ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກະຈາຍອໍານາດໃນໄທ ຈະຊ່ວຍປັບປຸງ ການປົກຄອງ ແລະການເມືອງໃຫ້ດີຂຶ້ນ


ພວກປະທ້ວງກຸ່ມຊາດນິຍົມ ຫລືພວກເສື້ອເຫລືອງຂອງໄທ
ພວກປະທ້ວງກຸ່ມຊາດນິຍົມ ຫລືພວກເສື້ອເຫລືອງຂອງໄທ

ການສໍາຫລວດບັ້ນນຶ່ງຢູ່ໃນປະເທດໄທ ໂດຍມູນນິທິເອເຊຍ ທີ່ຕັ້ງຢູ່ໃນສະຫະລັດ ເວົ້າວ່າ ການກະຈາຍອໍານາດແມ່ນເປັນວິທີນຶ່ງທີ່ຈະຍຸຕິການຂັດແຍ້ງ ທາງການເມືອງໃນປະເທດ ແຕ່ຕາມທີ່ຜູ້ສື່ຂ່າວວີໂອເອ Ron Corben ລາຍງານມານັ້ນກໍແມ່ນວ່າລາຍງານຂອງ ມູນນິທິເອເຊຍພົບວ່າ ລະດັບຄວາມຂັດແຍ້ງ ມີຄວາມຮຸນແຮງໜ້ອຍກວ່າ ທີ່ທາງສະຖາບັນ ການ ສຶກສາຕ່າງໆແລະຂອງວົງການສື່ມວນຊົນລາຍງານໄປນັ້ນ. ທອງປານ ມີລາຍລະອຽດ ຂອງເລຶ່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ

ຜົນການສໍາຫລວດຂອງມູນນິທິເອເຊຍ ທີ່ໄດ້ເປີດເຜີຍໃຫ້
ຊາບໃນມື້ວັນຈັນຜ່ານມານີ້ພົບວ່າ ມີການສະໜັບສະໜູນ
ຢ່າງແຂງແຮງຕໍ່ລະບົບການກະຈາຍອໍານາດ ໃຫ້ເປັນວິທີ
ການຜ່ອນເບົາຄວາມເຄັ່ງຕຶງທາງການເມືອງອັນເລິກເຊິ່ງ
ທີ່ເຮັດໃຫ້ປະເທດຕົກຢູ່ໃນສະພາບການເມືອງແບບບໍ່ໄປ
ບໍ່ມາທາງໃດ ຕະຫລອດໄລຍະ ຫ້າປີຜ່ານມານັ້ນ.

ຜົນການສໍາຫລວດລາຍງານວ່າ ການກະຈາຍອໍານາດນັ້ນ
ແມ່ນຈະປັບປຸງການປົກຄອງປະເທດໃຫ້ດີຂຶ້ນ ແລະລົດ
ຜ່ອນຄວາມເຄັ່ງຕຶງດ້ານການເມືອງ.

ພວກນັກວິເຄາະກ່າວວ່າ ການປົກຄອງຂອງລັດຖະບານໄທ
ທີ່ຕັ້ງສູນກາງຢູ່ໃນນະຄອນ ຫລວງບາງກອກ ບໍ່ໄດ້ເອົາຫົວ
ຊາຫລືໃຫ້ຄວາມສົນໃຈຕໍ່ຄວາມຕ້ອງການທາງການເມືອງ
ຂອງປະຊາຄົມຢູ່ຕາມຊົນນະບົດ ບ່ອນທີ່ປະມານ 50 ເປີ
ເຊັນຂອງປະຊາຊົນໄທ ຍັງພາກັນອາໃສຢູ່ທີ່ນັ້ນ.

ໃນປີ 2006 ການປະທ້ວງຂອງກຸ່ມຊາດນິຍົມ ທີ່ຮູ້ກັນໃນນາມພວກເສື້ອເຫລືອງນັ້ນ ໄດ້ນໍາ ໄປສູ່ການກໍ່ລັດຖະປະຫານແລະໂຄ່ນລົ້ມອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດຈາກ ຕໍາແໜ່ງ ແລະ ໃນເວລາຕໍ່ມາ ຄືປີ 2008 ພວກເສື້ອເຫລືອງໄດ້ໂຮມຊຸມນຸມກັນອີກຄັ້ງນຶ່ງ
ເພື່ອຕໍ່ຕ້ານລັດຖະບານທີ່ນິຍົມທັກສິນ ທີ່ໄດ້ຊະນະການເລືອກຕັ້ງໃນປີ 2007 ນັ້ນ.

ທັກສິນ ໄດ້ຮັບຄະແນນສຽງສະໜັບສະໜຸນຈາກພວກຄົນຈົນເຂດຊົນນະບົດ ແລະພວກຄົນ
ງານຊັ້ນຕໍ່າໃນເຂດເທດສະບານ ດ້ວຍການນຳໃຊ້ນະໂຍບາຍ ເສດຖະກິດເພື່ອມະຫາຊົນ ແຕ່ພວກຊົນຊັ້ນກາງກ່າວຫາວ່າ ທ່ານທັກສິນສໍ້ ລາດບັງຫລວງແລະໃຊ້ອໍານາດໄປໃນທາງ
ທີ່ບໍ່ຖືກບໍ່ຕ້ອງ.

ພວກສະໜັບສະໜຸນທັກສິນ ໄດ້ຕອບໂຕ້ດ້ວຍການໜຸ່ງເສື້ອສີແດງ ແລະການປຸກລະດົມຕໍ່
ຕ້ານ ໂດຍການເດີນຂະບວນປະທ້ວງຕາມຖະນົນຫົນທາງ ໃນປີ 2009 ແລະ ປີ 2010 ຊຶ່ງຝ່າຍທະຫານໄດ້ເຂົ້າມາຍຸຕິການປະທ້ວງ ດັ່ງກ່າວໃນເດືອນພືດສະພາປີຜ່ານມາ ຫຼັງ ຈາກການຕໍ່ຮອງກັນດ້ານການ ເມືອງພັງທະລາຍລົງ ແລະທໍາການປະທ້ວງ ທີ່ຍັງຜົນໃຫ້
ມີຜູ້ເສຍຊີວິດຫລາຍກວ່າ 90 ຄົນນັ້ນ.

ວົງການສື່ມວນຊົນແລະສະຖາບັນການສຶກສາຕ່າງໆກ່າວວ່າ ປະເທດໄທ ແມ່ນໄດ້ມີການ ແບ່ງແຍກອອກເປັນສອງຝ່າຍຢ່າງເລິກເຊິ່ງແລ້ວ.

ແຕ່ທ່ານ Kim McQuay ຜູ່ຕາງໜ້າຂອງມູນນິທີເອເຊຍໃນປະເທດໄທກ່າວວ່າຜົນການ
ສໍາຫຼວດພົບວ່າ 75 ເປີເຊັນຂອງພວກທີ່ຖືກສໍາພາດນັ້ນ ເປັນກາງ ຄືບໍ່ສະໜັບສະໜຸນ
ຝ່າຍໃດ. ທ່ານ Kim McQuay ກ່າວຕໍ່ໄປວ່າ:

"ທັດສະນະສ່ວນໃຫຍ່ນັ້ນແມ່ນວ່າໄທແລະການເມືອງໄທຖືກແບ່ງແຍກກັນຢ່າງ
ເລິກເຊິ່ງ ແຕ່ສິ່ງທີ່ປາກົດອອກຈາກຜົນການສໍາຫລວດນັ້ນພົບວ່າ ໄທບໍ່ໄດ້
ຖືກແບ່ງແຍກໃນທໍານອງນີ້ ຊຶ່ງສ່ວນໃຫຍ່ແລ້ວເກືອບວ່າ 75 ເປີເຊັນຂອງ ປະຊາຊົນທີ່ຖືກສໍາຫລວດນັ້ນໄດ້ສະແດງວ່າບໍ່ນິຍົມຝ່າຍເສື້ອສີໃດເລີຍ"

ທ່ານ McQuay ກ່າວຕື່ມວ່າ ໃນທາງກົງກັນຂ້າມ ພວກທີ່ຖືກສໍາຫລວດ ໄດ້ສະແດງການ ສະໜັບສະໜຸນຢ່າງແຂງແຮງສໍາລັບການອະນຸໂລມຜ່ອນຜັນທາງການເມືອງ ແລະລັດຖະ ບານໃນລະບົບປະຊາທິປະໄຕ.

ແຕ່ດອກເຕີ ນົງເຢົາ ນະວະຣັດ ຈາກມະຫາວິທະຍາໄລຊຽງໃໝ່ ກ່າວວ່າ ກຸ່ມສະໜັບ
ສະໜຸນການເມືອງທັງສອງກຸ່ມນັ້ນ ແມ່ນຮຽກຮ້ອງໃຫ້ມີສັງຄົມ ປະຊາທິປະໄຕຫລາຍຂຶ້ນ
ຊຶ່ງດອກເຕີນົງເຢົາ ກ່າວຕໍ່ໄປວ່າ:

“ວິກິດການທາງການເມືອງລະຫວ່າງກຸ່ມເສື້ອແດງແລະເສື້ອເຫລືອງນັ້ນ ບໍ່ຍິ່ງໃຫຍ່
ເທົ່າທີ່ພວກເຮົາເຂົ້າໃຈກັນ ດັ່ງນັ້ນເຖິງແມ່ນວ່າພວກເຂົາເຈົ້າແມ່ນແບ່ງແຍກກັນ
ໂດຍສິ້ນເຊີງກໍຈິງ ແຕ່ແທ້ໆແລ້ວ ພວກເຂົາເຈົ້າກໍມີເຫດຜົນບາງປະການ ຊຶ່ງຖືວ່າ
ສໍາຄັນ ສໍາລັບປະຊາຊົນໄທທີ່ຈະເຂົ້າໃຈດີວ່າທັງສອງກຸ່ມ ຕ່າງກໍຕ້ອງການປະຊາທິ
ປະໄປທີ່ແທ້ຈິງ ຕ້ອງການປະຊາທິປະໄຕທີ່ດີກວ່າເກົ່າ ຕ້ອງການໃຫ້ມີສັງຄົມທີ່
ຍຸຕິທໍາຫຼາຍຂຶ້ນ.”

ທ່ານ ພິໄຊ ຣັຕະນະດຸຫລົກ ນະພູເກດ ປະຈໍາສະຖາບັນການປົກຄອງການພັທະນາແຫ່ງ
ຊາດ ຫລື NIDA ກ່າວວ່າ ຜົນການສໍາຫລວດພົບວ່າການແຍ້ງກັນນັ້ນປົກກະຕິແລ້ວຈະ
ແມ່ນຢູ່ໃນພວກກຸ່ມແກນນໍາຂອງທັງພວກ ເສື້ອເຫລືອງແລະເສື້ອແດງ ແຕ່ບັນຫາຊັດແຍ້ງ
ທີ່ໃຫຍ່ກວ່າເກົ່າອາດລະເບີດຂຶ້ນອີກ ຖ້າຫາກວ່າບົດບາດຂອງກະສັດໄທຖືກນໍາມາອະພິ
ປາຍກັນ.

ໄທເປັນປະເທດທີ່ປົກຄອງໂດຍມີກະສັດຢູ່ພາຍໃຕ້ກົດລັດຖະທໍາມະນູນນັບຕັ້ງແຕ່ປີ 1932 ເປັນຕົ້ນມາ.

ຜົນການສໍາຫລວດແມ່ນຮຽກຮ້ອງໃຫ້ວົງການສື່ມວນຊົນເຂົ້າມາມີບົດບາດທີ່ ຕັ້ງໜ້າຫລາຍ ຂຶ້ນໃນການອະພິປາຍການເມືອງກ່ອນໜ້າການເລືອກຕັ້ງທົ່ວ ປະເທດທີ່ເບິ່ງຄືວ່າຈະມີຂຶ້ນໃນ
ເດືອນກໍລະກົດປີນີ້. ພວກນັກວິເຄາະຄາດ ວ່າ ການປ່ອນບັດເລືອກຕັ້ງຈະມີການແຂ່ງຂັນ
ກັນຢ່າງເຜັດຮ້ອນ ແລະບໍ່ຊົງວ່າຈະຍຸຕິຂໍ້ຂັດແຍ້ງກັນໄດ້ ໃນຂະນະຄວາມເຄັ່ງຕຶງໂຜ່ໂຕຄືນ
ມາອີກໃນການແຂ່ງຂັນຂອງຫລາຍໆພັກການເມືອງເພື່ອເອົາຊະນະອໍານາດທາງການເມືອງ
ນັ້ນ

XS
SM
MD
LG