ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພັກເພື່ອໄທ ເລີ່ມຈັດຕັ້ງ ລັດຖະບານປະສົມ


ສະມາຊິກພັກເພື່ອໄທ ສະແດງຄວາມດີໃຈ ນໍາໄຊຊະນະຂອງພັກ, ວັນທີ 3 ກໍລະກົດ 2011.
ສະມາຊິກພັກເພື່ອໄທ ສະແດງຄວາມດີໃຈ ນໍາໄຊຊະນະຂອງພັກ, ວັນທີ 3 ກໍລະກົດ 2011.

ນາງຍິ່ງລັກ ຊີນນະວັດ ຜູ້ນໍາພັກເພື່ອໄທ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເມື່ອວັນອາທິດ ຜ່ານມານີ້ ໄດ້ປະກາດແຜນການຈະປະກອບພັກສຽງສ່ວນຫລາຍປະສົມຂຶ້ນ ໃນສະພາແຫ່ງ ຊາດໄທ. ການປະກາດຂອງນາງມີຂຶ້ນ ພ້ອມໆກັນກັບທີ່ນາຍົກລັດຖະມົນຕີອະພິສິດ ເວດຊາ ຊີວະ ທີ່ກໍາລັງຈະພົ້ນຈາກຕໍາແໜ່ງນັ້ນ ປະກາດລາອອກຈາກຕໍາແໜ່ງຜູ້ນໍາພັກປະຊາທິປັດ ລຸນຫລັງການປລາໄຊຂອງພັກຂອງທ່ານ. ດາຣາມີລາຍງານທີ່ຜູ້ສື່ຂ່າວວີໂອເອ ນາຍ Ron Corben ສົ່ງມາຈາກບາງກອກ.

ຜູ້ນໍາພັກ​ເພື່ອ​ໄທ ຍິ່ງ​ລັກ ຊິນນະ​ວັດ ກ່າວ​ວ່າ ນາງ​ພ້ອມ​ແລ້ວ​ທີ່​ຈະ​ປະກອບ​ລັດຖະບານປະ
ສົມ 5 ພັກ ຂຶ້ນມາ​ບໍລິຫານ​ປະ​ເທດ. ນາງ​ໄດ້​ຖະ​ແຫລ​ງ​ດັ່ງ​ກ່າວໃນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ
ທີ່​ພັກ​ຂອງ​ນາງ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ວັນ​ອາທິດຜ່ານ
ມາ ດ້ວຍ​ການ​ສະໜັບສະໜູນ​ຢ່າງ​ແໜ້ນໜາ​ຈາກ​ປະຊາຊົນ​ໃນ​ເຂດ​ພາກ​ເໜືອແລະ​ພາກຕາ​ເວັນ
ອອກສຽງ​ເໜືອຫລື​ພາກ​ອີສານ​ຂອງ​ໄທ. ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ບໍ່​ເປັນ​ທາງ​ການສໍ່​ສະແດງ​ວ່າ
ພັກ​ເພື່ອ​ໄທ​ຂອງ​ນາງ​ໄດ້​ຮັບ​ບ່ອນ​ນັ່ງ 265 ບ່ອນ ໃນ​ສະພາ​ແຫ່ງ​ຊາດ​ທີ່​ມີ​ບ່ອນ​ນັ່ງ 500 ບ່ອນ​ນັ້ນ.

ນາງ​ຍິ່ງ​ລັກ ຊຶ່ງ​ຈະ​ໄດ້ເປັນ​ນາຍົກລັດ​ຖະມົນຕີ​ຍິງ​ຄົນທໍາ​ອິດ​ຂອງ​ໄທ ​ໄດ້​ຖະ​ແຫລ​ງຕໍ່​ກອງ​ປະ
ຊຸມ​ນັກ​ຂ່າວ​ຢູ່​ບາງກອກ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເປົ້າ​ໝາຍ​ຂອງ​ລັດຖະບານ​ຊຸດ​ໃໝ່ ຈະ​ແມ່ນ​ການ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ທີ່ ປະ​ເຊີນ​ໜ້າ​ຊາວ​ໄທ​ຢູ່​ໃນ​ເວລາ​ນີ້.

// ສຽງ​ພາສາ​ໄທ //

ຍິ່ງ​ລັກ​ເວົ້າ​ວ່າ ພັກ​ເພື່ອ​ໄທ​ກັບ​ອີກ 4 ພັກ​ທີ່​ຮວມ​ເຂົ້າກັນ​ນັ້ນ ​ແມ່ນ​ມີ​ເຈດ​ຕະນາລົມ​ທີ່​ສອດ​ຄ້ອງກັນ ​ແລະ​ນັ້ນ​ກໍ​ຄື​ບໍລິຫານ​ປະ​ເທດ​ຊາດແລະ​ ທໍາ​ງານ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງຍາກ​ຕ່າງໆ​ຂອງ​ພີ່ນ້ອງປະຊາຊົນ​ໄທ. ​ແຕ່​ນາງ​ກ່າວ​ຕື່ມ​ວ່າ ພວກ​ນາງ​ຍັງ​ຈະ​ຕ້ອງ​ໄດ້ລໍຖ້າ​ຟັງຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ຈາກ​ຄະນະ​ກໍາມະການ​ເລືອກ​ຕັ້ງແຫ່ງ​ຊາດ​ເສຍ​ກ່ອນ.

ພັກເພື່ອໄທ ເລີ່ມຈັດຕັ້ງ ລັດຖະບານປະສົມ
ພັກເພື່ອໄທ ເລີ່ມຈັດຕັ້ງ ລັດຖະບານປະສົມ

ຍິ່ງ​ລັກ​ກ່າ​ວຕໍ່​ໄປ​ວ່າ ​ເປົ້າ​ໝາຍ​
ອັນຮີບ​ດ່ວນ​ທີ່​ສຸດ ທີ່​ປະ​ເຊີນ
ໜ້າ​ລັດຖະບານຊຸດ​ໃໝ່ ​ແມ່ນ​ມີ​
ໂຮມ​ທັງການສ້າງ​ຄວາມ​ຖືກ
ຕ້ອງ​ປອງ​ດອງ​ກັນ ກະກຽມ
ຫ້າງ​ຫາ​ສໍາ​ລັບ​ການສະ​ເຫລີ​ມ
ສະຫລອງ​ວັນ​ຄົບຮອບ​ພະ​ຊົນ
ມາຍຸ 84 ພັນ​ສາຂອງ​ກະສັດ
ໄທ ການ​ຟື້ນ​ຟູ​ເສດຖະກິດ
ສະໜັບສະໜູນ​ອຸ້ມ​ຊູພວກ​ລັດ
ຖະກອນ​ຫລື​ພະນັກງານ​ລັດ ​
ແລະ​ປາບ​ປາມ​ການ​ສໍ້​ລາດ​ບັງ​ ຫລວງ.

ລັດຖະບານ​ປະສົມ​ຊຸດ​ໃໝ່​ຂອງ​ໄທ ອາດສາມາດ​ມີ​ບ່ອນ​ນັ່ງ​ຮອດ 299 ບ່ອນ​ໃນ​ສະພາ​ແຫ່ງ​ຊາດ​ທີ່​ມີ 500 ບ່ອນ​ນັ່ງນັ້ນກໍ​ໄດ້.

ກ່ອນ​ໜ້າ​ນັ້ນ​ໃນ​ມື້ວານ​ນີ້​ເຊ່ນ​ກັນ ທ່ານ​ອະພິສິດ ​ເວດຊາ​ຊີວະ ທີ່​ກໍາລັງ​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ
ນາຍົກລັດຖະມົນຕີ​ນັ້ນ ກໍ​ໄດ້​ອອກມາ​ປະກາດ​ລາ​ອອກ​ ຈາກ​ການ​ເປັນ​ຜູ້​ນໍາ​ພັກ​ປະຊາທິປັດ ຫລັງ​ຈາກທີ່​ພັກ​ຂອງ​ທ່ານ​ໄດ້​ປາ​ໄຊ ໃນ​ການ​ເລືອກ​ຕັ້ງໃນ​ວັນ​ອາທິດ​ນັ້ນ.

// ສຽງ​ພາສາ​ໄທ //

ທ່ານ​ອະພິ​ສິດ​ເວົ້າ​ວ່າ ຜົນ​ການ​ເລືອກ​ຕັ້ງ​ທີ່​ບໍ່​ແມ່ນ​ທາງ​ການສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ປະຊາ
ທິປັດ​ໄດ້​ຮັບ​ບ່ອນ​ນັ່ງ​ໜ້ອຍ​ກ່ວາ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ປີ 2007 ນັ້ນ​ອີກ ​ເພາະສະ​ນັ້ນ
ທ່ານ​ຈຶ່ງ​ຂໍ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ ແລະ​ຂໍ​ລາ​ອອກ​ຈາກ​ຕໍາ​ແໜ່​ງຜູ້​ນໍາຂອງ​ພັກ ຊຶ່ງ​ການ
ລາ​ອອກ​ຂອງ​ທ່ານ​ໝາຍ​ຄວາມ​ວ່າ ສະມາຊິກ​ທັງໝົດ​ໃນ​ສະພາ​ອໍານວຍ​ການ​ຂອງ​ພັກຕ້ອງ​ໄດ້ ​ລາ​ອອກ​ຄື​ກັນ ​ເພື່ອ​ເລືອກ​ເອົາ​ຊຸດ​ໃໝ່​ຂຶ້ນ​ມາ.

ປະຊາຊົນໄທພາກັນຢືນລຽນແຖວ ລໍຖາ ປອນບັດ ຢູບອນປອນບັດແຫງນງ ໃນ ບາງກອກ, ວັນທີ 3 ກໍລະກົດ 2011.
ປະຊາຊົນໄທພາກັນຢືນລຽນແຖວ ລໍຖາ ປອນບັດ ຢູບອນປອນບັດແຫງນງ ໃນ ບາງກອກ, ວັນທີ 3 ກໍລະກົດ 2011.

ປາກົດ​ວ່າພວກ​ຕະຫລາດການ​
ເງິນ​ມີ​ປະຕິກິລິຍາ​ຕອບ​ຮັບ​ໃນ
ທາງບວກຕໍ່​ໄຊຊະນະ​ຂອງ​ພັກ​
ເພື່ອ​ໄທ​ນັ້ນ ​ໂດຍ​ທີ່​ເງິນ​ບາດ
ຂອງ​ໄທ​ແຂງ​ຄ່າ​ຂຶ້ນ​ແລະລາຄາ
ຮຸ້ນ​ໃນ​ຕະຫລາດ​ຮຸ້ນ​ທ້ອງ​ຖິ່ນ
ກໍ​ຖີບ​ຂຶ້ນ. ບັນດາ​ນັກວິ​ເຄາະ​
ກ່າວ​ວ່າ ພວກ​ນັກ​ລົງທຶນ​ຕ່າງ
ປະ​ເທດ​ກໍາລັງ​ພາກັນ​ຫວນກັບ
ຄືນ​ມາສູ່​ຕະຫລາດຮຸ້ນ​ຂອງ​ໄທ
ລຸນ​ຫລັງ​ເວລາ​ຫລາຍໆ​ອາທິດ
ແຫ່ງ​ຄວາມ​ບໍ່​ແນ່ນອນ ກ່ອນ ໜ້າການ​ເລືອກ​ຕັ້ງ​ນັ້ນ.

ນາຍ​ສຸພະ​ວຸດ ​ໄຊ​ເຊື້ອ ຜູ້​ອໍາ
ນວຍ​ການ​ຝ່າຍ​ບໍລິຫານ​ຂອງ​
ບໍລິສັດ​ຫລັກ​ຊັບ​ພັດທຣາ ກ່າວ​
ວ່າການ​ເຄື່ອນ​ໄຫວ​ຢ່າງ​ໄວ​ຂອງ
ພັກ​ເພື່ອ​ໄທ ​ເພື່ອ​ປະກອບ​ລັດ
ຖະບານ​ປະສົມ​ຂຶ້ນ​ນັ້ນ ​ເປັນຮ່ອງຮອຍ​ສໍ່​ສະ​ແດງ​ເຖິງ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ​ໃນ ​ອະນາຄົດ​ອັນ​ໃກ້.

// ສຽງ​ພາສາ​ອັງກິດ //

ນາຍ​ສຸພະ​ວຸດ​ເວົ້າ​ວ່າ “ການ​ທີ່​ວ່າ ພັກ​ເພື່ອ​ໄທ​ສາມາດ​ໄດ້​ຮັບ​ບ່ອນ​ນັ່ງ​ຫລາຍ ຈົນເປັນ
ພັກ​ສຽງ​ສ່ວນ​ຫລາຍ​ໄດ້​ນັ້ນ ​ເຮັດ​ໃຫ້​ຕະຫລາດ​ມີ​ຄວາມເຊື່ອ​ໝັ້ນ​ວ່າ ການ​ປະກອບ​
ລັດຖະບານຊຸດ​ໃໝ່​ຈະ​ບໍ່​ມີ​ບັນຫາ​ຫຍັງ ຄື​ມີ​ໂອກາດ​ເປັນ​ໄດ້​ໄດ້​ວ່າ ​ເຂົາ​ເຈົ້າ​ຈະ​ສາມາດ​
ປະກອບ​ລັດຖະບານ​ຂຶ້ນ​ມາ​ໄດ້​ໂດຍ​ໄວ​ສົມຄວນ ສະ​ນັ້ນ ພວກ​ເຮົາ​ກໍ​ຄົງໄດ້ຈະເຫັນ​ລັດ
ຖະບານ​ປະສົມ​ຂອງຍິ່ງ​ລັກ ຈັດ​ຕັ້ງ​ຂຶ້ນ​ມາ​ພາຍ​ ໃນ 5 ຫລື 6 ອາທິດ.”

ແຕ່​ພວກ​ນັກວິ​ເຄາະ​ຂ່າວ​ກ່າວ​ວ່າ ຍັງ​ມີ​ບັນ​ຫາ​ທ້າ​ທາຍ​ຫລາຍ​ຢ່າງ​ຫລາຍ​ອັນ​ປະ​ເຊີນ​ໜ້າລັດ
ຖະບານ​ຊຸດ​ໃໝ່​ຢູ່ ອັນ​ໂຮມ​ທັງ​ຄວາມ​ຢ້ານ​ກົວໄພ​ເງິນ​ເຟີ້ ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນ ຂະນະ​ທີ່​ລັດຖະ
ບານ​ທີ່​ນໍາພາໂດຍ​ພັກເພື່ອໄທ ດໍາ​ເນີນ​ການເພື່ອ​ປະ​ຕິ​ບັດຕາມ​ຄໍາ​ໝັ້ນ​ສັນຍາ ທີ່​ໄດໃຫ້​ໄວ້​ໃນ​
ລະຫວ່າງ​ການ​ໂຄສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ ທີ່​ວ່າຈະ​ຂຶ້ນ​ຄ່າ​ແຮງ​ງານ​ໃຫ້​ປະຊາ​ຊົນ ​ແລະ​ຂຶ້ນ​ລາ ຄາ​ເຂົ້າ​ເປັນ​ສອງ​ເທົ່າ​ໂຕ​ນັ້ນ.

ທານທັກສິນ ຊີນນະວັດ
ທານທັກສິນ ຊີນນະວັດ

ຍິ່ງ​ລັກ​ເປັນ​ນ້ອງ​ສາວ​ຂອງ​ອະດີດ
ນາຍົກລັດຖະມົນຕີທັກສິນ ຊິນ
ນະ​ວັດ ທີ່​ຖືກ​ໂຄ່​ນລົ້ມ​ຈາກ​ຕໍາ
ແໜ່​ງໃນ​ການ​ກໍ່​ລັດ​ຖະຫານ​ເມື່ອ
ປີ 2006 ​ແລະ​ໄດ້​ຫລົບ​ໜີີ​ຈາກ​
ໄທ​ໄປ ​ໃນ​ປີ 2008. ທ່ານ​ທັກ
ສິນ​ຍັງ​ປະ​ເຊີນ​ກັບໂທດຈໍາ​ຄຸກ​
2 ປີຢູ່​ໃນ​ໄທ ​ໃນ​ຂໍ້​ຫາ​ສໍ້ລາດ​ບັງ​
ຫລວງ. ພັກ​ເພື່ອ​ໄທ​ໄດ້​ສົນທະ
ນາ​ກັນ​ເຖິງ​ເລື້ອງ​ຄວາມ​ອາດ​ສາ
ມາດ​ເປັນ​ໄປ​ໄດ້​ ໃນ​ການ​ນີລະ
ໂທດ​ກໍາ​ໃຫ້​ທ່ານ​ທັກສິນ ​ແລະ
ຄົນ​ອື່ນໆ​ອີກ ທີ່​ຖືກ​ຂໍ້​ຫາ​ທີ່​ພົວ
ພັນ​ກັນ​ເຫດການ​ຕ່າງໆທີ່​ຕິດ
ຕາມ​ມາ​ຫລັງ​ຈາກ​ການ​ກໍ່​ລັດຖະ
ປະຫານ​ນັ້ນ. ​ແຕ່​ທ່ານທັກສິນ​
ໄດ້​ກ່າວ​ວ່າ ​ເຖິງ​ແມ່ນທ່ານ​ຍັງຢາກຈະ​ກັບ​ຄືນໄປປະ​ເທດ​ໄທ​ກໍ​ຕາມ ​ແຕ່​ທ່ານ​ກໍ​ບໍ່​ມີ​ແຜນການ​
ທີ່​ຈະ​ກັບ​ຄືນ​ໄປ ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.

XS
SM
MD
LG