ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ນາຍົກໃໝ່ຂອງໄທ ສະເໜີນະໂຍບາຍຕໍ່ລັດຖະສະພາ ໃນ​ຂະນະທີ່ທັດສະນະຄະຕິຂອງຜູ້ບໍລິໂພກ ຫຼຸດລົງ


ນາຍົກລດຖະມົນຕີຂອງໄທ ທ່ານນາງ ແພທອງທານ ຊິນນະວັດ ແລະສະມາຊິກລັດຖະມົນຕີຂອງທ່ານນາງ ເຂົ້າຮ່ວມປະຊຸມຖະແຫຼງຂ່າວ ໃນບາງກອກ, ປະເທດໄທ, ວັນທີ 7 ກັນຍາ 2024. REUTERS/Athit Perawongmetha REFILE - CORRECTING YEAR FROM "2023" TO "2024".
ນາຍົກລດຖະມົນຕີຂອງໄທ ທ່ານນາງ ແພທອງທານ ຊິນນະວັດ ແລະສະມາຊິກລັດຖະມົນຕີຂອງທ່ານນາງ ເຂົ້າຮ່ວມປະຊຸມຖະແຫຼງຂ່າວ ໃນບາງກອກ, ປະເທດໄທ, ວັນທີ 7 ກັນຍາ 2024. REUTERS/Athit Perawongmetha REFILE - CORRECTING YEAR FROM "2023" TO "2024".

ນາຍົກລັດຖະມົນຕີ​ໄທ ທ່ານນາງ ແພທອງທານ ຊິນ​ນະ​ວັດ ​ໄດ້ອອກມາ​ຊີ້​ແຈງ​ວາລະ​ນະ​ໂຍບາຍ​ຂອງ​ລັດຖະບານຕໍ່ລັດຖະສະພາໃນວັນພະຫັດມື້ນີ້ ​ໂດຍ​ມີ​ແຜນ​ຈະ​ມອບ​ເງິນຈໍານວນ 450 ຕື້​ບາດ ຫຼື 13.4 ຕື້​ໂດລາ ​ເພື່ອຜັກດັນລະບົບເສດຖະກິດທີ່​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະເທດໃນເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ແຫ່ງນີ້.

ຄະນະ​ຜູ້​ແທນ​ການ​ເມືອງໃໝ່​ຂອງ ​ທ່ານນາງ ແພທອງທານ ​ໄດ້ສາບານໂ​ຕເຂົ້າສູ່ຄະນະລັດຖະມົນຕີໃນ​ເດືອນ​ນີ້ ລຸນຫລັງສະພາ​ແຫ່ງ​ຊາດ​ໄດ້​ເລືອກ​ເອົາ​ນາຍົກລັດຖະມົນຕີທີ່​ໜຸ່ມນ້ອຍທີ່​ສຸດ​ຂອງ​ໄທ ​ຫຼັງຈາກ​ປົດ​ຕໍາ​ແໜ່​ງນາຍົກລັດຖະມົນຕີຄົນກ່ອນແບບໄວວາ ທ່ານ ເສດຖາ ທະວີສິນ ດ້ວຍ​ການ​ຕັດສິນ​ຂອງ​ສານລັດຖະທໍາມະນູນ.

ເຈົ້າໜ້າທີ່ຕຳຫຼວດສ່ວນໃຫຍ່ ຍັງສືບຕໍ່ວາລະຂອງ ທ່ານ ເສດຖາ ທີ່ເປັນພັນທະມິດຂອງພັກເພື່ອໄທ ເຊິ່ງເປັນທີ່ນິຍົມຈາກປະຊາຊົນ, ລວມທັງການສ້າງໂຄງຮ່າງໜີ້ສິນ ແລະ ການສ້າງກາຊີໂນ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອດຶງດູດເອົາການລົງທຶນ ແລະດຶງດູດເອົານັກທ່ອງທ່ຽວ.shເພີ້ມຫຼາຍຂຶ້ນ.

ທ່ານນາງ ແພທອງທານ ກ່າວຕໍ່ລັດຖະສະພາວ່າ ລັດຖະບານຂອງນາງ ກໍາລັງປະເຊີນກັບສິ່ງທ້າທາຍຕ່າງໆ ລວມທັງບັນຫາໂຄງສ້າງທາງດ້າoເສດຖະກິດ, ແລະກ່າວຕື່ມວ່າ ລັດຖະບານຈະຕ້ອງປະຕິບັດງານຢ່າງຮີບດ່ວນ ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດ.

ທ່ານ​ນາງ​ກ່າວ​ວ່າ “ຖ້າ​ບໍ່​ມີ​ມາດ​ຕະການທາງ​ດ້ານ​ການ​ເງິນ ​ແລະ​ມາດຕະການທາງດ້ານງົບປະມານ​ເພື່ອ​ສະໜັບສະໜູນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ຄາດ​ວ່າ​ຈັງຫວະ​ການ​ຂະຫຍາຍໂຕທາງ​ເສດຖະກິດ​ຂອງ​ປະ​ເທດ​ ຈະ​ບໍ່​ເກີນ 3 ເປີເຊັນຕໍ່​ປີ.

ທ່ານ​ນາງຍັງໄດ້​ກ່າວອີກ​ວ່າ ນັ້ນ​ ຈະ​ສົ່ງ​ຜົນ​ເຮັດໃຫ້​ລະ​ດັບ​ໜີ້​ສິນ​ສາ​ທາ​ລະ​ນະ​ກ້າວ​ຂຶ້ນ​ຮອດຈຸດສູງສຸດ 70 ເປີເຊັນຂອງ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ ຫຼື GDP ໃນ​ປີ 2027, ເຊິ່ງຈໍານວນໜີ້ສິນສາທາລະນະຫຼ້າສຸດຢູ່ທີ່ 63.74 ເປີເຊັນຂອງ GDP ໃນທ້າຍເດືອນກໍລະກົດທີ່ຜ່ານມາ.

ທ່ານນາງ ແພທອງທານ ກ່າວ​ວ່າ “ສະ​ນັ້ນ, ມັນຈຶ່ງ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ທີ່​ລັດ​ຖະ​ບານ​ຕ້ອງ​ເລັ່ງ​ລັດດໍາເນີນການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ປະ​ເທດ ​ໃຫ້​ເຕີບ​ໂຕ​ຢ່າງວ່ອງໄວ ​ແລະແຂງ​ແຮງ​ອີກ​ຄັ້ງນຶ່ງ.”

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

BANGKOK, Sept 12 (Reuters) - Thai Prime Minister Paetongtarn Shinawatra on Thursday outlined her government's policy agenda to parliament, headlined by plans to give away 450 billion baht ($13.4 billion) in handouts to jumpstart Southeast Asia's second-largest economy.

Political newcomer Paetongtarn's cabinet was sworn in this month, after parliament elected her Thailand's youngest premier following the shock removal of predecessor Srettha Thavisin by a court decision.

The polices largely continue ally Srettha's agenda and that of their populist Pheu Thai party, including debt restructuring and legalising casinos to draw in investment and more tourists.

Paetongtarn told parliament her government was facing challenges, including structural economic problems, and said the government would act with urgency to stimulate growth.

"If there are no financial and fiscal measures to support economic growth, it is expected that the country's economic growth rate will not exceed 3% per year," she said.

That would result in the public debt level approaching the ceiling of 70% to gross domestic product (GDP) in 2027, she said. Public debt stood at 63.74% of GDP at the end of July.

"Therefore, it is a great challenge that the government must urgently restore the country's economy to quickly grow strongly again," Paetongtarn said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG