ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຂູ່ຈະເນລະເທດ ຄົນງານຕ່າງດ້າວ ຖ້າບໍ່ມີໜັງສືຖືກຕ້ອງ (ວີດິໂອລາວ/ອັງກິດ)


ຍິງຊາວມຽນມາຄົນນຶ່ງ ທີ່ຍັງບໍ່ມີເອກກະສານ ທໍາງານຢູ່ບໍລິສັດ ທະເລໄທ ຢູ່ຈັງຫວັດສະມຸດສາຄອນ.
ຍິງຊາວມຽນມາຄົນນຶ່ງ ທີ່ຍັງບໍ່ມີເອກກະສານ ທໍາງານຢູ່ບໍລິສັດ ທະເລໄທ ຢູ່ຈັງຫວັດສະມຸດສາຄອນ.
ໃນເດືອນທັນວາຜ່ານມານີ້ ໄທໄດ້ຂູ່ວ່າ ຈະເນລະເທດພວກຄົນ
ງານຊາວຕ່າງດ້າວຫຼາຍກວ່ານຶ່ງລ້ານຄົນ ສ່ວນໃຫຍ່ແມ່ນຊາວ
ມຽນມາ ຖ້າຫາກພວກເຂົາເຈົ້າ ບໍ່ມີເອກະສານຢັ້ງຢືນສະຖານະ
ພາບທີ່ຖືກຕ້ອງຕາມກົດໝາຍ ພາຍໃນວັນທີ່ 14 ທັນວາ. ວັນ
ເສັ້ນຕາຍດັ່ງກ່າວໄດ້ມາເຖິງ​ແລ​ະກໍ​ຜ່ານ​ໄປ​ແລ້ວ ​ໂດຍ​ປາດ​ສະ​
ຈາກ​ການ​ເນລະ​ເທດໝູ່. ແຕ່ຄວາມກົດດັນດັ່ງກ່າວໄດ້ເນັ້ນຢໍ້າ
ໃຫ້ເຫັນເຖິງຄວາມບົກຜ່ອງຂອງໂຄງການປະກອບເອກະສານ
ດັ່ງກ່າວ ທີ່​ເອີ້ນກັນວ່າການພິສູດສັນ​ຊາດນັ້ນ ພ້ອມທັງ​ເນ້ນ​ຢໍ້າ
​ເຖິງການຂູດ​ຮີດແຮງງານຄົນຕ່າງດ້າວນໍາອີກ. Daniel Schearf
ຜູ້ສື່ຂ່າວວີໂອເອ ມີລາຍງານຈາກຈັງຫວັດສະມຸດສາຄອນ ບ່ອນ
ທີ່ມີຄົນງານຕ່າງດ້າວ ຊາວມຽນມາອາ​ໄສ ຢູ່ເປັນສ່ວນໃຫຍ່ນັ້ນ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:

ແຮງງານຕ່າງດ້າວ ຊາວມຽນມາ ຖືກຂູດຮີດ ໃນໄທ
please wait

No media source currently available

0:00 0:02:56 0:00

ນາງ ນິນ ນິນ ວິນ ​ໄດ້​ເຂົ້າ​ມາທໍາງານລ້ຽງຊີບຢູ່ໃນໄທຕັ້ງແຕ່ອາຍຸໄດ້ 15 ປີ ​ແລະໄດ້ຖືກ ນາຍຈ້າງສໍ້ໂກງ ມາສາມຄັ້ງ​ແລ້ວ.

ພວກເຂົາເຈົ້າໄລ່ເອົາເງິນນໍາລາວທັງໝົດນຶ່ງພັນໂດລາ ສໍາລັບໃບອະນຸຍາດເຮັດວຽກທີ່ ລາວບໍ່ເຄີຍໄດ້ຮັບຈັກເທື່ອ ແລ້ວກໍໄລ່ລາວອອກຈາກງານ.

ນັບຕັ້ງແຕ່ເດືອນພະຈິກຜ່ານມານີ້ ນາງເຮັດວຽກໃຫ້ ທະ​ເລໄທ ຊຶ່ງເປັນ ບໍລິສັດຂາຍສົ່ງ ອາຫານທະເລທີ່​ໃຫຍ່​ທີ່​ສຸດ​ຂອງ​ໄທ ແລະຢູ່ທີ່ນັ້ນ ເຖິງແມ່ນສະພາບການຈະດີກວ່າເກົ່າ ຫຼາຍ ແຕ່ນາງກໍຍັງລໍຖ້າເອກະສານຂອງນາງ ນັ້ນຢູ່.

ນາງ ນິນ ນິນ ເວົ້າວ່າ: “ຂ້ອຍຮູ້ສຶກຢ້ານແລະວິຕົກຫຼາຍ ເພາະບໍ່ມີໜັງສືຖືກຕ້ອງ​
ຕາມ​ກົດໝາຍ. ເວລາເຫັນຕໍາຫຼວດເຂົ້າມາທີ່ນີ້ ຂ້ອຍຕ້ອງແລ່ນໄປລີ້ ບໍ່ຊັ້ນ
ຂ້ອຍກໍຈະຖືກຈັບ.”


ທີ່ຈັງຫວັດສະມຸດສາຄອນນັ້ນ ມີຊາວມຽນມາປະມານ 2 ແສນຄົນທີ່ປະກອບເປັນ​ໜ່ວຍ ແຮງງານຂອງອຸດສາຫະກໍາປຸງ​ແຕ່ງອາຫານທະເລຂອງ​ໄທ.

ທ່ານ ສຸວັດທະນະໄຊ ວິເສດຈະເຣີນ ຜູ້ຈັດການບໍລິສັດທ​ະ​ເລໄທ ເວົ້າວ່າ ມີພຽງ 10 ເປີ ເຊັນ ຂອງຄົນງານທັງໝົດຂອງບໍລິສັດລາວ ທີ່ມີໜັງສືຖືກ ຕ້ອງ.

ແຕ່ທ່ານສຸວັດທະນະໄຊ ໂຕ້ແຍ້ງວ່າ ບໍ່ໜ້າຈະວາງ​ກໍານົດ​ເສ້ນ​ຕາຍ​ຢ່າງ​ເຄ່ງ​ຄັດ ຕໍ່ພວກ ຄົນ ງານຜິດກົດໝາຍ ​ເພື່ອ​ໃຫ້​ປະກອບ​ເອກະສານ​ຢ່າງ​ຖືກຕ້ອງ​ນັ້ນ ເພາະວ່າອຸດສາຫະ ກໍາ ນີ້ເພິ່ງພາແຮງງານພວກຄົນຕ່າງດ້າວ ຫຼາຍທີ່ສຸດ.

ນາຍສຸວັດທະນະໄຊ ເວົ້າວ່າ: “ຄົນງານຊາວມຽນມາ ຫຼືຕ່າງດ້າວ ແມ່ນສໍາຄັນຫຼາຍ ຕໍ່ອຸດສາຫະກໍາອາຫານທະເລຂອງໄທ ຍ້ອນວ່າຄົນໄທສ່ວນຫຼາຍ ຈະບໍ່ຍອມເຮັດ ວຽກແນວນີ້.”

ມີຄົນງານຊາວຕ່າງດ້າວໃນໄທ ປະມານສອງລ້ານຫ້າແສນຄົນ ສ່ວນໃຫຍ່ມາຈາກມຽນມາ ທີ່ບໍ່ມີໜັງສື ແລະກໍງ່າຍທີ່ຈະຖືກຂູດ​ຮີດແຮງງານ ຫຼືຖືກເອົາຮັດ​ເອົາປຽບ ຍ້ອນວ່າພວກ ເຂົາ ເຈົ້າສ່ຽງຕໍ່ການຖືກເນລະເທດ.

ນາງ ມີອິນ ມີອິນ ວິນ ຫົວໜ້າຄົນງານເວົ້າວ່າ ຄົນງານຂອງລາວ ເຈັດຄົນ ບໍ່ມີໜັງສື
ແລະ ຕ້ອງ​ໄດ້ໃຫ້ສິນບົນຕໍາຫຼວດເດືອນລະ 10 ໂດລາ ເພື່ອບໍ່ໃຫ້ຖືກຈັບ.

ນາງ ມີອິນ ມີອິນ ເວົ້າວ່າ: “ພວກເຮົາຍັງ​ຕ້ອງເປັນຫ່ວງນໍາຕໍາຫຼວດຢູ່. ແຕ່ວ່າ ນາຍໃຫຍ່ຂອງຂ້ອຍມີການຕິດຕໍ່ພົວພັນດີກັບຕໍາຫຼວດ. ປົກກະຕິແລ້ວຕໍາຫຼວດ ຈະແຈ້ງໃຫ້ນາຍໃຫຍ່ຂ້ອຍຮູ້ລ່ວງໜ້າທາງໂທລະສັບວ່າ ມື້ໃດຍາມໃດຈະມີຕໍາ ຫຼວດເຂົ້າມາກວດຄົ້ນເອກະສານພວກຄົນງານຕ່າງດ້າວ ແລ້ວນາຍໃຫຍ່ຈະ ບອກພວກຄົນງານໃຫ້ພາກັນຫຼົບໜີຫຼືໄປລີ້ຢູ່ບ່ອນໃດບ່ອນນຶ່ງ.”

ເພື່ອປ້ອງກັນການກົດ​ຂີ່​ແຮງ​ງານ​ນັ້ນ ລັດຖະບານໄທຈຶ່ງ​ໄດ້ເລີ່ມໂຄງການ ພິສູດສັນຊາດ ເພື່ອອອກເອກະສານໃຫ້ແກ່ພວກຄົນງານຊາວຕ່າງດ້າວ.

ແຕ່ບັນດານັກເຄື່ອນໄຫວດ້ານແຮງງານພາກັນຈົ່ມວ່າ ກ່ຽວ​ກັບການຄິດໄລ່ ​ເອົາເງິນຫຼາຍ ເກີນໄປຂອງພວກນາຍໜ້າ ແລະລະບຽບການທີ່​ບັງຄັບໃຫ້ນາຍຈ້າງສະໜັບສະໜຸນ ແລະ​ໃຫ້ພວກຄົນງານກັບຄືນ​ເມືອບ້ານກ່ອນ​ນັ້ນ.

ທ່ານ ອ່ອງ ຈໍ ປະທານເຄືອຂ່າຍສິດທິຄົນງານຕ່າງດ້າວ ເວົ້າວ່າພວກເຂົາ ເຈົ້າ​ໃຫ້ການ ຊ່ວຍ​ເຫລືອ​ດ້ານ​ກົດໝາຍ​ແກ່​ພວກ​ຄົນ​ງານ​ຕ່າງ​ດ້າວ ແຕ່ກໍ ຢາກ​ໃຫ້​ມີ​ການປ່ຽນແປງ​ໃນ ລະບົບດັ່ງກ່າວ.

ທ່ານ ອ່ອງ ຈໍ ເວົ້າວ່າ: “ພວກຄົນງານຊາວຕ່າງດ້າວກໍ​ຍອມຮັບວ່າ ການພິສູດ
ສັນຊາດ ແມ່ນດີສໍາລັບພວກເຂົາເຈົ້າ ແຕ່ລັດຖະບານທັງສອງກໍບໍ່ສາມາດ
ຄວບຄຸມ ການສວຍໂອກາດ ທີ່ເກີດຂຶ້ນຢູ່ໃນລະບົບນັ້ນໄດ້.”


ບັນດານັກເຄຶ່ອນໄຫວດ້ານແຮງງານເວົ້າວ່າ ໄທຕ້ອງໄດ້ເຮັດໃຫ້ນະໂຍ ບາຍຄົນງານຊາວ ຕ່າງ ດ້າວຂອງ​ຕົນ ງ່າຍຂຶ້ນອີກ ແລະນໍາໃຊ້ກົດໝາຍທີ່ ໃຫ້ການພິທັກປົກປ້ອງ ພວກຄົນ ງານຊາວຕ່າງດ້າວ ທີ່ປະເທດໄທເພິ່ງພານັ້ນ ໃຫ້ດີຂຶ້ນກວ່າເກົ່າ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Thai Migrant Worker Process Flawed, Awareness Low
please wait

No media source currently available

0:00 0:02:50 0:00
ລິງໂດຍກົງ
XS
SM
MD
LG