ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເສື້ອແດງ ໂຮມຊຸມນຸມປະທ້ວງ ໃນໄທ


ພວກເສື້ອແດທີ່ຕໍ່ຕ້ານລັດຖະບານໄທ ພາກັນໂຮມຊຸມນຸມປະທ້ວງ ຢູ່ອານຸສາວະລີປະຊາທິປະໄຕ ໃນບາງກອກ, ວັນທີ 10 ຕຸລາ, ເພື່ອລະນຶກເຖິງພວກສະໜັບສະໜູນທີ່ເສຍຊີວິດໄປ ໃນການປະທ້ວງເມື່ອເດືອນພຶດສະພາປີນີ້.
ພວກເສື້ອແດທີ່ຕໍ່ຕ້ານລັດຖະບານໄທ ພາກັນໂຮມຊຸມນຸມປະທ້ວງ ຢູ່ອານຸສາວະລີປະຊາທິປະໄຕ ໃນບາງກອກ, ວັນທີ 10 ຕຸລາ, ເພື່ອລະນຶກເຖິງພວກສະໜັບສະໜູນທີ່ເສຍຊີວິດໄປ ໃນການປະທ້ວງເມື່ອເດືອນພຶດສະພາປີນີ້.

ພວກປະທ້ວງຕໍ່ຕ້ານລັດຖະບານໄທ ເປັນພັນໆຄົນ ໄດ້ພາກັນເດີນຂະບວນ ແລະໂຮມຊຸມ ນຸມກັນຢູ່ນະຄອນຫລວງບາງກອກ ເພື່ອລະນຶກເຖິງພວກສະໜັບສະໜູນເຂົາເຈົ້າ ທີ່ໄດ້ເສຍ ຊີວິດໄປ ໃນລະຫວ່າງການປະທະກັນກັບກຳລັງຮັກສາຄວາມສະງົບໍຫລາຍໆບັ້ນ. ເຖິງແມ່ນ ຈະມີກົດໝາຍພາວະສຸກເສີນ ທີ່ເກືອດຫ້າມການໂຮມຊຸມນຸມກັນກໍຕາມ ແຕ່ພວກປະທ້ວງ ກໍຍັງສືບຕໍ່ເຕົ້າໂຮມກັນ ເປັນຈຳນວນຫລວງຫລາຍ.

ພວກເດີນ​ຂະ​ບວນປະ​ທ້ວງທີ່​ໃສ່​ເສື້ອ​ແດງ ພາກັນ​ໄປ​ໂຮມ ຊຸມນຸມ​ກັນ ຢູ່​ນອກສວນ​ລຸ່ມ​ພິນີ ຂອງ​ນະຄອນຫລວງ​ບາງ ກອກ ​ໃນ​ການ​ທ້າ​ທາຍ​ຕໍ່ກົດໝາຍຫ້າມ​ການ​ໂຮມຊຸມນຸມ​ ໃນ​ທີ່​ສາທາລະນະ.

ຕໍາຫລວດ​ໄທ ​ພາ​ກັນຢືນ​ເບິ່ງ​ ຂະນະ​ທີ່ພວກປະ​ທ້ວງຕໍ່ຕ້ານ​ລັດຖະບານ ພາກັນ​ສົ່ງ​ສຽງສະ​ແດງ​ຄວາມ​ເຄົາຣົບຕໍ່​ພົນຕີ ​ເສ​ແດງ ທີ່​ຖືກລອບ​ສັງຫານໂດ​ຍຜູ້ຈອບ​ຍິງຄົນ​ນຶ່ງ ​ໃນ​ເດືອນ​ພຶດສະພາ ​ຂະນະ​ທີ່​ທ່ານ​ກຳລັງ​ໃຫ້ສຳພາດ​ກັບພວກ​ນັກ​ຂ່າວຢູ່.

ນາຍ​ພົນເສ​ແດງ​ໄດ້​ສະໜັບສະໜູນ ການ​ຍຶດຄອງເຂດສູນ​ການ​ຄ້າ ​ແລະປະຫວັດສາດຂອງ​ບາງກອກ ​ເປັນ​ເວລາ​ສອງ​ເດືອນ​ຂອງ​ພວກ​ເສື້ອ​ແດງ​ຫລື ນປຊ ເພື່ອຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງໃໝ່ ຊຶ່ງເປັນ​ການ​ເນັ້ນຢໍ້າ​ເຖິງ​ຄວາມ​ແຕກ​ແຍກທາງການ​ເມືອງ ຢູ່​ພາຍໃນ​ກອງທັບ​ໄທ.

ຫລັງ​ຈາກ​ນັ້ນ ພວກປະ​ທ້ວງກໍ​ພາກັນຂຶ້ນຂີ່ເຕັມລົດ​ບັນທຸກ​ ​ແລະ ​ລົດ​ຈັກ ​ແລ້ວ​ພາກັນຂີ່​ໄປ ຜ່ານເຂດທີ່​ໄດ້​ມີ​ການ​ປະ​ທະ​ກັນ​ຢູ່ຕາມທ້ອງ​ຖະໜົນ ກັບ​ພວກ​ກຳລັງຮັກສາ​ຄວາມ​ສະ​ງົບ ຊຶ່ງ​ໄດ້​ເຮັດ​ໃຫ້ 90 ຄົນ​ເສຍ​ຊີວິດ ທີ່​ສ່ວນ​ຫລາຍ​ກໍ​ແມ່ນພວກ​ປະ​ທ້ວງນັ້ນ.

ພວກປະທ້ວງເສື້ອແດງປະເຊີນໜ້າ ກັບກໍາລັງຣັກສາຄວາມສະຫງົບໃນ ລະຫວ່າງ ການປະທ້ວງໃນເດືອນ ເມສາຜ່ານມາ ຊຶ່ງໄດ້ຖືກທັບມ້າງ ໃນເດືອນພຶດສະພາ.
ພວກປະທ້ວງເສື້ອແດງປະເຊີນໜ້າ ກັບກໍາລັງຣັກສາຄວາມສະຫງົບໃນ ລະຫວ່າງ ການປະທ້ວງໃນເດືອນ ເມສາຜ່ານມາ ຊຶ່ງໄດ້ຖືກທັບມ້າງ ໃນເດືອນພຶດສະພາ.

ນັບ​ແຕ່ນັ້ນມາ​ ຫລາຍໆ​ເຂດຂອງໄທ ​ຮວມ​ທັງນະຄອນ
ຫລວງບາງ​ກອກ ​ກໍໄດ້​ຕົກຢູ່​ໃນ​ສະພາວະສຸກ​ເສີນທີ່ຫ້າມ
ການ​ໂຮ​ມຊຸມນຸມໃນ​ທີ່ສາທາລະນະ​ ຈຳກັດຂ່າວສານ
ຂອງ​ສື່​ມວນ​ຊົນ ​ແລະ​ໃຫ້​ສິດ​ອໍານາດ​ແກ່​ຕຳຫລວດ​
ຫລາຍຂຶ້ນກວ່າ​ເກົ່າ.

ການ​ເດີນ​ຂະ​ບວນ​ໄດ້​ເຮັດ​ໃຫ້ການ​ສັນຈອນ​ໃນ​ບາງກອກ
ຕິດຂັດ ແຕ່​ກໍໄດ້​ດໍາ​ເນີນ​ໄປ​ຢ່າງສະ​ງົບ ​ແລະໄປ​ຢຸດ​ລົງ​
ທີ່ອານຸສາ​ວະລີປະຊາທິ​ປະ​ໄຕ ອັນ​ເປັນສິ່ງ​ສະດຸ​ດີການ
ປ່ຽນ​ແປງໄປ ​ສູ່ລະບອບປະຊາທິປະ​ໄຕຂອງ​ໄທ​ ໃນ​ປີ 1932 ນັ້ນ.

ພວກ​ປະ​ທ້ວງ​ຫລາຍໆພັນ​ຄົນ ພາກັນໂຮມຊຸມນຸມຢູ່​ທີ່ອານຸສາ​ວະລີນັ້ນ ​ແລະພາ​ກັນ​ໃສ່ເສື້ອ
ແດງ ​ແລະຍົກ​ປ້າຍ​ຄັດຄ້ານລັດຖະບານຊຸດປັດຈຸ​ບັນຂອງ​ທ່ານ ອະພິສິດ ​ເວດ​ຊາ​ຊີວະ.

ພວກ​ປະ​ທ້ວງ ຊຶ່ງຫລາຍ​ຄົນ​ມາ​ຈາກ​ເຂດ​ຊົນນະບົດເວົ້າວ່າ ລັດຖະບານ​ຂອງ​ທ່ານອະພິສິດ
ແມ່ນ​ໄດ້​ຮັບ​ການສະໜັບສະໜູນ​ຈາກພວກເຈົ້າຂຸນ​ມຸນ​ນາຍ ​ແລະ​ພວກຊົນ​ຊັ້ນ​ສູງ ​ທີ່​ໄດ້​ສົມ
ຮູ້​ຮ່ວມ​ຄິດ​ກັນກັບ​ພວກທະຫານ ທໍາການປົດ​ພວກຜູ້​ນໍາ​ທີ່​ພວກ​ເຂົາ​ເຈົ້າເລືອກ​ຕັ້ງ​ເອົາ​ນັ້ນ​ ​ລົງຈາກ​ອໍານາດ.

ນາຍ​ໂກສິນ ທີມສຸວັນ ​ອາຍຸ 54 ປີ ກ່າວ​ຍໍ້າຄໍາຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ຂອງ ​ພວກ​ປະ​ທ້ວງ ວ່າດັ່ງນີ້:

“ພວກເສື້ອແດງຕ້ອງການປະຊາທິປະໄຕ ປະຊາທິປະໄຕເພື່ອ ປະເທດຊາດຂອງ ຂ້ອຍ ​ເພື່ອ​ປະຊາຊົນ. ແລະພວກເສື້ອແດງກໍ​ໄດ້​ຮັບ​ການສະໜັບສະໜຸນ​ໃນ​ເລື້ອງ​ນີ້… ພວກເຂົາເຈົ້າ ຕ້ອງການຄວາມຍຸຕິທໍາ ສຳລັບປະຊາຊົນໝົດທຸກໆຄົນ ໃນ ປະເທດໄທ.”

ຜູ້ໄດ້ຮັບເຄາະຄົນນຶ່ງ ຈາກການປະທະກັນລະຫວ່າງ ພວກປະທ້ວງເສື້ອແດງ ກັບທະຫານໄທ ໃນເດືອນ ພຶດສະພາຜ່ານມາ.
ຜູ້ໄດ້ຮັບເຄາະຄົນນຶ່ງ ຈາກການປະທະກັນລະຫວ່າງ ພວກປະທ້ວງເສື້ອແດງ ກັບທະຫານໄທ ໃນເດືອນ ພຶດສະພາຜ່ານມາ.

ພວກ​ທີ່​ຕິຕຽນພວກ​ເສື້ອ​ແດງ​ເວົ້າວ່າ ພວກ​ເສື້ອ​ແດງ​ຢາກ​ນຳເອົາທ່ານ​ທັກສິນ ຊິນນະ​ວັດ, ອະດີ​ດນາ​ຍົກ​ລັດຖະມົນຕີ​ໄທ ທີ່​ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ​ໃນ​ປີ 2006 ໂດຍການ​ລັດຖະປະຫານ​ຂອງ​ຝ່າຍ​ທະຫານນັ້ນກັບ​ຄືນ​ມາ ​ຊຶ່ງ​ເວລາ​ນີ້ຜູ້ກ່ຽວລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ ​ເພື່ອ​ໜີ​ໂທດ​ຕັດສິນ​ຈໍາ​ຄຸກ ​ໃນຄະດີສໍ້​ ລາດ​ບັງ​ຫລວງ.

ໃນ​ເດືອນ​ແລ້ວນີ້ ​ກໍມີ​ພວກປະ​ທ້ວງ​ເສື້ອ​ແດງ
ປະມານ 10 ພັນ​ຄົນ ​ພາກັນ​ເດີນຂະ​ບວນ
ຢ່າງ​ສັນຕິ ​ເພື່ອລະນຶກ​ເຖິງຄົບຮອບ 4 ​ປີ​
ຂອງວັນ​ລັດຖະປະຫານ​ດັ່ງກ່າວ​ນັ້ນ.

ພວກ​ເຈົ້າໜ້າທີ່​ໄທ ບໍ່​ໄດ້​ໃຊ້​ຄວາມ​ພະຍາຍາມ​ໃດ​ໆ ​ໃນ​ການ​ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ເດີນ​ຂະ​ບວນເມື່ອ​ໄວໆ​ມາ​ນີ້ ລວມ​ທັງການເດີນ​ຂະບວນຂອງ​ພວກ​ເສື້ອ​ເຫລືອງ ທີ່ພາກັນໂຮ​ມ ຊຸມນຸມ ​ເພື່ອຕໍ່ຕ້ານພວກ​ເສື້ອ​ແດງ ​ແລະອ້າງ​ວ່າພວກ​ຕົນ​ທໍາ​ໄປ​ເພື່ອ​ປົກ​ປ້ອງສະຖາ​ບັນພະ​ມະຫາກະສັດຂອງ​ໄທນັ້ນ.

ເບິ່ງ​ຄື​ວ່າ ​ພັກ​ຝ່າ​ນຕ່າງໆຂອງ​ໄທ ກຳລັງທໍາ​ການ​ທົດ​ສອບ​ເບິ່ງ​ວ່າ ພວກ​ເຂົາ​ເຈົ້າຈະ​ສ້າງ​ຄວາມ​ກົດ​ດັນ​ຕໍ່​ເຈົ້າໜ້າທີ່ ​ໄດ້ໜ້ອຍຫລາຍ​ປານ​ໃດ ກ່ອນ​ໜ້າການ​ເລືອກ​ຕັ້ງ ທີ່​ກົດໝາຍ ບັງຄັບ​ໃຫ້ລັດຖະບານຈັດ​ຂຶ້ນ ໃນ​ປາຍ​ປີໜ້ານັ້ນ.

XS
SM
MD
LG