ທ້າທາຍທາງກົດໝາຍຕໍ່ການເລືອກຕັ້ງໃນວັນອາທິດຜ່ານມານີ້
ຊຶ່ງເຖິງແມ່ນວ່າ ສະງົບງຽບ ແຕ່ກໍບໍ່ໄດ້ແກ້ໄຂການປະເຊີນໜ້າ
ທາງການເມືອງທີ່ຍືດເຍື້ອຍາວນານມາໄດ້ຫຼາຍເດືອນແລ້ວນັ້ນ
ແຕ່ຢ່າງໃດ.
ພັກປະຊາທິປັດ ຊຶ່ງເປັນພັກຝ່າຍຄ້ານ ທີ່ບອຍຄອດບໍ່ຍອມເຂົ້າ
ຮ່ວມການເລືອກຕັ້ງ ກ່າວ ວ່າ ຕົນຈະຍື່ນຟ້ອງຕໍ່ສານລັດຖະ
ທໍາມະນູນ ໃນວັນອັງຄານມື້ນີ້ ເພື່ອຍຸບພັກ “ເພື່ອໄທ” ທີ່ປົກຄອງປະເທດຢູ່ໃນຂະນະນີ້.
ສຳນວນທີ່ຈະຍື່ນຟ້ອງໂດຍພັກປະຊາທິປັດ ກ່າວວ່າ ລັດຖະ
ບານພະຍາຍາມເພື່ອໃຫ້ໄດ້ມາຊຶ່ງອໍານາດ ໂດຍວິທີທີ່ບໍ່ຖືກ
ຕ້ອງຕາມລັດຖະທໍາມະນູນ ຄືຈັດການເລືອກຕັ້ງກ່ອນກໍານົດ.
ສຳນວນຟ້ອງຂໍ້ທີ 2 ກ່າວວ່າ ການເລືອກຕັ້ງບໍ່ຄວນຈະມີຂຶ້ນ
ໃນລະຫວ່າງພາວະສຸກເສີນຂອງປະເທດ ທີ່ໄດ້ປະກາດໄປ
ໃນເດືອນແລ້ວນີ້ ເພື່ອຮັບມືກັບສະພາບຄວາມຮຸນແຮງ ກ່ອນການເລືອກຕັ້ງນັ້ນ.
ເຖິງແມ່ນວ່າ ບໍ່ໄດ້ມີການກໍ່ຄວາມຮຸນແຮງໃນມື້ປ່ອນບັດເລືອກຕັ້ງກໍຈິງ ແຕ່ການໄປປ່ອນ
ບັດຂອງປະຊາຊົນ ແມ່ນໜ້ອຍກວ່າ 50 ສ່ວນຮ້ອຍ. ຢູ່ໃນຫຼາຍໆເຂດ ພວກປະທ້ວງຕໍ່ຕ້ານ
ລັດຖະບານໄດ້ພາກັນຂັດຂວາງແລະລົບກວນການປ່ອນບັດ.
ພວກປະທ້ວງໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ກົດດັນນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ
ໃຫ້ລາອອກໂດຍການປະທ້ວງຢູ່ທີ່ບາງກອກນັ້ນ ປາກົດວ່າໄດ້ຫລຸດນ້ອຍຖອຍລົງຫຼັງຈາກ
ໄດ້ມີການເລືອກຕັ້ງແລ້ວນັ້ນ.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ