ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທ ອະນຸຍາດ ສປຊ ເຂົ້າໄປຫາ ອົບພະຍົບ ໂຣຮິງຢາ (ສະໄລດ໌)


ພາບທີ່ຖ່າຍໃນວັນທີ 1 ມັງກອນ 2013 ສະແດງໃຫ້ເຫັນເຮືອລໍານຶ່ງ ບັນຈຸ ພວກອົບພະຍົບຊາວໂຣຮິງຢາ 73 ທີ່ເຈົ້າໜ້າທີ່ໄທ ໄດ້ພົບເຫັນໃນເຂດຕາກອາກາດພູເກັດ ພາກໃຕ້ຂອງໄທ (AP Photo)
ພາບທີ່ຖ່າຍໃນວັນທີ 1 ມັງກອນ 2013 ສະແດງໃຫ້ເຫັນເຮືອລໍານຶ່ງ ບັນຈຸ ພວກອົບພະຍົບຊາວໂຣຮິງຢາ 73 ທີ່ເຈົ້າໜ້າທີ່ໄທ ໄດ້ພົບເຫັນໃນເຂດຕາກອາກາດພູເກັດ ພາກໃຕ້ຂອງໄທ (AP Photo)
ອົງການອົບພະຍົບຂອງສະຫະປະຊາຊາດເວົ້າວ່າ ໄທໄດ້ຕົກ
ລົງຢ່າງເປັນຫລັກການ ທີ່ຈະອະນຸຍາດໃຫ້ຕົນ ເຂົ້າໄປຫາກຸ່ມ
ທີ່ຖືກກັກຂັງຢູ່ປະມານ 850 ຄົນ ລຸນຫລັງທີ່ໄດ້ລົບໜີຄວາມ
ຮຸນແຮງທາງສາສະໜາຢູ່ໃນມຽນມາ.

ກຸ່ມດັ່ງກ່າວ ຊຶ່ງຄິດກັນວ່າຈະຮວມທັງອົບພະຍົບຊາວມຸສລິມ
ໂຣຮິງຢາ ໄດ້ຖືກຄຸມຂັງໃນອາທິດນີ້ ລະຫວ່າງການບຸກເຂົ້າ ໄປປາບປາມການຄ້າມະນຸດຢູ່ໃນພາກໃຕ້ຂອງໄທ. ລັດຖະ
ບານໄທ ທີ່ມັກຈະເນລະເທດຊາວໂຣຮິງຢານັ້ນ ໄດ້ສັນຍາວ່າ
ຈະໃຫ້ການຊ່ວຍເຫລືອຊົ່ວຄາວ ແກ່ກຸ່ມດັ່ງກ່າວ.

ຢູ່ໃນຖະແຫລງການທີ່ນໍາອອກເຜີຍແຜ່ໃນວັນພຸດມື້ນີ້ ອົງການ
ອົບພະຍົບຂອງສະຫະ ປະຊາຊາດ ມີຄວາມຍິນດີຕໍ່ການໃຫ້
ການຄໍ້າປະກັນທີ່ວ່ານີ້ ແລະອົງການດັ່ງ ກ່າວຍັງເວົ້າອີກວ່າ ຕົນຫວັງວ່າຈະໄດ້ໄປຢ້ຽມ ຢາມພວກອົບພະຍົບເຫລົ່ານັ້ນ ໃນໄວໆນີ້ ແລະຈະຕັດສິນວ່າ ພວກເຂົາເຈົ້າຢາກຂໍລີ້ໄພ ແລະຕ້ອງການການປົກປ້ອງຂອງສາກົນຫລືບໍ່.

ຊົນເຜົ່າກຸ່ມນ້ອຍ ຊາວມຸສລິມໂຣຮິງຢາຫລາຍພັນຄົນ ໄດ້ຫລົບໜີຈາກລັດຣາໄຄນ໌ ບ່ອນ ທີ່ອົງການສະຫະປະຊາຊາດເວົ້າວ່າ ຍັງມີອີກ 1 ແສນ 15 ພັນຄົນ ໄດ້ອົບພະຍົບຫຼົບໄພ ຢູ່ພາຍໃນປະເທດ ລຸນຫລັງທີ່ໄດ້ເກີດຄວາມຮຸນແຮງລະຫວ່າງຊົນ ຊາດຊົນເຜົ່າ ປີກາຍນີ້.

ອົງການສະຫະປະຊາຊາດ ແລະກຸ່ມປົກປ້ອງສິດທິມະນຸດ ໄດ້ຮຽກຮ້ອງໃຫ້ປະເທດເພື່ອນ ບ້ານ ລວມທັງໄທໃຫ້ເປີດຊາຍແດນຂອງຕົນ ແກ່ພວກຊົນເຜົ່າທີ່ຖືກ ປະຫັດປະຫານ ທີ່ ມຽນມາໄດ້ປະຕິເສດບໍ່ຍອມໃຫ້ສັນຊາດ ແລະສິດພື້ນຖານອື່ນໆນັ້ນ.

ທ່ານ Matthew Smith ຈາກກຸ່ມປົກປ້ອງສິດທິມະນຸດ Human Rignts Watch ກ່າວ ຕໍ່ VOA ວ່າ ການຕັດສິນໃຈຂອງໄທທີ່ເຫັນໄດ້ຊັດ ທີ່ຈະບໍ່ເນລະເທດພວກອົບພະຍົບ ດັ່ງກ່າວ ກັບຄືນໄປຍັງມຽນມາໃນທັນທີທັນໃດໂລດນັ້ນ ແມ່ນຖືວ່າເປັນບາດກ້າວ ໃນທາງ ບວກອັນນຶ່ງ. ແຕ່ທ່ານກໍກ່າວວ່າ ອົງການອົບພະຍົບຂອງ ສະຫະປະຊາຊາດຄວນ “ໄດ້ຮັບ ອະນຸຍາດຢ່າງຮີບດ່ວນໃຫ້ເຂົ້າຫາ” ພວກທີ່ໄປຮອດໄທໃໝ່ໆ.

ປະມວນພາບຫລ້າສຸດກ່ຽວກັບອົບປະພົບຊາວໂຣຮິງຢາ:
XS
SM
MD
LG