ການສູ້ລົບກັນຢູ່ເຂດຊາຍແດນລະຫວ່າງໄທແລະກໍາປູເຈຍ ປາກົດວ່າ ເບົາບາງລົງໄປ ຫລັງຈາກອິນໂດເນເຊຍໄດ້ໄກ່
ເກ່ຍຂໍ້ຕົກລົງອັນນຶ່ງໃນອາທິດແລ້ວນີ້ ທີ່ຈະສົ່ງພວກນັກ
ສັງເກດການໄປຍັງເຂດທີ່ເກີດຂໍ້ຂັດແຍ້ງກັນນັ້ນ.
ແຕ່ກໍາລັງທະຫານຂອງທັງສອງຝ່າຍ ກໍຍັງຢູ່ໃນທ່າລະວັງ ໄພຢ່າງສູງຢູ່.
ການສູ້ລົບກັນດ້ວຍປືນໃຫຍ່ ແລະປືນນ້ອຍຢູ່ຕາມເຂດຊາຍ
ແດນ ເມື່ອເດືອນຜ່ານມານີ້ ຍັງຜົນໃຫ້ມີຜູ້ເສຍຊີວິດໄປ
ຫລາຍຄົນ ແລະທັງສອງຝ່າຍໄດ້ຖິ້ມໂທດໃສ່ກັນແລະກັນ ວ່າເປັນຜູ້ເລີ່ມຍິງກ່ອນ.
ທ່ານ ຄຣີສ ເບກເກີ ນັກຂຽນແລະນັກວິໄຈການເມືອງໄທ
ກ່າວວ່າ ຂໍ້ຂັດແຍ້ງກັນດັ່ງກ່າວ ປາກົດວ່າ ມີເປົ້າໝາຍແນ
ໃສ່ເພື່ອປຸກປັ່ນຄວາມຮູ້ສຶກຊາດນິຍົມຂຶ້ນມາ ລ່ວງໜ້າການ ເລືອກຕັ້ງໃນປີນີ້.
ທ່ານເບກເກີ້ ກ່າວຕໍ່ໄປວ່າ ກອງທັບແລະວົງການທຸລະກິດພາກັນຢ້ານກົວວ່າ ຖ້າບໍ່ເຮັດເຊ່ນ
ນັ້ນແລ້ວ ພວກສະໜັບສະໜຸນອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມ
ໄປນັ້ນ ກໍອາດຖືກເລືອກຕັ້ງຄືນມາ ກໍາອໍານາດອີກຕໍ່ໄປໄດ້. ທ່ານເບກເກີເວົ້າວ່າ:
"ພວກເຂົາເຈົ້າບໍ່ຕ້ອງການໃຫ້ກໍາລັງທີ່ນິຍົມທ່ານທັກສິນຊະນະການເລືອກຕັ້ງ
ແລ້ວກໍຕ້ອງໄດ້ຈັດການຮັບມືກັບຜົນທີ່ຕິດຕາມມາພາຍຫລັງ ເພາະວ່າຖ້າຈະເວົ້າ
ໄປແລ້ວ ພວກເຂົາເຈົ້າກໍໄດ້ໂຄ່ນລົ້ມລັດຖະບານທີ່ໄດ້ຮັບເລືອກຕັ້ງໄປແລ້ວສອງ
ຊຸດ ແລະການໂຄ່ນລົ້ມລັດຖະບານສາມຊຸດລຽນຕິດ ແມ່ນບໍ່ເປັນການດີແນ່ນອນ.
ດັ່ງນັ້ນ ບາງທີ ພວກເຂົາເຈົ້າຕ້ອງການໃຫ້ເກີດວິກິດການແນວໃດແນວນຶ່ງ.”
ຄວາມເຄັ່ງຕຶງໄດ້ລຸກເປັນໄຟຂື້ນໃນເດືອນທັນວາປີຜ່ານມາ ເວລາພວກເຈົ້າໜ້າທີ່ກໍາປູເຈຍໄດ້
ຈັບກຸມຊາວໄທຫົວຊາດນິຍົມກຸ່ມນຶ່ງ ຫລັງຈາກພວກເຂົາເຈົ້າໄດ້ເຂົ້າໄປໃນອານາເຂດທີ່ເປັນຂໍ້ ຂັດແຍ້ງກັນນັ້ນ.
ພວກຄົນໄທທີ່ຖືກຈັບນັ້ນ ສ່ວນໃຫຍ່ໄດ້ຖືກປ່ອຍຕົວໃນເວລາຕໍ່ມາ ແຕ່ກໍາປູເຈຍໄດ້ຕັດສິນ
ຈໍາຄຸກພວກຜູ້ນໍາກຸ່ມສອງຄົນ ຊຶ່ງໄດ້ສ້າງຄວາມໂກດແຄ້ນ ໃຫ້ແກ່ພວກຊາດນິຍົມໄທ ທີ່ເປັນ
ຝ່າຍກຸ່ມພັນທະມິດປະຊາຊົນເພື່ອປະຊາທິ ປະໄຕ ຫລືທີ່ເອີ້ນກັນວ່າ ກຸ່ມເສື້ອເຫລືອງນັ້ນ.
ປັດຈຸບັນນີ້ ພວກປະທ້ວງເສື້ອເຫລືອງພາກັນທໍາການປະທ້ວງເປັນປະຈໍາຢູ່ ນອກທໍານຽບ
ລັດຖະບານ ຮຽກຮ້ອງໃຫ້ລັດຖະບານຈີກສັນຍາຊາຍແດນກັບ ກໍາປູເຈຍນັ້ນ ແລະຢຸດໃຫ້
ຄວາມຮ່ວມມືກັບອົງການວັດທະນະທໍາຂອງສະຫະປະຊາຊາດ ກ່ຽວກັບວັດຮິນດູໂບຮານ
ຫລືວັດເຂົາພະວິຫານ ທີ່ຢູ່ໃກ້ອານາເຂດຂັດແຍ້ງກັນນັ້ນ.
ແຕ່ຝ່າຍລັດຖະບານບໍ່ຍອມຮັບຄໍາຮຽກຮ້ອງດັ່ງກ່າວນັ້ນ ແລະໄດ້ສູນເສຍການສະໜັບສະໜຸນ
ຈາກກຸ່ມພັນທະມິດປະຊາຊົນເພື່ອປະຊາທິປະໄຕ ຫລື PAD ຊຶ່ງຄັ້ງນຶ່ງເຄີຍເປັນພັນທະມິດທີ່ ສໍາຄັນກຸ່ມນຶ່ງ.
ທ່ານ ສຸຣາດ ຫໍຣະໄຊກຸນ ອາຈານສອນວິຊາລັດຖະສາດການເມືອງ ປະຈໍາມະຫາວິທະຍາ
ໄລຈຸລາລົງກອນ ກ່າວວ່າ ຖ້າຫາກການປະເຊີນໜ້າກັນຍັງດໍາເນີນຢູ່ຕໍ່ໄປ ກໍອາດຈະເກີດ
ການປະທ້ວງເພີ່ມຂື້ນໄດ້. ທ່ານສຸຣາດ ກ່າວຕໍ່ໄປວ່າ
“ຖ້າຫາກວ່າ ລັດຖະບານບໍ່ສາມາດທໍາການແກ້ໄຂ ລະຫວ່າງຕົນກັບຝ່າຍເສື້ອ
ເຫລືອງໄດ້ແລ້ວ ກໍແນ່ນອນວ່າ ພວກເສື້ອເຫລືອງກໍຈະອອກມາລະບາຍແບບນີ້
ແຫລະ ເນຶ່ອງຈາກວ່າ ພວກເຂົາເຈົ້າຈະພະຍາຍາມຮຽກຮ້ອງເອົາ ໃນສິ່ງທີ່ພວກ
ເຂົາເຈົ້າຕ້ອງການ ຖ້າຫາກວ່າລັດຖະບານບໍ່ຍອມຕອບສະໜອງໃດໆແລ້ວ ທ່ານ
ກໍຮູ້ວ່າ ພວກເຂົາເຈົ້າຈະລະດົມພົນເພີ່ມຕື່ມອີກ.”
ນອກນີ້ແລ້ວ ກຸ່ມປະທ້ວງອີກກຸ່ມນຶ່ງ ກໍຄືກຸ່ມ
ພວກເສື້ອແດງນັ້ນ ກໍກໍາລັງເພີ່ມທະວີຄວາມ
ກົດດັນຕໍ່ລັດຖະບານຄືກັນ ໂດຍຈັດການປະ ທ້ວງປະຈໍາເດືອນຂຶ້ນ.
ເມື່ອປີກາຍນີ້ ພວກເສື້ອແດງໄດ້ຍຶດຄອງຍ່ານ
ການຄ້າໃນໃຈກາງນະຄອນຫລວງບາງກອກ
ເປັນເວລາສິບອາທິດ ຮຽກຮ້ອງໃຫ້ມີການ
ເລືອກຕັ້ງໃໝ່ ໂດຍອ້າງວ່າລັດຖະບານຊຸດ
ປັດຈຸບັນນີ້ ແມ່ນຖືກຕັ້ງຂື້ນມາຢ່າງຜິດກົດ
ໝາຍ ຫລັງຈາກທີ່ສານໄດ້ຕັດສິນໃຫ້ຍຸບລັດ
ຖະບານສອງຊຸດກ່ອນທີ່ສະໜັບສະໜຸນໂດຍ ພວກເສື້ອແດງນັ້ນ.
ແຕ່ລັດຖະບານໄດ້ສັ່ງໃຫ້ທະຫານເຂົ້າໄປຂັບ
ໄລ່ພວກປະທ້ວງເສື້ອແດງໃຫ້ສະຫລາຍຕົວ
ຊຶ່ງໄດ້ກໍ່ໃຫ້ເກີດການປະທະກັນ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດໄປ 90 ຄົນໃນຄັ້ງນັ້ນ.
ພວກເສື້ອແດງຫລາຍໆຄົນແມ່ນໄດ້ລົງຄະແນນສຽງເອົາທ່ານທັກສິນເຂົ້າມາກໍາອໍານາດ ແລະ
ຮູ້ສຶກວ່າການໂຄ່ນລົ້ມທ່ານທັກສິນໂດຍຝ່າຍທະຫານໃນປີ 2006 ນັ້ນ ແມ່ນໄດ້ຖືກຈັດແຈງ
ຂຶ້ນໂດຍພວກຫົວກະທິໃນບາງກອກທັງຫລາຍ ທີ່ໜຸນຫລັງໂດຍພວກເສື້ອເຫລືອງທີ່ຢ້ານ
ອິດທິພົນ ຂອງທ່ານທັກສິນນັ້ນ.
ພວກທີ່ວິຈານທ່ານທັກສິນ ກ່າວວ່າທ່ານປຸກລະດົມຄວາມຮູ້ສຶກຂອງປະຊາຊົນເພື່ອປະໂຫຍດ
ສ່ວນໂຕ ໃຊ້ອໍານາດຜະເດັດການ ແລະສໍ້ລາດບັງຫລວງ.
ໃນຂະນະທີ່ການສະແດງທ່າທີທາງການເມືອງ ແລະຄວາມກົດດັນກໍ່ໂຕຢູ່ໃນນະຄອນຫລວງ
ບາງກອກນັ້ນ ການກໍ່ຄວາມຮຸນແຮງກໍໄດ້ເພີ່ມທະວີຂື້ນຢູ່ໃນເຂດພາກໃຕ້ຂອງໄທ ບ່ອນທີ່
ພວກຊົນເຜົ່າມາເລມຸສລິມຢາກແຍກໂຕອອກເປັນເອກກະລາດ ຈາກການປົກຄອງຂອງໄທ ທີ່ຖືສາສະໜາພຸດນັ້ນ.
ໃນໄລຍະບໍ່ເທົ່າໃດອາທິດຜ່ານມານີ້ ການຍິງກັນແລະການວາງລະເບີດ ທີ່ຖິ້ມໂທດໃສ່ພວກ
ກະບົດນັ້ນ ໄດ້ກາຍມາເປັນເຫດການທີ່ເກີດຂື້ນ ເກືອບແທບທຸກມື້ ແລະການໂຈມຕີຕໍ່ກໍາລັງ
ທະຫານໄທ ທີ່ປະຈໍາການຢູ່ທີ່ນັ້ນເປັນຈໍານວນຫລວງຫລາຍ ກໍໄດ້ມີຂຶ້ນຢ່າງກ້າຫານຫລາຍຂຶ້ນ.
ສາສດາຈານ Duncan McCargo ສອນວິຊາການເມືອງແຫ່ງຂົງເຂດເອເຊຍຕາເວັນອອກ
ສຽງໃຕ້ ປະຈໍາມະຫາວິທະຍາໄຍ Leeds ໃນປະເທດອັງກິດ ກ່າວວ່າ ພວກກະບົດ ແລະ
ພວກເສື້ອແດງນັ້ນ ເຖິງແມ່ນຈະມີລັກສະນະແຕກຕ່າງກັນ ແຕ່ກໍມີຄວາມຈົ່ມທຸກອັນດຽວກັນ ຊຶ່ງທ່ານອະທິບາຍວ່າ:
“ໃນແກນກາງແລ້ວ ກໍແມ່ນບັນຫາອັນດຽວກັນ ກໍຄືວ່າອໍານາດປົກຄອງຢູ່ໃນບາງ
ກອກນັ້ນ ແມ່ນຮູ້ດີທີ່ສຸດ ຮູ້ດີກ່ວາໝູ່ ແລະແທ້ໆແລ້ວ ກໍບໍ່ໄວ້ໃຈພວກປະຊາຊົນຢູ່
ໃນເຂດຕ່າງໆວ່າ ຈະສາມາດບໍລິຫານກິດຈະການຂອງພວກເຂົາເຈົ້າເອງໄດ້ແລະ
ຮູ້ສຶກວ່າ ພວກເຂົາເຈົ້າຍັງບໍ່ພ້ອມທີ່ຈະມີລະບອບປະຊາທິປະໄຕ ຄືຍັງບໍ່ພ້ອມທີ່ຈະ
ຮັບເອົງຄວາມຮັບຜິດຊອບໃນການຈັດການ ຫລືແກ້ໄຂບັນຫາຕ່າງໆຂອງຕົນເອງ ໄດ້.
ການກໍ່ກະບົດໄດ້ເອົາຊີວິດຜູ້ຄົນໄປຫລາຍກວ່າ 4,000 ຄົນ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ.
ທ່ານແມກຄາໂກກ່າວວ່າ ຖ້າບາງກອກອະນຸຍາດໃຫ້ມີການເລືອກຕັ້ງເອົາຜູ້ວ່າຫລືເຈົ້າແຂວງ
ແລະສະພາຂົງເຂດໄດ້ ມັນກໍອາດຈະຊ່ວຍໄດ້ຫລາຍ ໃນການສະໜອງຄວາມຮຽກຮ້ອງຕ້ອງ
ການຂອງປະຊາຊົນ ໃຫ້ມີຜູ້ແທນ ຕາງໜ້ານັ້ນ.
ແຕ່ພວກນັກວິເຄາະການເມືອງອືນໆ ໂຕ້ແຍ້ງວ່າ ການກະຈາຍອໍານາດອອກໄປ ອາດຈະເຮັດໃຫ້ມີການສໍ້ລາດບັງຫລວງ ໃນລະດັບທ້ອງຖິ່ນເພີ່ມຂຶ້ນ ແລະໃຊ້ອໍານາດໄປໃນທາງທີ່ ບໍ່ຖືກບໍ່ຕ້ອງນັ້ນໄດ້.
ນອກຈາກໃນເຂດບາງກອກແລ້ວ ພວກຜູ້ວ່າການຈັງຫວັດຂອງໄທ ແມ່ນຖືກແຕ່ງຕັ້ງໂດຍລັດ ຖະບານ.
ປະເທດໄທຮອດກໍານົດທີ່ຈະຕ້ອງຈັດໃຫ້ມີການເລືອກຕັ້ງໃນປີນີ້ແລ້ວ ແລະນາຍົກລັດຖະມົນ
ຕີ ທ່ານອະພິສິດ ເວດຊາຊີວະ ກໍໄດ້ກ່າວວ່າ ທ່ານຄາດວ່າຈະຈັດການເລືອກຕັ້ງຂຶ້ນໃນຣາວ ເດືອນມິຖຸນາປີນີ້.