ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ໄທ ກຳລັງກຽມຈະຍົກເລີກການຫ້າມ ບໍລິການຮັບຈ້າງຖືພາແທນ


ສື່ມວນຊົນ ເຂົ້າຮ່ວມການຖະແຫຼງຂ່າວ ທີ່ຕຳຫຼວດໄທ ສະແດງຮູບພາບທາງໂປຣເຈັກເຕີ ຂອງບັນດາເດັກນ້ອຍທີ່ຖືກເກີດຈາກການຮັບຈ້າງຖືພາ ທີ່ເກີດຈາກຜູ້ຊາຍຍີ່ປຸ່ນ ຜູ້ທີ່ຢູ່ລະຫວ່າງເລື້ອງນອງນັນອັບປະຍົດຂອງການຮັບຈ້າງຖືພາແທນ ໃນການຖະແຫຼງຂ່າວ ຢູ່ຫ້ອງການໃຫຍ່ຕໍາຫຼວດ ໃນ ຊົນບູຣີ, ປະເທດໄທ, ວັນທີ 12 ສິງຫາ 2014.
ສື່ມວນຊົນ ເຂົ້າຮ່ວມການຖະແຫຼງຂ່າວ ທີ່ຕຳຫຼວດໄທ ສະແດງຮູບພາບທາງໂປຣເຈັກເຕີ ຂອງບັນດາເດັກນ້ອຍທີ່ຖືກເກີດຈາກການຮັບຈ້າງຖືພາ ທີ່ເກີດຈາກຜູ້ຊາຍຍີ່ປຸ່ນ ຜູ້ທີ່ຢູ່ລະຫວ່າງເລື້ອງນອງນັນອັບປະຍົດຂອງການຮັບຈ້າງຖືພາແທນ ໃນການຖະແຫຼງຂ່າວ ຢູ່ຫ້ອງການໃຫຍ່ຕໍາຫຼວດ ໃນ ຊົນບູຣີ, ປະເທດໄທ, ວັນທີ 12 ສິງຫາ 2014.

ແຜນການ​ຂອງປະເທດ​ໄທ​ ທີ່​ຈະ​ຟື້ນ​ຟູ​ການຮັບຈ້າງຖືພາແທນ ຫຼື ອຸ້ມບຸນ ທີ່ໄດ້ຖືກຫ້າມ​ມາເກືອບ​ນຶ່ງ​ທົດ​ສະ​ວັດ ຫລັງ​ຈາກມີເລື້ອງນອງນັນອັບປະໂຫຍດຫຼາຍກໍລະນີ​ຫຼາຍຄັ້ງ, ກຳລັງ​ຟື້ນ​ຟູ​ຄວາມ​ຢ້ານ​ກົວ​ເກົ່າ​ໆ ກ່ຽວ​ກັບ​ການ​ຄ້າ​ມະນຸດ​ເດັກ​ນ້ອຍ ​ແລະ​ ແມ່ຍິງ ​ທີ່​ຖືກ​ຈ້າງ​ໃຫ້​ຖືພາເດັກນ້ອຍເລົ່ານັ້ນ.

“ມີຄວາມເປັນຫ່ວງ ຢ່າງຫຼວງຫຼາຍ ,” ທ່ານ ນາງ ສຸນວານີ ໂດລາ (Sunwanee Dolah), ຊຶ່ງເປັນທີ່ປຶກສາໃຫ້ກັບບັນດາກຸ່ມທ້ອງຖິ່ນຕ່າງໆ ກ່ຽວກັບບັນຫາການຄ້າມະນຸດ ແລະສິດທິຂອງແມ່ຍິງ ກ່າວ.

ທ່ານ ນາງ ກ່າວຕໍ່ວີໂອເອວ່າ “ບາງຄັ້ງ ຄົນຈຳນວນຫຼາຍ ອາດຈະຕົກເປັນເຫຍື່ອຂອງການຄ້າມະນຸດ ຫຼືຈະຖືກບັງຄັບໃຫ້ສະໜອງການບໍລິການ ຖ້າການຮັບຈ້າງຖືພາແທນ ໄດ້ຮັບການຮັບຮອງຕາມກົດໝາຍ”.

ທ່ານ ສຸຣະ ວິເສດສັກ, ຫົວໜ້າກົມສະໜັບສະໜູນການບໍລິການດ້ານສາທາລະນະສຸກຂອງກະຊວງສາທາລະນະສຸກ, ໄດ້ປະກາດແຜນການໃນຕົ້ນເດືອນນີ້ ສຳລັບຮ່າງກົດໝາຍເພື່ອກຳນົດການຮັບຈ້າງຖືພາແທນ ຖືກຕ້ອງຕາມກົດໝາຍ ສຳລັບຄູ່ຮັກທັງພາຍໃນ ແລະ ຕ່າງປະເທດ, ທ່າມກາງແຜນການປະຕິຮູບ ທີ່ແນເປົ້າໃສ່ການຕ່າວປີ້ນອັດຕາການເກີດທີ່ຫຼຸດລົງຂອງປະເທດ.

ອົງການຂ່າວຣອຍເຕີສ໌ ໄດ້ລາຍງານວ່າ ກະຊວງດັ່ງກ່າວ ມີຄວາມຕັ້ງໃຈທີ່ຈະ ສະເໜີຮ່າງກົດໝາຍດັ່ງກ່າວ ຕໍ່ຄະນະລັດຖະບານໄທໃນເດືອນນີ້. ຖ້າໄດ້​ຮັບ​ການອະນຸມັດຈາກຄະນະ​ລັດຖະບານ, ຮ່າງ​ກົດໝາຍ​ດັ່ງກ່າວ​ ຈະຖືກສົ່ງໄປທີ່​ ​ສະພາ​ແຫ່ງ​ຊາດ​ເພື່ອ​ລົງ​ຄະ​ແນນ​ສຽງ.

ຖ້າ​ໄດ້ຖືກປະກາດຮັບຮອງເອົາ, ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ ຈະ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ການຮັບຈ້າງຖືພາແທນ ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2015 ຫຼັງ​ຈາກ​ມີກໍລະນີທີ່ພາໃຫ້ເກີດມີ​ການ​ໂຕ້​ຖຽງ​ກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG