ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໄທ ພວມຫ້າງຫາກະກຽມ ພິທີຣາຊາ ພິເສກ ທີ່ປານີດລະອຽດລະອໍ ຄັ້ງທຳອິດ ໃນຮອບ 7 ທົດສະວັດ


ພວກທະຫານໄທ ແມ່ນເຫັນໄດ້ວ່າ ກຳລັງສັບປ່ຽນ ຄະນະໜ່ວຍຍາມ ຢູ່ພາຍໃນພະຣາຊະວັງ ບໍ່ເທົ່າໃດວັນ ກ່ອນໜ້າ ພິທີຣາຊາພິເສກ ຂອງກະສັດ ມະຫາ ວາຈິຣາລົງກອນ ໃນນະຄອນຫຼວງ ບາງກອກ ປະເທດໄທ, ວັນທີ 30 ເມສາ 2019.
ພວກທະຫານໄທ ແມ່ນເຫັນໄດ້ວ່າ ກຳລັງສັບປ່ຽນ ຄະນະໜ່ວຍຍາມ ຢູ່ພາຍໃນພະຣາຊະວັງ ບໍ່ເທົ່າໃດວັນ ກ່ອນໜ້າ ພິທີຣາຊາພິເສກ ຂອງກະສັດ ມະຫາ ວາຈິຣາລົງກອນ ໃນນະຄອນຫຼວງ ບາງກອກ ປະເທດໄທ, ວັນທີ 30 ເມສາ 2019.

ນະຄອນຫຼວງຂອງໄທ ທີ່ກຳລັງຫ້າງຫາກະກຽມເພື່ອພິທີທີ່ປານີດຢ່າງລະອຽດລະອໍ
ໄລຍະສາມວັນ ໂດຍຈະເລີ້ມຕົ້ນຂຶ້ນ ໃນວັນເສົາຈະມາເຖິງນີ້ ສຳລັບ ພິທີຣາຊາພິເສກ
ຂອງກະສັດ ມະຫາ ວາຈິຣາລົງກອນ ຊຶ່ງຈະມີຂຶ້ນທ່າມກາງສົງຄາມຍາດຊີງອຳນາດ
ພາຍໃນກຸ່ມພັກການເມືອງຝ່າຍຕ່າງໆຂອງປະເທດ ທີ່ພາກັນປັກຫຼັກໄວ້ຢ່າງໜຽວແໜ້ນ
ຍ້ອນຜົນການເລືອກຕັ້ງທົ່ວປະເທດໃນຄັ້ງທຳອິດຂອງປະເທດ ນັບແຕ່ມີການກໍ່ລັດຖະ
ປະຫານມາ ໃນປີ 2014.

ພິທີຣາຊາພິເສກ ກະປະມານໄດ້ວ່າ ຈະມີຄ່າໃຊ້ຈ່າຍ ຫຼາຍເກີນກວ່າ 30 ລ້ານໂດລາ
ຊຶ່ງຈະເປັນຄັ້ງທຳອິດ ໃນຊ່ວງຕະຫຼອດຊີວິດຂອງປວງຊົນຊາວໄທເກືອບທັງໝົດ. ພິທີ
ດັ່ງກ່າວໄດ້ຕິດຕາມ ການທຳລາຍສະຖິຕິ ໃນການຄອງຣາດ ທີ່ຍາວນານທີ່ສຸດ ຂອງ
ບິດາ ກະສັດ ວາຈິຣາລົງກອນ ຄື ກະສັດພູມິພົນ ອາດຸນຍະເດດ ຊຶ່ງພະອົງໄດ້ຂຶ້ນຄອງ
ຣາດ ໃນປີ 1946 ເປັນຕົ້ນມາ ແລະໄດ້ສະຫວັນນະຄົດ ໃນເດືອນຕຸລາ 2016 ໂດຍ
ລວມພະຊົນມາຍຸໄດ້ 88 ພັນສາ.

ໃນຂະນະດຽວກັນ ການປົກຄອງດ້ວຍລັດຖະທຳມະນູນ ພາຍໃຕ້ກະສັດຂອງໄທ ທີ່ມີ
ອຳນາດໃນດ້ານການເມືອງທີ່ຈຳກັດ ຊຶ່ງປວງຊົນຊາວໄທເກືອບທັງໝົດ ແມ່ນສັກກາຣະ
ເຄົາລົບນັບຖືກະສັດຂອງພວກເຂົາເຈົ້າ ເກືອບວ່າ ເປັນຄືພະເຈົ້າ. ກົດໝາຍໝິ່ນປະ
ໝາດ ຕໍ່ກະສັດ ຖືເປັນອາຍາແຜ່ນດິນ ທີ່ເຂັ້ມງວດ ຍັງອຳນວຍໃຫ້ກະສັດ ບໍ່ສາມາດ
ຖືກໂຄ່ນລົ້ມໄດ້ ຢ່າງເດັດຂາດ ແລະໄດ້ເຮັດໃຫ້ຫຼາຍໆຄົນຖືກຟ້ອງຂຶ້ນສານ ຫຼື ຖືກຂັງ
ຄຸກມາແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG