ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມຕິດຕາມເບິ່ງການເລືອກຕັ້ງ ຊົມເຊີຍການປ່ອນບັດ ຢູ່ໄທ


ທ່ານນາງ ຢິ່ງລັກ ຊິນນະວັດ ຜູ້ນໍາພັກເພື່ອໄທ ຜູ້ທີ່ຈະເປັນນາຍົກ ລັດຖະມົນຕີຍິງ ຄົນທໍາອິດຂອງໄທ
ທ່ານນາງ ຢິ່ງລັກ ຊິນນະວັດ ຜູ້ນໍາພັກເພື່ອໄທ ຜູ້ທີ່ຈະເປັນນາຍົກ ລັດຖະມົນຕີຍິງ ຄົນທໍາອິດຂອງໄທ

ກຸ່ມຕິດຕາມເບິ່ງການເລືອກຕັ້ງຂອງເອເຊຍກຸ່ມນຶ່ງ ໄດ້ກ່າວ​ຊົມ​ເຊີຍການເລືອກຕັ້ງທົ່ວປະ ເທດຂອງໄທ ທີ່​ໂດຍ​ທົ່ວ​ໄປ​ແລ້ວ​ແມ່ນໄດ້ດໍາເນີນໄປຢ່າງສັນຕິ ເປັນລະບຽບຮຽບຮ້ອຍດີ ແລະເປີດໂອກາດໃຫ້ມະຫາຊົນໄດ້ສະແດງຫາງ ສຽງຂອງພວກເຂົາເຈົ້າ. ແຕ່ວ່າ​ໃນ​ຂະນະ​ດຽວ​ກັນ ກຸ່ມເຄືອຂ່າຍເອເຊຍເພື່ອການເລືອກຕັ້ງທີ່ເສລີ ຫລື Asian Network for Free Election ກໍ​ກ່າວ​ວ່າ ມີ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ​ບາງ​ຢ່າງ​ຢູ່​ບ່ອນ​ປ່ອນ​ບັດ ​ແລະໄດ້ເຕືອນຝ່າຍ ທະຫານ ບໍ່ໃຫ້ແຊກແຊງ​ເຂົ້າ​ໃນ​ເລື້ອງການເມືອງ. ທອງປານມີເລຶ່ອງນີ້ມາສະເໜີທ່ານ ຈາກ​ລາຍງານທີ່ນາຍ Daniel Schearf ສົ່ງ​ມາ​ຈາກບາງກອກ.

ກຸ່ມເຄືອຂ່າຍເອເຊຍເພື່ອການເລືອກຕັ້ງທີ່ເສລີ ​ເອີ້ນ​ຫຍໍ້​ວ່າ ANFREL ໄດ້ສະແດງຄວາມຊົມ
ເຊີຍປະ​ເທດໄທ ທີ່ໄດ້ຈັດການເລືອກຕັ້ງ ທີ່ສໍາເລັດລຸລ່ວງໄປຢ່າງສັນຕິແລະເປັນລະບຽບຮຽບ
ຮ້ອຍ ​ໂດຍ​ທີ່​ມີຜູ້ອອກໄປໃຊ້ສິດປ່ອນບັດເປັນຈໍານວນຫລວງຫລາຍ.

ຄະນະກໍາມະການການເລືອກຕັ້ງ ຫລື ກກຕ ຂອງໄທ ປະເມີນວ່າ ມີປະຊາຊົນຜູ້ມີສິດເລືອກ
ຕັ້ງຫລາຍກວ່າ 70 ເປີເຊັນ ​ໄດ້ອອກໄປປ່ອນບັດຢູ່​ໃນເຂດຂອງພວກເຂົາເຈົ້າ​ໃນການເລືອກ
ຕັ້ງທົ່ວປະເທດເມື່ອວັນອາທິດ ທີ່ຜ່ານມານີ້.

ໂຕ​ເລກ​ທາງ​ການຂອງກໍາມະການເລືອກຕັ້ງ ທີ່​ເປີດ​ເຜີຍອອກ​ມາເມື່ອວັນອັງຄານຜ່ານ​ມານັ້ນ
ໄດ້​ມອບຕໍາ​ແໜ່​ງພັກສຽງສ່ວນ​ຫລາຍໃຫ້ພັກຝ່າຍຄ້ານຢ່າງ​ສະບາຍໆ ​ໂດຍ​ປະກາດວ່າພັກ
ເພື່ອໄທ​ໄດ້​ຮັບ​ບ່ອນນັ່ງໃນສະພາ 265 ບ່ອນ ຂອງຈໍານວນທັງໝົດ 500 ບ່ອນນັ້ນ. ສ່ວນ
ພັກລັດຖະບານ ຫລືພັກປະຊາທິປັດນັ້ນ ໄດ້ຮັບ 159 ບ່ອນນັ່ງ.

ອົງການ ANFREL ໄດ້ອອກຖະແຫລງການສະບັບນຶ່ງເມື່ອວັນອັງຄານ ທີ່ໃຫ້ຂໍ້ສັງເກດວ່າ
ຍັງມີຄວາມ​ຂາດ​ຕົກ​ບົກ​ຜ່ອງບາງຢ່າງ​ຢູ່ໃນການເລືອກຕັ້ງຄັ້ງນີ້ ໂຮມທັງກໍລະນີກໍ່ຄວາມຮຸນ
ແຮງ ນາບຂູ່​ໃຫ້​ຢ້ານ​ກົວ ແລະການຊື້ສຽງທີ່ພາ​ໃຫ້​ທາງ​ອົງການຮຽກຮ້ອງໃຫ້ພວກເຈົ້າໜ້າທີ່
ຈົ່ງຈັດການ​ແກ້​ໄຂຢ່າງເໝາະສົມ.

ແຕ່​ແນວ​ໃດ​ກໍ​ຕາມ ຖະແຫລງການເວົ້າວ່າ ບໍ່​ໄດ້ມີເຫດການໃຫຍ່ໃດໆ ທີ່ພາ​ໃຫ້​ຕັ້ງ​ຂໍ້​ສົງ​ໃສ
ກ່ຽວ​ກັບຜົນການເລືອກຕັ້ງ.

ຊາວໄທຢືນລຽນແຖວ ລໍຖາປອນບັດ ຢູນະຄອນ ຫລວງບາງກອກ, ວັນທີ 3 ກໍລະກົດ 2011.
ຊາວໄທຢືນລຽນແຖວ ລໍຖາປອນບັດ ຢູນະຄອນ ຫລວງບາງກອກ, ວັນທີ 3 ກໍລະກົດ 2011.

ກຸ່ມຕິດຕາມການເລືອກຕັ້ງດັ່ງ
ກ່າວ​ເວົ້າວ່າ ບັນຫາທີ່ຖື​ວ່າ​ເປັນ
ຄວາມ​ຂາດຕົກ​ບົກ​ຜ່ອງ​ຫລາຍ
ທີ່​ສຸດ​ນັ້ນ ແມ່ນ​ເລື້ອງ​ທີ່​ວ່າ ຄະ
ນະກໍາມະການເລືອກຕັ້ງ ບໍ່ໄດ້
ປະຕິບັດການຢ່າງພຽງພໍ ເພື່ອ
ແຈ້ງໃຫ້ພວກມີສິດປ່ອນບັດທັງ
ຫລາຍ ​ໄປ​ຈົດທະບຽນປ່ອນບັດ
ຄືນໃໝ່ ຊຶ່ງ​ໄດ້ເປັນເຫດໃຫ້ຄົນ
ໄທ ຫລາຍເຖິງນຶ່ງລ້ານຄົນ ຫລື
ປະມານສາມເປີເຊັນຂອງຜູ້ມີສິດ
ປ່ອນບັດທັງໝົດ ບໍ່ມີສິດປະກອບ​
ສ່ວນ​ໃນ​ການ​ເລືອກ​ຕັ້ງ ອີງຕາມ ອົງການ ANFREL.

ທ່ານ ດາ​ມາ​ໂຊ ​ແມັກ​ບູອາລ
(Damaso Magbual) ປະ
ທານອົງການ ANFREL ບອກພວກນັກຂ່າວ​ໃນ​ມື້ວັນອັງຄານນັ້ນວ່າ ​ເມື່ອ​ພິຈາລະນາ​ເຖິງ
ສະຖານະການທີ່ຍັງເຄັ່ງຕຶງຢູ່ໃນປະເທດນັ້ນ​ແລ້ວ ກໍ​ຖື​ວ່າຄະນະກໍາມະການເລືອກຕັ້ງຂອງ
ໄທ ໂດຍທົ່ວໄປແລ້ວ ​ແມ່ນຈັດການການເລືອກຕັ້ງໄດ້ດີ ແລະຜົນທີ່​ອອກ​ມາແມ່ນການລົງ
ຄະແນນສຽງທີ່ສະທ້ອນເຖິງຄວາມປາດຖະໜາຂອງປະຊາຊົນ.

ທ່ານແມັກ​ບູອາລ ​ເວົ້າ​ວ່າ: “ຫລັງຈາກເວລາຫລາຍປີຂອງຄວາມວຸ້ນວາຍ ທາງການ
ເມືອງແລະການກໍ່ຄວາມຮຸນແຮງ
ທີ່ໄດ້ແບ່ງແຍກປະເທດຊາດ ໃນທີ່ສຸດປະຊາຊົນ
ໄທໄດ້ອອກໄປປ່ອນບັດເລືອກຕັ້ງ ແລະກໍສາມາດ
ສະແດງຄວາມຄິດຄວາມເຫັນ
ທາງການເມືອງຂອງຕົນ
ໃນລັກສະນະທີ່ສັນຕິຕາມຕົວບົດກົດໝາຍ ໂດຍບໍ່ກ່ຽວ
ກັບວ່າທັດສະນະການເມືອງຂອງແຕ່
ລະຄົນຈະເປັນແບບໃດ.

ການປ່ອນບັດເລືອກຕັ້ງຄັ້ງນີ້ ຖືວ່າເປັນການປະຈັນ​ບານກັນລະຫວ່າງພັກປະຊາທິປັດ ທີ່
ໜຸນຫລັງໂດຍພວກ​ເຈົ້າ​ຂຸນ​ມູນ​ນາຍໃນບາງກອກແລະຝ່າຍທະຫານ ກັບອະດີດນາຍົກລັດ
ຖະມົນຕີໄທ ທັກສິນ ຊິນນະວັດ ຊຶ່ງ​ຜູ້​ເປັນນ້ອງສາວ ຄືນາງຍິ່ງລັກ ຊິນນະ​ວັດ ​ໄດ້ນໍາພາ
ພັກເພື່ອໄທ​ໄປ​ສູ່​ໄຊຊະນະ ​ໃນການເລືອກຕັ້ງ.

ທະຫານໄດ້ໂຄ່ນລົ້ມທ່ານທັກສິນ ໃນປີ 2006. ພວກນັກວິຈານການ ເມືອງຫລາຍໆຄົນ
ກ່າວວ່າ ການປະຕິບັດການດັ່ງກ່າວແມ່ນເກີດຂຶ້ນຍ້ອນຄວາມຢ້ານກົວ​ທີ່ວ່າ ຜູ້​ນໍາ​ທີ່​ເຫັນ
ແກ່ປະຊາຊົນທ່ານ​ນີ້ ທີ່ໄດ້ຊະນະການເລືອກຕັ້ງມາສອງຄັ້ງ​ແລ້ວນັ້ນ ກໍາລັງ​ຈະມີອໍານາດ ຫລາຍເກີນໄປ.

ນັບແຕ່ນັ້ນມາ ປະເທດໄທກໍ​ໄດ້ຕົກຢູ່ພາຍໃຕ້ການຍາດແຍ່ງອໍານາດກັນ ລະຫວ່າງຝ່າຍ​ທີ່​
ສະໜັບສະໜູນ ແລະຝ່າຍ​ທີ່ຕໍ່ຕ້ານທ່ານທັກສິນ ​ແລະໄດ້ເຫັນລັດະບານສອງຊຸດທີ່ເປັນພັນ
ທະມິດກັບທ່ານທັກສິນ ໄດ້ຖືກກໍາຈັດປັດເຂ່ຍອອກໄປໂດຍດໍາສັ່ງສານ ຕະຫລອດທັງການ
ປະທ້ວງແລະການກໍ່ຄວາມຮຸນແຮງຫລາຍໆບັ້ນຕາມຖະໜົນຫົນທາງ. ໃນປີ 2008 ທ່ານທັກ ສິນໄດ້ຫລົບໜີໄປລີ້ໄພໃນຕ່າງປະເທດ ເພື່ອຫລີກລ່ຽງໂທດຈໍາຄຸກໃນຂໍ້ຫາສໍ້ລາດບັງຫລວງ.

ການປະທວງຕຕານລັດຖະບານຂອງ ພວກເສອແດງບນນງ ໃນປີ 2010.
ການປະທວງຕຕານລັດຖະບານຂອງ ພວກເສອແດງບນນງ ໃນປີ 2010.

ໃນປີກາຍ​ນີ້ ພວກ​ປະກອບອາວຸດໃນບັນດາ
ກຸ່ມເສື້ອແດງທີ່ສະໜັບສະໜຸນທ່ານທັກສິນ
ໄດ້ປະທະກັນກັບພວກທະຫານ ທີ່ລັດຖະ
ບານ​ສົ່ງ​ເຂົ້າ​ໄປ​ທັບ​ມ້າງ​ແລະ​ຍຸດຕິ​ການປະ
ທ້ວງເປັນເວລາສອງເດືອນຂອງ​ພວກ​ເສື້ອ
ແດງ ທີ່ຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່
ແລະການປະຕິບັດຕໍ່ພວກຜູ້ນໍາຂອງພວກ ເຂົາເຈົ້າຢ່າງເປັນທໍາ.

ເຫດການຄັ້ງນັ້ນຍັງຜົນໃຫ້ມີຜູ້ເສຍຊີວິດ
ຫລາຍກວ່າ 90 ຄົນ ແລະອີກ 2,000
ຄົນໄດ້ຮັບບາດເຈັບ ຊຶ່ງສ່ວນໃຫຍ່ແມ່ນ ພວກພົນລະເຮືອນ.

ພວກນັກສັງເກດການຫລາຍຄົນຢ້ານວ່າ ​ໄຊຊະນະຂອງພັກເພື່ອໄທ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້
ອາດກໍ່ໃຫ້ເກີດມີການ​ແຊກ​ແຊງ​ຈາກຝ່າຍທະຫານອີກຄັ້ງນຶ່ງ ເຖິງແມ່ນ​ໄດ້ມີການໃຫ້ຄໍາໝັ້ນ ສັນຍາຊໍ້າແລ້ວຊໍ້າອີກວ່າ ຈະບໍ່ມີການກໍ່ລັດຖະປະຫານອີກກໍຕາມ.

ທ່ານ ດາ​ມາ​ໂຊ ​ແມັກ​ບູອາລ ໃຫຂໍ້ສັງເກດວ່າ ບໍ່ຄືກັນກັບການເລືອກຕັ້ງ ​ເທື່ອກ່ອນ ​ໃນປີ
2007 ນັ້ນ ເທື່ອນີ້ພັກພັນທະມິດຂອງທັກສິນ ແມ່ນ​ໄດ້​ຮັບສຽງສ່ວນຫລາຍ. ສະ​ນັ້ນ ຝ່າຍ
ທະຫານສົມຄວນທຈະ​ໄດ້​ຮັບ​ຄວາມ​ເຊື່ອໃຈ ແຕ່ທ່ານກໍຍັງເຕືອນວ່າ:

“ພັກການເມືອງພັກນຶ່ງສາມາດໄດ້ຮັບສຽງສ່ວນຫລາຍ. ຂ້າພະເຈົ້າຄິດວ່າ ຝ່າຍທະ
ຫານຄວນຈະຄິດທົບທວນຢ່າງ
ລອບຄອບ ກ່ອນຈະທໍາການໃດໆທີ່ອັນຕະລາຍນັ້ນ ໂດຍໃຫ້ພິຈາລະນາເບິ່ງ ຕົວຢ່າງ ສິ່ງທີ່ເກີດຂຶ້ນໃນພາກຕາເວັນອອກກາງນັ້ນ ຫລື
ພາກສ່ວນອື່ນໆ
ຂອງໂລກ ຝ່າຍທະຫານຄວນຈະຄິດທົບທວນຢ່າງລອບຄອບ ກ່ອນຈະເຮັດຫຍັງຜິດພາດລົງໄປ

ປະ​ເທດໄທໄດ້ປະສົບ​ກັບ​ການ​ກໍ່ລັດຖະປະຫານ ຫລືພະຍາຍາມກໍ່ລັດຖະປະຫານ ມາແລ້ວ
18 ຄັ້ງ ນັບຕັ້ງແຕ່ປີ 1932 ເປັນຕົ້ນມາ.

ພະນັກງານເລືອກຕງຄົນນງ ຍົກບັດ ເລືອກຕງໃຫເບງ ໃນລະຫວາງການ ນັບບັດ ຢູບອນປອນບັດແຫງນງໃນ ບາງກອກ, ວັນທີ 3 ກໍລະກົດ 2011.
ພະນັກງານເລືອກຕງຄົນນງ ຍົກບັດ ເລືອກຕງໃຫເບງ ໃນລະຫວາງການ ນັບບັດ ຢູບອນປອນບັດແຫງນງໃນ ບາງກອກ, ວັນທີ 3 ກໍລະກົດ 2011.

ເວລານີ້ ຄະນະກໍາມະການເລືອກຕັ້ງ ກໍາລັງ
ທໍາການສືບສວນສອບສວນ ຂໍ້ກ່າວຫາກ່ຽວ​
ກັບຄວາມບໍ່ຖືກບໍ່​ຕ້ອງ​ໃນການເລືອກຕັ້ງແລະ
ຖ້າພົບເຫັນວ່າໄດ້ມີ​ການຝ່າຝືນຢ່າງໜັກ​ແລ້ວ
ກໍຈະຍັງສາມາດ​ປະກາດໃຫ້ພວກທີ່ຖືກເລືອກ
ຕັ້ງໄປແລ້ວນັ້ນ ເປັນໂມຄະໄປໄດ້.

ອົງການ ANFREL ກໍາລັງແນະນໍາໃຫ້ໄທ
ຕັດສິດພວກນັກການເມືອງຜູ້ທີ່ຕ້ອງສົງໃສ
ວ່າ ​ໄດ້​ທໍາ​ການສໍ້ໂກງ ຫລືກໍ່ອາຊະຍາກໍາ
ອື່ນໆ​ທີ່​ພົວພັນ​ກັບ​ການເລືອກຕັ້ງ ກ່ອນ
ການປ່ອນບັດເລືອກຕັ້ງນັ້ນ ແທນທີ່ຈະ
ເປັນຫລັງຈາກການ​ເລືອກ​ຕັ້ງ ເພື່ອປ້ອງ
ກັນຄວາມເຄັ່ງຕຶງ ທີ່ຈະ​ຕິດຕາມ​ມາຈາກ
ການລົບລ້າງຜົນການເລືອກຕັ້ງ.

ທ່ານ ແມັກ​ບູອາລ ກ່າວອີກວ່າ ນອກນີ້
ແລ້ວ ຄະນະກໍາມະການເລືອກຕັ້ງ ຄວນຈະລົບລ້າງກົດລະບຽບ ທີ່ບັງຄັບໃຫ້ພັກການເມືອງ
ຍຸບ​ຕົນ​ເອງ ຫລືສະຫລາຍຕົວທັງໝົດພັກ ເວລາໃດສະມາຊິກພັກຜູ້ໃດຜູ້ນຶ່ງຝ່າຝືນກົດໝາຍ.

ທ່ານ ແມັກ​ບູອາລ ກ່າວໃນທີ່ສຸດວ່າ ບຸກຄົນໃດກໍຕາມທີ່​ກະທໍາ​ຜິດ ກໍຄວນຈະຮັບຜິດຊອບ
ໃນຄວາມປະພຶດຂອງຕົນ​ເອງ​ແຕ່​ພຽງຜູ້​ດຽວ ແລະວ່າ ການລົງໂທດທັງ​ໝົດພັກການເມືອງ ​
ເປັນ​ການປ່ອຍໃຫ້ມີການ​ໃຊ້​ອໍານາດ​ທາງການເມືອງ ໄປ​ໃນ​ທາງ​ທີ່​ຜິດ.

ອົງການ ANFREL ຫລື ເຄືອຂ່າຍເອເຊຍເພື່ອການເລືອກຕັ້ງທີ່ເສລີ ຈະສືບຕໍ່ຕິດຕາມ​ເບິ່ງ
ການດໍາເນີນຂັ້ນ​ຕອນການເລືອກຕັ້ງຢູ່ຕໍ່ໄປ ຂະນະທີ່ເຈົ້າ​ໜ້າ​ທີ່​ໄທຈັດການກັບຄໍາຮ້ອງ​ຮຽນ
ຈົ່ມວ່າ​ຕ່າງໆນັ້ນ ກ່ອນຈະອອກລາຍງານຂັ້ນສຸດທ້າຍຂອງ​ຕົນ.

XS
SM
MD
LG