ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທຕໍ່ອາຍຸວັນເສັ້ນຕາຍ ສໍາລັບ ຈົດທະບຽນ ຄົນງານຕ່າງດ້າວ (ວີດິໂອກ່ຽວຂ້ອງ)


ສ່ວນນຶ່ງຂອງພວກຄົນຕ່າງດ້າວມຽນມາ ຂ້າມແມ່ນໍ້າເມີຍ ຈາກເມືອງເມຍວະດີ ເຂົ້າມາ ຍັງອໍາເພີແມ່ສອດຂອງໄທ, ວັນທີ 21 ເດືອນມີນາ 2012.
ສ່ວນນຶ່ງຂອງພວກຄົນຕ່າງດ້າວມຽນມາ ຂ້າມແມ່ນໍ້າເມີຍ ຈາກເມືອງເມຍວະດີ ເຂົ້າມາ ຍັງອໍາເພີແມ່ສອດຂອງໄທ, ວັນທີ 21 ເດືອນມີນາ 2012.
ບັນດານັກເຄື່ອນໄຫວດ້ານແຮງງານໃນໄທ ຕ່າງກໍພາກັນສະ
ແດງຄວາມຍິນດີກັບການຕໍ່ອາຍຸ ວັນເສັ້ນຕາຍຂອງລັດຖະ
ບານອອກໄປອີກ ສໍາລັບປິດວັນປະກອບເອກະສານໃຫ້ຖືກ
ຕ້ອງຕາມກົດ​ໝາຍຂອງພວກຄົນງານຊາວຕ່າງດ້າວ ສອງ
ລ້ານຄົນ ທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍໄທ. ບັດນີ້
ພວກຄົນງານຊາວຕ່າງດ້າວຜິດກົດໝາຍ ຈະມີເວລາຕື່ມອີກ
ສີ່ເດືອນ ສໍາ​ລັບໄປ​ຈົດ​ທະບຽນໃຫ້ຖືກຕ້ອງ ຜ່ານ​ຂັ້ນຕອນ​ທີ່
​ເຮັດ​ໃຫ້ງ່າຍຂຶ້ນ. ແຕ່ບັນດານັກ​ເຄື່ອນໄຫວເວົ້າວ່າ ກົດລະ
ບຽບໃໝ່ກໍຍັງມີຊ່ອງຫວ່າງ ທີ່​ເຮັດ​ໃຫ້ເອົາປຽບພວກຄົນງານ
ຕ່າງດ້າວ​ໄດ້ຢູ່ ຊຶ່ງສ່ວນໃຫຍ່ແມ່ນຄົນງານຈາກມຽນມາ ກໍາປູ
ເຈຍ ແລະລາວ.

ອາທິດ​ແລ້ວນີ້ ໄທໄດ້ປະກາດ ຕໍ່ອາຍຸວັນເສັ້ນຕາຍອອກໄປອີກສີ່ເດືອນ ເພື່ອໃຫ້ພວກຄົນ ງານຕ່າງດ້າວ ທີ່​ບໍ່​ມີເອກະສານນັ້ນ ມີເວລາ​ໄປ​ຈົດ​ທະບຽນ ​ໃຫ້ຖືກຕ້ອງ.

ການຕໍ່ອາຍຸດັ່ງກ່າວນີ້ມີຂຶ້ນ ຫຼັງຈາກມີການຖົກຖຽງໂຕ້ແຍ້ງກັນ ກ່ຽວກັບວັນເສັ້ນຕາຍເກົ່າ
ຄືວັນທີ 14 ທັນວາ ​ແລະ​ຄໍາຂູ່ຂອງ​ລັດຖະບານ​ທີ່ວ່າ ຈະເນລະເທດພວກຄົນງານຕ່າງ
ດ້າວ ນຶ່ງລ້ານກວ່າຄົນນັ້ນ.

ປັດຈຸບັນນີ້ ໄທມີຄົນງານຕ່າງດ້າວຢູ່ປະມານສອງລ້ານຫ້າແສນຄົນ ສ່ວນໃຫຍ່ແມ່ນຊາວ
ມຽນມາ ແຕ່ໃນນັ້ນ ມີບໍ່ເຖິງນຶ່ງລ້ານຄົນ ທີ່​ໄດ້​ໄປ​ຈົດ​ທະບຽນ ທ່ວງທັນກັບວັນເສັ້ນຕາຍ
ເພື່ອ​ໃຫ້​ໄດ້​ຮັບໃບອະນຸຍາດທໍາງານນັ້ນ.

ເຈົ້າໜ້າທີ່ໄທ​ໄດ້ຂູ່ວ່າຈະເນລະເທດພວກຄົນງານຕ່າງດ້າວທີ່ຍັງບໍ່ມີເອກະສານ ໂຮມທັງ
ຫຼາຍໝື່ນຄົນທີ່​ໄດ້ປະ​ກອບ​ເອກ​ກະສາ​ນ​ໄປ​ແລ້ວ ​ແຕ່ຍັງບໍ່​ໄດ້​ຮັບ​ການ​ອະນຸມັດນັ້ນ.

ທາງການ​ໄທ​ບໍ່​ໄດ້​ປະຕິບັດ​ຕາມ​ຄໍາຂູ່ທີ່ວ່ານັ້ນ ແລະເມື່ອວັນອັງຄານອາທິດ​ແລ້ວນີ້ ລາຍ
ງານຂ່າ​ວສື່ມວນຊົນໄທເວົ້າວ່າ ໄດ້ມີ​ການບັນລຸຂໍ້ຕົກລົງເພື່ອຕໍ່ ອາຍຸວັນເສັ້ນຕາຍອອກໄປ
ຈົນເຖິງວັນທີ 14 ເມສາ ແລະເປີດໂອກາດໃຫ້ ພວກຄົນງານຕ່າງດ້າວທັງໝົດທີ່​ບໍ່​ມີເອກະ
ສານ ໄດ້ປະກອບສ່ວນ.

ທາງການໄທບໍ່ໄດ້ເປີດເຜີຍລາຍລະອຽດຫຍັງ​ຫລາຍກ່ຽວກັບເລຶ່ອງນີ້ ແຕ່ບັນດານັກເຄື່ອນ
ໄຫວດ້ານແຮງງານເວົ້າວ່າ ຂັ້ນຕອນການຈົດທະບຽນຈະງ່າຍຂຶ້ນກວ່າເກົ່າ ແລະມີບ່ອນ
ຈົດທະບຽນແຫ່ງໃໝ່ອີກຫຼາຍແຫ່ງເປີດບໍລິການ ເພື່ອ​ໃຫ້​ໄວຂຶ້ນ.

Andy Hall ທີ່ທໍາ​ການສໍາຫຼວດກ່ຽວ​ກັບການເຂົ້າເມືອງ​ໃຫ້ມະຫາວິທະຍາໄລມະຫິດົນ ຂອງໄທ ເວົ້າວ່າ ນະໂຍບາຍ​ໃໝ່ນີ້ເປັນການຕ່າວປິ້ນທີ່ສໍາຄັນ.

ທ່ານ ຮອລ ເວົ້າວ່າ: “ຟັງໆເບິ່ງ ຄືຈະເປັນການບໍລິການປະຕູດຽວທີ່ງ່າຍຫຼາຍຂຶ້ນ ແລະຂ້າພະເຈົ້າຄິດວ່າ ປະການສໍາຄັນໃນເວລານີ້ ກໍຄືການຮັບປະກັນ​ໃຫ້ຂັ້ນຕອນ
ອັນນີ້ ມີຄວາມໂປ່ງໃສ ວ່ອງໄວ ທີ່ບໍ່ຖືກຜູກຂາດໂດຍ ພວກນາຍໜ້າ ຫຼືພວກເຈົ້າ​
ໜ້າ​ທີ່ ທີ່
ສໍ້ລາດບັງຫຼວງ.”

ປະມານ 80 ເປີເຊັນໃນຂອງພວກຄົນງານຕ່າງດ້າວທັງໝົດ​ໃນ​ໄທ ​ແມ່ນມາຈາກມຽນມາ. ພວກເຂົາເຈົ້າ​ເຮັດ​ວຽກໂຮງຈັກໂຮງງານ ວຽກກໍ່ສ້າງແລະ ອຸດສາຫະກໍາອາຫານທະເລ ແຕ່ສ່ວນຫຼາຍຈະບໍ່ມີເອກກະສານຖືກຕ້ອງ ແລະຕົກເປັນເຫຍື່ອຂອງການຖືກເອົາຮັດ
ເອົາປຽບ.

ໄທໄດ້ຈັດຕັ້ງໂຄງການພິສູດສັນຊາດ ທີ່ໄດ້ຮັບຄວາມຮ່ວມມືຈາກປະເທດ ເພື່ອນບ້ານ ເພື່ອອໍານວຍໃຫ້ພວກຄົນງານຕ່າງດ້າວ ເຮັດ​ວຽກຢູ່ໃນໄທໄດ້ຢ່າງຖືກຕ້ອງຕາມກົດໝາຍ ແລະຫຼຸດຜ່ອນການກົດ​ຂີ່ແຮງງານ.

ພວກຄົນງານຕ່າງດ້າວຈາກມຽນມາ ຈໍານວນນຶ່ງ ທີ່ເຮັດວຽກກໍ່ສ້າງ ຢູ່ໃນໄທ
ພວກຄົນງານຕ່າງດ້າວຈາກມຽນມາ ຈໍານວນນຶ່ງ ທີ່ເຮັດວຽກກໍ່ສ້າງ ຢູ່ໃນໄທ

ແຕ່ບັນດານັກເຄື່ອນໄວເວົ້າວ່າ ຂັ້ນ​ຕອນ​ພິສູດ​ສັນຊາດແມ່ນ
ຫຍຸ້ງຍາກ ຊັກຊ້າ ​ແລະ​ແ​ພງຫລາຍ. ຂໍ້ກໍານົດທີ່​ບັງຄັບ​ໃຫ້
ພວກຄົນງານຮ້ອງ​ຂໍ​ໜັງສືຮັບຮອງຈາກ​ນາຍຈ້າງ ແລະ​ໃຫ້​ກັບ
​ຄືນ​ເມືອ​ປະ​ເທດ​ກ່ອນ​ນັ້ນ ເປັນການ​ເປີດໂອກາດ​ໃຫ້ພວກນາຍ
ຈ້າງທີ່​ກົດ​ຂີ່ ແລະພວກນາຍໜ້າທັງຫຼາຍ ຂູດຮີດ​ເອົາເງິນ ຫຼືບໍ່​
ກໍການລັກລອບຄ້າມະນຸດ ແລະບັງຄັບໃຊ້ແຮງງານ ເປັນຕົ້ນ.

Jackie Pollock ຜູ້ອໍານວຍການໂຄງການຊ່ວຍເຫຼືອຄົນຕ່າງ
ດ້າວໃນໄທ ເວົ້າວ່າ ນະໂຍບາຍໃໝ່ນັ້ນ​ເຮັດ​ໃຫ້ງ່າຍຂຶ້ນກໍຈິງຢູ່
ແຕ່ກໍຍັງບັງຄັບໃຫ້ພວກຄົນງານຮ້ອງ​ຂໍເອົາໜັງສືຮັບຮອງຈາກພວກນາຍຈ້າງນັ້ນຢູ່ ແລະ
ກໍ​ບໍ່​ແມ່ນ​ວ່າ ພວກ​ນາຍ​ຈ້າງ​ໝົດ​ທຸກຄົນຈະ​ເຕັມ​ໃຈ ທີ່​ຈະຈ່າຍຄ່າແຮງງານຕໍ່າສຸດ ຄື 300
ບາດ ຫຼື 10 ໂດລ່າຕໍ່ມື້ ໃຫ້ພວກຄົນງານ ຕາມ​ກົດ​ໝາຍທີ່​ອອກ​ໃໝ່​ນັ້ນ.

ທ່ານນາງເວົ້າວ່າ: “ສະນັ້ນ ແນ່ນອນວ່າ ນາຍຈ້າງຫຼາຍຄົນຈະບໍ່ຍອມປະຕິບັດຕາມ
ເພາະພວກເຂົາເຈົ້າຢາກຈ່າຍຄ່າແຮງຕໍ່າກວ່າຄ່າແຮງ ຕໍ່າສຸດຂອງລັດຖະບານນັ້ນ. ແລະຂ້າພະເຈົ້າພໍສັນນິຖານໄດ້ວ່າ ພວກນາຍ
ຈ້າງທີ່ວ່ານີ້ສ່ວນໃຫຍ່ ແມ່ນຢູ່ໃນອໍາ
ເພີແມ່ສອດ
. ມື້ວານນີ້ ຢູ່ທີ່ກອງປະຊຸມບັ້ນນຶ່ງ ກັບພວກຄົນງານຕ່າງດ້າວໃນແມ່
ສອດ ຂ້າພະເຈົ້າຖາມວ່າ ຄ່າແຮງ
ຕໍ່າສຸດຢູ່ເຂດນີ້ຫຼາຍປານໃດ ເຂົາເຈົ້າຕອບວ່າ
60 ບາດຕໍ່ມື້.”


ໄທໄດ້ປັບຂຶ້ນຄ່າແຮງງານອັດຕາຕໍ່າສຸດ ເມື່ອວັນທີ 1 ມັງກອນຜ່ານມານີ້ ແຕ່ກໍບໍ່ແຈ້ງຂາວ
ວ່າ ​ໄດ້ມີການບັງຄັບ​ໃຊ້ຢ່າງ​ເຕັມທີ່ຫຼືບໍ່?

ຜ່ານມາ ​ເພື່ອ​ເຮັດ​ໜັງສືພິສູດສັນຊາດນັ້ນ ພວກຄົນງານຕ້ອງ​ໄດ້​ຈ່າຍຄ່າທໍານຽມ ເທົ່າໆກັບ
ເງິນຄ່າແຮງງານຫຼາຍໆ​ເດືອນ ກໍ​ມີ.

ຄ່າທໍານຽມສໍາລັບຂັ້ນຕອນໃໝ່ນີ້ ຍັງບໍ່ໄດ້ປະກາດໃຫ້ຊາບ ແຕ່ທ່ານ Hall ເວົ້າວ່າ ມີ​ການ​ຄາດ​ຄະ​ເນ​ກັນວ່າ ອາດຕົກ​ເປັນປະມານ 400 ໂດລ່າຕໍ່ຄົນກໍ​ໄດ້ ຊຶ່ງຫຼາຍໆຄົນອາດບໍ່ມີເງິນພໍທີ່​ຈະ​ຈ່າຍ​ໄດ້​ຢ່າງ​ສະບາຍ.

ທ່ານ Hall ເວົ້າວ່າ: “ສໍາລັບພວກຄົນງານ ຫຼາຍໆຄົນທີ່ຂັດສົນເລຶ່ອງເງິນ ເຊັ່ນ
ພວກຄົນງານຈາກມຽນມາ ກໍາປູເຈຍ ແລະລາວນັ້ນ
​ແມ່ນ​ບໍ່ຍຸຕິທໍາຫຼາຍທີ່ຈະ
ຄິດຄ່າທໍານຽມແພງປານນີ້. ແລະກໍແນ່ນອນວ່າ ຄ່າທໍານຽມ
ທີ່ແພງຢ່າງຜິດ
ປົກກະຕິນີ້ ກໍແມ່ນມາຈາກການສໍ້ລາດບັງຫຼວງໃນທຸກໆ
ລະດັບຂອງເຈົ້່າໜ້າ
ທີ່ ທີ່ແບ່ງປັນກັນ
ກິນ. ສະນັ້ນ ຂ້າພະເຈົ້າຄິດວ່າ ຕ້ອງໄດ້ລົບລ້າງອອກໄປ
ເພື່ອ​ໃຫ້​ຂັ້ນ​ຕອນ​ນີ້ ປະສົບຜົນສໍາເລັດ.”

ທ່ານ Hall ເວົ້າອີກວ່າ ການປ່ຽນແປງໃນນະໂຍບາຍນີ້​ໄດ້ມີຂຶ້ນ ກໍຍ້ອນວ່າ ໄທໄດ້ຮັບຄວາມ
ກົດດັນຈາກທາງການມຽນມາ.

ໃນການຖະ​ແຫຼງຂ່າວສັ້ນໆທີ່ບໍ່ຄ່ອຍຈະມີ ເມື່ອວັນສຸກອາທິດ​ແລ້ວນີ້ ທ່ານ ທິນ ວິນ ເອກອັກ
ຄະລັດຖະທູດມຽນມາປະຈໍາໄທ ບອກພວກນັກຂ່າວຢູ່ບາງກອກວ່າ ພວກເຈົ້າໜ້າທີ່ມຽນມາ
ກໍາລັງປະຕິບັດງານກັບເຈົ້າໜ້າທີ່ໄທ ເພື່ອລົບລ້າງການເອົາ​ຮັດ​ເອົາ​ປຽບ ຄືພວກເຂົາເຈົ້າ
ຢາກຫຼຸດຜ່ອນຄ່າໃຊ້ຈ່າຍລົງ ຫຼຸດບົດບາດຂອງພວກນາຍໜ້າ ແລະກວດລ້າງພວກນາຍຈ້າງ
ທີ່ປະຕິເສດບໍ່ຍອມຈົດທະບຽນພວກຄົນງານ.

ທ່ານເອກອັກຄະລັດຖະທູດເວົ້າວ່າ ໃນເດືອນໜ້ານີ້ ພວກເຂົາເຈົ້າຈະ​ເກັບ​ກໍາຈໍານວນຄົນ ງານມຽນມາທີ່ປະສົງຈະຈົດທະບຽນ. ​ແລ້ວ​ກໍຈະອອກໜັງສືຜ່ານແດນຊົ່ວຄາວໃຫ້ພວກເຂົາ
ເຈົ້າພາຍໃນສາມເດືອນ ຢູ່ທີ່ສູນບໍລິການປະຕູດຽວທັງ 10 ແຫ່ງ. ຫລັງ​ຈາກ​ນັ້ນ ທາງການ
ໄທກໍຈະອອກ​ໃບ​ອະນຸຍາດໃຫ້ຢູ່ໃນໄທໄດ້.

ທ່ານນາງ ໂພລລັອກ ເວົ້າອີກວ່າ ນອກ​ນີ້ ໄທຍັງຖືກກົດດັນໂດຍສະຫະລັດໃຫ້ສະແດງໃຫ້
ເຫັນວ່າ ໄທກໍາລັງປະຕິບັດການຫຼາຍ​ຂຶ້ນເພື່ອປ້ອງກັນ ການ​ຂູດ​ຮີດແຮງງງານ ແລະການ ລັກລອບຄ້າມະນຸດ ນັ້ນນໍາ.

ທ່ານນາງໂພລລັອກເວົ້າວ່າ:ດັ່ງທີ່ພວກເຮົາຮູ້ກັນ​ຫັ້ນ​ແຫລະ ລາຍງານການລັກ ລອບຄ້າມະມຸດຂອງ​ສະຫະລັດ ຈະອອກມາໃນເດືອນມິຖຸນາ ແລະຖ້າຫາກວ່າ ໄທຍັງຖືກຈັດຢູ່ໃນບັນຊີພວກ​ປະ​ເທດ​ທີ່​ຕ້ອງ​ຕິດຕາມສິ້ງຊອມ​ເບິ່ງ ຄື​ເກົ່າແລ້ວ ໄທກໍຈະຖືກລົງໂທດ​ໄດ້. ສະນັ້ນ ໄທຈຶ່ງຂຸ້ນຂ້ຽວຕັ້ງໜ້າ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ເລຶ່ອງນີ້ຈະບໍ່ເກີດຂຶ້ນ. ສະຫຼູບ​ແລ້ວ ກໍ​ແມ່ນ​ວ່າການຈັດ​ຕັ້ງ​ປະຕິບັດນະໂຍບາຍ ທີ່ແນ່ນອນວ່າ ຈະຊ່ວຍຫຼຸດຜ່ອນການລັກລອບຄ້າມະນຸດລົງໄດ້ນັ້ນ ​ແມ່ນຈະ ນອນຢູ່ໃນຜົນປະໂຫຍດຂອງໄທ.”

ໄທເຄີຍໄດ້ຕໍ່ອາຍຸວັນເສັ້ນຕາຍການຈົດທະບຽນພວກຄົນງານຕ່າງດ້າວ ຫຼາຍໆເທື່ອມາແລ້ວ
ແຕ່ມີລ້ານກວ່າຄົນທີ່ບໍ່​ເຕັມ​ໃຈ ຫຼືບໍ່ສາມາດເຂົ້າໄປ ຈົດທະບຽນໄດ້.

ທ່ານນາງ ໂພລລັອກ ເວົ້າວ່າ ​ເຖິງ​ແມ່ນນະໂຍບາຍ​ໃໝ່ເປັນບາດກ້າວ​ໄປ​ຂ້າງໜ້າທີ່​ໜ້າຍິນ
ດີນໍາກໍຕາມ ​ແຕ່ການຕໍ່ອາຍຸອີກສີ່ເດືອນດັ່ງກ່າວນັ້ນ ກໍຍັງບໍ່ພຽງພໍທີ່ຈະຈົດທະບຽນຄົນງານ
ຫຼາຍເຖິງ 2 ລ້ານຄົນໄດ້ທົ່ວເຖິງ.

ມູນນິທິໂຄງການຊ່ວຍເຫຼືອພວກຄົນງານຕ່າງດ້າວ ຫຼື MAP ຂອງທ່ານນາງ ໂພລລັອກ ສະໜັບສະໜຸນໃຫ້​ມີໄລຍະການຈົດທະບຽນຢ່າງບໍ່ມີກໍານົດ ຊຶ່ງທ່ານນາງເວົ້າວ່າ ຖ້າບໍ່
ດັ່ງນັ້ນ​ແລ້ວ ທາງການໄທກໍ​ຄົງຈະຂູ່ທີ່​ຈະ​ທໍາ​ການເນລະເທດພວກ​ຄົນ​ງານ​ຕ່າງ​ດ້າວ​ເປັນ
ໝູ່​ພ້ອມ​ກັນບາດດຽວ ຊໍ້າອີກ ແລະກໍ​ຈະ​ຕ້ອງມີການເຈລະຈາຕໍ່ຮອງກັນ ໃຫ້ຕໍ່ອາຍຸອີກ.

ເອກອັກຄະລັດຖະທູດມຽນມາ ໄດ້ຢືນຢັນຕໍ່ບັນດານັກຂ່າວເມື່ອວັນສຸກອາທິດ​ແລ້ວ​ນີ້ ວ່າ ຖ້າຫາກການຈົດທະບຽນ​ເຮັດ​ບໍ່​ແລ້ວ ພາຍ​ໃນ​ທ້າຍ​ເດືອນເມສາ ທາງການມຽນມາກໍຈະ
ຜັກດັນໃຫ້ໄທຕໍ່ອາຍຸວັນ​ເສ້ນ​ຕາຍອອກໄປອີກ.

ເບິ່ງວີດິໂອລາຍງານພາສາລາວ ກ່ຽວກັບຄົນງານຕ່າງດ້າວຊາວມຽນມາໃນໄທ:

ແຮງງານຕ່າງດ້າວ ຊາວມຽນມາ ຖືກຂູດຮີດ ໃນໄທ
please wait

No media source currently available

0:00 0:02:56 0:00
XS
SM
MD
LG