ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນໍ້າມັນ ປະມານ 50 ພັນລິດ ຮົ່ວອອກມາ ໃສ່ອ່າວໄທ (ສະໄລດ໌/ວີດີໂອ)


ແຜນທີ່ ໄທ
ແຜນທີ່ ໄທ
ນໍ້າມັນ​ຮົ່ວອອກ​ມາ​ຈາກທໍ່​ສົ່ງນໍ້າມັນ​ຢູ່​ໃນ​ອ່າວ​ໄທ ​ໄດ້ໄຫຼໄປເຖິງ​
ຫາດ​ຊາຍຊຶ່ງ​ເປັນບ່ອນທີ່​ພວກນັກ​ທ່ອງ​ທ່ຽວນິຍົມມັກ​ພາກັນໄປ​
ພັກຜ່ອນ.

ບັນດາ​ຜູ້​ທໍາ​ຄວາມ​ສະອາດ ພາກັນ​ຕັກ​ເອົາ​ກ້ອນ​ນໍ້າ​ມັນ​ທີ່​ໄຫລ​
ພັດເຂົ້າໄປ​ເປິະ​ໃສ່ ຫາດ​ຊາຍສີ​ຂາວ ທີ່​ເກາະ​ສະເມັດ.

ນໍ້າມັນ​ປະມານ 50,000 ລິດ​ໄດ້​ຮົ່ວໄຫລ​ອອກ​ມາໃສ່​ທະ​ເລ ​ໃນ​ວັນເສົາ​ທີ່​ຜ່ານ​ມາ ຢູ່ນອກ
​ຝັ່ງ​ທະ​ເລ​ຂອງ​ຈັງຫວັດຣະຢອງ. ຜູ້​ຄວບຄຸມທໍ່​ສົ່ງ​ນໍ້າມັນ ບໍລິ ສັດ PTT Global Chemical
ກ່າວ​ວ່າ ການຮົ່ວ​ໄຫລດັ່ງກ່າວ​ເກີດ​ມາ​ຈາກທໍ່​ສົ່ງ​ນໍ້າມັນ​ຮົ່ວ ໃນ​ຂະນະ​ທີ່ມີ​ການ​ດູດນໍ້າມັນດິບ​ ​
ຈາກ​ກຳ​ປັ່ນ​ບັນທຸກໄປສູ່​ໂຮງງານ​ກັ່ນນໍ້າມັນ.



ບໍລິສັດ PTT Global Chemical ​ເປັນ​ສາຂາ​ນຶ່ງ​ຂອງບໍລິສັດ​ພະລັງງານໃຫຍ່​ທີ່​ສຸດ​ຂອງ
ປະ​ເທດ​ໄທ.

ບໍລິສັດ​ສາຂາ​ອີກ​ແຫ່ງ​ນຶ່ງ​ຂອງ PTT ກໍ​ໄດ້​ພົວພັນ​ກັບ​ນໍ້າມັນ​ຮົ່ວ​ໄຫລ​ຄັ້ງ​ໃຫຍ່ທີ່​ ຝັ່ງ​ທະ​ເລ​
ທາງ​ກໍ້າຕາ​ເວັນ​ຕົກ​ສຽງ​ເໜືອຂອງອອສ​ເຕ​ຣ​ເລຍໃນປີ 2009 ຊຶ່ງເປັນ ອຸ​ບປະຕິ​ເຫດ​ນໍ້າມັນ​
ຮົ່ວ​ໄຫລນອກ​ແຄມ​ຝັ່ງ​ທະ​ເລທີ່ຮ້າຍ​ແຮງ​ສຸດ​ຂອງ​ປະ​ເທດດັ່ງ ກ່າວ​ເທົ່າ​ທີ່​ເຄີຍ​ມີ​ມາ.

Thailand Oil Spill
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG