ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດໄທ ຈະລົງທຶນ​​ກໍ່ສ້າງ ​ເຂື່ອນ​ໄຟຟ້າ​ໃນ​ລາວ ​ຫລາຍ​ຂຶ້ນ ຍ້ອນບໍ່ມີ ຜູ້ຄັດຄ້ານຫລາຍ


ພາກສ່ວນທີ່ຂະຫຍາຍອອກຂອງການສ້າງເຂື່ອນເທີນຫີນບູນ
ພາກສ່ວນທີ່ຂະຫຍາຍອອກຂອງການສ້າງເຂື່ອນເທີນຫີນບູນ

ບັນດາບໍລິສັດ​ເອກະ​ຊົນ​ໄທ ຈະລົງທຶນ​ເພື່ອ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໃນ​ລາວ
​ຫລາຍ​ຂຶ້ນ ​ໂດຍ​ທີ່​ນັກ​ອະນຸ​ລັກລະບຸ​ວ່າ ທັງ​ນີ້ກໍ​ເປັນ​ຍ້ອນ​ວ່າ​ປະຊາຊົນ
​ລາວ​ບໍ່ມີ​ສິດ​ເສລີພາບ​ໃນ​ການ​ຄັດຄ້ານ​ແຜນການ​ກໍ່ສ້າງ​ເຂື່ອນ​ຂອງ​ລັດ
ຖະບານ​ລາວ.

ກະຊວງ​ການ​ຄ້າ​ຂອງ​ໄທ​ລາຍ​ງານ​ວ່າ​ໃນ​ຊ່ວງ​ປີ 2014-2017 ຜ່ານ​ມາວ່າບໍລິ
ສັດເອກະ​ຊົນ​ໄທ​ໄດ້​ລົງ​ທຶນ​ໃນ​ລາວ​ຈໍານວນ 752 ​ໂຄງການ ​ໂດຍ​ມີ​ມູນ​ຄ່າລວມ
ທັງໝົດ 4,495 ລ້ານ​ໂດ​ລາ ຊຶ່ງ​ເປັນ​ອັນ​ດັບ​ທີ 3 ຮອງ​ຈາກ​ຈີນ ​ແລະ​ຫວຽດນາມ.
ພາກ​ທຸລະ​ກິດ​ທີ່​ບັນດາ​ບໍລິສັດໄທ​ໃຫ້​ຄວາມ​ສໍາຄັນ​ຫລາຍ​ທີ່​ສຸດ​ ​ໃນ​ການ​ເຂົ້າມາ
​ລົງທຶນ​ທີ່​ລາວ​ນັ້ນກໍ​ຄື ພາກ​ພະລັງງານ​ໄຟຟ້າ ຊຶ່ງ​ໃນ​ປັດຈຸບັນ​ນີ້ກໍ​ມີເຖິງ 1​0 ກຸ່ມ
​ຂະໜາດ​ໃຫຍ່ ​ໃນ​ໄທ ທີ່​ລົງທຶນ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໃນ​ລາວ ​ເຊັ່ນ​ກຸ່ມ​ບ້າ​ນປູ, ກຸ່ມ
MDX, ກຸ່ມ ITAL-THAI, ກຸ່ມ ຊໍ ການ​ຊ່າງ, ກຸ່ມຣາຊະ​ບູລີ, ກຸ່ມ Bangkok
Express, ກຸ່ມສະຫະ​ວິຣິຍາ, ກຸ່ມ Nice Engineering, ກຸ່ມບໍລິສັດ MHW ​ແລະ
ກຸ່ມ HHTC ຕາມ​ລໍາດັບ.

ຕາຂ່າຍໄຟຟ້າທີ່ສົ່ງກະແສໄຟຟ້າຂ້າມແມ່ນໍ້າຂອງເພື່ອຂາຍໃຫ້ໄທ
ຕາຂ່າຍໄຟຟ້າທີ່ສົ່ງກະແສໄຟຟ້າຂ້າມແມ່ນໍ້າຂອງເພື່ອຂາຍໃຫ້ໄທ

ທາງ​ດ້ານ ທ່ານໄກຣສັກ ຊຸນຫະວັນ ນັກເຄື່ອນໄຫວເພື່ອປົກປ້ອງສິດທິທາງການ
ເມືອງໃນໄທໃຫ້ທັດສະນະວ່າ ບັນດານັກທຸລະກິດໃນປະເທດໄທ ໄດ້ພາກັນຫັນປ່ຽນ
ການລົງທຶນຈາກໄທໄປໃນປະເທດເພື່ອບ້ານຫຼາຍຂຶ້ນນັບມື້. ທັງນີ້ ກໍເນື່ອງຈາກວ່າ
ໂຄງການລົງທຶນກໍ່ສ້າງເຂື່ອນໄຟຟ້າໃນໄທນັ້ນ ຖືກຄັດຄ້ານຈາກປະຊາຊົນ​ໄທ ຢ່າງ
ກວ້າງຂວາງ ຈຶ່ງ​ເຮັດ​ໃຫ້ບັນດານັກທຸລະກິດໃນໄທພາກັນ​ຫັນ​ໄປລົງທຶນ​ໃນ​ລາວ
​ຫລາຍ​ຂຶ້ນ ​ແລະລັດຖະບານລາວ ໃຫ້ການສະໜັບສະໜູນ ແລະ ສົ່ງເສີມການລົງທຶນ
ເປັນຢ່າງດີ ​ໃນ​ຂະນະ​ທີ່ປະຊາຊົນລາວກໍບໍ່ມີສິດ-ບໍ່ມີສຽງ ທີ່ຈະສະແດງການຄັດຄ້ານ
ໂຄງການ ອີກ​ດ້ວຍ ດັ່ງທີ່ ທ່ານໄກຣສັກ ໄດ້ໃຫ້ການອະທິບາຍວ່າ:
“ປະຊາກອນໄທ ຮຽນຮູ້ເລື່ອງກ່ຽວກັບສິດຂອງຕົນເອງ ແລ້ວກບໍ່ນຸຍາດໃຫ້ Mega
Project
ເກີດຂຶ້ນ ເພາະສະນັ້ນ ການລົງທຶນນີ້ ມັກຈະໄປລໍົງທຶນໃນປະເທດອື່ນໆ
ທີ່ປະ
ຊາຊົນບໍ່ມີສິດທິ ແລະ ເປັນຜະເດັດການ ສາມາທີ່ຈະໃຫ້ຄວາມສະດວກ
ຕໍ່ການ
ລົງທຶນຂະໜາດໃຫຍ່ ໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ ແລະ
ປະຊາກອນຂອງຕົວເອງເລີຍ ທີ່ຊັດເຈນ ກໍຄືໃນກໍລະນີຂອງລາວ.

ທ່ານ​ຄໍາມະນີ ອິນ​ທິລາດ ລັດຖະມົນ​ຕີວ່າ​ການ​ກະຊວງ​ພະລັງງານ ​ແລະ​ບໍ່ແຮ່​ ກໍ​ໄດ້​ໃຫ້ການຢືນຢັນ​ວ່າ ພາຍໃນປີ 2021 ລາວຈະມີເຂື່ອນໄຟຟ້າເຖິງ 100 ໂຄງການ ມີກຳລັງຕັ້ງລວມ ຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້
67,000 ລ້ານກິໂລວັດໂມງ/ປີ ໂດຍໃນນີ້ ແບ່ງເປັນແຫລ່ງຜິລິດພະລັງງານໄຟຟ້າທີ່
ມີຢູ່ແລ້ວ 46 ໂຄງການ ມີກຳລັງຕິດຕັ້ງ 6,444 ເມກາວັດ ທີ່ສາມາດຜະລິດກະແສໄຟ
ຟ້າໄດ້ເຖິງ 35,000 ລ້ານກິໂລວັດ/ໂມງ ແລະ ກຳລັງກໍ່ສ້າງ 54 ໂຄງການມີກຳລັງຕິດ
ຕັ້ງລວມ 6,618 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ເຖິງ 32,000 ລ້ານກິໂລວັດ
ໂມງຊຶ່ງສ່ວນໃຫຍ່ ມີກຳນົດການກໍ່ສ້າງແລ້ວສຳເລັດ ໃນຊ່ວງປີ 2020-2021 ​ເປັນ
​ຢ່າງ​ຊ້າ.

ທັງນີ້ ໂດຍທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ໄດ້ລົງນາມໃນບັນທຶກຄວາມ
ເຂົ້າໃຈ (MOU) ຮ່ວມກັນກັບບໍລິສັດເອກກະຊົນລາວ ແລະ ຕ່າງປະເທດ ກ່ຽວກັບ ການ
ພັດທະນາແຫລ່ງພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີກຳລັງຕິດຕັ້ງລວມ 26,147
ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ລວມກັນເຖິງ 115,118 ລ້ານກິໂລວັດ/ໂມງ ພາຍໃຕ້
ເປົ້າໝາຍເພື່ອພັດທະນາລາວ ໃຫ້ເປັນຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ໃນກຸ່ມອາ
ຊຽນ ກໍຄືການເປັນໝໍ້ໄຟຂອງອາຊຽນ (Battery of ASEAN) ໃຫ້ໄດ້ຢ່າງ​ເປັນ​ຮູບ​ປະ​ທໍາ.

ທ່ານ​ຄໍາ​ມະນີ ຢືນຢັນ​ອີກ​ດ້ວຍ​ວ່າ ບໍລິສັດຈີນ ໄດ້ລົງທຶນໃນລາວຫຼາຍທີ່​ສຸດ ​ໂດຍ​ທີ່​ມີ 9 ໂຄງການທີ່ຜະລິດໄຟຟ້າແລ້ວ ກໍຄືເຂື່ອນນ້ຳລີກ 1, 2, ເຂື່ອນນ້ຳງື່ມ 5, ເຂື່ອນ້ຳງຽບ 2, ເຂື່ອນນ້ຳອູ 2, 5 ແລະ 6 ເຂື່ອນນ້ຳມັງ 1, ເຂື່ອນນ້ຳໄຜ່ ແລະເຂື່ອນນ້ຳແບ່ງ ທັງຍັງມີອີກ
10 ກວ່າໂຄງການທີ່ກຳລັງກໍ່ສ້າງ ແລະຈະແລ້ວສຳເລັດພາຍໃນປີ 2020. ນອກຈາກນັ້ນ ຍັງມີການລົງທຶນກໍ່ສ້າງ ລະບົບສາຍສົ່ງກະແສໄຟຟ້າຂະໜາດ 230 ກິໂລໂວນ (KV)
ແລະ 500 ກິໂລໂວນ ຈຳນວນ 8 ໂຄງການ ອີກ​ດ້ວຍ.

ກ່ອນໜ້ານີ້ ​ໄດ້​ມີການລົງນາມໃນຂໍ້ຕົກລົງ 3 ຝ່າຍວ່າດ້ວຍການຊື້-ຂາຍ ແລະການສົ່ງ
ກະແສໄຟຟ້າລະຫວ່າງ ລາວ-ໄທ ແລະ ມາເລເຊຍ ໄດ້ມີຂຶ້ນໃນໂອກາດກອງປະຊຸມ
ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 35 ຢູ່ກຸງມະນີລາ ປະເທດຟີລິບປິນ ເມື່ອທ້າຍ
ເດືອນກັນຍາທີ່ຜ່ານມາ ໂດຍການຕົກລົງໃນຄັ້ງນີ້ ລັດວິສາຫະກິດໄຟຟ້າລາວ ຈະຂາຍ
ກະແສໄຟຟ້າໃນປະລິມານເບື້ອງຕົ້ນ 100 ເມກາວັດ ໃຫ້ກັບທາງການມາເລເຊຍ ດ້ວຍ
ການສົ່ງຜ່ານລະບົບ ໂຄງຂ່າຍສາຍສົ່ງກະແສໄຟຟ້າໃນປະເທດໄທ ນັບຈາກວັນທີ 1
ສິງຫາ 2018 ເປັນຕົ້ນໄປ ​ແລະເມື່ອສົມທົບກັບການທີ່ລາວຍັງໄດ້ ສົ່ງກະແສໄຟຟ້າ
ໄປຂາຍໃຫ້ໄທ, ຫວຽດນາມ, ກຳປູເຈຍ ແລະມຽນມາ ເພີ່ມຂຶ້ນຢ່າງຕໍ່ເນື່ອງດ້ວຍນັ້ນ
ຈຶ່ງເປັນບາດກ້າວສຳຄັນ ຕໍ່ການພັດທະນາ ລາວ ໄປສູ່ການເປັນຜູ້ສົ່ງອອກພະລັງງານ
ໄຟຟ້າລາຍໃຫຍ່ ຫຼື ເປັນໝໍ້ໄຟຂອງອາຊຽນ (Battery of ASEAN) ໃນອະນາຄົດ.

XS
SM
MD
LG