ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອໍາເພີບຶງການຈັງຫວັດໜອງຄາຍ ຈະໄດ້ເປັນຈັງຫວັດທີ່ 77 ຂອງໄທ


ໄຫລເຮືອໄຟ ຕາມລໍາແມ່ນໍ້າຂອງ ຍາມບຸນຊ່ວງເຮືອ
ໄຫລເຮືອໄຟ ຕາມລໍາແມ່ນໍ້າຂອງ ຍາມບຸນຊ່ວງເຮືອ

ຄະນະ​ລັດຖະມົນຕີ​ໄທ​ມີ​ມະຕິ​ຕົກລົງ​ອະນຸມັດ​ໃຫ້​ຍົກ​ລະດັບ​ອໍາ​ເພີ​ບຶງ​ການ​ ເປັນຈັງ​ຫວັດ​ທີ່ 77 ຂອງ​ໄທ ​ໂດຍ​ຫວັງ​ວ່າ​ຈະ​ເປັນຈັງ​ຫວັດ​ນຶ່ງ ​ທີ່​ຈະ​ມີ​ການ​ພັດທະນາ​ທາງ​ດ້ານ​ການ​ຄ້າ​ ແລະ​ ການທ່ອງທ່ຽວ​ໄດ້​ຢ່າງ​ວ່ອງ​ໄວ ດ້ວຍຈຸດ​ພິ​ເສດ​ທີ່​ມີ​ຊາຍ​ແດນ​ຕິດ​ຕໍ່​ກັບ​ເມືອງ​ປາກ​ຊັນ​ ໃນ​ແຂວງ​ບໍລິ​ຄໍາໄຊ​ຂອງ​ລາວ.

ກອງ​ປະຊຸມ​ຄະນະ​ລັດຖະບານໄທ ​ພາຍໃຕ້​ການເປັນ​ປະທານ​ຂອງ​ທ່ານ​ອະ​ພິສິດ ​ເວດຊາ ​ຊີວະ ນາ​ຍົກ​ລັດຖະມົນຕີ​ໄທ ​ໄດ້​ມີ​ມະຕິ​ຕົກລົງ​ອະນຸມັດ​ ໃຫ້​ຍົກ​ລະດັບ​ອໍາ​ເພີ​ບຶງ​ການ​ເປັນ ຈັງ​ຫວັດ​ທີ່ 77​ ຂອງ​ໄທຢ່າງ​ເປັນ​ທາງ​ການແລ້ວ​ ເມື່ອ​ບໍ່​ນານ​ມາ​ນີ້ ໂດຍສາ​ເຫດ​ທີ່​ເຮັດ​ໃຫ້ ​ຄະນະ​ລັດຖະມົນຕີ​ໄທ​ໄດ້​ມີ​ມະຕິດັ່ງກ່າວ​ນີ້ ກໍ​ຍ້ອນ​ພິຈາລະ​ນາ​ເຫັນ​ວ່າ ​ອໍາ​ເພີ​ບຶງການ​ເປັນ ​ເຂດ​ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ຈັງຫວັດ​ໜອງ​ຄາຍ​ເຖິງ 238 ກິ​ໂລ​ເມດ ຊຶ່ງ​ນອກຈາກ​ຈະ​ເຮັດ​ໃຫ້​ບໍ່​ມີ​ຄວາມ​ສະດວກ​ວ່ອງ​ໄວ​ ໃນ​ການ​ຕິດ​ຕໍ່​ລະຫວ່າງ​ໜ່ວຍ​ລັດຖະການ​ດ້ວຍ​ກັນ ​ແລະ​ລະຫວ່າງ​ປະຊາຊົນ​ກັບ​ໜ່ວຍ​ລັດຖະການ​ແລ້ວ ກໍ​ຍັງເປັນ​ອຸບປະສັກ ​ຕໍ່​ການ​ຂະຫຍາ​ຍຄວາມ​ຮ່ວມ​ມື​ທາງ​ເສດຖະກິດ​ ການ​ຄ້າ​ ການ​ລົງທຶນ ​ແລະ​ການທ່ອງທ່ຽວ​ຊາຍ​ແດນຮ່ວມ​ກັບ​ລາວ ​ແລະ​ຫວຽດນາມ​ອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ເທ​ວະ​ລິດ ນິກອນ​ເທດ ສະມາຊິກ​ສະພາ​ຜູ້​ແທນ​ລັດຖະດອນ​ໄທ​ຈາກເຂດ​ບຶງ​ ການ ກໍໄດ້​ຖະ​ແຫລ​ງຢືນຢັນ​ວ່າ ການ​ຍົກ​ລະດັບ​ອໍາ​ເພີ​ບຶງ​ການ​ຂຶ້ນ​ເປັນຈັງ​ຫວັດ​ດັ່ງກ່າວ​ນີ້ ຈະ​ເປັນ​ຜົນ​ດີ​ທັງ​ຕໍ່​ໜ່ວຍ​ງານ​ລັດຖະບານ​ແລະປະຊາຊົນ​ໄທ​ກັບ​ລາວ ​ເນຶ່ອງຈາກ​ວ່າການ​ພັດ ທະນາ​ຈັງຫວັດ​ບຶງ​ການ​ໃນ​ໄລຍະ​ຕໍ່​ໄປ​ນີ້​ ຈະ​ມີ​ສະຖານະພາບ​ເປັນເມືອງ​ຄູ່​ແຝດ ​ກັບເມືອງ​ປາກ​ຊັນ ​ໃນ​ແຂວງ​ບໍລິ​ຄໍາ​ໄຊ​ຂອງ​ລາວ.

ຍີ່​ງ​ໄປ​ກວ່າ​ນັ້ນ ດ້ວຍ​ຊື່​ສຽງ​ຂອງ​ເມືອງ​ປາກ​ຊັນ​ອັນເປັນ​ທີ່​ຮັບ​ຮູ້​ຂອງ​ທັງ​ຄົນ​ໄທ​ແລະ​ຄົນ​ລາວ​ ທີ່​ໄດ້​ມີ​ການ​ຂັບ​ຂານ ຜ່ານ​ຜົນງານ​ເພງ​ທີ່​ມີ​ຊື່​ສຽງ​ອັນ​ໂດ່​ງດັງ​ທີ່​ຊື່ວ່າ “​ກຸ​ຫລາບ​ປາກ​ຊັນ” ທັງ​ຍັງ​ນັບ​ເປັນ​ພື້ນ​ທີ່​ນຶ່ງ ​ທ່ີ​ມີ​ປາກົດການ​ບັ້ງ​ໄຟ​ພະຍາ​ນາກ​ຢູ່​ກາງ​ແມ່​ນໍ້າຂອງ ​ໃນ​ມື້​ອອກ​ ພັນ​ສາ​ຂອງ​ທຸກໆ​ປີ​ດ້ວຍ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ເຊື່ອ​ໝັ້ນ​ວ່າ ​ຈັງຫວັດ​ບຶງ​ການຈະ​ເປັນຈັງ​ຫວັດ​ນຶ່ງ ​ຂອງ​ໄທ​ທີ່​ເປັນ​ທີ່​ຮູ້ຈັກ​ຂອງ​ທັງ​ຄົນ​ໄທ​ຄົນ​ລາວ ​ແລະ​ຊາວ​ຕ່າງ​ຊາດ​ເປັນ​ຢ່າງ​ດີ. ດັ່ງ​ທີ່​ທ່ານ ​ເທວະ​ລິດ ​ໄດ້​ໃຫ້ການ​ອະທິບາຍ​ແລະ​ຊີ້​ແຈງ​ເຖິງ​ຄວາ​ມຄາດ​ຫວັງ​ດັ່ງກ່າວ​ນີ້​ໃນ​ຕອນ​ ນຶ່ງ​ວ່າ:

“ຖ້າ​ບອກ​ວ່າ​ບຶງ​ການ​ຢູ່​ກົງ​ຂ້າມ​ກັບ​ເມືອງ​ປາກ​ຊັນ​ຂອງ​ລາວ​ນີ້ ຄົນ​ທົ່ວ​ໄປ​ຮູ້ຈັກ​ແນ່ ນອນ​ ​ເພາະວ່າ​ມີ​ເພງ​ດັງເພງ​ນີ້ ​ກໍ​ຄື​ກຸຫລາບປາກ​ຊັນ​ ທີ່​ບໍ່​ວ່າ​ຈະ​ເປັນ​ພວກ​ໄວ​ ລຸ່ນຍຸກ​ນີ້ ຫລື​ຜູ້​ສູງ​ອາ​ຍຸ​ຕ່າງ​ກໍ​ຮ້ອງໄດ້​ທັງ​ນັ້ນ​ ​ແລະ​ການ​ທີ່​ບຶງການ​ເປັນ​ເມືອງ​ຄູ່​ແຝດ​ກັບ​ເມືອງ​ປາກ​ຊັນ​ນີ້​ ກໍ​ຈະ​ເປັນ​ຈຸດ​ເດັ່ນ​ທີ່​ຈະ​ເຮັດ​ໃຫ້​ບຶງ​ການ​ຂອງ​ເຮົາ​ນີ້​ເປັນ​ ທີ່​ຮູ້ຈັກ​ຂອງ​ຜູ້​ຄົນ​ຫລາຍ​ຂຶ້ນດ້ວຍ ​ແລະ​ທີ່​ສໍາຄັນ​ກໍ​ຄື​ບັ້ງ​ໄຟ​ພະຍາ​ນາກ​ ຈະ​ບໍ່​ມີ​ ສະ​ເພາະ​ທີ່​ໜອງ​ຄາຍ​ເທົ່າ​ນັ້ນ ​ແຕ່​ກໍ​ຍັງ​ມີ​ທີ່​ຈັງຫວັດ​ບຶງ​ການ​ຂອງ​ເຮົາ​ດ້ວຍ.”

ຈັງຫວັດ​ບຶງ​ການຈະ​ປ​ະກອບ​ມີ 8 ອໍາ​ເພີ ທີ່​ແຍກ​ອອກ​ຈາກ​ຈັງຫວັດ​ໜອງ​ຄາຍ ​ແລະ​ດ້ວຍ ​ສະພາບ​ທີ່​ຕັ້ງ​ທາງພູມິສາດ​ທີ່​ຕິດ​ຕໍ່​ກັບ​ແຂວງ​ບໍລິ​ຄໍາ​ໄຊ​ຂອງ​ລາວ ​ໂດຍ​ມີ​ແມ່​ນໍ້າຂອງ​ເປັນ​ ເຂດ​ແດນ​ລະຫວ່າງ​ກັນ ​ແລະ​ເມື່ອ​ປະກອບ​ກັບ​ການ​ທີ່​ແຂວງ​ບໍລິ​ຄໍາ​ໄຊ​ເອງ​ ກໍ​ເປັນ​ເຂດທີ່​ສາມາດ​ເຊຶ່ອມຕໍ່​ໄປ​ຍັງ​ພາກ​ກາງຂອງ​ຫວຽດນາມ ໄດ້​ຕະຫລອດ​ປີ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ໄທ​ໄດ້​ແນ​ໃສ່​ການ​ພັດທະນາ​ການທ່ອງທ່ຽວ​ລະຫວ່າງ​ໄທ ​ລາວ ​ແລະຫວຽດນາມ​ອີກ​ພື້ນ​ທີ່​ນຶ່ງ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຈັງຫວັດ​ບຶງ​ການ​ກໍ​ເປັນ​ເຂດ​ພາກສ່ວນ​ການ​ກະ​ເສດ ​ເປັນ​ພື້ນຖານ ​ຂອງການ​ພັດທະນາ​ທາງ​ເສດ​ຖະກິດ ກັບ​ທັງ​ຍັງ​ໄດ້​ມີ​ການ​ປູກ​ຢາງພາລາ​ຫລາຍ​ຂຶ້ນນັບ​ມື້ ຄືກັບແຂ​ວງບໍລິ​ຄໍາ​ໄຊ​ດ້ວຍ​ແລ້ວ ກໍ​ຍັງ​ເຮັດ​ໃຫ້ທາງ​ການ​ໄທ​ໄດ້​ມອງ​ໄປ​ເຖິງ​ການ​ທີ່​ຈະ​ພັດ ທະນາ​ໃຫ້​ຈັງຫວັດ​ບຶງ​ການ​ນີ້ເປັນ​ເຂດ​ອຸດສາຫະກໍາ​ແປ​ຮູບ​ສິນຄ້າ​ກະ​ເສດ ​ຮ່ວມ​ກັບ​ແຂວງ​ ບໍລິ​ຄໍາ​ໄຊ​ໃນ​ອະນາຄົດ​ອີກ​ດ້ວຍ.

ໃນ​ປັດຈຸບັນ​ນີ້ ມີ​ການ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ໃນ​ພາກ​ກາ​ນກະ​ເສດ​ຢູ່​ໃນ​ແຂວງ​ບໍລິຄໍາ​ໄຊ ​ຄິດ​ເປັນ​ມູນ​ຄ່າ​ລວມຫລາຍ​ກວ່າ 66 ພັນ​ລ້ານ​ໂດ​ລາ ຊຶ່ງ​ສ່ວນໃຫຍ່​ເປັນ​ການ​ລົງທຶນ ປູກ​ຢາງ ພາລາ​ ​ໄມ້​ວິກ ຫລື​ຢູຄາ​ລິບ​ຕັສ ໝາກພ້າວ ອ້ອຍ ​ແລະ​ພືດ​ສໍາລັບ​ແປ​ຮູບ​ເປັນ ອາຫານ​ສັດ ​ໂດຍ​ສະ​ເພາະແມ່ນ​ຢາງພາລາ​ນັ້ນ ​ຍັງ​ເປັນ​ເປົ້າໝາຍ​ທີ່ຈະ​ເພີ່ມ​ພື້ນ​ທີ່​ປູກ​ເພື່ອ​ ສົ່ງ​ຜົນ​ຜະລິດ​ໄປ​ຍັງ​ປະ​ເທດ​ຈີນ​ໃຫ້​ຫລາຍ​ຂຶ້ນຢາງ​ຕໍ່​ເນຶ່ອງ ຊຶ່ງ​ກໍ​ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ​ໃນ ການເຮັດ​ໃຫ້​ກະ​ເສດ​ຕະກອນ​ລາວໃນ​ແຂວງ​ບໍລິ​ຄໍາ​ໄຊ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນດ້ວຍ ທັງ​ນີ້​ໂດຍ​ຈາກ​ລາຍ​ງານ​ຂອງ ທາງ​ການ​ແຂວງ​ບໍລິ​ຄໍາ​ໄຊໄດ້​ລະບຸ​ວ່າ​ພາກ​ການ​ກະ​ເສດ​ໃນ​ແຂວງ​ ມີ​ ມູນ​ຄ່າ​ກວມ​ເອົາ 34.55% ຂອງ​ຍອດ​ຜະລິດ​ຕະພັນ​ທັງ​ໝົດ​ຂອງ​ແຂວງ ​ໃນ​ແຜນການ​ປີ 2008-2009 ທີ່​ຜ່ານ​ມາ ​ໃນ​ຂະນະ​ທີ່​ເສດ​ຖະກິດ​ຂອງ​ແຂວງ​ກໍ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ ໃນ​ອັດຕາ​ສະ​ເລ່ຍ​ເຖິງ 9.57% ຕໍ່​ໄປ​ໃນ​ໄລຍະ 5 ປີ​ມາ​ນີ້ ຊຶ່ງ​ກໍ​ເຮັດ​ໃຫ້​ຍອດ​ຜະລິດຕະພັນ​ລວມຂອງ​ແຂວງ​ ສາມາດ​ຄິດ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະຊາຊົນໃນ​ແຂວງ​ ໄດ້​ເຖິງ 971 ​ໂດ​ລາ​ຕໍ່​ຄົນ​ໃນ​ປີ​ທີ່ຜ່ານ​ມາ ​ແລະ​ເຊື່ອ​ໝັ້ນ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 1,000 ​ໂດ​ລາ​ຕໍ່​ຄົນ​ ໃນ​ປີ​ນີ້​ອີກ​ດ້ວຍ.

XS
SM
MD
LG