ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄທເລີ້ມຈົດທະບຽນ ຜູ້ລົງສະມັກ ແຂ່ງຂັນ ໃນການເລືອກຕັ້ງຄັ້ງໃໝ່


ນາງຢິ່ງຣັກ ຊິນນະ​ວັດ ຜູ້ນໍາພັກຝ່າຍຄ້ານ ເພື່ອໄທ ພ້ອມກັບເພື່ອສະມາຊິກພັກ ເດີນທາງໄປຮອດບ່ອນລົງທະບຽນສະມັກເລືອກຕັ້ງ ທີ່ບາງກອກ, ວັນທີ 24 ພຶດສະພາ 2011.
ນາງຢິ່ງຣັກ ຊິນນະ​ວັດ ຜູ້ນໍາພັກຝ່າຍຄ້ານ ເພື່ອໄທ ພ້ອມກັບເພື່ອສະມາຊິກພັກ ເດີນທາງໄປຮອດບ່ອນລົງທະບຽນສະມັກເລືອກຕັ້ງ ທີ່ບາງກອກ, ວັນທີ 24 ພຶດສະພາ 2011.

ທີ່ປະເທດໄທ ພວກກຸ່ມພັກການເມືອງຕ່າງໆພາກັນ ໄປຈົດທະບຽນຜູ້ສະມັກເລືອກຕັ້ງຂອງ ຕົນໃນອາທິດນີ້ ສໍາລັບເຂົ້າແຂ່ງຂັນໃນການເລືອກຕັ້ງທົ່ວປະເທດ ທີ່ຈະມີຂຶ້ນໃນວັນທີ່ 3 ເດືອນກໍລະກົດ ປີນີ້ ຊຶ່ງຄາດວ່າຈະເປັນການເລືອກຕັ້ງທີ່ມີການຕໍ່ສູ້ກັນຢ່າງດຸເດືອດເຜັດຮ້ອນ ທີ່ສຸດ ລະຫວ່າງພັກການເມືອງໃຫຍ່ສອງພັກ ຊຶ່ງກໍຄື ພັກປະຊາທິປັດຂອງລັດຖະບານ ແລະ ພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານນັ້ນ. ພວກນັກວິເຄາະຂ່າວການເມືອງກ່າວວ່າ ທັງສອງພັກ ໃຫຍ່ທີ່ວ່ານີ້ ຈະແຂ່ງຂັນກັນໂຄສະນາຫາສຽງ ບົນສອງທັດສະນະທີ່ແຕກຕ່າງກັນຫລາຍ ຄື ສືບຕໍ່ປົກຄອງປະເທດໂດຍພວກຊົນຊັ້ນຜູ້ດີຮັ່ງມີດັ້ງເດີມຂອງປະເທດ ຫລືນໍາພາປະເທດຊາດ ກັບຄືນສູ່ລະບົບມະຫາຊົນນິຍົມ ຂອງນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມ ໄປແລ້ວນັ້ນ. ຜູ້ສື່ຂ່າວວີໂອເອ Daniel Shearf ມີລາຍງານຈາກບາງກອກ ດັ່ງທອງປານ ຈະນໍາມາສະເໜີທ່ານ.

ໃນ​ເວລານີ້ ​ເມື່ອ​ປີກາຍ ​ປະ​ເທດ​ໄທ​ແມ່ນ​ໄດ້ປະ​ເຊີນ​ກັບ​ການ​ປະ​ທະ​ກັນ​ຢ່າງຮຸນ​ແຮງ​ຫລາຍໆ​ບັ້ນ ​ໃນ​ໃຈກາງ​ນະ​ຄອນ​ຫລວງ​ບາງ ກອກ​ ລະຫວ່າງ​ກໍ​າລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພວກ​ປະ​ທ້ວງ​ຝ່າຍຄ້ານ ທີ່​ໄດ້​ຮຽກຮ້ອງ​ໃຫ້​ຍຸບ​ສະພາ.

​ປີ​ນຶ່ງ​ຕໍ່​ມາ ພ້ອມ​ກັບ​ການ​ເລືອກ​ຕັ້ງຄັ້ງ​ໃໝ່ທີ່​ຈະ​ມີ​ຂຶ້ນໃນ​ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້ ພວກ​ສະມັກ​ຮັບ​ເລືອກ​ຕັ້ງ​ແກນ​ນໍາ​ຂອງສອງພັກ​ການ​ເມືອງໃຫຍ່​ ຂອງ​ປະ​ເທດ ກໍພາກັນ​ຫລີກ​ລ່ຽງການ​ໃຊ້​ຄາລົມ​ທີ່​ສ້າງ​ຄວາມ​ແຕກ​ແຍກ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າລະດົມເອົາ​ພວກ​ສະໜັບສະໜຸນ​ໃນ​ການ​ແຂ່ງ ຂັນເອົາ​ບ່ອນນັ່ງ​ ຈໍານວນ 375 ບ່ອນໃນ​ສະພາ​ແຫ່ງ​ຊາດ​ນັ້ນ.

ພັກ​ການ​ເມືອງ​ໃຫຍ່​ທັງ​ສອງ​ພັກ​ ​ແມ່ນ​ໄດ້​ແກ່​ພັກ​ປະຊາທິປັດ
​ຂອງ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ຂອງ​ນາຍົກລັດຖະມົນຕີ
ອະພິສິດ​ ​ເວ​ດຊາ​ຊີວະ ​ແລະ​ພັກ​ເພື່ອ​ໄທ ຂອງຝ່າຍ​ຄ້ານ ​ທີ່​ນໍາ​ໂດຍນາງ​ຢິ່ງຣັກ ຊິນນະ​ວັດ ນ້ອງ​ສາວ​ຂອງທ່ານ​ທັກສິນ ຊິນນະ​ວັດທີ່​ຖືກ​ໂຄ່ນ​ລົ້ມ​ໄປ​ນັ້ນ.

ນາ​ຍົກລັດຖະມົນຕີ​ໄທ ອະພິສິດ ​ເວ​ດຊາ​ຊີວະ ​ໄດ້​ກ່າວ​ຕໍ່​ພວກ​ນັກຂ່າວ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ ຫລັງ​ຈາກ​ໄດ້​ນໍາພາ​ພວກ​ສະມັກ​ຮັບ​ເລືອກຕັ້ງ​ຈາກ​ພັກປະຊາທິປັດ ​ໄປລົງ​ທະບຽນເລືອກ​ຕັ້ງ​ແລ້ວ.

// ສຽງພາສາໄທ //

ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ, ວັນທີ 9 ພຶດສະພາ 2011.
ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ, ວັນທີ 9 ພຶດສະພາ 2011.

ນາຍົກ​ອະພິສິດ​ກ່າວ​ວ່າ ທ່ານ​ໄດ້
​ເລືອກ​ເອົາຜູ້​ສະມັກ​ເລືອກ​ຕັ້ງ​ທີ່​ມີ
​ຄຸນ​ນະ​ວຸທິ​ເພື່ອເຂົ້າມາ​ຮັບ​ໃຊ້​ປະ
ຊາຊົນ ​ແລະ​ບໍ່​ແມ່ນແຕ່​ພວກ​ປະ
ຊາຊົນທີ່ຢູ່​ໃນ​ບາງກອກ​ເທົ່າ​ນັ້ນ.
ທ່ານ​ອະພິສິດ​ກ່າວ​ຕື່ມ​ວ່າ ພວກ
​ແກນ​ນໍາພັກ​ທັງຫລາຍໄດ້​ເດີນ
ທາງໄປ​ຍັງຈັງຫວັດ​ອື່ນໆ ​ແລະ
​ໃຫ້​ການ​ສະໜັບສະໜຸນ​ທາງ
​ດ້ານ​ກໍາລັງ​ໃຈ ​ແກ່​ພວກ​ສະມັກ
​ຮັບເລືອກ​ຕັ້ງ​ຢູ່​ເຂດ​ຕ່າງໆ​ເຫລົ່າ
ນັ້ນ ​ທີ່ໄດ້ປະຕິຍານ​ຕົນ​ວ່າ ​ຈະ
ຮັບ​ໃຊ້​ປະ​ເທດ​ຊາດ​ ໃຫ້​ກ້າວ​ໄກ ໄປ​ໜ້າ.

ທາງ​ຝ່າຍນາງ ຢິ່ງຣັກ ຊິນນະ​ວັດ ຜູ້​ສະມັກ​ຮັບ​ເລືອກຕັ້ງ​ໝາຍ​ເລກ​ນຶ່ງ​ຂອງ​ພັກ​ເພື່ອ​ໄທຝ່າຍຄ້ານນັ້ນ ​ກໍ​ໃຊ້​ນໍ້າ​ສຽງ​ທີ່​ກວມ​ລວມ​ເອົາ​ໝົດ​ທຸກ​ຊົນ​ຊັ້ນຄືກັນ ​ໃນ​ການ​ອອກ​ປາກົດຕົວໂຄສະນາ​ຫາ​ສຽງ ຕໍ່ໜ້າ​ມະຫາຊົນ​.

// ສຽງພາສາໄທ //

ນາງ​ຍິ່ງຣັກ ກ່າວ​ວ່າ “ມື້​ນີ້ພັກ​ເພື່ອ​ໄທ​ໄດ້​ສົ່ງຜູ້​ສະມັກເຂົ້າ​ຮັບ​ເລືອກ​ຕັ້ງ​ ຈາກທັງ​ໝົດ 33 ​ເຂດ​ເລືອກ​ຕັ້ງ ​ແລະ​ຜົນ​ການ​ຢັ່ງ​ສຽງ​ມະ​ຫາຊົນ​ພົບ​ວ່າ ພັກເພື່ອ​ໄທ​ກໍາລັງ​ໄດ້​ຮັບ​ສຽງ​ສະໜັບ ສະໜຸນ​ເພີ່ມ​ຂຶ້ນ. ນາງ​ຢິ່ງຣັກກ່າວ​ຕໍ່​ໄປ​ວ່າ ພັກ​ເພື່ອ​ໄທ​ແລະ​ຜູ້​ສະ​ມັກ​ເລືອກ​ຕັ້ງທັງ​ໝົດຂອງ​ພັກ ພ້ອມ​ແລ້ວ​ທີ່​ຈະ​ສະ​ເໜີນະ​ໂຍບາຍ​ຕ່າງໆ​ເພື່ອ​ຮັບ​ໃຊ້​ຊາວ​ໄທ​ໝົດ​ທຸກ​ຄົນ.

ຜູ້ສະມັກເລືອກຕັ້ງຈາກພັກເພື່ອໄທ ນາງ ຢິ່ງຣັກ ຊິນນະ​ວັດ ນ້ອງສາວຂອງອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ. (REUTERS/Chaiwat Subprasom)
ຜູ້ສະມັກເລືອກຕັ້ງຈາກພັກເພື່ອໄທ ນາງ ຢິ່ງຣັກ ຊິນນະ​ວັດ ນ້ອງສາວຂອງອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ. (REUTERS/Chaiwat Subprasom)

​ເຖິງ​ແມ່ນ​ຈະ​ມີ​ການ​ໃຊ້​ຄາລົມ​ທີ່​ກວມ​ລວມ​ເອົາ​ໝົດ​ທຸກ​ຊົນ​ຊັ້ນ​ກໍ​ຕາມ ​ແຕ່ພວກ​ນັກວິ​ເຄາະ​ການ​ເມືອງໄທກ່າວ​ວ່າ ພວກ​ຜູ້​ນໍາ​ທັງ​ ສອງ​ພັກ​ນັ້ນ​ຕ່າງ​ກໍ​ໄດ້​ຮັບ​ການ​ໜູນ​ຫລັງ ໂດຍ​ກຸ່ມຜົນ​ປະ​ໂຫຍດ​ທີ່​ມີ​ອິດ​ທິພົນ ທີ່​ໄດ້​ແບ່ງ​ແຍກ​ປະ​ເທດ​ຊາດ​ມາໃນ​ບໍ່​ເທົ່າ​ໃດປີຜ່ານ ມານີ້ ​ແລະ​ກໍ​ປາກົດ​ວ່າ​ທັງ​ສອງ ​ພັກ​ບໍ່​ມີ​ທ່າທີ ​ທີ່ຈະ​ຫຍັບ​ເຂົ້າ​ໄປ ​ໃກ້ການຜ່ອນ​ສັ້ນ​ຜ່ອນ​ຍາວກັນ ຫລາຍ​ຂຶ້ນ​ກ່ວາ​ເກົ່າ​ແຕ່​ຢ່າງ​ໃດ ເລີຍ.

ທ່ານປະ​ວີນ ຊັດຊະວານ​ພົງພັນ ​ນັກ​ສັງ​ເກດ​ການ​ການ​ເມືອງ​ໄທ ປະ​ຈໍາ​ສະ​ຖາ​ບັນ​ສຶກສາ​ກ່ຽວ​ກັບ ເອ​ເຊຍ​ຕາ​ເວັນ​ອອກສຽ​ງ​ໃຕ້​ຂອງ​ສິງ​ຄະ​ໂປ ກ່າວ​ວ່າ ​ໂດຍພື້ນຖານ​ແລ້ວ ການ​ເລືອກ​ຕັ້ງ​ນັ້ນ ຖື​ວ່າ​ເປັນ​ການ​ແຂ່ງຂັນ​ກັນ​ລະຫວ່າງ​ພວກ​ຜູ້ດີຊັ້ນ​ສູງດັ້ງ​ເດີມ​ໃນ​ບາງກອກ ​ກັບ​ພວກ​ສະໜັບ ສະໜຸນ​ທ່ານ​ທັກສິນ ຢູ່​ຕາມ​ເຂ​ດ​ຊົນນະບົດ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

“We are looking at a head on collision...”

ທ່ານ​ປະ​ວິນ​ກ່າວ​ວ່າ “ພວກ​ເຮົາ​ກໍາລັງ​ມອງ​ເບິ່ງການ​ປະ​ເຊີນ​ກັນ​ຊຶ່ງໆ​ໜ້າ​ລະຫວ່າງສອງ​ພັກ​
ການ​ເມືອງ​ທີ່​ມີ​ອໍານາດ​ ກໍ​ຄື​ຝ່າຍ​ນຶ່ງ​ແມ່ນ​ນໍາ​ໂດຍ​ພັກ​ປ​ະຊາ​ທິປັດ ທີ່​ຕາງໜ້າ​ຜົນ​ປະ​ໂຫຍດ
ເກົ່າ​ດັ້ງ​ເດີ​ມ ​ຂອງພະລາດຊະວັງ​ ຂອງຝ່າຍທະຫານ ວົງ​ການ​ທຸລະ​ກິດ​ໃຫຍ່ໆ ​ແລະ​ກໍ​ຄື​
ທ່ານ​ຮູ້​ຫັ້ນ​ແຫລະ ພວກ​ເຈົ້າຂຸນ​ມູນ​ນາຍ​ອາວຸ​ໂສ​ທັງຫລາຍ. ໃນ​ອີກ​ຝ່າຍ​ນຶ່ງ​ນັ້ນ ນາງ​ຢິ່ງ
ຣັກ​ກໍແມ່ນໄດ້ໂຜ່​ໂຕ​ຂຶ້ນມາເປັນ​ໂຕ​ແທນຂອງ​ພວກຄົນ​ທຸກ​ຈົນ​ຂອງ​ໄທ ​ໂດຍ​ສະເພາະພວກ
​ທີ່ຢູ່​ພາກ​ເໜືອ ​ແລະ​ພາກ​ອີສານ ພວກ​ທີ່​ຖືກ​ເມີນ​ເສຍ​ໂດຍ​ພວກ​ຊົນຊັ້ນຮັ່ງມີຫົວ​ກະທິ​ ມາ
​ໄດ້​ຫລາຍໆ​ປີ​ແລ້ວນັ້ນ.”

ພວກ​ວິພາກ​ວິຈານ​ທັງຫລາຍ​ກ່າວວ່າ ນາງ​ຢິ່ງຣັກຊຶ່ງ​ເປັນ​ນັກບໍລິຫານທຸລະ​ກິດ​ທີ່​ຮັ່ງມີ ​ແມ່ນ
​ຈະ​ຖືກ​ໃຊ້​ເປັນ​ພຽງ​ສາກ​ບັງ​ໜ້າ ​ເພື່ອ​ໃຫ້​ອ້າຍຂອງນາງ ກໍ​ຄື​ທ່ານ​ທັກສິນ ​ກັບ​ຄືນມາ​ມີ​ອໍາ ນາດອີກ.

​ທ່ານ​ທັກສິນເປັນ​ມະຫາ​ເສດຖີ​ເງິນ​ພັນ​ລ້ານ​ຈາກ​ທຸລະກິດ​ໂທລະ​ສັບ ທີ່ໄດ້​ເອົາຊະນະ​ຈິດ​ໃຈ
​ພວກ​ປວງ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ ຜ່ານ​ນະ​ໂຍບາຍ​ເພື່ອ​ປະຊາ​ຊົນຂອງ​ທ່ານ ​ໂດຍ​ການ​ນໍາ​ເອົາ
​ເງິນ ​ແລະ​ໂຄງການ​ພັທະ​ນາ​ຕ່າງໆ​ໄປ​ສູ່​ເຂດ​ຊົນນະບົດ​ທີ່ທຸ​ກຈົນ.

ພວກ​ທີ່​ຄັດຄ້ານ​ທ່ານ​ທັກສິນ​ກ່າວ​ວ່າ ທ່ານ​ທັກສິນ​ສໍ້​ລາດ​ບັງຫລວງ ​ໃຊ້​ອໍານາດບາດ​ໃຫຍ່
​ແລະ​ບ່ອນ​ທໍາລາຍ​ສະ​ຖາ​ບັນ​ພະ​ມະຫາ​ກະສັດ ທີ່​ປະຊາຊົນໄທ​ເຄົາລົບ​ບູຊາ​ນັ້ນ ຊຶ່ງ​ທ່ານ
ທັກສິນ​ກໍໄດ້ປະຕິ​ເສດ​ຂໍ້​ກ່າວ​ຫາດັ່ງກ່າວ.

​ເຖິງ​ແມ່ນ​ທ່ານ​ທັກສິນ​ໄດ້​ຖືກ​ປະຊາຊົນເລືອກເອົາ​ເຖິງ​ສອງ​ຄັ້ງ​ກໍ​ຕາມ ​ພວກ​ນັກ​ວິຈານ​ການ​
ເມືອງ​ເມື​ອງ​ໄທ​ກ່າວ​ວ່າ ທ່ານ​ທັກສິນຖືກ​ມອງ​ເຫັນ​ວ່າ​ເປັນ​ໄພ​ຂົ່ມຂູ່​ ຕໍ່​ພວກ​ທີ່​ກໍາອໍານາດ​ມາ
​ແຕ່ດັ້ງ​ເດີມ​ ຢູ່​ໃນ​ບາງກອກນັ້ນ.

ພວກເສື້ອແດງທີ່ປະທ້ວງຕໍ່ຕ້ານລັດຖະບານໄທ ຖືຮູບ ທ່ານທັກສິນ ຊີນນະວັດ ອະດີດນາຍົກລັດຖະມົນຕີທີ່ ເຂົາເຈົ້ານິຍົມ ໃນລະຫວ່າງການປະທ້ວງທີ່ບາງກອກ ເມື່ອປີ 2010.
ພວກເສື້ອແດງທີ່ປະທ້ວງຕໍ່ຕ້ານລັດຖະບານໄທ ຖືຮູບ ທ່ານທັກສິນ ຊີນນະວັດ ອະດີດນາຍົກລັດຖະມົນຕີທີ່ ເຂົາເຈົ້ານິຍົມ ໃນລະຫວ່າງການປະທ້ວງທີ່ບາງກອກ ເມື່ອປີ 2010.

ທ່ານ​ທັກສິນ ຖືກ​ໂຄ່ນ​ລົ້ມ​ໂດຍ​ການ​ລັດ​ຖະ
​ປະຫານ​ຂອງ​ຝ່າຍ​ທະຫານ ​ເມື່ອປີ 2006
​ແລະໄດ້​ຫລົບ​ໜີ​ໄປ​ລີ້​ໄພຢູ່​ໃນ​ຕ່າງປະ​ເທດ
​ເພື່ອ​ຫລີກ​ລ່ຽງການ​ຖືກ​ຈໍາ​ຄຸກ​ໃນ​ຂໍ້​ຫາສໍ້ລາດ ​ບັງ​ຫລວງ.

ທ່ານ ທິຕິ​ນັນ ພົງ​ສຸດທິ​ຣັກ ຜູ້​ອໍາ​ນວຍ​ການ
​ສະ​ຖາ​ບັນ​ຄວາມ​ໝັ້ນຄົງ ​ແລະການ​ສຶກສາ
​ນາໆຊາດທີ່​ມະຫາວິທະຍາ​ໄລ​ຈຸລາ​ລົງ​ກອນ
​ທີ່​ບາງກອກ ກ່າວວ່າ ບໍ່​ຕ້ອງ​ສົງ​ໃສ​ຫຍັງ​ເລີຍ
​ວ່າ ນາງ​ຢິ່ງຣັກຈະບໍ່​ເຂົ້າມາ​ເປັນ​ຫຸ່ນ​ໃຫ້​ທ່ານ
ທັກ​ສິນ ຜູ້​ທີ່​ຍັງນໍາພາ​ພັກເພື່ອ​ໄທ​ຢ່າງ​ຕັ້ງ ໜ້າຈາກ​ຕ່າງປະເທດ​ຢູ່ນັ້ນ.

“it’s not camouflaged in any way...”

ທ່ານ ທິຕິ​ນັນ ກ່າວ​ວ່າ “ມັນ​ບໍ່​ແມ່ນການ​ປົກ​ປິດຫລື​ພາງ​ຕາ​ກັນ​ແຕ່​ຢ່າງ​ໃດເລີຍ. ໃນ​ປີ
2007-2008 ນັ້ນ ພວກ​ເຮົາກໍ​ໄດ້ມີ​ລັດຖະບານ​ທີ່​ເປັນ​ຕົວ​ແທນ​ຂອງທັກສິນ​ ​ແຕ່​ເປັນໃນ
ແບບ​ທາງ​ອ້ອມ​ຫລາຍ​ກວ່າ ​ເຊັ່ນ ທ່ານສະໝັກ ສຸນ​ທະຣະເວ​ດ ນາ​ຍົກ​ລັດຖະມົນຕີ​ໄທ
​ໃນ​ຕົ້ນ​ປີ 2008 ແລະ​ຕໍ່​ມາ​ກໍ​ແມ່ນ​ນາຍົກລັດຖະມົນຕີ ສົມ​ຊາຍ ວົງ​ສະຫວັດ ຊຶ່ງ​ເປັນ​
ນ້ອງ​ເຂ​ຍຂອງ​ທ່ານ​ທັກສິນ​ເອງ. ໃນ​ກໍລະນີນີ້ ທ່ານ​ທັກສິນ​ຕ້ອງການ​ຢາກໃຫ້​ທຸກ​ຄົນຮູ້​
ວ່າ​ ພັກ​ເພື່ອ​ໄທນັ້ນເປັນ​ພັກ​ຂອງ​ທ່ານ ​ແລະນາງ​ຢິ່ງຣັກ ກໍ​ຄື​ນ້ອງ​ສາວ ​ແລະ​ຜູ້ຕາງໜ້າ
​ຂອງ​ທ່ານ.”

ລັດ​ຖະບານ​ສອງ​ຊຸດທີ່​ພັກດີຕໍ່​ທ່ານ​ທັກສິນ ​ແລະສືບ​ຕໍາ​ແໜ່ງ​ຕໍ່​ຈາກທ່ານນັ້ນ ໄດ້ຖືກ​ຂັບ
​ໄລ່​ລົງ​ຈາກ​ອໍານາດ ໂດຍ​ຄໍາ​ສັ່ງ​ຂອງສານ​ທີ່​ເປັນ​ບັນຫາໂຕ້​ແຍ້ງກັນ. ພວກ​ການ​ເມືອງ​ຂອງ
​ພວກ​ເຂົາ​ເຈົ້າ​ໄດ້ຖື​ກຍຸບ ​ແລະ​ພວກ​ນັກ​ການ​ເມືອງທີ່​ສັງກັດ​ພັກ​ຂອງ​ພວກ​ເຂົາ​ເຈົ້າ ກໍ​ຖືກ
​ຫ້າມ​ ບໍ່​ໃຫ້ຫລີ້ນການ ​ເມືອງ​ເປັນ​ເວລາ 5 ​ປີ.

ຫລັງ​ຈາກ​ນັ້ນ ພັກ​ປະຊາທິປັດ​ຂອງທ່ານ​ອະພິສິດ ​ເວ​ດຊາ​ຊິ​ວະ ກໍ​ເຂົ້າມາມີ​ອໍານາດ​ບໍລິ
ຫານ​ປະ​ເທດ ຊຶ່ງ​ກໍ່ໃຫ້ເກີດ​ການ​ເດີນ​ຂະ​ບວນປະ​ທ້ວງ​ ໂດຍກຸ່ມ​ເສື້ອ​ແດງ​ທີ່​ສະໜັບສະ
ໜູນ​ທັກສິນ ທີ່ກ່າວ​ວ່າບັດຄະ​ແນນ​ສຽງ​ຂອງ​ພວກເຂົາ​ເຈົ້າ ​ໄດ້ຖືກ​ພວກຜູ້ດີ​ຊັ້ນ​ສູງ​ໃນ​
ບາງກອກ ລັກ​ຂະ​ໂມຍ​ເອົາ.

ພວກຜູ້ນໍາກຸ່ມເສື້ອແດງ ຫລື ນປຊ ຖະແຫລງກ່ຽວກັບຂໍ້ສະເໜີຫລ້າສຸດ ຂອງນາຍົກລັດຖະມົນຕີອະພິສິດ, ວັນທີ 4 ພຶສະພາ 2010, ກ່ອນຖືກ ທະຫານເຂົ້າທັບມ້າງ.
ພວກຜູ້ນໍາກຸ່ມເສື້ອແດງ ຫລື ນປຊ ຖະແຫລງກ່ຽວກັບຂໍ້ສະເໜີຫລ້າສຸດ ຂອງນາຍົກລັດຖະມົນຕີອະພິສິດ, ວັນທີ 4 ພຶສະພາ 2010, ກ່ອນຖືກ ທະຫານເຂົ້າທັບມ້າງ.

​ປີກາຍ​ນີ້ ພວກ​ປະ​ທ້ວງ​ກຸ່ມ​ເສື້ອ
​ແດງ​ຫລາຍ​ໝື່ນ​ຄົນໄດ້​ຍຶດ​ເອົາ
ເຂດ​ໃຫຍ່ໆ​ໃນ​ໃຈກາງບາງກອກ​
ຫລາຍ ແລະຮຽກຮ້ອງ​ໃຫ້​ມີ​ການ
​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ໃໝ່ແລະ
ໃຫ້​ປະຕິບັດ​ຕໍ່​ພວກແກນ​ນໍາ​ຂອງ​ ພວກ​ເຂົາ ​ຢ່າງ​ເປັນ​ທໍາ.

​ເມື່ອເຈລະຈາບໍ່​ຕົກ​ແຕກ​ກັນ
ທ່ານ​ອະພິສິດ​ກໍ​ໄດ້​ມີ​ຄໍາ​ສັ່ງ​ໃຫ້
​ຝ່າຍ​ທະຫານ​ໃຊ້​ກໍາລັງເຂົ້າຂັບ
​ໄລ່​ໃຫ້ພວກ​ປະ​ທ້ວງສະຫລາຍ
​ຕົວ ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 90
ຄົນ ​ຊຶ່ງ​ສ່ວນ​ຫລາຍ​ເປັນ​ພົນລະ ​ເຮືອນ.

ທ່ານ​ປະ​ວິນ​ກ່າວ​ວ່າ ນາງ​ຢິ່ງຣັກ​
ເປັນ​ຕົວ​ແທນຂອງ​ອ້າຍຫລືທັກສິນ ​ເທົ່າໆກັບ​ທີ່​ນາຍົກ​ອະພິສິດ ທີ່​ຈົບການ​ສຶກສາ​ຈາກ​ມະຫາ
ວິທະຍາ​ໄລ Oxford ນັ້ນ ​ເປັນ​ຕົວ​ແທນ​ຂອງ​ພວກ​ຜູ້ດີ​ຊັ້ນ​ສູງ​ໃນ​ບາງກອກ.

“Because the way he has come to power...”

ທ່ານ​ປະ​ວິນ ກ່າວ​ວ່າ “​ເນຶ່ອງຈາກ​ວິທີ​ການ​ທີ່​ນາຍົກ​ອະພິສິດ​ເຂົ້າມາ​ມີ​ອໍານາດ​ປົກຄອງ​
ປະ​ເທດ ​ຊຶ່ງ​ແມ່ນ​ຍ້ອນການ​ຊ່ວຍ​ເຫລືອ​ຂອງ​ຝ່າ​ຍທະຫານນັ້ນ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ​
ເນຶ່ອງຈາກ​ວ່າທ່ານ​ອະພິສິດເປັນ​ໜີ້​ບຸນ​ຄຸນ​ຂອງຫລາຍໆ​ຄົນ ​ໂດຍ​ສະ​ເພາະ​ພວກ​ທີ່​ໜຸນ
​ຫລັງ​ທ່ານ​ໃນ​ກອງທັບ ​ແລະ​ໃນວົງ​ການ​ພວກ​ຜູ້ດີ​ຊັ້ນ​ສູງ. ​ຂ້າພະ​ເຈົ້າຄິດ​ວ່າ ສິ່ງ​ຕ່າງໆ
​ເຫລົ່າ​ນີ້ໄດ້​ຂັດຂວາງ ບໍ່​ໃຫ້ທ່ານ​ມີເອ​ກະລາດ ​ຫລື​ເປັນຕົນ​ເອງ​ໄດ້​ຫລາຍ​ຂຶ້ນ. ”

ຢ່າງ​ໃດ​ກໍ​ດີ ທ່ານ​ປະ​ວິນ​ກ່າວ​ວ່າ ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ວຸ້ນວາຍ​ກໍ​ຕາມ ​ແຕ່​ທ່ານ​ອະພິສິດ
ກໍ​ໄດ້​ນໍາພາ​ເສດຖະກິດ​ຂອງປະ​ເທດ​ຊາດ​ໄປ​ໃນ​ທິດ​ທາງ​ທີ່ຖືກຕ້ອງ.

​ສ່ວນ​ຄູ່​ແຂ່ງ​ຂອງ​ທ່ານ​ອະພິສິດ ກໍ​ຄືນາງ​ຢິ່ງຣັກນັ້ນ ​ເຖິງ​ແມ່ນຜູ້ກ່ຽວ​ຈະມາ​ຈາກ​ຄອບຄົວ
​ທີ່ຫລີ້ນ​ການ​ເມືອງ​ເກ່ງ ​ແລະພົວພັນ​ຢູ່​ໃນ​ວົງ​ການ​ທຸລະ​ກິດກໍ​ຕາມ ​ແຕ່​ມັນ​ກໍ​ຍັງ​ບໍ່ເປັນ​ທີ່
ແຈ້ງ​ຂາວ​ວ່າ ນາງ​ຢິ່ງຣັກຈະ​ສາມາດ​ເຮັດໄດ້​ ຄື​ກັນ​ກັບ​ທ່ານ​ອະພິ​ສິດ.

ທ່ານ Chris Baker ຜູ້​ຂຽນ​ເລຶ່ອງການ​ເມືອງ​ໄທ ກ່າວ​ວ່າ ມັນ​ອາດ​ຈະກາຍ​ເປັນ​ປະວັດ
​ສາດ​ຄັ້ງ​ຍິ່ງ​ໃຫຍ່​ທີ່​ສຸດ ຖ້າ​ຫາກ​ວ່າ ນາງ​ຢິ່ງຣັກ ຖືກ​ເລືອກ​ຕັ້ງ​ໃຫ້​ເປັນ​ນາຍົກລັດຖະມົນຕີ
​ຍິງຄົນ​ທໍາ​ອິດ​ຂອງ​ໄທ. ທ່ານ ​ເບ​ກ​ເກີ ກ່າວ​ຕໍ່​ໄປວ່າ ບໍ່​ວ່າ​ຈະ​ຢູ່​ໃນ​ສະ​ໄໝ​ໃດ​ກໍ​ຕາມໃນ​ປ
ະວັດ​ສາດ​ການ​ເມືອງ​ຂອງໄທນັ້ນ ມີຜູ້​ແທນ​ທີ່​ເປັນແມ່ຍິງ​ ພຽງ​ປະມານ 15 ​ເປີ​ເຊັນ​ເທົ່າ​ນັ້ນ.

Baker act //: “And, you find the same kind of production

ທ່ານ ​ເບ​ກ​ເກີ ກ່າວ​ວ່າ “​ແລະພວກ​ເຮົາ​ຈະ​ເຫັນ​ມີ​ສັດສ່ວນ​ແບບ​ດຽວ​ກັນ ຢູ່​ໃນ​ຮູບ​ການ​ຂອງການ​ເມືອງ​ທັງ​ໝົດ​ຂອງ​ໄທ ບໍ່​ວ່າ​ຈະ​ເປັນ​ສະມາຊິກ​ສະພາທ້ອງ​ຖິ່ນ ຫລື​ແມ່ນ​ແຕ່​ພວກ​ນັກ​ຂ່າວ​ການ​ເມືອງ​ທັງຫລາຍ ຊຶ່ງມັນ​ເປັນ​ກາ​ນຊີ້​ບອກ​ໃຫ້​ເຫັນວ່າ ວົງ​ການ​ການ​ເມືອງໄທນັ້ນ​ແມ່ນ​ຂອງພວກ​ຜູ້​ຊາຍຫລາຍ​ກວ່າ ​ແລະ​ດັ່ງ​ນັ້ນ ມັນ​ກໍ​ເປັນ​ກໍາ​ແພງ ຫລື​ສິ່ງ​ກີດ​ກັ້ນ​ອັນ​ນຶ່ງ ທີ່​ຍາກສໍາ​ລັບ​ແມ່ຍິງຄົນ​ໃດ​ກໍ​ຕາມ ທີ່​ຈະຜ່ານເຂົ້າມາ​ໄດ້.”

ພັກ​ເພື່ອ​ໄທຂອງ​ນາງ​ຢິ່ງຣັກ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຖ້າ​ຫາກ​ພັກ​ຂອງນາງ​ໄດ້​ຮັບເລືອກ​ຕັ້ງໃນ​ຄັ້ງ​ນີ້ ຕົນ​ຈະ​ສັ່ງ​ໃຫ້​ນີລະ​ໂທດ​ກໍາທຸກໆ​ຄົນທີ່ຖືກ​ຂໍ້​ຫາທີ່​ພົວພັນ​ກັບ​ການ​ກໍ່​ລັດຖ​ປະຫານ​ຄັ້ງ​ປີ 2006 ນັ້ນ​ ຊຶ່ງ​ນັ້ນ​ກໍ​ອາດ​ເປັນການ​ແຜ້ວ​ທາງ​ໃຫ້​ທ່ານ​ທັກສິນ ຫວນ​ຄືນ​ມາ​ມີ​ອໍານາດ​ໃນ​ປະ​ເທດ​ໄທ​ອີກ ຄັ້ງ​ນຶ່ງໄດ້.

ພວກ​ນັກວິ​ເຄາະ​ການ​ເມືອງ​ຫລາຍໆ​ຄົນ ​ແນ່​ໃຈ​ວ່າ ພວກ​ໜຸນ​ຫລັງທ່ານອະພິສິດ​ທັງຫລາຍ ​ຈະ​ບໍ່ປ່ອຍ​ໃຫ້​ພັກ​ທີ່ເຂົ້າຂ້າງກັບ​ທ່ານ​ທັກສິນນັ້ນ ​ເຂົ້າມາກໍາ​ອໍານາດ​ຢ່າງ​ແນ່ນອນ ຢ່າ​ວ່າ​ແຕ່​ຈະ​ປ່ອຍ​ໃຫ້​ທັກສິນກັບ​ຄືນ​ມາເລີຍ.

ໄດ້​ມີ​ລາຍ​ງານ​ຂ່າວ​ແລ້ວວ່າ ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ພົວພັນ​ກັບ​ການ​ເມືອງ ເກີດ​ຂຶ້ນ​ແລ້ວ ໃນລະດັບ​ຈັງຫວັດ ​ແລະ​ຫລາຍ​ຄົນ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ບໍ່​ວ່າ​ຝ່າຍ​ໃດ​ຈະຊະນະການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້​ກໍ​ຕາມ ກໍຈະ​ມີ​ການ​ກໍ່​ຄວາມ​ວຸ້ນວາຍຢູ່​ຢ່າງ​ແນ່ນອນ.

XS
SM
MD
LG