ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ແນເປົ້າໝາຍ ໃສ່ທຸລະກິດ ຂອງຄອບຄົວ ຊິນນະວັດ (ສະໄລດ໌/ວີດີໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມກັນ ຢູ່ນອກຕຶກໂຮງການ ທີ່ທ່ານທັກສິນ ຊິນນະວັດ ເປັນເຈົ້າຂອງ ຢູ່ບາງກອກ (20 ກຸມພາ 2014)
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມກັນ ຢູ່ນອກຕຶກໂຮງການ ທີ່ທ່ານທັກສິນ ຊິນນະວັດ ເປັນເຈົ້າຂອງ ຢູ່ບາງກອກ (20 ກຸມພາ 2014)
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ໃນວັນພະຫັດມື້ນີ້ ແນເປົ້າ
ໝາຍໃສ່ທຸລະກິດຕ່າງໆທີ່ພົວພັນນາຍົກລັດຖະມົນຕີຍິ່ງລັກ ຊິນ
ນະວັດ.

ພວກປະທ້ວງຫຼາຍສິບຄົນ ພາກັນເດີນຂະບວນ ຢູ່ນອກພວກສຳ
ນັກງານໃຫຍ່ຂອງທຸລະກິດຕ່າງໆທີ່ຄອບຄົວຊິນນະວັດເປັນເຈົ້າ
ຂອງ. ພວກປະທ້ວງໄດ້ບົ່ງຊື່ອ້າຍ ຂອງນາຍົກລັດຖະມົນຕີ ຄືອະດີດນາຍົກລັດຖະມົນຕີທັກ
ສິນ ທີ່ໄດ້ຫລົບໜີຈາກປະເທດລຸນຫຼັງຖືກສານຕັດສິນວ່າມີຄວາມຜິດ ໃນຂໍ້ຫາທຸດຈະລິດສໍ້ ລາດບັງຫຼວງນັ້ນ.

ນາງເມທິກາ ທິຣະດາຊູວົງຊຶ່ງເປັນຜູ້ປະທ້ວງຄົນນຶ່ງກ່າວວ່າ “ເປັນເວລາດົນກວ່າ 10 ປີ
ທີ່ທ່ານທັກສິນ ໄດ້ຄອບຄອງປະເທດໄທ ແລະກອບໂກຍເອົາເງິນຂອງປະເທດໄປ ດ້ວຍວິທີທາງຫຼາຍຢ່າງ ຊຶ່ງທຸກໆຄົນຄົງຮູ້ຈັກຢູ່ແລ້ວ ແມ່ນບໍ?”


ຢ່າງໜ້ອຍປະຊາຊົນ 5 ຄົນເສຍຊີວິດ ຊຶ່ງໃນຈຳນວນນີ້ 4 ຄົນເປັນພວກປະທ້ວງແລະເປັນ
ຕຳ ຫຼວດຄົນນຶ່ງ ໃນການເດີນຂະບວນປະທ້ວງໃນວັນອັງຄານມື້ກ່ອນນີ້.

ນາຍົກລັດຖະມົນຕີ ຍິ່ງລັກ ໄດ້ພະຍາຍາມແກ້ໄຂບັນຫາຂັດແຍ້ງກັນນີ້ ດ້ວຍການຈັດການ ເລືອກຕັ້ງຂຶ້ນກ່ອນກຳນົດ ໃນເດືອນນີ້ ແຕ່ພວກຝ່າຍຄ້ານ ຮວມຫົວກັນບໍ່ເຂົ້າຮ່ວມໃນການ ເລືອກຕັ້ງແລະກໍ່ກວນການປ່ອນບັດເລືອກຕັ້ງໃນຫຼາຍເຂດປ້ອງກັນບໍ່ໃຫ້ມີຜົນສຳເລັດທີ່ແນ່
ນອນ ຈົນກວ່າຈະສາມາດຈັດການປ່ອນບັດເລືອກຕັ້ງຂຶ້ນຕື່ມອີກ.



Anti-government protesters in Thailand Thursday targeted businesses associated with Prime Minister Yingluck Shinawatra.

Dozens of protesters demonstrated outside the Shinawatra family businesses headquarters. Protesters also singled out the Prime Minister's brother, the former prime minister who fled the country following his conviction for corruption.

Protester Methika Theeradachoowong said:

"For more than 10 years he(Thaksin Shinawatra) has squatted on Thailand and sucked out the country's money in many ways. Everybody knows that right?"

At least 5 people, four protesters and a police officer, were killed in the demonstrations on Tuesday.

The prime minister (Ms. Yingluck) tried to resolve the conflict with early elections this month. But the opposition boycotted the vote, and disrupted it in several areas, preventing a definitive result until more polls can be held.

Thai Politics 2-20-14
please wait
Embed

No media source currently available

0:00 0:00:33 0:00
XS
SM
MD
LG