ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ແຮງງານຕ່າງດ້າວ ຫລາຍ​ແສນຄົນ ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມໃນໄທ (ເບິ່ງຮູບສະໄລດ໌)


ແຮງງານຕ່າງດ້າວຈາກມຽນມາ ຈໍານວນນຶ່ງ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນໄທ ແລະບໍ່ໄດ້ເຮັດການ ໄປຮັບເອົາອາຫານຊ່ວຍເຫລືອ ທີ່ຈັງຫວັດອະຍຸທະຢາ, ວັນທີ 1 ພະຈິກ 2011.
ແຮງງານຕ່າງດ້າວຈາກມຽນມາ ຈໍານວນນຶ່ງ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນໄທ ແລະບໍ່ໄດ້ເຮັດການ ໄປຮັບເອົາອາຫານຊ່ວຍເຫລືອ ທີ່ຈັງຫວັດອະຍຸທະຢາ, ວັນທີ 1 ພະຈິກ 2011.

ພວກແຮງງານຕ່າງດ້າວ ຊຶ່ງສ່ວນໃຫຍ່ມາຈາກປະເທດມຽນມາ ກໍາປູເຈຍ ແລະລາວນັ້ນ ແມ່ນ ຍັງກໍາລັງດິ້ນຮົນເອົາຕົວຫລົບໜີຈາກໄພນໍ້າຖ້ວມ ໃນຫລາຍໆຂົງເຂດຂອງໄທ. ຜູ້ສື່ຂ່າວວີໂອ ເອ Ron Corben ລາຍງານ ມາຈາກບາງກອກວ່າ ບັນດາອົງການໃຫ້ຄວາມຊ່ວຍເຫລືອພວກ ແຮງງານຕ່າງດ້າວ ກໍາລັງຮຽກຮ້ອງຂໍຄວາມຊ່ວຍເຫລືອຈາກລັດຖະບານໄທ ໃຫ້ຊ່ວຍຊອກ ວຽກເຮັດງານທໍາໃຫ້ພວກແຮງງານເຫລົ່ານັ້ນ ຫລືບໍ່ກໍຊ່ວຍສົ່ງພວກເຂົາເຈົ້າກັບບ້ານ. ທອງປານ ມີເລຶ່ອງນີ້ ມາສະເໜີທ່ານ.

ເວລານີ້ ຍັງບໍ່ມີການປະເມີນທີ່ໜ້າເຊື່ອຖືໄດ້ເທື່ອວ່າ ມີປະຊາຊົນຈໍານວນຫລາຍປານໃດທີ່
ຍັງຕົກຕ້າງຢູ່ໃນຫລາຍໆເຂດປະຊາຄົມທີ່ຖືກນໍ້າຖ້ວມ ຢູ່ໃນບາງກອກ ແລະພວກເຂດທາງ​ທິດເໜືອຂອງບາງກອກ. ພວກພະນັກງານຊ່ວຍເຫລືອກ່າວວ່າ ໃນຈໍານວນປະຊາຊົນຫລາຍ
ລ້ານທີ່ຖືກກະທົບໂດຍໄພນໍ້າຖ້ວມໃນໄທນັ້ນ ມີພວກ​ແຮງງານຕ່າງດ້າວ ຫລາຍ​ເຖິງ 6 ແສນ
ຄົນ ສ່ວນໃຫຍ່ແມ່ນຈາກມຽນມາ ທີ່ຕົກຄ້າງຢູ່​ໃນ​ສະພາບ​ການ​ທີ່ຮ້າຍແຮງຂຶ້ນນັບມື້ນັ້ນ.

ການຕົກຄ້າງຢູ່ຕາມຕຶກຫ້ອງແຖວ ອະພາດເມ້ນ ບໍ່ມີໄຟຟ້າ ບໍ່ມີນໍ້າດື່ມນໍ້າໃຊ້ນັ້ນ ເປັນເຫດ
ໃຫ້ຫລາຍໆຄົນຕ້ອງ​ຍອມຈ່າຍ​ເງິນ ​ໃນ​ຈໍານວນຫລວງຫລາຍ ເພື່ອຈ້າງ​ຄົນ​ຈ້າງລົດ​ໃຫ້ໄປ
ສົ່ງຢູ່ພື້ນທີ່ທີ່ນໍ້າບໍ່ຖ້ວມ.

​ແຕ່ເຖິງແມ່ນສະຖານະການຈະ​ຮ້າຍ​ແຮງ​ປານ​ນັ້ນກໍຕາມ ທີ່ພັກພາຊົ່ວຄາວຂອງລັດຖະບານ
ຫລາຍໆ​ແຫ່ງ ກໍ​ຍັງບໍ່​ເຕັມ​ແລະ​ມີ​ບ່ອນ​ເປົ່າ​ເຫລືອຢູ່ ສໍາລັບ​ໃຫ້ຜູ້ປະສົບໄພ​ໄປ​ຫລົບ​ໄພ​ອາ
​ໄສ​ຢູ່ ທັງ​ນີ້​ກໍ​ຍ້ອນ​ວ່າພວກຊາວບ້ານຊາວເມືອງພາກັນໄປຂໍພັກເຊົາຊົ່ວຄາວຢູ່ກັບພີ່ນ້ອງ ຫລື
ບໍ່ ກໍບໍ່ຍອມໜີອອກຈາກບ້ານ​ໄປ ເພື່ອປ້ອງກັນບໍ່ໃຫ້ຄົນມາລັກຂະໂມຍເຄຶ່ອງຂອງຢູ່ໃນບ້ານ
ຂອງ​ເຂົາ​ເຈົ້ານັ້ນເອງ.

ທ່ານ Andy Hall ທີ່ປຶກສາມູນນິທິສິດທິມະນຸດແລະການພັດທະນາ ກ່າວວ່າ ຊາຕາກໍາ
ຂອງພວກຄົນງານຕ່າງດ້າວ​ແມ່ນຍັງໜັກໜ່ວງຢູ່ຕໍ່ໄປ. ທ່ານແອນດີ ຮອລ ກ່າວວ່າ

“ເປັນຫຍັງພວກຄົນງານຕ່າງດ້າວເຫລົ່ານັ້ນ ຈຶ່ງຍັງພາກັນຢູ່ທີ່ນັ້ນ ບໍ່ພາກັນຫລົບໜີ
ໄປໃສ? ເຫດຜົນທີ່ພວກເຂົາເຈົ້າ
ຍັງຢູ່ທີ່ນັ້ນ ກໍຍ້ອນວ່າ ບາງທີພວກເຂົາເຈົ້າບໍ່ເຂົ້າໃຈ
ສະຖານະການແທ້ໆ ບາງທີພວກເຂົາເຈົ້າກໍຢ້ານກົວຈະຖືກຈັບເພາະບໍ່ມີໜັງສືຖືກຕ້ອງ
ບາງທີ
ກໍຖືກບັງຄັບໃຫ້ຢູ່ໃນປະຊາຄົມຂອງພວກເຂົາເຈົ້າ. ມີພວກມາເຟຍຢູ່ໃນຂົງເຂດ
ເຫລົ່ານັ້ນ ພວກທີ່ຕ້ອງການ
ຂັດຂວາງຫລື​ປ້ອງ​ກັນ​ບໍ່ໃຫ້ ພວກຄົນງານທີ່ບໍ່ມີໜ​ເອກະ
ສານ​ຫຍັງ​ເລີຍນັ້ນ
ໄປຕິດຕໍ່ກັບພວກເຈົ້າໜ້າທີ່ໄທ.”

ມີ​ການປະເມີນກັນວ່າ ວົງການອຸດສາຫະກໍາໄທ ໄດ້ວ່າຈ້າງພວກ​ແຮງງານຕ່າງດ້າວ
ຫລາຍກວ່າສອງລ້ານຄົນ ຊຶ່ງໃນຈໍານວນນີ້ສ່ວນຫລາຍ ແມ່ນຈ້າງໃຫ້ທໍາງານຢູ່ຕາມ
ບ່ອນກໍ່ສ້າງ ແລະພື້ນທີ່ອຸດສາຫະກໍາໃນພວກແຂວງ​ໃກ້ຄຽງນະຄອນຫລວງບາງກອກ ບ່ອນທີ່ນໍ້າຖ້ວມຫລາຍກວ່າໝູ່ນັ້ນ.

ທ່ານນາງ Jackie Pollock ໂຄສົກເຄືອຂ່າຍຍ້າຍ​ຖິ່ນ​ໃນ​ເຂດແມ່ນໍ້າຂອງ ກ່າວວ່າ ພວກຄົນງານຕ່າງດ້າວຈໍານວນຫລາຍ ໂດຍສະເພາະຈາກມຽນມາ ແມ່ນປະເຊີນກັບ
ການຈໍາແນກກີດກັນທີ່ບໍ່ໄດ້ຮັບ​ການເອົາຫົວໃສ່ໃຈຊາ ເນຶ່ອງຈາກເວົ້າພາສາກັນ​ບໍ່​ເຂົ້າ​
ໃຈ ກັບພວກອົງການຊ່ວຍເຫລືອໄທ. ທ່ານນາງ ແຈກກີ້ ​ໂພ​ລລອ໊ກ ກ່າວວ່າ

“ການບໍລິການບັນເທົາທຸກນັ້ນ ​ແມ່ນະຕ້ອງໄປຮອດໄປເຖິງພວກຄົນຕ່າງດ້າວນໍາ.
ດັ່ງນັ້ນ ຂ້າພະເຈົ້າຢາກຈະຄິດວ່າ ​ມັນແມ່ນ​ບັນ​ຫາກ​ານ​ເອົານາຍພາສາໄປພ້ອມກັນ
ກັບການ
ບໍລິການບັນເທົາທຸກທີ່ມີການຈັດຕັ້ງປະສານງານກັນ​ເປັນ​ຢ່າງ​ດີ​ທີ່​ສຸດ ບາງ
ທີສະພາກາແດງໄທ
ຫັ້ນ ພວກອົງການຕ່າງໆທີ່ສາມາດອອກໄປສູ່ພື້ນທີ່ຖືກນໍ້າຖ້ວມ
​ໄດ້ ແລະ​ໄປ​ໃຫ້​ຮອດ​ໃຫ້ເຖິງພວກປະສົບໄພຢ່າງແທ້ຈິງ ພ້ອມ​ກັບເອົາພວກນາຍພາ
ສາໄປນໍາ. ສະພາກາແດງໄທ
ຫັ້ນ ​ແມ່ນຍິນດີທີ່ຈະ​ໄປຮອດ​ໄປເຖິງພວກຄົນຕ່າງດ້າວ
ແຕ່
ກໍເຂົ້າໄປຫາບໍ່ໄດ້.”

ພວກຄົນງານຕ່າງດ້າວທີ່ໄດ້ຈົດທະບຽນຢ່າງເປັນທາງການກັບລັດຖະບານໄທແລ້ວນັ້ນ ກໍບໍ່ຢາກຈະພາກັນກັບຄືນບ້ານ ເພາະວ່າໜັງສືອະນຸຍາດ​ໃຫ້ທໍາງານຂອງພວກເຂົາເຈົ້າ ແມ່ນຈະຖືກໝົດສິດໄປທັນທີ ຖ້າຫາກວ່າພວກເຂົາເຈົ້າກັບບ້ານ.

ແຕ່ພວກຄົນງານຕ່າງດ້າວຊາວມຽນມາຫລາຍພັນຄົນ ໄດ້ພາກັນຫລົບໜີໄປຍັງເມືອງ
ແມ່ສອດ ​ໃນ​ຊາຍ​ແດນ​ໄທ​ແລ້ວ ເພື່ອກັບຄືນໄປຍັງມຽນມາ. ມີລາຍງານວ່າພວກເຈົ້າ
ໜ້າທີ່ໄທໄດ້ກັກຕົວຫລາຍໆຄົນ ເນຶ່ອງຈາກວ່າ ພວກເຂົາເຈົ້າບໍ່ມີໜັງສືຄົບຖ້ວນ.

ພວກພະນັກງານຊ່ວຍເຫລືອກ່າວວ່າ ພວກເຈົ້າໜ້າທີ່ໄທແລະມຽນມາ ໄດ້ເຄຶ່ອນໄຫວ
ເພື່ອຍຸຕິພວກ​ຍາມທີ່ດ່ານກວດຊາຍແດນຕ່າງໆ ບໍ່ໃຫ້ຮຽກຮ້ອງ​ເອົາເງິນສິນບົນຈາກ
ພວກຄົນງານຕ່າງດ້າວທີ່ພາກັນຫລົບໜີກັບຄືນບ້ານນັ້ນ. ແຕ່ລາຍງານຫລາຍກະແສ
ໃນທ້ອງຖິ່ນວ່າ ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງມຽນມາ ອະນຸຍາດໃຫ້ແຕ່ພຽງ 150
ຄົນ​ເທົ່າ​ນັ້ນ ຜ່ານດ່ານເຂົ້າໄປຍັງມຽນມາໄດ້ໃນມື້ນຶ່ງໆ ຊຶ່ງພາໃຫ້ມີ​ພວກຕົກຄ້າງອັ່ງອໍ
ກັນ ​ໃນ​ຈໍານ​ວນຫລວງຫລາຍ.

ທ່ານ ​ແອນ​ດີ ຮອລ ແຫ່ງມູນນິທິສິດທິມະນຸດແລະການພັດທະນາກ່າວວ່າ ຊາຕາກໍາ
ຂອງພວກຄົນງານຕ່າງດ້າວ ຍັງຄົງ​ເປັນວິກິດການນຶ່ງ ທີ່ລັດຖະບານຈະຕ້ອງທໍາການ
ແກ້ໄຂ. ທ່ານ ຮອລ ກ່າວວ່າ:

ກະຊວງ​ແຮງ​ງານຄວນເປັນຜູ້ຮັບຜິດຊອບໃນ ເລື່ອງນີ້ ແຕ່ກໍເບິ່ງຄືວ່າ ຍ້ອນມັນ
ມີການເມືອງແຊກຊ້ອນປົນຢູ່ໃນເລຶ່ອງນີ້
ຈຶ່ງ​ບໍ່​ມີ​ຜູ້ໃດຍົກເອົາບັນຫາການພິທັກ
ປົກປ້ອງ ພວກຄົນງານຕ່າງດ້າວ
ນັ້ນ​ຂຶ້ນ​ມາ​ເວົ້າ ແລະພວກເຮົາກໍເຫັນກັນອີກຄັ້ງ
ນຶ່ງວ່າ ພວກຄົນງານຕ່າງ
ດ້າວນັ້ນ ​ໃນ​ເວລາ​ທີ່​ເກີດວິກິດການ ກໍ​ແມ່ນຖືກປ່ອຍ
ປະໄວ້
​ເຮັດ​ໃຫ້ພວກເຂົາເຈົ້າຕົກ​ຢູ່​ໃນ​ກໍາມື​ຂອງພວກນາຍໜ້າ ທີ່ສະແຫວງຫາ
ຜົນກໍາໄລຈາກ
ພວກເຂົາເຈົ້າ ແລະນອກນີ້ແລ້ວ ກໍຍັງ​ມີພວກອົງການບັງຄັບກົດ
ໝາຍ
ຕ່າງໆນັ້ນນໍາ.”

ເຄືອຂ່າຍຍ້າຍຖິ່ນ​ຖານ​ໃນ​ເຂດແມ່ນໍ້າຂອງກ່າວວ່າ ໄທຈະຕ້ອງອະນຸຍາດໃຫ້ພວກຄົນ
ງານຕ່າງດ້າວໄດ້ຈົດທະບຽນນັ້ນ ອອກຈາກໄທ​ໄປ​ໄດ້ເປັນການຊົ່ວຄາວ ແລະສາມາດ
ກັບຄືນມາໄທອີກ ຫລັງຈາກວິກິດການຜ່ານພົ້ນໄປແລ້ວ ໂດຍບໍ່ມີການລົງໂທດໃດໆ
ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້ຊ່ວຍ​ໃນ​ການຟື້ນຟູເສດຖະກິດຄືນມາ.

XS
SM
MD
LG