ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໄທວ່າ ການສ້າງເຂື່ອນ ໃນນໍ້າຂອງ ຕ້ອງຄໍານຶງ ເຖິງສະພາບແວດລ້ອມ


ທ່ານ ທອງລຸນ ສີສຸລິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ກະສິດ ພິຣົມ ລັດຖະມົນຕີກະຊວງການຕ່າງປະເທດໄທ ຈັບມືສະບາຍດີກັນ ​ໃນກອງປະຊຸມ​ເມື່ອ​ວັນ​ທີ່ 14-15 ຕຸລາ ​ຢູ່​ບາງກອກ.
ທ່ານ ທອງລຸນ ສີສຸລິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ກະສິດ ພິຣົມ ລັດຖະມົນຕີກະຊວງການຕ່າງປະເທດໄທ ຈັບມືສະບາຍດີກັນ ​ໃນກອງປະຊຸມ​ເມື່ອ​ວັນ​ທີ່ 14-15 ຕຸລາ ​ຢູ່​ບາງກອກ.

ລັດຖະມົນຕີຕ່າງປະເທດຂອງໄທວ່າ ການສ້າງເຂື່ອນໃນແມ່ນໍ້າຂອງ ຕ້ອງຄໍານຶງເຖິງສະພາບ ແວດລ້ອມທໍາມະຊາດ ແລະເປັນການພັດທະນາທີ່ຍືນຍົງ.

ທ່ານ​ກະ​ສິດ ພິຣົມ ລັດຖະມົນຕີ​ວ່າການຕ່າງປະ​ເທດຂອງ​ໄທ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ການ
ບໍລິຫານ​ແລະ​ຈັດການ​ຊັບພະຍາກອນ​ນໍ້າ​ ທີ່​ມີ​ປະ​ສິດທິ​ພາບ​ແລະ​ການ​ປ້ອງ​ກັນ​ຜົນ​ກະທົບ
ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາ​ດ​ໃນ​ແມ່ນໍ້າຂອງ​ ເພື່ອ​ການ​ນໍາ​ໃຊ້​ປະ​ໂຫຍດ​ຢ່າງ​ຍືນ​ຍົງນັ້ນ
ຖື​ເປັນ​ຫລັກການ​ສໍາຄັນ​ທີ່​ສຸດ ​ທີ່​ລັດຖະບານ​ໄທ ຍຶດຖື​ເປັນ​ແນວທາງປະຕິ​ບັດ​ໃນ​ການ​ຮ່ວມ​ ມື​ກັບປະ​ເທດ​ເພື່ອນ​ບ້ານ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນ.

ທໍາມະຊາດນໍ້າຂອງ ທີ່ສວຍງາມ
ທໍາມະຊາດນໍ້າຂອງ ທີ່ສວຍງາມ

ໂດຍ​ສະ​ເພາະ​ແມ່ນ​ການ​ພິ​ຈາລະ​ນາ ​ກ່ຽວ​ກັບ​ການ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ​ປະ​ເທດ​ເພື່ອນ ​ບ້ານ ​ລວມ​ເຖິງ​ການ​ທີ່ພາກ​ເອກະ​ຊົນ​ໄທ​ຈະ​ໄປ​ລົງທຶນ​ກໍ່ສ້າງ​ເຂື່ອນ​ຜະລິດ​ກະ​ແສ​ໄຟຟ້າ​ໃນ​ປະ​ເທດ​ເພື່ອນ​ບ້ານ​ໃນ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍກັນ​ນັ້ນ ກໍ​ຈະ​ຕ້ອງ​ຍຶ​ດຖື​ຕາມ​ແນວທາງ​ປະຕິບັດ​ດັ່ງກ່າວ​ນີ້ ​ຢ່າງ​ຄັກ​ແນ່​ດ້ວຍ​ເຊັ່ນ​ກັນ ດັ່ງ​ທີ່​ທ່ານ​ກະ​ສິດ​ ພິຣົມ​ ​ໄດ້ຖະ​ແຫລ​ງ​ເນັ້ນ​ຍໍ້າວ່າ:

“​ໃນ​ກອບ​ລະຫວ່າງ​ປະ​ເທດ​ກໍ​ຄື​ເລື່ອງ​ແມ່​ນໍ້າຂອງ​ກໍ​ຈະ​ມີ​ຄວາມ​ສໍາຄັນ​ຫລາຍ​ຂຶ້ນ ຊຶ່ງ​
ກໍ​ຄື​ໃນ​ກອບ​ຂອງ Greater Mekong ນີ້​ກໍ​ເປັນ​ເລື່ອງທີ່​ພວກ​ເຮົາ​ຕ້ອງ​ດູ​ແລ​ເລື່ອງ
ສິ່ງ​ແວດ​ລ້ອມ ​ເລື່ອງ​ຊຸມ​ຊົນ ​ແລະ​ກໍ​ເພື່ອ​ທີ່​ຈະ​ໄປ​ລົງທຶນ​ໃນ ​ເລື່ອງ​ຂອງ​ການ​ໄຟຟ້າ​
ໃນ​ປະ​ເທດ​ເພື່ອນບ້ານ ຈະ​ເປັນ​ໃນ​ລາວ ກໍາປູ​ເຈຍ ຫລື​ໃນ​ພະມ້າ​ກໍ​ຕາມ ກໍ​ຈະ​
ຕ້ອງເບິ່ງ​ໃນ​ສິ່ງ​ແວດ​ລ້ອມ​ເປັນ​ສໍາຄັນ ​ແລະ​ຈະ​ຕ້ອງ​ໃຫ້​ມັນ​ຢັ້ງຢືນ​ດ້ວຍ”

ກ່ອນ​ໜ້າ​ນີ້ ກໍ​ຄື​ໃນ​ການ​ປະຊຸມ​ຄະນະ​ກໍາມາ​ທິການ​ຮ່ວມ​ລະ​ຫວ່າງ​ລາວ-​ໄທ ຄັ້ງ​ທີ່ 16 ທີ່​ທາງ​ການ​ໄທ​ເປັນ​ເຈົ້າພາບ​ຈັດການ​ປະຊຸມ​ເມື່ອ​ວັນ​ທີ່ 14-15 ຕຸລາ​ທີ່​ຜ່ານ​ມາ​ຢູ່​ບາງກອກ ທ່ານ​ ກະ​ສິດ​ກໍ​ໄດ້​ຢືນຢັນ​ໃນ​ຫລັກການ​ດັ່ງກ່າວ​ນີ້​ຕໍ່ ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ ຖະມົນຕີ ​ແລະ​ລັດຖະມົນຕີ​ວ່າ​ການ​ຕ່າງ​ປະ​ເທດ​ຂອງ​ລາວ​ທີ່ ​ເປັນ​ປະທານ​ຮ່ວມ​ໃນ​ກອງ​ປະ ຊຸມ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າການ​ທີ່​ລັດຖະບານ​ຈະ​ຕັດສິນ​ໃຈ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກລາວ​ເພີ່ມ​ຕື່ມ​ຂຶ້ນອີກ​ໃນ​ໄລຍະ​ຕໍ່​ໄປ​ນີ້​ກໍ​ຈະ​ຕ້ອງ​ພິດ​ຈາລະ​ນາ​ເຖິງ​ມາດ​ຕະການ​ໃນ​ການ​ປ້ອງ​ກັນ​ບັນ ຫາ​ຜົນ​ກະທົບ ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ເປັນ​ສໍາຄັນ​ນັ້ນ​ເອງ.

ສາຍສົ່ງກະແສໄຟຟ້າຈາກລາວ ໄປຂາຍທີ່ໄທ
ສາຍສົ່ງກະແສໄຟຟ້າຈາກລາວ ໄປຂາຍທີ່ໄທ

ໃນ​ປັດຈຸບັນ​ນີ້ ລັດຖະບານ​ໄທ​ໄດ້​ຕົກລົງ​ໃນ​ຫລັກການ​ວ່າ​ຈະ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ​ລາວ ​ບໍ່​ໜ້ອຍ​ກວ່າ 7,000 ​ເມ​ກະ​ວັດ ນັບ​ຈາກ​ປີ 2015 ​ເປັນ​ຕົ້ນ​ໄປ​ເປັນ​ເວລາ 25 ປີ​ຕິດ​ຕໍ່​ກັນ ຫາກ​ແຕ່​ວ່າ​ອີງ​ຕາມ​ການ​ປະມານ​ການ​ຂອງ​ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ກໍ​ເຊື່ອ​ວ່າ​ໃນ​ໄລຍະ​ດັ່ງກ່າວ​ນີ້ ການ​ຊົມ​ໃຊ້ ພະລັງງານ​ໄຟຟ້າ​ໃນ​ໄທ​ຈະ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍທີ່​ສູງ​ກວ່າ 5% ຕໍ່​ປີ ຫລື​ບໍ່​ໜ້ອຍ​ກວ່າ 1,200 ​ເມ​ກະວັດ ພາຍ​ໃນ​ປີ 2040 ​ເປັນ​ຢ່າງ​ຊ້າ. ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ກໍ​ໄດ້​ເຮັດ​ໃຫ້​ທາງ​ການ​ກະຊວງ​ພະ ລັງງານ ​ແລະ​ບໍ່​ແຮ່​ຂອງ​ລາວ​ນັ້ນ​ໄດ້​ປະກາດ​ເປົ້າໝາຍ​ທີ່​ຈະ​ສົ່ງ​ເສີມ​ການ​ລົງທຶນ​ເພື່ອ​ກໍ່ ສ້າງ​ເຂື່ອນ​ໃຫ້​ໄດ້​ປີ​ລະ 2 ​ໂຄງການ ນັບ​ຈາກ​ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2020 ​ໂດຍ​ຖ້າ​ຫາກ​ວ່າ​ສາມາດ​ປະຕິບັດ​ການ​ໄດ້​ຈິງ​ແທ້​ກໍ​ຈະ​ເຮັດ​ໃຫ້ລາວ ມີ​ເຂື່ອນ​ເພີ່ມ​ຂື້ນ​ອີກ​ເຖິງ 20 ​ໂຄງ ການ ​ແລະ​ຈະ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສາມາດ​ໃນ​ການ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້ ​ເພີ່ມ​ຂຶ້ນ​ຈາກ 2,540 ​ເມ​ກະ​ວັດ​ໃນ​ປັດຈຸບັນ​ເປັນ​ຫລາຍ​ກວ່າ 9,000 ​ເມ​ກະ​ວັດ​ພາຍ​ໃນ​ປີ 2020 ອີກ​ດ້ວຍ.

ຈຸດທີ່ມີແຜນຈະສ້າງເຂື່ອນໃນແມ່ ນໍ້າຂອງ ໃນຝັ່ງລາວ
ຈຸດທີ່ມີແຜນຈະສ້າງເຂື່ອນໃນແມ່ ນໍ້າຂອງ ໃນຝັ່ງລາວ

ຫາກ​ແຕ່​ວ່າ​ບັນຫາ​ໃນ​ເວລາ​ນີ້ ກໍ​ຄື​ກຸ່ມ​ອົງການ​ອ​ະນຸລັກ​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ທັງ ​ໃນ​ລະດັບ​ສາກົນ​ແລະ​ໃນ​ ໄທ​ຕ່າງ​ກໍ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ແລ້ວ​ວ່າ ຈະ​ຄັດຄ້ານ​ ແຜນການ​ກໍ່ສ້າງ​ເຂື່ອນ​ໃນ​ລຸ່ມ​ແມ່​ນໍ້າຂອງ ​ຢ່າງ​ເຖິງ​ທີ່​ສຸດ ຊຶ່ງ​ລວມ​ເຖິງ​ການ​ຄັດຄ້ານ​ແຜນການ​ຂອງ​ລັດຖະບານ​ໄທ ​ທີ່​ຈະ​
ພິ​ຈາລະ​ນາ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກລາວ ​ເພີ່ມ​ຂຶ້ນ​ດ້ວຍ.

XS
SM
MD
LG