ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອິດສະຫຼະພາບ ສື່ມວນຊົນ ຂອງໄທ


ໄທ ໄດ້ຕໍ່ອາຍຸ ການປະກາດໃຊ້ ພາວະສຸກເສີນ ຢູ່ໃນ 18 ຈັງຫວັດ ກັບ​ນະຄອນຫລວງ​ບາງກອກ ຊຶ່ງເປັນການເຄື່ອນໄຫວ ທີ່ອະນຸຍາດໃຫ້ ລັດຖະບານສືບຕໍ່ ປິດສື່ມວນຊົນ ໃດກໍຕາມ ທີ່ລັດຖະບານເຫັນວ່າ ເປັນໄພຂົ່ມຂູ່ ຕໍ່ຄວາມໝັ້ນຄົງແຫ່ງຊາດ ນັ້ນ​ໄດ້ ໃນບັນດາມາຕະການອື່ນໆ​ອີກ​. ເຈົ້າໜ້າທີ່ກ່າວວ່າ ຕົນພວມ ພະຍາຍາມ ທີ່ຈະຈຳກັດຮັດ​ແຄບ​ ພວກສື່ມວນຊົນ ທີ່ຕໍ່ຕ້ານລັດຖະບານ​ ແລະໃຊ້ຄຳເວົ້າ ທີ່ເຕັມໄປດ້ວຍ ຄວາມຄຽດຊັງ ສ້າງຄວາມແຕກແຍກ ແລະຍຸຍົງ ໃຫ້ກໍ່ຄວາມຮຸນແຮງນັ້ນ. ແຕ່ພວກນັກເຄື່ອນໄຫວ ເພື່ອສິດທິສື່ມວນຊົນ ກ່າວວ່າ ເປັນທີ່ປາກົດວ່າ ການປຸກລະດົມ ທີ່ວ່ານີ້ ມີຈຸດປະສົງ ໃນທາງການເມືອງ ແລະສືບຕໍ່ແນວໂນ້ມ ຫຼືທ່າອຽງ ໃນການໂຈມຕີ ຕໍ່ອິດສະຫຼະພາບ ໃນການສະແດງອອກ ຊຶ່ງຄວາມຄິດຄວາມເຫັນ.

ພາຍໃຕ້ ການປະກາດໃຊ້ ພາວະສຸກເສີນນີ້ ເຈົ້າໜ້າທີ່ໄທ ໄດ້ອັດເວັບໄຊທ໌ຕ່າງໆ ຫລາຍຮ້ອຍເວັບໄຊທ໌ ຕະຫຼອດທັງ ໜັງສືພິມ ສະຖານີ​ວິທະຍຸ ​ແລະໂທລະພາບ ​ທີ່ຕໍ່ຕ້ານ ລັດຖະບານ.

ເຈົ້າໜ້າທີ່ໄທ ກ່າວວ່າ ເວັບໄຊທ໌ ໜັງສືພິມ ແລະພວກ​ສະຖານີ​ ກະຈາຍສຽງເຫຼົ່ານີ້ ໄດ້ເຜີຍແຜ່ຄວາມ​ເຫັນທີ່ ເຕັມໄປດ້ວຍ ຄວາມຄຽດຊັງ ແລະຄຳຕົວະລ່າຍ ແລະ ຍຸຍົງ ໃຫ້ກໍ່ຄວາມຮຸນແຮງ ໃນລະຫວ່າງ ການປະທ້ວງ ເປັນເວລາ 2 ເດືອນ ໂດຍພວກປະທ້ວງ ຫຼາຍໆພັນຄົນ ຢູ່ທີ່ບາງກອກ.

ມີ 90 ຄົນ ຮວມທັງ ນັກຂ່າວ 2 ຄົນ ເສຍຊີວິດ ແລະອີກຫຼາຍຮ້ອຍຄົນ ໄດ້ຮັບບາດເຈັບ ເວລາທະຫານ ປະທະກັນ ກັບພວກປະທ້ວງ ນປຊ ໃນເດືອນເມສາແລະເດືອນພຶດສະພາ ຜ່ານມາ.

ທ່ານ VINCENT BROSSEL ຜູ້ອຳນວຍການ ຝ່າຍເອເຊຍ ຂອງອົງການນັກຂ່າວ ບໍ່ມີພົມແດນ ກ່າວວ່າ ປາກົດວ່າ ມີພວກນັກຂ່າວ ໄດ້ຕົກເປັນເປົ້າ ໃນລະຫວ່າງ ການປະ ທ້ວງ ຢູ່ທີ່ບາງກອກນັ້ນ. ອີງຕາມດັດຊະນີ ອິດສະຫຼະພາບ ຂອງອົງການ ນັກຂ່າວບໍ່ມີພົມແດນແລ້ວ ປະເທດໄທ ​ແມ່ນຕິດອັນດັບທີ 130 ຂອງ ຈຳນວນທັງໝົດ 175 ປະເທດ ທີ່​ຖືກ​ສຳ​ຫລວດ ​ກ່ຽວ​ກັບ​ອິດສະຫຼະພາບ​ ດ້ານ​ການ​ຂ່າວ​ ໃນປີ 2009.
ທ່ານ BROSSEL ກ່າວວ່າ ຖ້າສະພາບການ ທາງດ້ານສື່ມວນຊົນ ຫາກບໍ່ໄດ້ຮັບການ ປັບປຸງໃຫ້ດີຂຶ້ນ ຢ່າງວ່ອງໄວແລ້ວ ໄທ ກໍ​ແຮ່ງຈະຕົກອັນ​ດັບ ລົງໄປຕື່ມອີກ.

"ໃນອະດີດຜ່ານມານັ້ນ ໄທ ເປັນປະເທດ ທີ່ເປີດກວ້າງ ຫຼາຍທີ່ສຸດ ປະເທດນຶ່ງ ໃນດ້ານສື່ມວນຊົນ ໃນຂົງເຂດ ແລະເວລານີ້ ໄທ ກຳລັງກາຍມາ ມີປາກສຽງໂຈມຕີ ເສລີພາບ ໃນການອອກຂ່າວຫຼາຍ ແລະກໍບໍ່ໄດ້ ເປັນແບບຢ່າງ ຕໍ່ໄປອີກແລ້ວ ໃຫ້ແກ່ພວກປະເທດ ໃນເຂດລຸ່ມ ແມ່ນໍ້າຂອງ ໃນແງ່ຂອງ ເສລີພາບ ຂອງ ສື່ມວນຊົນນັ້ນ."

ໃນສັບປະດາແລ້ວນີ້ ລັດຖະບານໄທ ໄດ້ຕໍ່ອາຍຸ ການປະກາດໃຊ້ ພາວະສຸກເສີນ ຢູ່ໃນເຂດບາງກອກ ແລະອີກ 18 ຈັງຫວັດ. ເຈົ້າໜ້າທີ່ເວົ້າວ່າ ການຈຳກັດຮັດແຄບ ຢ່າງເຄັ່ງຄັດ ແມ່ນມີຄວາມຈຳເປັນ ເພື່ອປ້ອງກັນ ບໍ່ໃຫ້ເກີດ ຄວາມວຸ້ນວາຍຕື່ມ ແລະຊ່ອຍເຮັດໃຫ ້ປະເທດໄທ ມີຄວາມສາມັກຄີກັນ.

ລັດຖະບານໄທ ກ່າວວ່າ ຕົນຈະຢຸດເຊົາ ການກວດກາຂ່າວ ເວລາ​ໃດ ຄວາມເປັນລະ ບຽບຮຽບຮ້ອຍ ຫາກກັບ​ຄືນມາ ແລະມີ​ການຈັດຕັ້ງ ປະຕິບັດ ການປະຕິຮູບ ສື່ມວນຊົນ ເພື່ອບໍ່ໃຫ້ມ ີການສວຍໃຊ້ ສື່ມວນຊົນ ໄປໃນທາງຜິດ.

ແຕ່ແນວໃດກໍຕາມ ພວກຕຳໜິຕິຕຽນ ເຕືອນວ່າ ຖ້າຫາກບໍ່ມີ ອິດສະຫຼະພາບ ໃນການ ສະແດງ ອອກ ຊຶ່ງຄວາມຄິດຄວາມເຫັນແລ້ວ ການສ້າງຄວາມປອງດອງຊາດ ແມ່ນແນ່ນອນ ຈະຕ້ອງປະສົບ ກັບຄວາມລົ້ມແຫຼວ. ລາຍງານ ຂອງກຸ່ມແກ້ໄຂວິກິດການ ນາໆຊາດກຸ່ມນຶ່ງ ເວົ້າວ່າ ​ໂດຍການອັດຊ່ອງທາງ ຫລືສື່ ໃນການສະແດງອອກ ຢ່າງສັນຕິ ຂອງກຸ່ມຝ່າຍຄ້ານນັ້ນ ທີ່ຈິງແລ້ວ ລັດຖະບານໄທ ​ແມ່ນອາດກຳລັງຊຸກຍູ້ ໃຫ້ປະຊາຊົນ ໃຊ້ຄວາມຮຸນແຮງ.

ທ່ານກຽດຕິໄຊ ພົງພານິດ ແມ່ນບັນນາທິການໃຫຍ່ ຂອງໜັງສືພິມ ຂ່າວສົດລາຍວັນ ຊຶ່ງເປັນໜັງສືພິມ ໃຫຍ່ສຸດສະບັບນຶ່ງ ຂອງໄທ ກ່າວເມື່ອໄວໆມານີ້ ຕໍ່ສະໂມສອນ ນັກຂ່າວຕ່າງປະເທດ ທີ່ບາງກອກວ່າ ການປະຕິຮູບ ຄວນມາຈາກ ສື່ມວນຊົນ ແທນທີ່ຈະແມ່ນ ມາຈາກລັດຖະບານ.

"ອາດຈະມີ ເຫດຜົນບາງຢ່າງ ໃນການປິດ ວົງການສື່ມວນຊົນ ໃນການຂັດຂວາງ ພວກເຂົາ ເຈົ້າ ຫລືອັນໃດ ກໍຕາມ. ແຕ່ມັນຄວນ ຈະມາຈາກ ພາກປະຕິບັດ ມີມາດຕະຖານ ທີ່ຖືກຕ້ອງເໝາະສົມ ທີ່ຈະເຮັດໄດ້ ດັ່ງນັ້ນ. ບໍ່ແມ່ນຈະອ້າງເອົາວ່າ ເພື່ອຮັກສາ ຄວາມປອດໄພ ຂອງປະເທດ ແລ້ວກໍປິດ ວົງການ ສື່ມວນຊົນນັ້ນ."

ການກວດກາຂ່າວ ໄດ້ກາຍເປັນບັນຫາ ເປັນບາງຄັ້ງບາງຄາວ ຢູ່ໃນປະເທດໄທ ເປັນ​ເວລາ ຫຼາຍທົດສະວັດ ມາແລ້ວ ແມ່ນ​ແຕ່​ໃນ​ຍາມ​ ທີ່ບໍ່ໄດ້ມີການ ປະກາດໃຊ້ ພາວະສຸກເສີນ ກໍຕາມ.

ພາຍໃຕ ້ການປົກຄອງ ຂອງອະດີດ ນາຍົກລັດຖະມົນຕ ີທັກສິນ ຊິນນະວັດ ໃນຕົ້ນ ທົດສະວັດນີ້ ອົງການຂ່າວ ຫຼາຍໆອົງການ ໄດ້ຖືກຂູ່ຂວັນ ແລະຂົ່ມຂູ່ ໃຫ້ປະຕິບັດຕາມ. ລັດຖະບານ ຊຸດອື່ນໆຂອງໄທ ​ໃນ​ອະດີດຜ່ານມາ ກໍໄດ້ທຳການຄວບຄຸມ ສື່ມວນຊົນຄືກັນ.

ຍິ່ງໄປກວ່ານັ້ນ ກົດໝາຍ ກ່ຽວກັບຄວາມຜິດ ຖານກະບົດ ທີ່ເຄັ່ງຄັດຂອງໄທ ທີ່ແນໃສ່ ເພື່ອໃຫ້ການປົກປ້ອງ ຄຸ້ມຄອງກະສັດ ຊຶ່ງເປັນທີ່ເຄົາລົບຮັກ ຂອງປະຊາຊົນນັ້ນ ເຮັດໃຫ້ ເປັນການກະທຳ ​ທີ່ຜິດກົດໝາຍ ທີ່​ຈະເວົ້າ ຫຼືພິມເຜີຍແຜ່ ສິ່ງໃດກໍຕາມ ທີ່ຖືວ່າ ​ເປັນ​ການສົບປະໝາດ ຕໍ່ກະສັດ ຊຶ່ງຄວາມຜິດ ແຕ່ລະກະທົງ ມີໂທດໜັກ ເຖິງຈຳຄຸກຮອດ 15 ປີ.

ຜູ້ໃດກໍມີສິດຍື່ນຟ້ອງໄດ ້ກ່ຽວກັບຄວາມຜິດ ຖານເປັນກະບົດ ​ແລະຕຳຫຼວດ ກໍມີໜ້າທີ່ ຈະຕ້ອງໄດ້ ສືບສວນເບິ່ງ ຊຶ່ງນັ້ນ ພວກຕຳໜິຕິຕຽນເວົ້າວ່າ ໄດ້ຍັງຜົນໃຫ້ ມີການກ່າວຫາຜູ້​ຄົນ ໂດຍມີຈຸດປະສົງ ທາງດ້ານການເມືອງ ແອບແຝງຢູ່.

ທ່ານນາງອຸບົນຣັດ ສິຣິຢຸວະສັກ ​ເປັນນັກເຄື່ອນໄຫວ ​ເພື່ອ​ປະຕິຮູບ ສື່ມວນຊົນ ແລະອະດີດ ອາຈານ​ສອນ​ວິຊາສື່ສານຄົມມະນາຄົມ ທີ່ມະຫາວິທະຍາໄລ ຈຸລາລົງກອນ ​ໃນບາງກອກ.

//ສຽງ//

ສາສະດາຈານ ອຸບົນຣັດ ​ເວົ້າວ່າ ພວກ​ເຮົາ​ໄດ້​ເຫັນ ຈຳນວນຄະດີ ຖານເປັນກະບົດ ມີເພີ້ມຂຶ້ນ ບໍ່ວ່າຈະເປັນ ການເປີດເຜີຍ ຫຼືປິດລັບກໍຕາມ ຊື່​ງພາ​ໃຫ້ ມີການຈັບກຸມ ປະຊາຊົນເຫຼົ່ານີ້ ແລະພວກສື່ມວນຊົນຫຼັກ ກໍບໍ່ສາມາດຫລີກ​ເວ້ນ​ ຈາກ​ການລາຍງານຂ່າວ ກ່ຽວກັບຄະດີເຫຼົ່ານີ້. ​ແລະນີ້ ກໍເປັນ ຄວາມວິຕົກກັງວົນ ອີກອັນນຶ່ງ ທີ່ວ່າ ປະຊາຊົນໄທ ບໍ່ໄດ້ຮູ້ຂ່າວ​ເຫລົ່ານັ້ນ ທັງໝົດ.

ລາຍລະອຽດ ກ່ຽວກັບຂໍ້ຫາ ຖານເປັນກະບົດ ແມ່ນບໍ່ຄ່ອຍ ມີການເປີດເຜີຍ ໃຫ້ປະຊາຊົນ ໄດ້ຮູ້ ຍ້ອນວ່າ ພຽງແຕ່ ການ​ເວົ້າລື້​ມຄືນ ຄຳ​ເວົ້າ ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ການໝິ່ນປະໝາດນັ້ນ ກໍສາມາດ​ ຖືກຖື​ໄດ້ວ່າ ເປັນການລະເມີດ ຕໍ່ກົດໝາຍ ເຊັ່ນ​ກັນ.

ໂຕ​ຢ່າງ ໃນເດືອນນີ້ ຜູ້ນຳຄົນນຶ່ງ ຂອງຂະບວນການເສື້ອເຫຼືອງ ໃນໄທ ທີ່ກ່າວວ່າ ຕົນປົກປ້ອງ ກະສັດນັ້ນ ກໍໄດ້ຖືກຟ້ອງ ໃນຂໍ້ຫາ ຖານເປັນກະບົດ ຍ້ອນໄດ້ກ່າວລື້​ມຄືນ ຄຳເວົ້າຂອງຄູ່ປໍລະປັກ ທີ່ຖືກກ່າວຫາວ່າ ​ເປັນການໝິ່ນປະໝາດ ກະສັດນັ້ນ. ຜູ້ນຳ ຂະບວນການເສື້ອເຫຼືອງ ຄົນ​ທີ່​ວ່າ​ນີ້ ໄດ້ປະຕິເສດ ຕໍ່ຂໍ້ຫາດັ່ງກ່າວ.

ສ່ວນຄູ່ປໍລະປັກ ຊຶ່ງເປັນຜູ້ນຳ ໃນການປະທ້ວງ ຕໍ່ຕ້ານລັດຖະບານ ໄດ້ຖືກຕັດສິນໂທດ ຈຳຄຸກ ເປັນເວລາ 18 ປີ.

ໃນເດືອນນີ້​ເຊັ່ນກັນ ຜູ້ຂຽນຄວາມ​ເຫັນ ຫລື​ລົງ​ຂ່າວ ທາງອິນເຕີແນັດ ຊາວໄທຄົນນຶ່ງ ໄດ້ຮັບ ການໃຫ້ອະໄພຍະໂທດ ຈາກກະສັດ ຫຼັງຈາກ ໄດ້ຮັບໃຊ້ໂທດ ຈຳຄຸກນຶ່ງປີ ຍ້ອນໄດ້ ລົງ​ເຜີຍ​ແຜ່ ທາງອິນເຕີແນັດ ຮູບພາບທີ່ຖືວ່າ ເປັນການໝິ່ນປະໝາດຕໍ່​ລາດ​ຊະ​ວົງ​. ຜູ້ກ່ຽວ ໄດ້ຖືກຕັດສິນໂທດ ຈຳຄຸກ ເປັນເວລາ 10 ປີ.

XS
SM
MD
LG