແໜ່ງເວລາທ່ານທັກສິນຖືກຕັດສິນ
ໂທດນັ້ນ ໄດ້ຂູ່ວ່າຈະດຳເນີນການທາງດ້ານກົດໝາຍ ຕໍ່ລັດຖະມົນຕີການຕ່າງປະເທດຄົນ
ໃໝ່ຂອງໄທ ຖ້າຫາກວ່າທ່ານໄດ້ຮ້ອງຂໍໃຫ້ຍີ່ປຸ່ນອອກວີຊ່າໃຫ້ທ່ານທັກສິນ.
ພວກເຂົາເຈົ້າກ່າວວ່າ ລັດຖະບານຊຸດໃໝ່ ມີພັນທະຕາມກົດໝາຍ ທີ່ຈະສືບຕໍ່ຊອກຫາ
ຊ່ອງທາງໃຫ້ມີການຈັບກຸມທ່ານທັກສິນແລະໃຫ້ສົ່ງໂຕຜູ້ກ່ຽວແກ່ທາງການໄທ.