ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລັດຖະບານໄທ ຍື່ນຄຳຂາດ ຕໍ່ພວກປະທ້ວງ


ເຈົ້າໜ້າທີ່ໄທ ປະກາດວ່າ ຈະດຳເນີນມາຕະການ ນອກຈາກວ່າ ພວກປະທ້ວງ ຕໍ່ຕ້ານລັດຖະບານ ຈະຢຸດເຊົາ ການໂຮມຊຸມນຸມປະທ້ວງ ພາຍໃນວັນພຸດມື້ນີ້.

ໂຄສົກຂອງ ກອງທັບໄທ ກ່າວວ່າ ພວກທະຫານ ຈະຕັດໄຟຟ້າ ແລະບໍ່ໃຫ້ມີການສົ່ງ ເຄື່ອງໃຊ້ຕ່າງໆ ເຂົ້າໄປໃນຄ້າຍ ຂອງພວກປະທ້ວງ ເລີ້ມແຕ່ຕອນທ່ຽງຄືນ ຂອງຄືນມື້ນີ້ ຕາມເວລາທ້ອງຖິ່ນ ຖ້າພວກເຂົາເຈົ້າ ຫາກຍັງບໍ່ເຊົາ ການຢຶດຄອງ ເຂດຍ່ານການຄ້າ ໃນບໍລິເວນໃຈກາງ ຂອງບາງກອກ.

ນອກນັ້ນ ໂຄສົກ ຍັງຮຽກຮ້ອງ ໃຫ້ພວກປະຊາຊົນ ທີ່ອາໄສຢູ່ ໃນຄຸ້ມຄົນຮັ່ງມີ ອອກໄປຈາກ ເຂດດັ່ງກ່າວ. ແຕ່ນາຍເຫວງ ໂຕ້ຈິຣາການ ນຶ່ງໃນບັນດາຜູ້ນຳ ຂອງພວກປະທ້ວງ ເສື້ອແດງ ກ່າວວ່າ ລາວແລະພວກສະໜັບສະໜຸນ ຈະບໍ່ຕື່ນຕົກໃຈ ຕໍ່ຄຳຂູ່ ຂອງລັດຖະບານ ທີ່ຈະທຳການປາບປາມ ແຕ່ປະການໃດ.

ໃນວັນອັງຄານວານນີ້ ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ ກ່າວວ່າ ພວກປະທ້ວງ ຕ້ອງຢຸດເຊົາ ການໂຮມຊຸມນຸມ ເດີນຂະບວນ ຫລືຖ້າບໍ່ດັ່ງນັ້ນແລ້ວ ກໍປະເຊີນກັບ ການເອົາມາຕະການ ຂອງລັດຖະບານ.

ທ່ານອະພິຊິດ ເວົ້າວ່າ ການປະຕິເສດ ບໍ່ຍອມຢຸດເຊົາ ການຢຶດຄອງ ພາຍໃນມື້ນີ້ ຈະຖືວ່າ ເປັນຮ່ອງຮອຍ ຂອງການປະຕິເສດ ຂອງພວກປະທ້ວງ ຕໍ່ແຜນການ ສ້າງຄວາມປອງດອງຊາດ ຂອງລັດຖະບານ ຮວມທັງການ ກຳນົດວັນເວລາໃໝ່ ສຳລັບການເລືອກຕັ້ງ ນຳດ້ວຍ.

XS
SM
MD
LG